ຊາວຕ່າງ​ປະ​ເທດ​ອາ​ໄສ​ຢູ່ ກ໋​ວາງ​ບິ່ງ​ເຂົ້າ​ຮ່ວມ ລາຍ​ການ “ຄວາມ​ອົບ​ອຸ່ນ ​ຍາມ​ບຸນ​ເຕັດ ຫ​ວຽດ​”

17:47 | 22/02/2021

ຍ​ສ​ໝ - ປີ​ຜ່ານ​ມາ, ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ຊາວ​ຕ່າງ​ປະ​ເທດຫຼາຍ​ຄົນ​ພວມ​ເຮັດ​ວຽກ, ຮ່ຳ​ຮຽນ​ໃນ​ບໍ​ລິ​ເວນ​ແຂວງ​ບໍ່​ສາ​ມາດ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເກົາ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ປີ​ສະ​ຫຼຸ
ບັນ​ຍາ​ກາດຄຶກ​ຄຶ້ນ​ມ່ວນ​ຊື່ນ​ຢູ່ ຖະ​ໜົນ​ປຶ້ມ​ຍາມ​ບຸນ​ເຕັດ​ປີ​ສະຫຼຸ
ຊາວຕ່າງ​ປະ​ເທດ​ອາ​ໄສ​ຢູ່ ກ໋​ວາງ​ບິ່ງ​ເຂົ້າ​ຮ່ວມ ລາຍ​ການ “ຄວາມ​ອົບ​ອຸ່ນ ​ຍາມ​ບຸນ​ເຕັດ ຫ​ວຽດ​”
ບັນ​ດາ​ນັກ​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ເຂົ້າ​ຮ່ວມ​ລາຍ​ການ (ພາບ: baoquangbinh.vn)

ແຫວ່າງ​ແລ້ວນີ້, ຢູ່ ນະ​ຄອນ ດົ່ງ​ເຫ​ີຍ, ລາຍ​ການ​ພົວ​ພັນ​ແລ​ກ​ປ່ຽນ “ຄວາມ​ອົບ​ອຸ່ນ ​ຍາມ​ບຸນ​ເຕັດ ຫວຽດ​” ລະ​ຫວ່າງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ແລະ ຊາວ​ຕ່າງ​ປະ​ເທດ ທີ່​ພວມ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່​ແຂ​ວງ ກ໋​ວາງ​ບິ່ງ​ໄດ້​ຈັດ​ຂຶ້ນ.

ເຂົ້າ​ຮ່ວມ​ລາຍ​ການ, ຝ່າຍ​ການ​ນຳ​ແຂວງ​ກ໋​ວາງ​ບິ່ງ ມີ​ທ່ານ ໂຮ່​ອານ​ຟອງ, ​ສະ​ມາ​ຊິກອົງຄະ​ນະ​ພັກ​ແຂວງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ຜູ້​ຕ​າງ​ໜ້າ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ຫົວ​ໜ່ວຍ​ທີ່​ກ່ຽວ​ຂ້ອງ. ສ່ວນ​ຝ່າຍ​ແຂກ​ຖືກ​ເຊີນ​ຊາວ​ຕ່າງ​ປະ​ເທດ ມີ​ບັນ​ດາ​ນັກ​ຊ່​ຽວ​ຊານ​ແຖວ​ໜ້າ​ໂລກ ທີ່​ພວມ​ເຮັດ​ວຽກ​ຢູ່​ເຂດ ຟອງ​ຍາ - ແກ​ບ່າງ, ບັນ​ດາ​ທ່ານ​ໝໍ​ກູ​ບາ ທີ່​ພວມ​ເຮັດ​ວຽກ​ຢູ່ ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ດົ່ງ​ເຮີຍ, ບັນ​ດາ​ນັກ​ສຶກ​ສາ​ ລາວ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ດົ່ງ​ເຮີຍ ພ້ອມ​ກັບ​ນັກ​ຊ່ຽວ​ຊານ​ມາ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ FDI ຢູ່​ທ້ອງ​ຖິ່ນນີ້.

ປີ​ຜ່ານ​ມາ, ຍ້ອນ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ຊາວ​ຕ່າງ​ປະ​ເທດຫຼາຍ​ຄົນ​ພວມ​ເຮັດ​ວຽກ, ຮ່ຳ​ຮຽນ​ໃນ​ບໍ​ລິ​ເວນ​ແຂວງ​ບໍ່​ສາ​ມາດ​ກັບ​ຄືນ​ບ້ານ​ເກີດ​ເມືອງນອນ. ດ້ວຍ​ຄວາມ​ຫວັງ​ຢາກ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ​ສືບ​ຕໍ່​ໄດ້​ສຳ​ຜັດ​ກັບ​ບຸນ​ເຕັດ​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸນ​ຂອງ​ຊາດ​ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ແຂວງ​ໄດ້​ຊີ້​ນຳ​ພະ​ແນກ​ການ​ຕ່າງ​ປະ​ເທດ​ສົມ​ທົບ​ກັບ​ສະ​ຖານ​ທີ່​ກະ​ຈາຍ​ສຽງ - ໂທ​ລະ​ພາບ​ແຂວງ ໄດ້​ຈັດ​ລາຍ​ການ​ພົວ​ພັນ​ແລກ​ປ່ຽນ “ຄວາມ​ອົບ​ອຸ່ນ ​ຍາມ​ບຸນ​ເຕັດຫວຽດ”

ໃນ​ຂອບ​ເຂດ​ໂຄງ​ການ, ບັນ​ດາ​ຜູ້​ແທນ​ຊາວ​ຕ່າງ​ປະ​ເທດ​ໄດ້​ໂອ້​ລົມ, ພົວ​ພັນ​ວັດ​ທະ​ນະ​ທຳ, ການ​ສະ​ແດງ​ສິ​ລະ​ປະ​ສົມ​ທົບ​ກັບ​ບັນ​ດາ​ສາ​ລະ​ຄະ​ດີ​ສັ້ນໆ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ລົງ​ພຶດ​ຕິ​ກຳ​ຂອງ​ບັ​ນ​ດາ​ນັກ​ຊ່ຽວ​ຊານ​ໃນ​ເມື່ອ​ກ່ອນ, ພາຍ​ໃນ ແລະ ຫຼັງ ບຸ​ນ​ເຕັດ ສະຫຼຸ​ທີ່​ຕິດ​ພັນ​ກັບ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ, ອາ​ຫານ​ການ​ກິນ, ຮີດ​ຄອງ​ປະ​ເພ​ນີ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ກ໋​ວາງ​ບິ່ງ.

ເນື່ອງ​ໃນ​ໂອ​ກາດນີ້, ບັນ​ດາ​ນັກ​ຊ່ຽນ​ຊານ, ທ່ານ​ໝໍ​ຕ່າງ​ປະ​ເທດ​ກໍ່​ໄດ້​ແບ່ງ​ປັນ​ກ່ຽວ​ກັບ​ຈຸດ​ຄ້າຍ​ຄື​ກັນ​ກ​ໍ່​ຄື​ຄວາມ​ແຕກ​ຕ່າງ​ກັນ​ໃນ​ຮີດ​ຄອງ​ປະ​ເພ​ນີ​ຕ້ອນ​ຮັບ​ປີ​ໃໝ່​ລະ​ຫວ່າງ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ, ບັນ​ດາ​ຈຸດ​ປະ​ທັບ​ໃຈ, ຄວາມ​ຊົ​ງ​ຈຳ​ທີ່​ງົດ​ງາມ ແລະ ເຫດ​ຜົນ​ເປັນ​ຫຍັງ ເຂົາ​ເຈົ້າ​ຕັດ​ສິນ​ໃຈ​ສະ​ໜິດ​ຕິດ​ພັນ​ກັບ​ດິນ​ແດນ​ກ໋​ວາ​ງ​ບິ່ງ. ບັນ​ດາ​ຜູ້​ແທນ​ຍັງ​ພົບ​ປະ​ແລກ​ປ່ຽນ, ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ ຫວຽດ​ນາມ ຂອງ​ນັກ​ສຶກ​ສາ​ລາວ​ທີ່​ພວມ​ຮ່ຳ​ຮຽນ​ຢູ່​ກ໋​ວາງ​ບິ່ງ.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ມາ​ເກົາ​ພົບ​ປະ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່ ປີ​ສະ​ຫຼຸ

​ຍ​ສ​ໝ - ການ​ພົບ​ປະ​ໄດ້​ມອບ​ຂອງ​ຂວັນ​ໃຫ້​ແກ່​ບັນ​ດາ​ກໍ​ລະ​ນີ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ພະ​ຍາດ​ເຈັບ​ປວດ, ຜູ້​ວາງ​ງານ ແລະ ລາຍ​ການ​ຈົກ​ສະ​ລາດດ້ວຍ​ຂອງ​ຂ​ວັນ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ.

ບັນ​ຍາ​ກາດຄຶກ​ຄຶ້ນ​ມ່ວນ​ຊື່ນ​ຢູ່ ຖະ​ໜົນ​ປຶ້ມ​ຍາມ​ບຸນ​ເຕັດ​ປີ​ສະຫຼຸ

ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຍາມໃດກໍ່ໄດ້ ຮັບຄວາມເອົາໃຈໃສ່ຈາກຄະນະຈັດຕັ້ງ.

ປະ​ຊາ​ຊົນ​ອາ​ຊີ ຕ້ອນ​ຮັບ​ບຸນ​ເຕັດ 2021

ໂດຍເຊື່ອມຕົວເຂົ້າກັບບັນຍາການຂອງປີໃໝ່ທີ່ຄືກຄື້ນມ່ວນຊືນ, ການນຳຫຼາຍປະເທດໃນໂລກ ໄດ້ສົ່ງຄຳອວຍພອນອັນດີງາມ ໄປຍັງປະຊາຊົນບັນດາປະເທດເນື່ອງໃນໂອກາດ ບຸນເຕັດປີສະຫຼຸດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.