UNDP ຈະໃຫ້ການຊ່ວຍເຫຼືອນະຄອນຫຼວງວຽງຈັນ ຫຼາຍໂຄງການ

15:45 | 22/08/2019

ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ​ນາງ ຣີ​ຄາ​ດາ ເຣ​ເຈີ ຜູ້ຕາງ­ໜ້າ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ເພື່ອ​ການ​ພັດ­ທະ­ນາ (UNDP) ປະ­ຈຳ​ລາວ ວັນ​ທີ 20 ສິງ­ຫາ 2019 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໃນ​ໂອ­ກາດ​ທີ່​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ຜູ້­ຕາງ­ໜ້າ​ອົງ­ການ UNDP ປະ­ຈຳ​ລາວ ຄົນ​ໃໝ່.

UNDP ຈະໃຫ້ການຊ່ວຍເຫຼືອນະຄອນຫຼວງວຽງຈັນ ຫຼາຍໂຄງການ

ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ແລະ ທ່ານ​ນາງ ຣີ​ຄາ​ດາ ເຣ​ເຈີ

ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ ແລະ ຕີ​ລາ­ຄາ​ສູງ​ຕໍ່​ທ່ານ​ນາງ ຣີ​ຄາ​ດາ ເຣ​ເຈີ ທີ່​ຖືກ​ແຕ່ງ­ຕັ້ງ​ໃຫ້​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ຜູ້ຕາງໜ້າ​ອົງ­ການ UNDP ຄົນ​ໃໝ່ ປະ­ຈຳ​ລາວ ເຊິ່ງ​ເປັນ​ການ​ປະ­ກອບ ສ່ວນ​ສຳ­ຄັນ​ໃນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ ການ​ຮ່ວມ​ມື​ສອງ​ຝ່າຍ ໂດຍ​ສະເພາະ​ການ​ຊຸກ­ຍູ້-ສົ່ງ­ເສີມ​ການ​ຮ່ວມ​ມື​ການ​ພັດ­ທະ­ນາ​ວຽກ​ງານ​ຕ່າງໆ ລະ­ຫວ່າງ​ອົງ​ການ­ຈັດ­ຕັ້ງ​ທີ່​ກ່ຽວ­ຂ້ອງ​ຂອງ ນວ ແລະ ອົງ­ການ UNDP ໃຫ້​ກ້າວ​ເຂົ້າ​ສູ່​ລວງ​ເລິກ​ຍິ່ງ​ຂຶ້ນ.

ສອງ​ຝ່າຍ​ໄດ້​ປືກ​ສາ​ຫາ­ລື​ກ່ຽວ​ກັບ​ວຽກ​ງານ​ການ​ຮ່ວມ​ມື​ທີ່​ອົງ­ການ UNDP ຈະ​ໃຫ້­ການ​ສະ­ໜັບ­ສະ­ໜູນ​ວຽກ​ງານ​ພັດ­ທະ­ນາ​ຂອງ ນວ ໃນ­ຕໍ່­ໜ້າ ເປັນຕົ້ນ ການ​ຊຸກ­ຍູ້-ສົ່ງ­ເສີມ​ການ​ຫຼຸດ­ຜ່ອນ​ນຳ​ໃຊ້​ປຼາ​ສ​ຕິກ​ພາຍ​ໃນ​ອົງ​ກອນ ການ​ຊຸກ­ຍູ້​ໃນ​ລະ­ດັບ​ຊຸມ​ຊົນ​ໃຫ້​ເຮັດ​ກິດ­ຈະ­ກຳ​ກັບ​ໂຮງ­ຮຽນ ມະ­ຫາ­ວິ­ທະ­ຍາ­ໄລ ແລະ ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ໂຄງ­ການ​ດັ່ງ­ກ່າວ​ຫຼາຍ​ຂຶ້ນ ແລະ ສະ­ໜັບ­ສະ­ໜູນ​ການ​ຈັດ­ການ​ລະ­ບົບ​ຂີ້​ເຫຍື້ອ​ໃນ ນວ ໂດຍ​ຜ່ານ​ການ​ເຝີກ​ອົບ­ຮົມ​ໃຫ້​ໄວ ໜຸ່ມ​ຮູ້­ຈັກ​ຮັກ­ສາ​ສິ່ງ­ແວ­ດລ້ອມ ແລະ ຮ່ວມ​ມື​ກັບ​ອົງ­ການ​ແມ່­ນ້ຳ​ຂອງ ເພື່ອ​ເຮັດ​ກິດ­ຈະ­ກຳ​ປູກ​ຈິດ​ສຳ­ນຶກ​ກ່ຽວ​ກັບ​ການ​ປ່ຽນ­ແປງ​ດິນ​ຟ້າ​ອາ­ກາດ ແລະ ອື່ນໆ.

ທ່ານ​ນາງ ຣີ​ຄາ​ດາ ເຣ​ເຈີ ໄດ້​ລາຍ​ງານ​ກ່ຽວ​ກັບ​ໂຄງ­ການ​ທີ່​ພົ້ນ​ເດັ່ນ​ທີ່ UNDP ຈະ​ໄດ້​ເລັ່ງ​ໃຫ້­ການ​ຊ່ວຍ­ເຫຼືອ ສປປ ລາວ ໃນ​ປີ​ນີ້ ເຊັ່ນ: ການ​ຊ່ວຍ­ເຫຼືອ​ໄພ​ນ້ຳ​ຖ້ວມ ແລະ ບັນ­ຫາ​ປະ­ຊາ­ຊົນ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ເຫດ­ການ​ອ່າງ­ເກັບ­ນ້ຳ ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແຕກ ການ​ສືບ­ຕໍ່​ກິດ­ຈະ­ກຳ​ເກັບ​ກູ້​ລະ­ເບີດ​ບໍ່​ທັນ​ແຕກ ບັນ­ຫາ​ການ​ບັນ­ລຸ​ເປົ້າ​ໝາຍ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ຂອງ​ລາວ ແລະ ການ​ກະ­ກຽມ​ແຜນ 9th NSEDP ໃຫ້​ສຳເລັດ​ຕາມ​ຄາດ­ໝາຍ​ທີ່​ວາງ​ໄວ້.

(ແຫຼ່ງ​ຂໍ້​ມູນ​: www.vientianemai.net)

ເຫດການ
302 Found

Found

The document has moved here.