ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020

11:30 | 19/01/2020

ຕອນບ່າຍວັນທີ 18 ມັງກອນ, ຢູ່ ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການ ພົບປະກັບຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມ ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020.

ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການ ພົບປະກັບຊາວຫວຽດນາມຢູ່ຕ່າງປະເທດເຂົ້າຮ່ວມ ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020.

ທ່ານນາຍົກລັດຖະມົນຕີຢືນຢັນວ່າພັກແລະລັດຍາມໃດກໍ່ເອົາໃຈໃສ່ເຖິງຊາວຫວຽດນາມຢູ່ຕ່າງປະເທດ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ແນວລາວສ້າງຊາດຫວຽດນາມ ແລະ ບັນດາທ້ອງຖິ່ນສ້າງເງື່ອນໄຂສະດວກເພື່ອຕ້ອນຮັບຊາວຫວຽດນາມຢູ່ຕ່າງປະເທດກັບເມືອປະເທດເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດປີຊວດ 2020.

ປີ 2020 ມີຄວາມໝາຍສໍາຄັນພິເສດ, ເຊິ່ງແມ່ນປີສຸດທ້າຍທີ່ປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 2016-2020, ປີແຫ່ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ; ສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະສ້າງຕັ້ງແນວໂຮມປະເທດຊາດຫວຽດນາມ, 45 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ...

ລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຕອນຄ່ຳວັນທີ 18 ມັງກອນ, ທີ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດໄດ້ຈັດຕັ້ງລາຍການລະດູບານໃໝ່ບ້ານເກີດເມືອງນອນ 2020. ເຂົ້າຮ່ວມລາຍການມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທງເໝິນ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ພ້ອມດ້ວຍພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 1500 ຄົນທີ່ມາຈາກເກືອບ 30 ປະເທດ, ເຂດແຄ້ວນໃນໂລກກັບເມືອປະເທດເພື່ອຕ້ອນຮັບບຸນປີໃໝ່ປະຈຳຊາດປີຊວດ 2020.

ກ່າວຄຳເຫັນທີ່ລາຍການ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢືນຢັນວ່າ: ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດແມ່ນຖືປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນເລືອດເນື້ອ, ເປັນພາກສ່ວນທີ່ບໍ່ສາມາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້ ແລະ ແມ່ນກຳລັງສຳຄັນຂອງປະເທດຊາດ ຫວຽດນາມ. ກະຊວງການຕ່າງປະເທດ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຈະສືບຕໍ່ຮ່ວມເດີນທາງ, ຮຽງບ່າຮຽງໄຫຼ່ພ້ອມກັບພໍ່ແມ່ປະຊາຊົນໃນທົ່ວໂລກ ແນໃສ່ປະກອບສ່ວນ ແລະ ປະຕິບັດບັນດາເປົ້າໝາຍພັດທະນາຂອງປະເທດຊາດຢ່າງມີໄຊ ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.