ຄະນະພົວພັນຕ່າງປະເທດສະຫລຸບການເຄື່ອນໄຫວວຽກງານ 5 ປີ

06:38 | 20/12/2020

ໃນວັນທີ 18 ທັນວາ 2020 ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸມສະຫລຸບວຽກງານ ໄລຍະ 5 ປີ (2016-2020) ແລະ ສະຫລຸບວຽກງານປະຈໍາປີ 2020, ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາຄະນະພັກ-ຄະນະນໍາ, ພະນັກງານອາວຸໂສບຳນານ ຕະຫລອດເຖິງພະນັກງານສະມາຊິກພັກທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

ຄະນະພ ວພ ນຕ າງປະເທດສະຫລ ບການເຄ ອນໄຫວວຽກງານ 5 ປ ກອງປະຊຸມລັດຖະມົນຕີອາຊຽນກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ ຄັ້ງທີ 5 (AMCC - 5)
ຄະນະພ ວພ ນຕ າງປະເທດສະຫລ ບການເຄ ອນໄຫວວຽກງານ 5 ປ ບັນດາຜູ້ນຳບັນດາປະເທດຕີລາຄາສູງຕໍ່ໝາກຜົນການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ
ຄະນະພ ວພ ນຕ າງປະເທດສະຫລ ບການເຄ ອນໄຫວວຽກງານ 5 ປ
ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.

ກອງປະຊຸມໄດ້ຮັບຟັງການສະຫລຸບຕີລາຄາ ກ່ຽວກັບ ການປະຕິບັດວຽກງານຂອງຄະນະພົວ ພັນຕ່າງປະເທດສູນກາງພັກ ໄລຍະຜ່ານມາ ທີ່ສະເໜີໂດຍ ທ່ານ ນາງ ວັນດີ ບຸດທະສະວົງ ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍທ່ານ ໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດຜົນງານທີ່ຍາດມາໄດ້, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມນັ້ນ, ກອງປະຊຸມຍັງໄດ້ເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມ ປະກອບຄວາມຄິດເຫັນເຂົ້າໃສ່ບົດສະຫລຸບດັ່ງກ່າວ ຢ່າງກົງໄປກົງມາ ແລະ ເປັນເອກະພາບ ວາງທິດທາງແຜນການ ແລະ ຄາດໝາຍສູ້ຊົນສຳລັບປີ 2021.

ໂອກາດດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ຜົນງານທີ່ພະນັກງານຄະນະພົວພັນຕ່າງປະເທດສູນກາງພັກ ຍາດມາໄດ້ໃນຕະຫລອດໄລຍະ 5 ປີ (2016-2020) ແລະ ປະຈຳປີ 2020, ອັນພົ້ນເດັ່ນແມ່ນ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສໍາເລັດສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 100%, ການປັບປຸງກົງຈັກການຈັດຕັ້ງ, ວຽກງານກໍ່ສ້າງພັກ-ພະນັກງານ, ການປັບປຸງພື້ນຖານໂຄງລ່າງສໍານັກງານ; ການເປີດກ້ວາງການພົວພັນກັບຕ່າງປະເທດ ໃນຮູບແບບໃໝ່ສອດຄ່ອງກັບສະພາບການຂອງການແຜ່ລະບາດຂອງພະຍາດໂຄວິດ-19.

ພ້ອມນັ້ນ, ທ່ານ ນາງ ສູນທອນ ໄຊຍະຈັກຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດໃຈມານະບຸກບືນ, ຄວາມສາມັກຄີເປັນເອກະພາບພາຍໃນ ຈະເຮັດໃຫ້ການປະຕິບັດໜ້າທີ່ຂອງ ຄຕພ ສືບຕໍ່ຍາດໄດ້ຜົນສຳເລັດຫລາຍກວ່າເກົ່າ, ສືບຕໍ່ສ້າງສະພາບແວດລ້ອມສາກົນ ທີ່ສະດວກໃຫ້ແກ່ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຕໍ່ໜ້າ, ສືບຕໍ່ສ້າງຜົນງານເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍ ສະມາຊິກພັກຄັ້ງທີ II ຂອງ ອົງຄະນະພັກໃນຕໍ່ໜ້າ.

ຄະນະພ ວພ ນຕ າງປະເທດສະຫລ ບການເຄ ອນໄຫວວຽກງານ 5 ປ ຫາລື ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV

ແຜນ​ດຳ​ເນີນ​ງານ​ແຫ່ງ​ຊາດ ​ເພື່ອ​ຄວາມ​ສະ​ເໝີ​ພາບ​ຍິງ-ຊາຍ 5 ປີ ​ຄັ້ງ​ທີ IV ເປັນແຜນທີ່ຮັບປະກັນ ຄວາມສະເໝີພາບອັນແທ້ຈິງລະຫວ່າງຍິງ-ຊາຍ ທາງ​ດ້ານ​ສິດ​ທິ, ເງື່ອນໄຂ ແລະ ໂອກາດ, ຕອບສະໜອງຄວາມ ຕ້ອງການໃນການພັດທະນາ ແລະ ຜົນປະໂຫຍດອັນຊອບທຳຂອງຍິງ ແລະ ຊາຍ...

ຄະນະພ ວພ ນຕ າງປະເທດສະຫລ ບການເຄ ອນໄຫວວຽກງານ 5 ປ 5 ເດືອ​ນ​ຕົ້ນ​ປີ 2020, ການ​ສົ່ງ​ອອກ​ເຂົ້າ​ສານ​ຫວຽດ​ນາມ​ບັນ​ລຸ 1,41 ຕື້ USD

ຍ​ສ​ໝ - ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ແມ່ນ ໃນ 5 ເດືອນ​ຕົ້ນ​ປີ 2020, ລາ​ຄາ​ເຂົ້າ​ສາ​ນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 10% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວກ​ັນ​ປີ​ກາຍ, ໂດຍ​ຊ່ວຍ​ໃຫ້​ມູນ​ຄ່າ​ເຂົ້າ​ສານ​ເພີ​່ມ​ຂຶ້ນ​ຢ່າງ​ແຮງ.

ຄະນະພ ວພ ນຕ າງປະເທດສະຫລ ບການເຄ ອນໄຫວວຽກງານ 5 ປ ສະຫະພັນບັນດາອົງການມິດຕະພາບ ເກີ່ນເທີ ໄດ້ລະດົມເງິນຊ່ວຍເຫຼືອ ຈຳນວນ 3 ລ້ານໂດລາສະຫະລັດໃຫ້ແກ່ແຂວງໃນໄລຍະ 5 ປີ

ຍສໝ - ສະຫະພັນ ເກີ່ນເທີ ໄດ້ຮ່ວມມືກັບຫຼາຍກວ່າ 40 ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເພື່ອຈັດຕັ້ງປະຕິບັດປະມານ 45 ໂຄງການ, ໂຄງການ ດ້ວຍການລະດົມທຶນທັງໝົດ 3 ລ້ານໂດລາສະຫະລັດ.

kpl.gov.la

ເຫດການ
302 Found

Found

The document has moved here.