ສື່ມວນຊົນສາກົນ: ຫວຽດນາມມີຄວາມສາມາດບົ່ມຊ້ອນກາຍເປັນໂຮງງານຂອງໂລກ

12:01 | 27/12/2020

ຍ​ສ​ໝ - ຕາມ​ເວັບ​ໄຊ seekingalpha.com ແລ້ວ, ຂະ​ແໜງ​ອຸດ​ສາ​ຫະ​ກຳ ໂອ​ໂຕ​ຢູ່ ຫວຽດ​ນາມ ຫາ​ກໍ່​ພັດ​ທະ​ນາ ແລະ ບັນ​ດາ​ນັກ​ຜະ​ລິດ​ໂອ​ໂຕ​ພາຍ​ໃນ​ປະ​ເທດ​ພວມ​ນັບ​ມື້​ນັບ​ພັດ​ທະ​ນາ​ຂຶ້ນ (ໂອ​ໂຕ VinFast). ນີ້​ແມ່ນ​ບາດ​ກ້າວ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ ຍ້ອນ​ວ່າ ຂະ​ແໜງ​ອຸດ​ສາ​ຫະ​ກຳ ໂອ​ໂຕ​ເວົ້າ​ລວມ ຈະສ້າງວຽກ​ເຮັດ​ງາ​ທຳ​ຢ່າງຫຼວງຫຼາຍ ແລະ ການ​ເຕີບ​ໂຕ​ໃຫ້​ແກ່​ປະ​ເທດ​ໜຶ່ງ.

ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ລະ​ຫວ່າງ ຫວຽດນາມ - ລັດເຊຍ
ສື່ມວນຊົນສາກົນ: ຫວຽດນາມມີຄວາມສາມາດບົ່ມຊ້ອນກາຍເປັນໂຮງງານຂອງໂລກ
ພາບ​ປະ​ກອບ

ໂລກ​ລະ​ບ​າດ​ໂຄ​ວິດ - 19 ພວມ​ຍູ້​ໄວ​ວິ​ວັດ​ການ​ຫັນ​ປ່ຽນ​ການ​ຜະ​ລິດ​ ແລະ ຫວຽດ​ນາມມີ​ບາງ​ທ່າ​ແຮງ​ຢູ່​ລະ​ດັບ​ມະ​ຫາ​ພາກ ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດນີ້, ກໍ່​ຄື​ຕ້ອນ​ຮັບ​ບໍ​ລິ​ສັດ​ທີ່​ມີ​ຕ່ອງ​ໂສ້​ການ​ຜະ​ລິດ​ໄປ​ຍັງ ຫວຽດ​ນາມ. ນີ້​ແມ່ນ​ຂໍ້​ສັງ​ເກດ​ໃນ​ບົດ​ຂຽນ​ທີ່​ໄດ້​ລົງ​ໃນ​ເວັບ​ໄຊ seekingalpha.com. ຕາມ​ບົດ​ຂຽນ​ແລ້ວ, ເຖິງວ່າ​ບໍ່​ໃຫຍ່ ແຕ່​ວ່າ ເສດ​ຖະ​ກິດ ຫວຽດ​ນາມ​ ພວມ​ມີ​ການ​ເຕີບ​ໂຕ​ໄວ​ຢູ່​ລະ​ດັບ​ປະ​ມານ 6 – 7% ໃນຫຼາຍ​ປີ​ຜ່ານ​ມາ ແລະ ຫວຽດ​ນາມ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ອັນ​ທີ 4 ໃນ​ພາກ​ພື້ນ ແລະ ພວມ​ເຕີບ​ໂຕ​ໄວ​ກ່​ວາ​ເມື່ອ​ທຽ​ບ​ໃສ່​ກັບ​ບັນ​ດາ​ປະ​ເທດ​ອື່ນໆ.

ບົດ​ຂຽນ​ໄດ້​ຕີລາ​ຄາ​ວ່າ ເມື່ອ​ທຽບ​ໃສ່​ກັບ​ບາງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ຫວຽດ​ນາມ​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່ຫຼາຍ​ຮູບຫຼາຍ​ແບບ​ກ່​ວາ, ພິ​ເສດ​ຫວຽດ​ນາມ​ພວມ​ກ້າວ​ເຂົ້າ​ສູ່​ຍຸກ​ສະ​ໄໝ​ທີ່​ມີ​ຜູ້ມີ​ອາ​ຍຸ​ຢູ່​ໃນ​ເກນ​ອາ​ຍຸ​ອອກ​ແຮງ​ງານກວມ​ເອົາ 70% ປະ​ຊາ​ກອນ​ທົ່ວ​ປະ​ເທດ. ຫຼາຍ​ບໍ​ລິ​ສັດ​ຈະ​ຢາກ​ຍາດ​ແຍ້ງ​ສິ່ງ​ດັ່ງ​ກ່າວ ແລະ ຈະ​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ເພື່ອ​ລົງ​ທຶນ​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ​ໃຫ້ຫຼາຍ​ກ່​ວາ​ອີກ.

ຕາມ​ເວັບ​ໄຊ seekingalpha.com ແລ້ວ, ຂະ​ແໜງ​ອຸດ​ສາ​ຫະ​ກຳ ໂອ​ໂຕ​ຢູ່ ຫວຽດ​ນາມ ຫາ​ກໍ່​ພັດ​ທະ​ນາ ແລະ ບັນ​ດາ​ນັກ​ຜະ​ລິດ​ໂອ​ໂຕ​ພາຍ​ໃນ​ປະ​ເທດ​ພວມ​ນັບ​ມື້​ນັບ​ພັດ​ທະ​ນາ​ຂຶ້ນ (ໂອ​ໂຕ VinFast). ນີ້​ແມ່ນ​ບາດ​ກ້າວ​ພັດ​ທະ​ນາ​ໃຫຍ່​ທີ່​ສຸດ ຍ້ອນ​ວ່າ ຂະ​ແໜງ​ອຸດ​ສາ​ຫະ​ກຳ ໂອ​ໂຕ​ເວົ້າ​ລວມ ໄດ້​ສ້າງວຽກ​ເຮັດ​ງາ​ທຳຫຼາຍ​ຢ່າງ ແລະ ການ​ເຕີບ​ໂຕ​ໃຫ້​ແກ່​ປະ​ເທດ​ໜຶ່ງ.

ປັດ​ຈຸ​ບັນ ລັດ​ຖະ​ບານ ຫວຽດ​ນາມ ເພີ່ມ​ລາຍ​ຈ່າຍ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ ແລະ ມີ​ແຜນ​ການ​ສຸມ​ໃສ່​ການ​ເຕີ​ບ​ໂຕ​ໃຫ້​ຫຼາຍ​ກ່​ວາ​ອີກ. ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ ຫວຽດ​ນາມ​ພ​ວມ​ກວມ​ເອົາ 5,7% GDP. ນີ້​ແມ່ນ​ລະ​ດັບ​ລາຍ​ຈາຍ​ສູງ​ທີ່​ສຸດ​ໃນ​ພາກ​ພື້ນ.

ເງິນ​ລົງ​ທຶນ​ເພື່ອ​ເຊື່ອມ​ຕໍ່​ລະ​ຫວ່າງໝູ່​ບ້ານຫຼາຍ​ແຫ່ງ​ຕື່ມ​ອີກ​ດ້ວຍ​ການ​ເປີດ​ເສັ້ນ​ທາງ​ໃໝ່, ພື້ນ​ຖານ​ໂຄງ​ລ່າງ, ເສັ້ນ​ທາງ​ລົດ​ໄຟ…ຫວຽດ​ນາມ​ກໍ່​ມີ​ແຜນ​ການ​ສ້າງ​ທ່າ​ກ່ຳ​ປັ່ນ 39 ແຫ່ງ​ໃນ​ແຜນ​ການ​ເປີດ​ກ້​ວາງ​ທ່າ​ກ່ຳ​ປັ່ນ​ທະ​ເລ. ຍອດ​ລະ​ດັບ​ການ​ຈາຍ​ປະ​ມານ 80 – 100 ຕື້ USD ໃນ​ໄລ​ຍະ 10 ປີຫຼື​ນານ​ກ່​ວາ.

ບົດ​ຂຽນ​ໄດ້​ສະຫຼຸບວ່າ ດ້ວຍ​ທຸກ​ດ້ານ​ຕັ້ງ​ໜ້າ​ດັ່ງ​ກ່າວນີ້, ຫວຽດ​ນາມ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ໂຮງ​ງານ​ຜະ​ລິດ​ຂອງ​ໂລກ.​

ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ຕາມ​ລາຍ​ການນີ້, ປະ​ຊາ​ຊົນ​ລາວ​ທຸກ​ຄົນ ແລະ ຊາວ​ຕ່ງ​ປະ​ເທດ​ເມື່ອ​ເຂົ້າ​ອອກ ເຂດ​ເສດ​ຖະ​ກິດ​ສາມ​ລ່ຽມ​ຄຳ​ຕ້ອງ​ໄດ້​ຮັບ​ການ​ຕົກ​ລົງ​ຈາກ​ຄະ​ນະ​ຄຸ້ມ​ຄອງ ເຂດ​ເສດ​ຖະ​ກິດ​ພິ​ເສດ. ບັນ​ດາ​ພໍ່​ຄ້າ​ໄດ້​ຈຳ​ແນກ​ການ​ເຄື່ອນ​ໄຫວ​ຢູ່​ຕະຫຼາດ​ຊົ່ວ​ຄາວ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ກໍ່​ຍັງ​ບໍ່​ທັນ​ສາ​ມາດ​ກັບ​ຄືນ​ຄ້າ​ຂ່າວ ຕະຫຼອດ​ຮອດ​ເມື່ອ​ມີ​ປະ​ກາດ​ໃໝ່.

ຊຸກຍູ້ການພົວພັນເສດຖະກິດ - ການຄ້າ ລະ​ຫວ່າງ ຫວຽດນາມ - ລັດເຊຍ

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດຫວຽດ​ນາມ ປະ​ຈຳ ​ລັດ​ເຊຍ ໂງ​ດຶກ​ແມັ້ງ ໄດ້​ສະ​ແດ​ງ​ຄວາມຊົມ​ເຊີຍ​ເມື່ອ​ປະ​ກາດ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ຮ່ວມ​ມືດ້ານເສດຖະກິດ - ການຄ້າຫວຽດນາມ - ລັດເຊຍໃນປີ 2020 ໂດຍ​ບໍ່​ຫົວ​ຊາ​ຕໍ່ຜົນກະທົບຢ່າງແຮງຈາກການແຜ່ລະບາດຂອງໂຄວິດ - 19.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ຊອກ​ຮູ້​ໂອ​ກາດ​ລົງ​ທຶນ ຢູ່ ເຂດ​ເສດ​ຖະ​ກິດ​ພິ​ເສດ ສະ​ຫວັນ - ເຊ​ໂນ, ສ​ປ​ປ.ລາວ

ຄະນະເອກອັກຄະລັດຖະທູດບັນດາປະເທດ ອາຊຽນ ປະຈຳ ລາວ ຫາກໍມີການຢ້ຽມຢາມ ແລະ ຊອກຮູ້ໂອກາດລົງທຶນ, ຄວາມສາມາດໃນການເຊື່ອມຕໍ່ໃນຂົງເຂດ logistic ຢູ່ເຂດເສດຖະກິດພິເສດ ສະຫວັນ - ເຊໂນ, ແຂວງ ສະຫວັນນະເຂດ, ພາກກາງຂອງ ລາວ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.