ລາວ: ປ້ອງກັນພະຍາດໄຂ້ຍຸງລາຍ

18:18 | 16/02/2021

ຫວ່າງແລ້ວນີ້, ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໄຂ້ຍຸງລາຍ ກໍຂໍການຮ່ວມມືນຳປະຊາຊົນລາວທຸກຄົນ ແລະ ອຳນາດການປົກ ຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງທີ່ເປັນພາ ຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ  ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.

ລາວ ປ ອງກ ນພະຍາດໄຂ ຍ ງລາຍ ອາ​ເມ​ລິ​ກາ​ໜູນ​ຊ່ວຍ ລາວ​ພັດ​ທະ​ນາ​ການ​ສຶກ​ສາ
ລາວ ປ ອງກ ນພະຍາດໄຂ ຍ ງລາຍ ສ.ເກົາຫຼີສະໜັບສະໜູນຄົນພິການຢູ່ລາວ
ລາວ ປ ອງກ ນພະຍາດໄຂ ຍ ງລາຍ
ພາບປະກອບ

ປັດຈຸບັນ ພະຍາດໄຂຍຸງລາຍ ກໍາລັງລະບາດ ຢູ່ບາງເຂດແຂວງ​ໃນ ສປປ ລາວ ເຊິ່ງໄດ້ສ້າງຄວາມກັງວົນໃຫ້ປະຊາຊົນຈຳນວນບໍ່ໜ້ອຍ, ແຕ່ເຖິງຢ່າງໃດກໍຕາມ ເພື່ອເປັນການສະກັດກັ້ນ ບໍ່ໃຫ້ພະຍາດດັ່ງກ່າວ ເກີດລະບາດໜັກຂຶ້ນ ທຸກຄົນຕ້ອງເປັນເຈົ້າການເຝົ້າລະວັງ, ປ້ອງກັນ ແລະ ທຳລາຍແຫລ່ງເພາະພັນ ຂອງໜອນນ້ຳຍຸງລາຍ ເປັນຕົ້ນກວດເບິ່ງໄຫນໍ້າ ບໍ່ວ່າຈະເປັນໃນ ຫລື ນອກ​ເຮືອນ​ໃນ​ເຂດ​ຄວາມ​ຮັບຜິດຊອລຂອງ​ຕົນ, ຄວນປິດຝາພາຊະນະ​ທີ່​ບັນຈຸນໍ້າໃຫ້ດີ, ໃຊ້ສານເຄມີກຳຈັດໜອນນໍ້າ ຫລື ​ໃສ່ເກືອລົງໃນພາຊະນະ ທີ່​ຮອງຕີນຕູ້ອາຫານ ແລະ ໝັ່ນປ່ຽນນໍ້າເລື້ອຍໆ (ທຸກໆ 7 ວັນ), ທຳລາຍກະ​ໂປະ, ກະປ໋ອງ ຫລື ພາຊະນະທີ່ບໍ່ໃຊ້ແລ້ວ ​ເພື່ອບໍ່ໃຫ້ມີນໍ້າຂັງ, ຫາກມີເຈົ້າໜ້າທີ່ພະນັກງານ ມາດຳເນີນການຊີດຟົ່ນຢາກຳຈັດຍຸງລາຍ ຄວນໃຫ້ຄວາມຮ່ວມມືທຸກຄັ້ງ ເພາະຢາທີ່ນຳມາໃຊ້ນັ້ນ ມີຄວາມປອດໄພຕໍ່ມະນຸດ ແລະ ສັດລ້ຽງ.

ໃນວັນທີ 15 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ລາວ ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບໄຂ້ຍຸງລາຍ ກໍຂໍການຮ່ວມມືນຳປະຊາຊົນລາວທຸກຄົນ ແລະ ອຳນາດການປົກ ຄອງທຸກຂັ້ນ ສືບຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05 ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງທີ່ເປັນພາ ຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ.

ໃນວັນທີ 14 ກຸມພາ 2021 ສປປ ລາວ ບໍ່ມີຜູ້ຕິດເຊື້ອໄຂ້ຍູງລາຍ ແລະ ບໍ່ມີຜູ້ເສຍຊີວິດ. ສັງລວມນັບແຕ່ວັນທີ 26 ທັນວາ 2020 – 14 ກຸມພາ 2021 ມີຜູ້ຕິດເຊື້ອກໍລະນີສະສົມທັງໝົດ 117 ຄົນ (ມີລາຍງານກໍລະນີ ໃນ 12 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ 31 ຄົນ, ອັດຕະປຶ 30 ຄົນ, ຖັດລົງມາແມ່ນ ຫລວງພະບາງ 15 ຄົນ), ບໍ່ມີຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ. ສຳລັບລາຍລະອຽດຂອງຄຳແນະນຳ, ຂໍ້ມູນທີ່ເປັນທາງການ, ທ່ານສາມາດຕິດຕາມໄດ້ຈາກເວັບໄຊ້ www.covid 19.gov.la ແລະ ເຟດບຸກຂອງສູນສື່ສານ ເພື່ອສຸຂະພາບ ແລະ ສຸຂະສຶກສາ.

ລາວ ປ ອງກ ນພະຍາດໄຂ ຍ ງລາຍ ຜູ້ນຳປະເທດລາວ ແລະ ກຳປູເຈຍ ອວຍພອນຊົມເຊີຍປີໃໝ່ໃຫ້ແກ່ປະຊາຊົນຫວຽດນາມ

ຍສໝ - ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ຜົນສຳເລັດຂອງການຮ່ວມມືທີ່ດີໃນປີທີ່ຜ່ານມາ ແລະ ຄວາມມານະພະຍາຍາມຂອງການນຳສາຍພົວພັນຮ່ວມມືສອງຝ່າຍຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ລາວ ປ ອງກ ນພະຍາດໄຂ ຍ ງລາຍ ລາວ: ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ, ບໍ່ພົບຜູ້ຕິດເຊື້ອ ໂຄວິດ - 19 ໃໝ່

ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 195 ຄົນ ແລະ ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ລາວ ປ ອງກ ນພະຍາດໄຂ ຍ ງລາຍ ຫໍສະພາແຫ່ງຊາດລາວ - ດອກຈຳປາແຫ່ງໄມຕີຈິດມິດຕະພາບ

ໃນຊຸມວັນຕົ້ນລະດູບານໃໝ່ 2021, ບັນດາທະຫານຊ່າງແມ່ທັບນ້ອຍ 11 ພວມຊ່ວງເສັງກັບເວລາເພື່ອກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ ໃຫ້ສໍາເລັດໃນຕົ້ນປີ 2021 ດ້ວຍຄຸນນະພາບດີທີ່ສຸດ, ໄດ້ຮັບຄວາມເພິ່ງພໍໃຈຈາກປະເທດເພື່ອນມິດ, ສົມເປັນສັນຍາລັກແຫ່ງໄມຕີຈິດມິດຕະພາບລະຫວ່າງສອງປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.