ຖະ​ແຫລ​ງຂ່າວ ​ການຈັດງານ​ວາງສະ​ແດງ​ສິນຄ້າ ASEAN FAIR 2018

13:49 | 14/08/2018

ຍສໝ - ໃນ​ວັນ​ທີ 13 ສິງຫາ 2018 ທີ່​ນະຄອນຫລວງ​ວຽງຈັນ, ​ສະພາ​ການ​ຄ້າ ​ແລະ ອຸດສາ ຫະກຳ​ແຫ່ງ​ຊາດ​ລາວ ຮ່ວມ​ກັບ ບໍລິສັດ​ເທັນ​​ໂຊ ​ແຫ່ງ​ປະ​ເທດ​ໄທ ໄດ້ຈັດ​ພິທີ​ຖະ​ແຫລ​ງຂ່າວ ​ການຈັດງານ​ວາງສະ​ແດງ​ສິນຄ້າອາ​ຊຽນ 2018 ຫລື ASEAN FAIR 2018, ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 20-23 ກັນຍາ 2018 ທີ່​ ແຂວງສະຫວັນ​ນະ​ເຂດ, ​ໂດຍຈະ​ມີ​ຜູ້​ປະກອບ​ການ​ຈາກ​ບັນດາ​ປະ​ເທດ​ອາຊຽນ ​ເຂົ້າ​ຮ່ວມ​ວາງສະ​ແດງ​ສິນຄ້າ​ໃນ​ຄັ້ງ​ນີ້.

ຖະ​ແຫລ​ງຂ່າວ  ​ການຈັດງານ​ວາງສະ​ແດງ​ສິນຄ້າ  ASEAN FAIR 2018

ການຖະແຫຼງຂ່າວງານວາງສະແດງສິນຄ້າ ອາ​ຊຽນ 2018 ຫລື ASEAN FAIR 2018.

ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ໄຊສົມເພັດ ນໍຣະສິງ, ຮັກສາການ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ສັນຕິ ຊົງນາວົງ, ເລຂານຸການໂທການຄ້າ ແລະ ການລົງທຶນຂອງ ສປປ ລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ຊະນະທິບ ສຸຣະໄຊສິດທິກຸນ, ປະທານສະມາຄົມຮັບຊ່ວງການຜະລິດໄທ ງານວາງສະແດງ ອາຊຽນແຟຣ 2018 ASEAN Fair 2018 ແມ່ນຈະໄດ້ຈັດຂື້ນໃນວັນທີ 20-23 ກັນຍາ 2018 ທີ່ ສະຫວັນ-ໄອເຕັກ ແຂວງ ສະຫວັນນະເຂດ ຮ່ວມຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ເທັນໂຊ ຈຳກັດ ໂດຍໄດ້ຮັບການສະໜັບສະໜູນຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍສະເພາະແມ່ນ ກົມສົ່ງເສີມການຄ້າ. ຈຸດປະສົງຕົ້ນຕໍຂອງການຈັດງານ ASEAN Fair 2018.

ຖະ​ແຫລ​ງຂ່າວ  ​ການຈັດງານ​ວາງສະ​ແດງ​ສິນຄ້າ  ASEAN FAIR 2018

ທ່ານ ນາງ ຈັນທະ​ຈອນ ວົງ​ໄຊ ຮອງ​ປະທານສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ

ທ່ານ ນາງ ຈັນທະ​ຈອນ ວົງ​ໄຊ ຮອງ​ປະທານສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ລາວ ​ໄດ້​ໃຫ້​ຮູ້​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ຄັ້ງນີ້, ​ແມ່ນ​ເວທີ​ເພື່ອ​ສົ່ງ​ເສີມ​ການ​ພົວພັນ, ການ​ຮ່ວມ​ມື​ລະຫວ່າງ ລາວ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ຂຶ້ນ, ສ້າງ​ເວທີ​ໃນ​ການ​ໂຄສະນາ ​ແລະ ຈຳໜ່າຍ ​ເພື່ອ​ແນ່​ໃສ່​ສ້າ​ງຄວາມ​ເຂັ້ມ​ແຂງ​ໃຫ້​ຜູ້​ປະກອບ​ການ ​ ເພື່ອ​ເພີ່ມ​ຊ່ອງ​ທາງ​ໃຫ້​ເຂົາ​ເຈົ້າ​ສາມາດ​ເຂົ້າ​ຫາ​ຕະຫລາດ ກັບ​ຄູ່ຄ້າ​ທຸລະ​ກິດ ​ແລະ ​ແລກປ່ຽນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ ​ຢູ່​ພາຍ​ໃນ​ກຸ່ມ​ປະ​ເທ​ດອາ​ຊຽນ ​ແລະ ​ໃນ​ຂົງ​ເຂດ​ອາຊີ, ສ້າງ​ກິດຈະກຳ​ໜຶ່ງ​ຂອງ​ພາກທຸລະ​ກິດ​ ເພື່ອ​ສະໜັບສະໜູນ​ປີ​ທ່ອງ​ທ່ຽວລາວ 2018 ໃຫ້​ເຂົ້າ​ມາ​ທ່ຽວລາວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ.

ທ່ານນາງ ສີຣາມົນ ສີຂຽວ ປະທານ​ຜູ້​ຈັດ​ງານ​ວາງສະ​ແດງ​ສິນຄ້າ​ອາ​ຊຽນ ໄດ້ໃຫ້​ຮູ້​ວ່າ: ພາຍ​ໃນ​ງານ ​ນອກຈາກ​ຈະ​ມີ​ການວາງສະ​ແດງ​ສິນຄ້າ​ແລ້ວ, ຍັງ​ມີ​ກິດຈະກຳ​ຕ່າງໆ ​ເພື່ອ​ດຶງ​ດູດ​ຫົວໜ່ວຍ​ທຸ​ລະ​ກິດ​ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ ​ເປັນ​ຕົ້ນ​ ຈະ​ມີ​ການ​ສຳ​ມະ​ນາ, ກອງ​ປະຊຸມ​ພົບ​ປະ​ທຸລະ​ກິດ, ການ​ເດີນ​ແບບ, ການ​ແຂ່ງຂັນ​ນະ​ວັດຕະ​ກຳ​ຂອງ​ນັກ​ສຶກສາ ​ແລະ ຄອນ​ເສີດ​ການ​ກຸສົນຈາກ​ສິ​ລິ​ປິນຊື່​ດັ່ງ​ປະ​ເທດ​ໄທ ​ເພື່ອ​ລະດົມ​ທຶນ​ຊ່ວຍ​ເຫລືອ​ຜູ້​ປະສົບ​ໄພ​ນ້ຳ​ຖ້ວມ​ໃນ ສປປ ລາວ.

ງານວາງສະແດງ ອາຊຽນແຟຣ 2018 ASEAN Fair 2018 ເຊິ່ງໄດ້ຈັດຂື້ນເປັນຄັ້ງທີ່ 2 , ມີ​ຫລາຍ​ກວ່າ 200 ຮ້ານ ​ແລະ ​ຈະ​ແບ່ງ​ອອກ​ເປັນ 4 ກຸ່ມ ຄື: ກຸ່ມຜະລິດຕະພັນ​ກະສິກຳ, ກຸ່ມ​ຜະລິດ​ຕະພັນ​ດ້ານ​ຄວາມ​ງາມ, ​ກຸ່ມຜະລິ​ຕະພັນ​ດ້ານ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກ ​ແລະ ກຸ່ມ​ຜະລິດ​ຕະພັນ​ອຸດສາຫະກຳ.

ພາຍໃນງານນອກຈາກການວາງສະແດງແລ້ວຍັງມີກິດຈະກຳຕ່າງໆທີ່ດຶງດູດຫົວໜ່ວຍທຸລະກິດ ແລະ ປະຊາຊົນ ເຊັ່ນ: ງານສຳມະນາ, ກອງປະຊຸມພົບປະທຸລະກິດ, ການເດີນແບບ, ງານແຂ່ງຂັນນັກສຶກສາຕ່າງໆ ແລະ ອື່ນໆທີ່ໜ້າສົນໃຈ ຍິ່ງໄປກວ່ານັ້ນ ທ່ານຍັງຈະໄດ້ພົບກັບດາຣານັກສະແດງ, ນັກຮ້ອງ ທີ່ມີຊື່ສຽງຈາກປະເທດໄທ ເຊັນ: ຂວັນ ອຸສາມະນີ, ນໍ້າຊາ ຊີລະນັດ, ລໍາໄຍ ໄຫທອງຄຳ ກັບງານມິນິຄອນເສີດ ທີ່ຈະມາເຂົ້າຮ່ວມໃນງານວາງສະແດງ ເພືອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທາງພາກໃຕ້ຂອງ ສປປ ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.