ຍສໝ - ເທດສະການອາຊີ ທີ່ດຳເນີນຂຶ້ນຢູ່ທີ່ ສວນສາທາລະນະທາງທິດໃຕ້ (South Park) ຂຶ້ນກັບນະຄອນຫຼວງ Sofia ແມ່ນຂົວຕໍ່ອັນສຳຄັນລະຫວ່າງປະຊາຊົນ ບູນກາຣີ ແລະ ບັນດາປະເທດອາຊີ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະຊາຊາດ.
ຍສໝ - ສະມາຄົມຊ່ຽວຊານວິທະຍາສາດເຕັກໂນໂລຊີຫວຽດນາມ ປະຈຳ ຊູແອັດ (AVISE) ຫາກໍໄດ້ຈັດເຫດການ AVISE DAY 2026, ເຊິ່ງເປັນການເຕົ້າໂຮມເອົາບັນດາຊ່ຽວຊານ, ນັກວິທະຍາສາດ ແລະ ປັນຍາຊົນຫວຽດນາມ ເປັນຈຳນວນຫຼວງຫຼາຍ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ພາຍໃດປະເທດ ເອີຣົບເໜືອ ແຫ່ງນີ້.
ຍສໝ - ວັນທີ 7 ເດືອນມິຖຸນາ ປີ 2026, ຢູ່ທີ່ນະຄອນ ກວາງຈູ, ສເກົາຫຼີ, ວັດ ກາດເຕື່ອງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງການບູລະນະປະຕິສັງຂອນສໍາເລັດຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງພະເຖຣານຸເຖຣະ, ພຸດທະສາສະນິກະຊົນ, ຊຸມຊົນຄົນຫວຽດນາມ ແລະ ເພື່ອນມິດຊາວເກົາຫຼີ ຄືສາກົນຢ່າງຫຼວງຫຼາຍ.
ຍສໝ - ໃນໝໍ່ໆມານີ້, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດຍີ່ປຸ່ນ ໄດ້ຮ່ວມມືກັບບັນດາສະມາຄົມ ຈັດຕັ້ງແຜນງານ “ມ່ວນຊື່ນຮຽນພາສາຫວຽດ, ຈົດຈຳບຸນຄຸນປະທານ ໂຮ່ຈີມິນ”. ເຫດການດັ່ງກ່າວ ແມ່ນກິດຈະກຳທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ຄົມມະນາຄົມຊາວຫວຽດນາມ ແລະ ຂະຫຍາຍຄຸນຄ່າວັດທະນະທຳຂອງຊາດ ໄປສູ່ຄົນລຸ້ນໜຸ່ມ ຢູ່ພາຍໃນເຂດ Kyushu-Okinawa ແລະ ເຂດພາກກາງ-ພາກໃຕ້ ຂອງປະເທດຍີ່ປຸ່ນ.
ຍສໝ - ໂຮງຮຽນພາສາຫວຽດ Cay Tre ມີຄວາມມຸ່ງມາດປາດຖະໜາ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງໆໄດ້ຮຽນພາສາຫວຽດເທົ່ານັ້ນ ແຕ່ຍັງເພີ່ມພູນຄູນສ້າງຄວາມຮັກຕໍ່ກັບຮາກເຫງົ້າລາຄີ, ປົກປັກຮັກສາເອກະລັກວັດທະນະທຳຂອງຫວຽດນາມ ໄວ້ໃຫ້ໝັ້ນຄົງ.
ຍສໝ - ງານວາງສະແດງ “ທະເລ ແລະ ເກາະດອນ ຫວຽດນາມ ໃນດວງໃຈຂອງພວກເຮົາ” ຢູ່ທີ່ Berlin ໄດ້ຂະຫຍາຍຄວາມຮັກຕໍ່ກັບບ້ານເກີດເມືອງນອນ, ທັງເປັນການເຊື່ອມຕໍ່ຈິດໃຈຂອງຄະນະພີ່ນ້ອງຮ່ວມຊາດ ທີ່ອາໄສຢູ່ຕ່າງປະເທດ ໃຫ້ຫວນຄືນສູ່ທະເລແລະເກາະດອນ ຂອງປິຕິພູມ.
ຍສໝ - ການສາຍຮູບເງົາກ່ຽວກັບເສັ້ນທາງການເຄື່ອນໄຫວປະຕິວັດຂອງເພິ່ນ, ການຈັດກິດຈະກຳເດີນທາງ “ກັບຄືນສູ່ຮາກເຫງົ້າ”, ການວາງສະແດງເອກະສານຂໍ້ມູນ ຫຼື ງານມະຫະກຳກິລາເພື່ອສືບສານຈິດໃຈແຫ່ງການອອກກຳລັງກາຍເພື່ອສຸຂະພາບ… ແມ່ນບັນດາກິດຈະກຳອັນມີຄວາມໝາຍຄວາມສຳຄັນ ເຊິ່ງຊຸມຊົນຄົນຫວຽດນາມ ປະຈຳ ໄທ, ລາວ, ເກົາຫຼີໃຕ້ ແລະ ຈີນ ໄດ້ຮ່ວມກັນຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ພຶດສະພາ 2026).
ຍສໝ - ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ.
ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ເມືອງ ວານຄູເວີ (Vancouver), ປະເທດ ການາດາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 – 19 ພຶດສະພາ 2026) ຢ່າງສົມກຽດ.
ຍສໝ - ສະມາຄົມ GCVF ໄດ້ເປີດໂຕຢ່າງເປັນທາງການຢູ່ທີ່ປະເທດ ຝຣັ່ງ ແນໃສ່ເຊື່ອມຕໍ່ຖັນແຖວປັນຍາຊົນ, ຊ່ຽວຊານ ແລະ ນັກທຸລະກິດ ຫວຽດນາມ ຢູ່ທີ່ທະວີບເອີຣົບ, ເພື່ອຊຸກຍູ້ການຮ່ວມມືທາງດ້ານເຕັກໂນໂລຊີ, ຄວາມຄິດສ້າງສັນປ່ຽນແປງໃໝ່ ແລະ ເຕັກໂນໂລຊີປັນຍາປະດິດ (AI).
ຍສໝ - ໃນຂອບເຂດບັນດາກິດຈະກຳສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ແລະ ຄົບຮອບ 115 ປີ ແຫ່ງວັນທີ່ລຸງໂຮ່ ເດີນທາງໄປຮອດ ຝຣັ່ງ ເປັນຄັ້ງທຳອິດ, ໃນວັນທີ 14 ພຶດສະພາ, ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ, ທ່ານ ຈິ້ງດຶກຫາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ໄດ້ຕ້ອນຮັບຄະນະບໍລິຫານງານສະມາຄົມຄົນຫວຽດນາມ ປະຈຳ ຝຣັ່ງ (UGVF) ຢ່າງສະໜິດສະໜົມ.
ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 – 2030.
ຍສໝ - ວັນທີ 19 ເມສາ, ຢູ່ເຂດ ອີຄູໂນ (Ikuno), ນະຄອນ ໂອຊາກ້າ (Osaka), ປະເທດຍີ່ປຸ່ນ, ເທດສະການວັດທະນະທຳຫວຽດນາມ ທີ່ຈຳລອງພິທີບູຊາພະເຈົ້າຮຸ່ງ ຄັ້ງທີ 9 ໄດ້ຈັດຂຶ້ນໃນບັນຍາກາດທີ່ສະຫງ່າຜ່າເຜີຍ, ອົບອຸ່ນ ແລະ ເຕັມໄປດ້ວຍເອກະລັກແຫ່ງຊາດ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ປາຣີ, ໃນຕອນບ່າຍວັນທີ 19 ເມສາ, ຢູ່ບໍລິເວນທີ່ເຕັມໄປດ້ວຍຄວາມອົບອຸ່ນແຫ່ງໜຶ່ງໃນນະຄອນ ປາຣີ, ກິດຈະກຳແນະນຳວັດທະນະທຳຫວຽດນາມ ພາຍໃຕ້ຫົວຂໍ້ “ມື ແລະ ຫົວໃຈ ໃນບັນດາສຽງເພງ ແລະ ສີສັນ” (La main et le cœur aux notes et couleurs) ໄດ້ຈັດຂຶ້ນໃນບັນຍາກາດທີ່ສະໜິດສະໜົມ ແຕ່ກໍ່ມີຄວາມລະອຽດອ່ອນ ແລະ ສວຍງາມ, ດຶງດູດແຂກຖືກເຊີນຊາວຝຣັ່ງ ແລະ ສາກົນ ທີ່ມັກຮັກວັດທະນະທຳອາຊີຕາເວັນອອກເຂົ້າຮ່ວມຢ່າງຫຼວງຫຼາຍ.
ຍສໝ - ວັນທີ 18 ເມສາ 2026, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດຍີ່ປຸ່ນ ໄດ້ປະສານງານກັບ ຕາໜ່າງການສິດສອນພາສາຫວຽດນາມ ແລະ ການຮັກສາວັດທະນະທຳ ຫວຽດນາມ ທົ່ວໂລກ, ບັນດາສະມາຄົມຊາວຫວຽດນາມ ຢູ່ Kyushu, Okinawa ແລະ ພາກກາງ - ພາກໃຕ້ ຂອງຍີ່ປຸ່ນ ຈັດກອງປະຊຸມສຳມະນາ "ພາສາຫວຽດນາມ ໃນໃຈຂອງ Kyushu, ຍີ່ປຸ່ນ" ຢ່າງສຳເລັດຜົນ.
ຍສໝ - ໃນຕອນເຊົ້າວັນທີ 12 ເມສາ, ທ່ານຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ພ້ອມດ້ວຍຄະນະປະຕິບັດງານ, ຊາວຫວຽດນາມ ອາໄສຢູ່ລາວ ພ້ອມກັບຄະນະຜູ້ແທນສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ແລະ ຜູ້ນຳແຂວງ ຊຽງຂວາງ ໄດ້ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ເພື່ອອາໄລຫາບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ລາວ ຢູ່ອະນຸສາວະລີພັນທະພາບສູ້ຮົບຮ່ວມສຳພັນ ລາວ - ຫວຽດນາມ.
ຍສໝ - ໃນລະຫວ່າງວັນທີ 10-11 ເມສາ ຢູ່ ນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານຂອງກະຊວງການຕ່າງປະເທດ ໂດຍແມ່ນທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີ ເປັນຫົວໜ້ານຳພາ ໄດ້ເຮັດວຽກຮ່ວມກັບຜູ້ນຳນະຄອນ ເພື່ອຊຸກຍູ້ວຽກງານຮອບດ້ານຕໍ່ກັບຊາວ ຫວຽດນາມ ຢູ່ຕ່າງປະເທດ, ຜ່ານນັ້ນກໍ່ເພື່ອເສີມຂະຫຍາຍແຫຼ່ງພະລັງຂອງພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຢູ່ຕ່າງປະເທດ ເຂົ້າໃນການຮັບໃຊ້ການພັດທະນາປະເທດຊາດ.
ຍສໝ - ການທີ່ສະພາແຫ່ງຊາດ ຊຸດທີ XVI ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແມ່ນໄດ້ຮັບການຕີລາຄາຈາກຫຼາຍອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດວ່າ ແມ່ນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ຮັບປະກັນຄວາມຕໍ່ເນື່ອງໃນການບໍລິຫານ, ຮັດແໜ້ນຄວາມເຊື່ອໝັ້ນ, ພ້ອມທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ, ການເຊື່ອມໂຍງ ແລະ ຍົກສູງບົດບາດຂອງປະເທດຊາດ ໃນໄລຍະແຫ່ງການພັດທະນາໃໝ່.
ຍສໝ - Joe Ruelle, Marko Nikolic ແລະ Jesse Peterson ມາຈາກດິນແດນທີ່ຫ່າງໄກ, ແຕ່ເລືອກທີ່ຈະຢູ່ໃກ້ກັບຫວຽດນາມໂດຍການຂຽນເປັນພາສາຫວຽດນາມ. ສຳລັບເຂົາເຈົ້າ, ຫວຽດນາມ ບໍ່ພຽງແຕ່ແມ່ນເຄື່ອງມືສື່ສານເທົ່ານັ້ນ, ຫາກຍັງແມ່ນວິທີສ້າງສັນເພື່ອບອກເລົ່າ, ເຂົ້າໃຈ ແລະ ດຳລົງຊີວິດຢູ່ກັບວັດທະນະທຳຫວຽດນາມ. ບໍ່ພຽງແຕ່ເລົ່າເລື່ອງຊີວິດເທົ່ານັ້ນ, ຍັງປ່ຽນພາສາເຂົ້າໄປໃນວັດທະນະທຳ, ຄົນ ແລະ ຫົວໃຈຂອງເຂົາເຈົ້າ.
ຍສໝ - ໃນຂະນະທີ່ຂະບວນການດຳເນີນຊີວິດຢູ່ຕ່າງປະເທດ, ການປົກປັກຮັກສາຫວຽດນາມໃຫ້ລູກຫຼານແມ່ນຄວາມເປັນຫ່ວງເປັນໃຍຂອງຫລາຍຄອບຄົວຊາວຫວຽດນາມຢູ່ຕ່າງປະເທດ. ຈາກປະສົບການໃນການລ້ຽງດູລູກ, ທ່ານນາງ ປອ. ຈາມີ ປະທານສະມາຄົມນັກທຸລະກິດຫວຽດນາມ ຢູ່ຈີນ ໄດ້ແບ່ງປັນປະສົບການປະຕິບັດຕົວຈິງໃນການຊ່ວຍເຫລືອລູກສາວ CiCi (SIMONA Tu Mac) ໃຊ້ພາສາຫວຽດນາມ ຢ່າງຄ່ອງແຄ້ວ, ເຖິງວ່າເກີດ ແລະ ເຕີບໃຫຍ່ຢູ່ຈີນ. ຕາມທ່ານນາງແລ້ວ, ຄວາມລັບຫຼັກແມ່ນໃນການສ້າງສະພາບແວດລ້ອມຫວຽດນາມຢ່າງແທ້ຈິງໃນຄອບຄົວນັບແຕ່ລູກເກີດມາ, ສົມທົບກັບການນຳລູກກັບຄືນເມືອຫວຽດນາມ ເພື່ອພົວພັນກັບຄອບຄົວຂະຫຍັນຂັນເຄື່ອນໃນໄລຍະພັກຍາວ.