ປຶກສາຫາລືກຽມພ້ອມການດໍາເນີນການຜະລິດໄມ້ ເພື່ອໃຫ້ໄດ້ໂຮງງານມາດຕະຖານ

11:34 | 17/02/2021

ໃນວັນທີ 12 ກຸມພາ 2021 ກຸ່ມບໍລິສັດ ອຸດສາຫະກໍາເຟີນີເຈີລາວ ຈໍາກັດ ເຂດອຸດສາຫະກໍາ ນະຄອນຫລວງວຽງຈັນ, ໄດ້ຈັດກອງປະຊຸມ ຄະນະກໍາມະການຊີ້ນໍາໂຄງການສ້າງຕັ້ງໂຮງ ງານຕົວແບບ ແລະ ເຄືອຂ່າຍ ການຜະລິດ ປຸງແຕ່ງໄມ້ ຄັ້ງທີ 3 ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ມີຫົວໜ້າກົມ, ຮອງກົມ ແລະ ພາກທຸລະກິດກ່ຽວຂ້ອງ ເຂົ້າຮ່ວມ.

ປ ກສາຫາລ ກຽມພ ອມການດ າເນ ນການຜະລ ດໄມ ເພ ອໃຫ ໄດ ໂຮງງານມາດຕະຖານ ຫວຽດນາມຈະປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດໃນປີ 2021 ຢ່າງມີໄຊ
ປ ກສາຫາລ ກຽມພ ອມການດ າເນ ນການຜະລ ດໄມ ເພ ອໃຫ ໄດ ໂຮງງານມາດຕະຖານ ນາຍົກລະຖະມົນຕີຫວຽດນາມ: ຍູ້ໄວການນຳເຂົ້າວັກຊິນເພື່ອຮັບໃຊ້ໃຫ້ແກ່ປະຊາຊົນ
ປ ກສາຫາລ ກຽມພ ອມການດ າເນ ນການຜະລ ດໄມ ເພ ອໃຫ ໄດ ໂຮງງານມາດຕະຖານ
ປຶກສາຫາລືກຽມພ້ອມການດໍາເນີນການຜະລິດໄມ້ ເພື່ອໃຫ້ໄດ້ໂຮງງານມາດຕະຖານ

ທ່ານ ສົມຈິດ ອິນທະມິດ ກ່າວວ່າ: ລັດຖະບານ ເຫັນຄວາມສໍາຄັນໃນການຜະລິດ ແລະ ປຸງແຕ່ງອຸດສາຫະກຳໄມ້ ເພື່ອຫລຸດຜ່ອນການສົ່ງອອກໄມ້ບໍ່ທັນແປຮູບ ຫັນມາແປຮູບແລ້ວຈໍາໜ່າຍພາຍໃນ ແລະ ສົ່ງອອກ. ກອງປະຊຸມຄັ້ງນີ້, ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໂຄງ ການສ້າງຕັ້ງໂຮງງານຕົວແບບ ແລະ ເຄືອຂ່າຍການຜະລິດປຸງແຕ່ງໄມ້ ສົກປີ 2017-2020 ເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ກຽມຄວາມພ້ອມ ໃນການດໍາເນີນການຜະລິດ ເພື່ອໃຫ້ໄດ້ໂຮງງານທີ່ໄດ້ມາດຕະຖານ ນໍາໃຊ້ໄມ້ທີ່ໄດ້ຮັບອະນຸຍາດຂຸດຄົ້ນ ແລະ ໄມ້ປູກ ເຂົ້າໃນການຜະລິດເປັນຜະລິດຕະພັນ ສໍາເລັດຮູບ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກ. ການສ້າງຕັ້ງໂຮງງານຕົວແບບບໍ່ໝາຍສະເພາະແຕ່ຕົວແບບໃນດ້ານການຜະລິດເທົ່ານັ້ນ ຕ້ອງສ້າງໃຫ້ໄດ້ຕົວແບບໃນການດໍາເນີນທຸລະກິດໃຫ້ໄປຕາມລະບຽບກົດໝາຍ. ນອກຈາກນັ້ນ, ກໍແມ່ນວຽກງານການຈັດຕັ້ງຄຸ້ມຄອງເຮົາຢາກສົ່ງເສີມຍີ່ຫໍ້ຂອງລາວ, ສໍາຄັນແມ່ນຈະເຮັດແນວໃດໃຫ້ນໍາໃຊ້ໄມ້ເກີດປະໂຫຍດສູງສຸດ ໂດຍສະເພາະແມ່ນເບິ່ງຕະຫລາດພາຍໃນ ແລະ ຕະຫລາດຕ່າງປະເທດ, ສໍາຄັນທີ່ສຸດແມ່ນການສ້າງເຄືຶອຂ່າຍ ເພື່ອສ້າງຄວາມຢຶນຍົງ ໂດຍສະເພາະແມ່ນການແບ່ງງານ ການສະໜັບສະໜູນເຊິ່ງກັນ ແລະ ກັນ, ແບ່ງປັນວັດຖຸດິບນໍາກັນ.

ທ່ານ ທອງສະຫວັນ ສຸລິຍະມາດ ປະທານກຸ່ມບໍລິສັດອຸດສາຫະກຳ ເຟີນີເຈີລາວ ຈໍາກັດ ກ່າວວ່າ: ໂຄງການສ້າງຕັ້ງໂຮງງານຕົວແບບ ກໍເພື່ອຜັນຂະຫຍາຍຄໍາສັ່ງເລກທີ 15/ນຍ, ເພື່ອແກ້ໄຂຜົນກະທົບຈາກການຫ້າມສົ່ງອອກໄມ້ທ່ອນ, ໄມ້ເລື່ອຍແປຮູບ , ໄມ້ເຄິ່ງສໍາເລັດຮູບ, ປະກອບສ່ວນເຂົ້າໃນການຊຸກຍູ້ການຜະລິດພາຍໃນໃຫ້ເຕີບໃຫຍ່ຂະຫຍາຍຕົວ; ສ້າງໂຮງງານໃຫ້ກາຍເປັນສູນຝືກອົບຮົມ ແລະ ພັດທະນາອຸດສາຫະກຳໄມ້ ໃຫ້ກາຍເປັນບ່ອນຝືກງານ, ຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີໃນການປຸງແຕ່ງໄມ້ ຖ່າຍທອດພາກປະຕິບັດຕົວຈິງທີ່ດີເລີດ ການເຄື່ອນໄຫວດໍາເນີນທຸລະກິດການຜະ ລິດ ແລະ ການຕະຫລາດ ສົ່ງເສີມການຈັດຕັ້ງເຄືອຂ່າຍ ການຜະລິດອຸດສາຫະກຳໄມ້ ທີ່ຫລາກຫລາຍຜະລິດຕະພັນໄມ້. ສໍາລັບຕະຫລາດພາຍໃນ ແມ່ນບັນດາຮ້ານຄ້າໃນທົ່ວປະເທດ, ສ່ວນຕະຫລາດຕ່າງປະເທດ ແມ່ນເນັ້ນປະເທດໄທ, ສ.ເກົາຫລີ, ຈີນ, ຢີ່ປຸ່ນ, ຣັດເຊຍ, ເອີລົບ ແລະ ອື່ນໆ.

ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນ ເພື່ອເຮັດໃຫ້ຮ່າງແຜນດໍາເນີນງານໂຄງການສ້າງຕັ້ງໂຮງງານຕົວແບບ ແລະ ເຄືອຂ່າຍການຜະລິດປຸງແຕ່ງໄມ້ ສົກປີ 2021-2023 ມີຄວາມສົມບູນຍິ່ງຂຶ້ນ, ພ້ອມທັງໄດ້ຢ້ຽມຊົມການຜະລິດຕົວຈິງຂອງໂຮງງານ.

ປ ກສາຫາລ ກຽມພ ອມການດ າເນ ນການຜະລ ດໄມ ເພ ອໃຫ ໄດ ໂຮງງານມາດຕະຖານ ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ

ຍສໝ - ໃນສະພາບກາບປັດຈຸບັນ, ຫວຽດນາມ ຖືບັນດາມາດຕະການຟື້ນຟູ ແລະ ກະຕຸກຊຸກຍູ້ ເປັນສຳຄັນ ເພື່ອໃຫ້ພື້ນຖານເສດຖະກິດມີການເຕີບໂຕໂດຍໄວ ແລະ ຍືນຍົງ.

ປ ກສາຫາລ ກຽມພ ອມການດ າເນ ນການຜະລ ດໄມ ເພ ອໃຫ ໄດ ໂຮງງານມາດຕະຖານ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ພາຍໃນປະເທດ ລວມທັງໝົດກວ່າ 1.000 ຄົນ

ໄລ່ຮອດເວລາ 12 ໂມງ 00 ຂອງວັນທີ 16 ກຸມພາ 2021, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ພາຍໃນປະເທດ ລວມທັງໝົດແມ່ນ 1.373 ຄົນ.

ປ ກສາຫາລ ກຽມພ ອມການດ າເນ ນການຜະລ ດໄມ ເພ ອໃຫ ໄດ ໂຮງງານມາດຕະຖານ ສີ່ຜົນງານພົ້ນເດັ່ນໃນປີ 2020

ຍສໝ - ປີ 2020, ໃນສະພາບການທີ່ມີຫລາຍປັດໄຈເປັນພິເສດ, ສະຫະພັນມິດຕະພາບໄດ້ກໍານົດບັນດາວິທີແກ້ໄຂທີ່ຄ່ອງແຄ້ວ ແລະສາມາດປັບຕົວເພື່ອປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຢ່າງຕັ້ງໜ້າ, ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສຳເລັດໜ້າທີ່ “ຄວບຄູ່” ທັງຄວບຄຸມໂລກລະບາດ ແລະ ທັງພັດທະນາ ເສດຖະກິດ - ສັງຄົມ, ໂຄສະນາເຜີຍແຜ່ພາບພົດຂອງຫວຽດນາມສູ່ໂລກ ແລະ ເພີ່ມພູນຄູນສ້າງຄວາມສັນຕິພາບ, ມິດຕະພາບ ແລະການຮ່ວມມືສາກົນ.

kpl.gov.la

ເຫດການ
302 Found

Found

The document has moved here.