ບັນດາແຂວງສ້າງແຜນການສັກວັກຊິນກັນໂຄວິດ-19

16:10 | 27/03/2021

ໂຄງການສັກຢາກັນພະຍາດແຫ່ງຊາດ ໃຫ້ຂ່າວວ່າ, ທັງໝົດ 377 ຄົນທີ່ໄດ້ສັກວັກຊິນກັນໂຄວິດ-19 AstraZeneca ຢູ່ທັງ 4 ຈຸດ (ໂຮງໝໍພະຍາດເຂດຮ້ອນສູນກາງ, ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມິນ, ສູນສາທາລະນະສຸກນະຄອນຫ໋າຍເຢືອງ ແລະສູນສາທາລະນະສຸກເມືອງກິມແທ່ງ (ແຂວງຫ໋າຍເຢືອງ) ໃນວັນທີ 8 ມີນາ, ຍັງບໍ່ທັນສະແດງອາການໃດເທື່ອພາຍຫຼັງສັກຢາ.

ບ ນດາແຂວງສ າງແຜນການສ ກວ ກຊ ນກ ນໂຄວ ດ 19 ເພື່ອຄວາມປອດໄພຂອງຊາວຫວຽດນາມ
ບ ນດາແຂວງສ າງແຜນການສ ກວ ກຊ ນກ ນໂຄວ ດ 19 ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເປັນເຈົ້າການຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່

ບັນດາສະຫາຍຮອງລັດຖະມົນຕີກະຊວງສາທາລະນະສຸກ: ທ່ານ ຫງວຽນເຈື່ອງເຊີນ, ໂດ໋ຊວນຕວຽນ ແລະເຈິ່ນວັນທ໊ວນ ລ້ວນແຕ່ຕີລາຄາສູງຕໍ່ຂອດກະກຽມ ແລະການເຄື່ອນໄຫວຜັນຂະຫຍາຍການສັກຢາກັນພະຍາດຕົວຈິງຢູ່ຕາມຈຸດດັ່ງກ່າວ. ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ໃນວັນທີ 9 ມີນາ, ຈຸດດັ່ງກ່າວນັ້ນສືບຕໍ່ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຕາມແຜນການ, ພ້ອມທັງເປີດກວ້າງການຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຢູ່ຮ່າໂນ້ຍ ແລະແຂວງຢາລາຍ. ບັນດາແຂວງທີ່ຍັງເຫຼືອພວມສ້າງແຜນການສັກວັກຊິນກັນໂຄວິດ-19 ໃນໄລຍະຈະມາເຖິງ.

ບ ນດາແຂວງສ າງແຜນການສ ກວ ກຊ ນກ ນໂຄວ ດ 19
ທ່ານ ໂດ໋ຊວນຕວຽນ ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄປກວດກາ, ຕິດຕາມກວດກາການສັກວັກຊິນກັນໂຄວິດ-19 ຢູ່ຫ໋າຍເຢືອງ. ພາບ: cand.com.vn.

ຮ່າໂນ້ຍ ຈະຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຢູ່ໂຮງໝໍແທັງຍ່ານ: ຕອນບ່າຍວັນທີ 8 ມີນາ, ພະແນກສາທາລະນະສຸກນະຄອນຮ່າໂນ້ຍ ໄດ້ປະກາດໃຊ້ແຜນການຕ້ອນຮັບ, ນໍາໃຊ້ວັກຊິນກັນໂຄວິດ-19 ໃຫ້ກຸ່ມເປົ້າໝາຍທີ່ໃຫ້ບຸລິມະສິດໃນບໍລິເວນນະຄອນຄັ້ງ 1 ປີ 2021. ກະຊວງສາທາລະນະສຸກ ໄດ້ແບ່ງວັກຊິນກັນໂຄວິດ-19 ຂອງ AstraZeneca ຈໍານວນ 8.000 ໂດສ ໃຫ້ນະຄອນຮ່າໂນ້ຍ.

ໃນວັນດຽວກັນ, ທ່ານ ຄົ໋ງມິງຕ໊ວນ ຮອງຫົວໜ້າສູນຄວບຄຸມພະຍາດ (CDC) ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ, ວັນທີ 9 ມີນາ, ຮ່າໂນ້ຍ ຈະຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ໃຫ້ພາລະກອນການແພດຢູ່ໂຮງໝໍແທັງຍ່ານ 30 ຄົນ. ຕໍ່ໄປ, ແມ່ນຈະສັກໃຫ້ພະນັກງານຂອງ CDC ນະຄອນຮ່າໂນ້ຍ 300 ຄົນ ແລະກຸ່ມເປົ້າໝາຍຕາມມະຕິເລກທີ 21/NQ-CP ລົງວັນທີ 26 ກຸມພາ 2021 ຂອງນາຍົກລັດຖະມົນຕີ. CDC ນະຄອນຮ່າໂນ້ຍ ໄດ້ກວດກາຄືນ, ສ້າງບັນຊີລາຍຊື່ບັນດາເປົ້າໝາຍຄວນໄດ້ສັກວັກຊິນກັນໂຄວິດ-19 ໃນຄັ້ງນີ້. ພ້ອມກັນນັ້ນ, ແມ່ນສົມທົບກັບບັນດາຫົວໜ່ວຍຈັດສັນສະຖານທີ່ສັກວັກຊິນກັນໂຄວິດ-19, ຕິດຕາມກວດກາການຜັນຂະຫຍາຍຢູ່ຕາມຈຸດຕ່າງໆ.

ບ ນດາແຂວງສ າງແຜນການສ ກວ ກຊ ນກ ນໂຄວ ດ 19
ສັກວັກຊິນກັນໂຄວິດ-19 ໃຫ້ພະນັກງານການແພດຢູ່ໂຮງໝໍພະຍາດເຂດຮ້ອນນະຄອນໂຮ່ຈີມິນ. ພາບ: cand.com.vn.

ນະຄອນໂຮ່ຈີມິນ ຄວບຄຸມຜູ້ທີ່ມາຈາກເຂດເກີດພະຍາດໂຄວິດ-19 ຢ່າງແໜ້ນແຟ້ນ: ວັນທີ 8 ມີນາ, ຄະນະຊີ້ນໍາກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມຕີລາຄາວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະຜ່ານມາ, ຜັນຂະຫຍາຍບັນດາມາດຕະການໃນໄລຍະຈະມາເຖິງ. ຍ້ອນພະຍາດໂຄວິດ-19 ຍັງຜັນແປຢ່າງສັບສົນ, ເປັນຕົ້ນແມ່ນຄວາມສ່ຽງແຜ່ລະບາດຈາກພາຍນອກເຂົ້າມານະຄອນ, ໃນໄລຍະຈະມາເຖິງ, ນະຄອນຈະສືບຕໍ່ສຸມໃສ່ກວດກາຄືນ, ແກ້ໄຂບັນດາຮາກຖານພັກເຊົາກ່ຽວກັບການທ່ອງທ່ຽວທີ່ບໍ່ປະຕິບັດຂໍ້ກຳນົດວ່າດ້ວຍການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ, ຂະແໜງສາທາລະນະສຸກເປັນເຈົ້າການສົມທົບກັບບັນດາຄະນະ, ຂະແໜງການຈັດຕັ້ງການຕິດຕາມການສັກວັກຊິນກັນໂຄວິດ-19 ຢ່າງແໜ້ນແຟ້ນ...

ບ ນດາແຂວງສ າງແຜນການສ ກວ ກຊ ນກ ນໂຄວ ດ 19 ຫວຽດນາມ: ວິສາຫະກິດຕ້ອງນຳເອົາມູນຄ່າທີ່ໝັ້ນຄົງມາໃຫ້ປະຊາຄົມ ແລະສັງຄົມ

ຕອນບ່າຍວັນທີ 6 ມີນາ, ທີ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບນັກທຸລະກິດ, ນັກຮຽນຮູ້ດີເດັ່ນພາຍໃຕ້ຫົວຂໍ້ “ສົນທະນາ 2045”.

ບ ນດາແຂວງສ າງແຜນການສ ກວ ກຊ ນກ ນໂຄວ ດ 19 ວັນທີ 8 ມີນາ ຫວຽດນາມ ຈະສັກວັກຊິນ ກັນພະຍາດໂຄວິດ-19 ຢູ່ 13 ແຂວງ, ນະຄອນ

ຍສໝ - ທີ່ກອງປະຊຸມທາງອອນລາຍຜັນຂະຫຍາຍແຜນການສັກວັກຊິນກັນໂຄວິດ-19 ເຊິ່ງດຳເນີນໃນຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັ່ງລອງ ໃຫ້ຮູ້ວ່າ, ວັນທີ 08 ມີນາ ຫວຽດນາມ ຈະສັກວັກຊິນເຂັມທຳອິດຢູ່ແຂວງ ຫາຍເຢືອງ, ນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມິນ…

ບ ນດາແຂວງສ າງແຜນການສ ກວ ກຊ ນກ ນໂຄວ ດ 19 ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເປັນແຮງງານລາວ ເດີ່ນທາງມາຈາກປະເທດໄທ

ໃນວັນທີ 05 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຕາງຫນ້າໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 04 ມີນາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 726 ຄົນ, ທຸກຄົນແມ່ນໄດ້ແທກອຸນ ຫະພູມຮ່າງກາຍ, ພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 2 ຄົນ. ຜູ້ຕິດເຊື້ອເບີ 46 ເປັນເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາດ, ອາຍຸ 26 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ.

la.qdnd.vn

ເຫດການ
302 Found

Found

The document has moved here.