EIU ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ຈະແມ່ນ​ໃຈ​ກາງ​ຂອງ​ລະ​ບົບ​ສະ​ໜອງ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

16:00 | 16/01/2021

ຍ​ສໝ - ໃນ​ຂົງ​ເຂດ​ແຮງ​ງານ, EIU ຖື​ວ່າ​ເງິນ​ເດືອນ​ຂອງ​ຜູ້​ອອກ​ແຮງ​ງານ​ຫວຽດ​ນາມ ຈະ​ບໍ່​ເພີ່ມ​ຂຶ້ນ​ໄວ​ເຖິງ​ຂະ​ໜາດ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ຕໍ່​ການ​ແກ້ງ​ແຍ້ງ​ຂອງ ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂາດ​ແຮງ​ງານ​ທີ່​ມີ​ທັກ​ສະ​ກໍ່​ຈະ​ແມ່ນ​ຂໍ້​ຈຳ​ກັດ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Ted Yoho ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ
ສະ​ໜາມ​ບິນ​ເຕິນ​ເຊີນ​ເຍິດນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຮັບ​ໃບ​ຢັ້ງ​ຢືນ​ສາ​ກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ​, ສະ​ກັດ​ກັ້​ນ​ໂລກ​ລະ​ບາດ​ໂຄວິດ - 19 ລະ​ດັບ​ສາ​ກົນ
EIU ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດ​ນາມ ຈະແມ່ນ​ໃຈ​ກາງ​ຂອງ​ລະ​ບົບ​ສະ​ໜອງ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ
ຫວຽດ​ນາມ ຈະແມ່ນ​ໃຈ​ກາງ​ຂອງ​ລະ​ບົບ​ສະ​ໜອງ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

ປະ​ເທດ​ຫວຽດ​ນາມ​ສືບ​ຕໍ່​ແມ່ນ​ໃຈ​ກາງ​ຂອງ​ລະ​ບົບ​ສະ​ໜອງທີ່​ພວມ​ປ່ຽນ​ແປງ ແລະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ຜະ​ລິດ​ແກ້ງ​ແຍ້ງ​ທີ່​ສຸດ​ຢູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟ​ິກ ແມ່ນ​ຂ​ໍ້​ສັງ​ເກດ​ຂອງ​ທ່ານ​ພາກ​ສ່ວນ​ໄຈ້​ແຍກ​ຂ​ຂໍ້​ ມູນ EIU (Economist Intelligence Unit).

ໃນ​ບົດ​ລາຍ​ງານ​ຕີ​ລາ​ຄາ​ກ່ຽວ​ກັບ​ຫວຽດ​ນາມ ທີ່​ຫາ​ກໍ່​ປະ​ກາດ​ຫວ່າງ​ແລ້ວນີ້. ໃນ​ບົດ​ລາຍ​ງານ ໄດ້​ເຕື້ອງ​ເຖິງ “ດວງ​ດາວ​ພວມ​ພົ້ນ​ເດັ່ນ​ຂຶ້ນ: ບົດ​ບາດ​ຂອງ ຫວຽດ​ນາ​ມ​ໃນ​ບັນ​ດາ​ລະ​ບົບ​ສະ​ໜອງ​ພວມ​ປ່ຽນ​ແປງ​ຢູ່​ອາ​ຊີ”, EIU ໄດ້​ຕີ​ລາ​ຄາ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ຈຸດ​ແຮງ ແລະ ຈຸດ​ອ່ອນ​ໃນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ, ໂດຍ​ສຸມ​ໃສ່​ເຂົ້າ 3 ຂົງ​ເຂດ​ຕົ້ນ​ຕໍລວມ​ມີ​ຕະຫຼາດ​ແຮງ​ງານ, ບັນ​ດາ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ລົງ​ທຶນ ແລະ ບັນ​ດາ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ຂອງ ຫວຽດ​ນາມ.

ໃນ​ຂົງ​ເຂດ​ແຮງ​ງານ, EIU ຖື​ວ່າ​ເງິນ​ເດືອນ​ຂອງ​ຜູ້​ອອກ​ແຮງ​ງານ​ຫວຽດ​ນາມ ຈະ​ບໍ່​ເພີ່ມ​ຂຶ້ນ​ໄວ​ເຖິງ​ຂະ​ໜາດ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ຕໍ່​ການ​ແກ້ງ​ແຍ້ງ​ຂອງ ຫວຽດ​ນາມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂາດ​ແຮງ​ງານ​ທີ່​ມີ​ທັກ​ສະ​ກໍ່​ຈະ​ແມ່ນ​ຂໍ້​ຈຳ​ກັດ.

ໃນ​ຂົງ​ເຂດ​ການ​ລົງ​ທຶນ, ບັນ​ດາ​ນັກ​ຜະ​ລິດ ອຸດ​ສາ​ຫະ​ກຳ​ສູງ​ຈະ​ສືບ​ຕໍ່​ໄດ້​ຮັບ​ບຸ​ລິ​ມະ​ສິດ​ໃນຫຼາຍ​ປີ​ຜ່ານ​ມາ. ນອກ​ຈາກ​ນັ້ນ, ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມຫຼາຍ​ສັນ​ຍາ​ກາ​ນ​ຄ້າ​ເສ​ລີ ແລະ ຮັກ​ສາ​ການ​ພົວ​ພັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ, ຊ່ວຍຫຼຸດ​ຜ່ອນ​ຄ່າ​ພົວ​ພັນ​ແລ​ກ​ປ່ຽນ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ.

ຕາມປະ​ກາດ​ສື່ມວນ​ຊົນ​ຂອງ EIU ແລ້ວ, ທ່ານ John Marrett ນັກ​ຊ່ຽວ​ຊານໄຈ້​ແຍກ​ຂັ້ນ​ສູງ​ຂອງ EIU ຕີລາ​ຄາ​ວ່າ ປັດ​ຈຸ​ບັນ​ມີ​ຄວາມ​ເອົາ​ໃຈ​ໃສ່​ບໍ່​ໜ້ອຍ​ກ່ຽວ​ກັບ​ຫວຽດ​ນາ​ມ ຄື​ວິ​ທີ​ການ​ປ່ຽນ​ແປງ​ຈີນ​ໃນ​ສະ​ພາບ​ການ​ສົງ​ຄາມ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ - ຈີນ ກໍ່​ຄື​ມີ​ການ​ຄາດ​ຄະ​ເນ​ວ່າ ຫວຽດ​ນາມ​ພວມ​ມຸ່ງ​ໄປ​ເຖິງ​ລະ​ບົບ​ມູນ​ຄ່າ, ເກືອບ​ບັນ​ລຸ​ໄດ້​ຈຸດ​ສູງ​ສຸດ​ຂອງ​ຄວາມ​ສາ​ມາດ​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ວິ​ສາ​ຫະ​ກິດ​ອຸດ​ສາ​ຫະ​ກຳ, ກຳ​ນົດ​ທິດ​ການ​ສົ່ງ​ອອກ.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ສິ່ງນີ້​ບໍ່​ຖືກ​ຕ້ອງ​ຍ້ອນ​ວ່າ ບັນ​ດາ​ວິ​ທີ​ການ​ເຊິ່ງ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ ຫວຽດ​ນາມ ຈະ​ພັດ​ທະ​ນາ​ໃນ​ຊຸມ​ປີ​ຕໍ່​ໄປ ແລະ ສິ່ງນີ້​ແມ່ນ​ສິ່ງ​ສຳ​ຄັນ​ເຊິ່ງ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ພິ​ຈາ​ລະ​ນາ.

WB: ໝາກ​ຜົນ​ການ​ສຶກ​ສາ​ຂອງ ຫວຽດ​ນາມ​ໄດ້​ຈັດ​ຢູ່​ລຳ​ດັບ​ເທົ່າ​ທຽມ​ກັນ​ກັບ​ປະ​ເທດ​ໂຮນ​ລັງ, ນິວ​ຊີ​ແລນ ແລະ ຊຸ​ແອັດ.

ຍ​ສ​ໝ - ຕາມ​ບົດ​ລາຍ​ງານ​ຂອງ​ທະ​ນາ​ຄານ​ໂລກ (WB), ການ​ສຶກ​ສາ​ຫວຽດ​ນາມ​ຢືນ​ຢູ່​ລຳ​ດັບ​ທີ 15 ທຽບ​ເທົ່າ​ກັນ​ກັບ​ປະ​ເທດ​ໂຮນ​ລັງ, ນິ​ວ​ຊີ​ແລນ, ຊຸ​ແອັດ.

ກອງ​ປະ​ຊຸມ​ສຳ​ມະ​ນາ ສະ​ເຫຼີມ​ສະຫຼອງ ການ​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ ທະ​ເລ​ອາ​ຊຽນ (AMF) ຄົບ​ຮອບ 10 ປີ

ຍສ​ໝ - ມີ​ຄຳ​ເຫັນຫຼາຍ​ຂໍ້ ກ​ໍ່​​ສະ​ເໜີໃຫ້​ອາ​ຊຽນ​ຕ້ອງ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຄື​ເຊື່ອມ​ຕໍ່​ການ​ເດີນ​ເຮືອ ແລະ ການ​ຄ​້າ​ໃນ​ທະ​ເລ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຢູ່​ທະ​ເລ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອ​ດ​ໄພ​ໃນ​ການ​ເດີນ​ເຮືອ

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດໂຕ​ເລີມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູ ນິວ​ຊີ​ແລນ

ຍ​ສ​ໝ - ທ່ານ ໂຕ​ເລິມ​ໄດ້​ເນັ້ນ​ໜັກ​ວ່າ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ການ​ຊ່ວຍ​ເຫຼືອ​ຂອງ​ໝູ່​ຄະ​ນະ​ພະ​ນັກ​ງານ​ສະ​ຖານ​ທູດ, ພິ​ເສດ​ແມ່ນ ທ່ານ​ນາງ Wendy Matthews ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊິ່ງ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າຫຼາຍ​ຢ່າງ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.