ລະດູບານໃໝ່ແຫ່ງສາຍຈິດມິດໃຈຢູ່ “ທາງສາມແຍກຊາຍແດນ”

06:30 | 15/02/2021

ທ່ານພັນຕີ ດັ້ງວັນຕ໊ວນ ຫົວໜ້າຄ້າຍທະຫານຊາຍແດນ ອາປາຈ໋າຍ (ທະຫານຊາຍແດນແຂວງດ້ຽນບຽນ) ແລະພະນັກງານ, ນັກຮົບ ໄດ້ພ້ອມກັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ “ທາງສາມແຍກຊາຍແດນ” ຫວຽດນາມ-ລາວ-ຈີນ ຕື່ມອີກປີໜຶ່ງ. ຢູ່ຫ່າງໄກຈາກຄອບຄົວ, ປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ສະນັ້ນເລື່ອງຕ້ອນຮັບປີໃໝ່ຂອງພວກອ້າຍກໍ່ພິເສດທີ່ສຸດ...

ລະດ ບານໃໝ ແຫ ງສາຍຈ ດມ ດໃຈຢ ທາງສາມແຍກຊາຍແດນ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ: ຊົມເຊີຍ ລະດູບານໃໝ່, ບັນຍາກາດໃໝ່, ໄຊຊະນະໃໝ່
ລະດ ບານໃໝ ແຫ ງສາຍຈ ດມ ດໃຈຢ ທາງສາມແຍກຊາຍແດນ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປຸກລະດົມບຸນເຕັດປູກຕົ້ນໄມ້ລະດູບານໃໝ່ປີ 2020
ລະດ ບານໃໝ ແຫ ງສາຍຈ ດມ ດໃຈຢ ທາງສາມແຍກຊາຍແດນ
ທະຫານຄ້າຍທະຫານຊາຍແດນອາປາຈ໋າຍ ຕ້ອນຮັບປີໃໝ່ພ້ອມກັບຊົນເຜົ່າຮ່າຍີ່. ພາບ: ຈູງກຽນ-ຮ່າກິ່ງ.

ລະດູບານໃໝ່ວຽນມາຢູ່ປ້ອມຄວບຄຸມເຊື້ອພະຍາດໂຄວິດ-19

ໃນຍາມແລງທ້າຍປີ, ຂ້າພະເຈົ້າ ໄດ້ເປັນເພື່ອນຮ່ວມເດີນທາງກັບຮ້ອຍໂທ ຫງວຽນວັນຫ໋າຍ, ກອງຂົນຂວາຍມະຫາຊົນຂອງຄ້າຍທະຫານຊາຍແດນອາປາຈ໋າຍ ມາປ້ອມຄວບຄຸມ, ສະກັດກັ້ນ, ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫຼັກໝາຍຊາຍແດນເລກທີ 5 ຕິດກັບຊາຍແດນ. ກໍ່ຍັງແມ່ນລົດຈັກຢູ່ຄືເກົ່າ, ແຕ່ເຄື່ອງຂອງລາວໃນມື້ນີ້ປະກອບມີກິ່ງດອກຄາຍ, ເຂົ້າໜົມ ແລະໝາກໄມ້ຕ່າງໆຂຶ້ນໄປຫາປ້ອມເພື່ອໃຫ້ເພື່ອນຮ່ວມກົມກອງກະກຽມຕ້ອນຮັບປີໃໝ່. ເສັ້ນທາງຈາກຄ້າຍທະຫານຊາຍແດນອາປາຈ໋າຍ ໄປຫາຫຼັກໝາຍຊາຍແດນເລກທີ 5 ມີແຕ່ສິບປາຍກິໂລແມັດເທົ່ານັ້ນ, ແຕ່ວ່າເປັນມະລຸກຄຸກຄິກໄປຕະຫຼອດເສັ້ນທາງເລີຍ. ບັນດາກີບດອກຕາເວັນປ່າທີ່ເບັ່ງບານຄ້າຍຄືແສງໄຟເຫຼື້ອມມິບແມັບໆຢູ່ຂ້າງແມ່ນໍ້າ ມໍຟີ໊.

ຕັ້ງຢູ່ກາງພູ, ຫຼັກໝາຍຊາຍແດນເລກທີ 5 ແມ່ນເຮືອນມຸງສັງກະສີ, ກວ້າງປະມານ 15 ຕາແມັດ, ບໍ່ມີໄຟຟ້າ. ນັ້ນແມ່ນບ່ອນປະຕິບັດໜ້າທີ່ ແລະກິນນອນຂອງຮ້ອຍເອກ ຟ້າມດີ່ງກຽນ, ຫົວໜ້າປ້ອມ ແລະນັກຮົບສອງຄົນໃນຕະຫຼອດຫຼາຍເດືອນຜ່ານມາ. ຕ້ອນຮັບປີໃໝ່ຢູ່ປ້ອມນີ້ເປັນປີທີສອງ, ແຕ່ຕາມອ້າຍກຽນແລ້ວ, ບຸນເຕັດຢູ່ກົມກອງແມ່ນໄດ້ກະກຽມຮອບຄອບຖີ່ຖ້ວນພໍສົມຄວນ. ຫາກໍ່ໄດ້ຮັບກິ່ງດອກຄາຍມາຈາກປ້ອມ, ອ້າຍກຽນ ເອົາໄປປັກໃສ່ໂຖ, ໝາກໄມ້ໄດ້ຈັດແຕ່ງຮ້ານບູຊາທີ່ມີຮູບພາບລຸງໂຮ່. ຕອນບ່າຍວັນທີ 30 ບຸນເຕັດ, ພວກອ້າຍ ຈະໄດ້ຮັບເຂົ້າຕົ້ມຕື່ມອີກໂດຍນັກຮົບຢູ່ປ້ອມຕົ້ມເອງ. ນອກຈາກນັ້ນ, ພວກອ້າຍຍັງໄດ້ລ້ຽງໄກ່, ເປັດ, ປູກຜັກຂຽວເອົາເອງ, ສະນັ້ນປີໃໝ່ບໍ່ມີຄວາມກັງວົນວ່າຈະຂາດແຄນອາຫານ. ອ້າຍກຽນ ໃຫ້ຮູ້ວ່າ: “ບຸນເຕັດປີກາຍນີ້ ຂ້າພະເຈົ້າ ໄດ້ມາເວນຍາມຢູ່ກົມກອງ, ລູກເມຍ ໄດ້ມາລະດົມກໍາລັງໃຈ, ກິນກຸດນໍາກັນ. ປີນີ້ຕ້ອນຮັບປີໃໝ່ຢູ່ປ້ອມ, ແຕ່ພວກຂ້າພະເຈົ້າ ຍາມໃດກໍ່ກໍານົດໜ້າທີ່ຢ່າງຈະແຈ້ງ. ສຳລັບພວກຂ້າພະເຈົ້າແລ້ວ, ໄດ້ເຫັນພໍ່ແມ່ປະຊາຊົນມ່ວນຊື່ນ, ປອດໄພນັ້ນແມ່ນລະດູບານໃໝ່, ບຸນເຕັດມາຮອດແລ້ວ”.

ເພື່ອລະດູບານໃໝ່ຂອງປະເທດຊາດ

ຕາແສງຊິນເທົ່າ (ເມື່ອງແຍ໊) ມີເສັ້ນຊາຍແດນຍາວເກືອບ 20 ກິໂລແມັດດ້ວຍ 6 ຫຼັກໝາຍຊາຍແດນ. ບໍລິເວນຄຸ້ມຄອງຂອງຄ້າຍທະຫານຊາຍແດນອາປາຈ໋າຍ ມີ 5 ຊົນເຜົ່າອ້າຍນ້ອງ ທີ່ດໍາລົງຊີວິດຢູ່ຮ່ວມກັນ, ໃນນັ້ນ 96% ແມ່ນຊົນເຜົ່າຮ່າຍີ່. ທ່ານພັນຕີ ດັ້ງວັນຕ໊ວນ ຫົວໜ້າຄ້າຍທະຫານຊາຍແດນອາປາຈ໋າຍ ໃຫ້ຮູ້ວ່າ ປີໃດກໍ່ຄືກັນ, ກົມກອງໄດ້ຈັດຕັ້ງໃຫ້ພະນັກງານ, ນັກຮົບກິນກຸດກ່ອນເພື່ອປະຕິບັດໜ້າທີ່. ບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021 ນີ້, ກົມກອງໄດ້ສ້າງແຜນການ, ແບ່ງໜ້າທີ່ວຽກງານຢ່າງຈະແຈ້ງໃຫ້ພະນັກງານ, ນັກຮົບແຕ່ລະຄົນ, ຮັບປະກັນການເວນຍາມໃນຊຸມວັນບຸນເຕັດຢ່າງເຂັ້ມງວດ. ພ້ອມທັງເພີ່ມທະວີການສົມທົບກັບກໍາລັງຕໍາຫຼວດ, ອຳນາດການປົກຄອງທ້ອງຖິ່ນໃນວຽກງານລາດຕະເວນ, ຄວບຄຸມ, ປົກປັກຮັກສາຫຼັກໝາຍຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ເຂົ້າຮ່ວມພ້ອມກັບທະຫານຊາຍແດນລາດຕະເວນ, ຄວບຄຸມເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ອ້າຍ ເປີ່ຮື່ລີ, ນັກຮົບທະຫານລາດພວມປະຕິບັດໜ້າທີ່ຢູ່ຫຼັກໝາຍຊາຍແດນເລກທີ 5 ແບ່ງປັນວ່າ: “ວຽກງານລາດຕະເວນຊາຍແດນ ເຖິງວ່າຈະລຳບາກກາກກໍາ, ແຕ່ຂ້າພະເຈົ້າ ກໍ່ຮູ້ສຶກພາກພູມໃຈຫຼາຍ. ຫຼັກໝາຍຊາຍແດນແມ່ນຂອງປະເທດຕົນ, ເຊິ່ງແມ່ນປະຊາຊົນຢູ່ເຂດຊາຍແດນນັ້ນຍິ່ງຕ້ອງຕັ້ງໜ້າປົກປັກຮັກສາ”. ສ່ວນຕາມທ່ານພັນໂທ ຫຼີສູ໊ຕື, ຫົວໜ້າຕໍາຫຼວດຕາແສງ ຊິນເທົ່າແລ້ວ, ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງພວກອ້າຍແມ່ນບໍ່ມີວັນພັກ. ມີຫຼາຍເທື່ອເມື່ອໄດ້ຮັບຂ່າວຈາກກໍາລັງທະຫານຊາຍແດນວ່າ ມີເປົ້າໝາຍຂ້າມຊາຍແດນຜິດກົດໝາຍນັ້ນ ພວກອ້າຍໄດ້ເດີນທາງໄປແກ້ໄຂໃນຕອນກາງຄືນເລີຍ. ພ້ອມກັບທະຫານຊາຍແດນ, ພວກອ້າຍຍັງໄດ້ລົງໄປຊ່ວຍເຫຼືອປະຊາຊົນເກັບກ່ຽວເຂົ້ານາ, ປູກຕົ້ນໄມ້, ດໍາເນີນຊີວິດວັດທະນະທໍາຢູ່ບ້ານເພື່ອໃຫ້ສະດວກແກ່ວຽກງານກໍາແໜ້ນຂໍ້ມູນຂ່າວສານໃນບໍລິເວນ.

ລະດູບານໃໝ່ວຽນມາອີກວາລະໜຶ່ງ, ເຖິງວ່າຢູ່ເຂດຊາຍແດນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ເມື່ອໂອ້ລົມກັບພວກຂ້າພະເຈົ້າ, ພະນັກງານ, ນັກຮົບຄ້າຍທະຫານຊາຍແດນອາປາຈ໋າຍ ລ້ວນແຕ່ມີຄວາມພາກພູມໃຈຕໍ່ໜ້າທີ່ວຽກງານ ແລະຜົນງານທີ່ຕົນບັນລຸໄດ້. ໃນວິລະກຳຂອງທະຫານຊາຍແດນນັ້ນ ກໍ່ມີເຫື່ອແຮງຂອງພະນັກງານ, ນັກຮົບຄ້າຍທະຫານຊາຍແດນອາປາຈ໋າຍ.

ລະດ ບານໃໝ ແຫ ງສາຍຈ ດມ ດໃຈຢ ທາງສາມແຍກຊາຍແດນ ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020 ຍິນດີຕ້ອນຮັບພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດສະເຫຼີມສະຫຼອງປີໃໝ່ປະຈຳຊາດ

ເຂົ້າຮ່ວມລາຍການມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝິນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 1500 ຄົນທີ່ມາຈາກເກືອບ 30 ປະເທດ, ເຂດແຄ້ວນໃນໂລກກັບເມືອປະເທດເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດ 2020

ລະດ ບານໃໝ ແຫ ງສາຍຈ ດມ ດໃຈຢ ທາງສາມແຍກຊາຍແດນ ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020

ຕອນບ່າຍວັນທີ 18 ມັງກອນ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການ ພົບປະກັບຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມ ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020.

ລະດ ບານໃໝ ແຫ ງສາຍຈ ດມ ດໃຈຢ ທາງສາມແຍກຊາຍແດນ ໂຄງການ “ລະດູບານໃໝ່ຂອງນັກຮົບ ປີ 2020” ໄດ້ຮັບການຈັດຂຶ້ນຢ່າງຄຶກຄຶ້ນ

ຍສໝ - ຕອນເຊົ້າວັນທີ 5 ມັງກອນ, ກອງບັນຊາການທະຫານເຂດ 7 ໄດ້ປະສານສົມທົບກັບ ສະຖານີໂທລະພາບແຫ່ງຊາດ ຫວຽດນາມ ໃນການຈັດຕັ້ງ ໂຄງການ “ລະດູບານໃໝ່ຂອງນັກຮົບ ປີ 2020” ຢູ່ນະຄອນໂຮ່ຈີມິນ.

la.qdnd.vn

ເຫດການ
302 Found

Found

The document has moved here.