ສສຊ ປະກອບຄຳເຫັນ ຕໍ່ການປະຕິບັດແຜນພັດທະນາເສດຖະກິດ -ສັງຄົມ ຂອງລັດຖະບານ

08:05 | 06/06/2018

ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ(ສສຊ) ປະຈຳ​ເຂດ​ເລືອກ​ຕັ້ງຕ່າງໆ ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ບົດ​ລາຍ​ງານ​ ຂອງທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ກ່ຽວ​ກັບການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ ປະຈຳ 4 ​ເດືອ​ນ, ຄາດ​ຄະ​​ເນ​ການ​ປະຕິບັດ​​ແຜນ 6 ​ເດືອນ​ຕົ້ນ​ປີ 2018 ​ແລະ ທິດ​ທາງ​ວຽກ​ງານ​ຈຸດ​ສຸມ ປະຈຳ 6 ​ເດືອນ​ທ້າຍ​ປີ 2018.

ສສຊ ປະກອບຄຳເຫັນ ຕໍ່ການປະຕິບັດແຜນພັດທະນາເສດຖະກິດ -ສັງຄົມ ຂອງລັດຖະບານ

ສະມາຊິກ​ສະພາ​ແຫ່ງ​ຊາດ(ສສຊ) ປະຈຳ​ເຂດ​ເລືອກ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ບົດ​ລາຍ​ງານ.

ໃນ​ມື້​ທຳ​ອິດ​ຂອງ​ການ​ດຳ​ເນີນ​ກອງ​ປະຊຸມ ສະ​ໄໝ​ສາມັນ ​ເທື່ອ​ທີ 5 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ​ຕອນ​ບ່າຍ​ວັນ​ທີ 5 ມິຖຸນາ 2018 ນີ້, ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ(ສສຊ) ປະຈຳ​ເຂດ​ເລືອກ​ຕັ້ງຕ່າງໆ ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃສ່ບົດ​ລາຍ​ງານ​ ຂອງທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ກ່ຽວ​ກັບການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ​ແຜນ​ງົບປະມານ​ແຫ່ງ​ລັດ ປະຈຳ 4 ​ເດືອ​ນ, ຄາດ​ຄະ​​ເນ​ການ​ປະຕິບັດ​​ແຜນ 6 ​ເດືອນ​ຕົ້ນ​ປີ 2018 ​ແລະ ທິດ​ທາງ​ວຽກ​ງານ​ຈຸດ​ສຸມ ປະຈຳ 6 ​ເດືອນ​ທ້າຍ​ປີ 2018.

ການປະກອບຄຳ​ຄິດ​ເຫັນ​ຂອງ​ບັນດາ ສສຊ ​ໂດຍ​ລວມ​​ແມ່ນ​ເຫັນ​ດີ​ເປັນ​ເອກ​ກະພາບ ຕໍ່​ບົດ​ລາຍ​ງານ​ດັ່ງກ່າວ ​ແຕ່​ຍັງ​ມີ ສສຊ ຫລາຍ​ເຂດ​ເລືອກ​ຕັ້ງ ​ໄດ້ສະ​ເໜີ​ໃຫ້​ມີ​ການ​ປັບປຸງ​ແກ້​ໄຂ ບາງ​ບັນ​ຫາ ທີ່​ເຫັນ​ວ່າ​ຍັງ​ບໍ່​ສອດຄ່ອງ​ ຕາມ​ແນວທາງ​ນະ​ໂຍບາຍ ທີ່​ພັກ​-ລັດ ວາງ​ອອກ ​ໂດຍ​ສະ​ເພາະ​​ ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ເລກທີ 15/ນຍ ​ເຊິ່ງ​ຜ່ານ​​ການກວດກາ​ໄດ້​ພົບ​ເຫັນ​ຜູ້​ກະທຳ​ຜິດ ເຊິ່ງສ່ວນ​ໃຫຍ່​ແມ່ນ​ພະນັກງານ​ລັດ ມີ​ເຖິງ 421 ຄົນ, ຂອງ​ຈຳນວນ​ຜູ້​ກະທຳ​ຜິດ​ທັງໝົດ 700 ກວ່າ​ຄົນ ຈຶ່ງ​ໄດ້​ສະ​ເໜີ​ ໃຫ້ ລັດຖະບານ ຮີບ​ຮ້ອນ​ປັບປຸງ​ແກ້​ໄຂ ​ເພື່ອ​ບໍ່​ໃຫ້​ເປັນ​ແບບຢ່າງ​ໃນ​ທາງ​ທີ່​ບໍ່ດີ​ແກ່​ສັງຄົມ.

ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ລະດັບ​ຊາດ ກໍ​ເປັນ​ບັນ​ຫາ​ໜຶ່ງ ທີ່ ສສຊ ສຸມ​ໃສ່​ປະກອບ​ຄຳ​ຄິ​ດຄຳ​ເຫັນ ​ເປັນຕົ້ນ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ ກໍ່​ສ້າງ​ທາງ​ລົດ​ໄຟ ລາວ​-ຈີນ​ ທີ່​ພວມ​ຈັດ​ຕັ້ງ​ປະຕິບັດ ​ໃນ​ປັດຈຸບັນ ຢູ່​ບາງ​ເຂດ, ບາງ​ແຂວງ, ປະຊາຊົນທີ່​​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ ຍັງ​ບໍ່​ໄດ້​ຮັບ​ຄ່າ​ຊົດ​ເຊີຍ. ພ້ອມ​ດຽວ​ກັນ​ນັ້ນ ສສຊ ຍັງ​ສະ​ເໜີ​ໃຫ້​ລັດຖະບານ ​ເບິ່ງ​ຄືນ​ການ​ອະນຸຍາດ​ໃນ​ການ​ສຳ​ປະທານ​ທີ່​ດິນ​ຂຸດ​ຄົ້ນແຮ່​ທາດ​ຕ່າງ​ໆ, ບັນຫາ​ລາຄາ​ນ້ຳມັນ, ອັດຕາ​​ເງິນ​ເຟີ້ ​ແລະ ອື່ນໆ. ​ໃນ​ຂະນະ​ດຽວກັນ ສສຊ ຍັງ​ສະ​ເໜີ​​ໃຫ້​ລັດຖະບານ ​ ຕີ​ລາຄາ​ຄືນ​ກ່ຽວກັບ​ການ​ຊຸກຍູ້ສົ່ງ​ເສີມ ​ການ​ຜະລິດ​ກະສິກຳ​ເປັນສິນຄ້າ ​ໃນ​ໄລຍະ​ຜ່ານ​ມາ ​ເຫັນ​ວ່າ​ເປັນ​ຂະ​ບວນຟົດຟື້ນ ​ແຕ່​ຕ້ອງ​ພົບ​ບັນຫາ​ຫຍຸ້ງຍາກ​ດ້ານ​ຕະຫລາດ​ຈຳໜ່າຍ, ລວມທັງ​ສິນຄ້າ​ໂອ​ດັອບ ທີ່​ຄົນ​ລາວ​ສາມາດຜະລິດ​ໄດ້ ​ແຕ່​ກໍບໍ່ມີ​ຕະຫລາດ​ເຊັ່ນ​ກັນ. ​ ສ່ວນ​ການ​ປະຕິບັດ ​ໂຄງການ​ໃຫຍ່ ​ດ້ານ​ພື້ນຖານ​ໂຄງ​ລ່າງບາງ​ໂຄງການ​ຢູ່​ບາງ​ແຂວງ ດຳ​ເນີນ​ໄປ​ໄດ້ຫລາຍ​ປີ ​ແຕ່​ບໍ່ມີ​ຄວາມ​ຄືບໜ້າ.

ໂອກາດດຽວກັນ, ບັນດາ ສສຊ ຍັງ​ໄດ້ຮຽກຮ້ອງໃຫ້​ລັດຖະບານ ສືບຕໍ່​ແກ້​ໄຂ​ບັນຫາ​ປະກົດ​ການ​ຫຍໍ້ທໍ້​ຕ່າງໆ ໃນ​ສັງຄົມ ​ເປັນຕົ້ນ ການ​ຂີ້ລັກ-​ງັດ​ແງະ, ປຸ້ນ​ຊັບ​ພົນລະ​ເມືອງ, ບັນຫາ​ຢາ​ເສບ​ຕິດ ​ເຊິ່ງປະກົດ​ການ​ດັ່ງກ່າວ ຍັງ​ເຫັນ​ວ່າ​ເກີດ​ຂຶ້ນຢ່າງ​ຫລວງຫລາຍ, ລວມທັງ​ບັນຫາ​ຄວາມ​ປອດ​ໄພ​ທາງ​ຖະໜົນ ​ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.