IMF: ຫວຽດ​ນາມ​ຕ້ານ​ໂລກ​ລະ​ບາດ Covid – 19 ປະ​ສົບ​ຜົນ​ສຳ​ເລັດ​ສ້າງ​ທິດ​ກ້າວ​ເດີນ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ

17:17 | 13/07/2020

ຍ​ສ​ໝ - ບົດ​ຂຽນ​ໄດ້​ເອົາ​ລົງ​ໃນ​ເວັບ​ໄຊ​ຂອງ IMF ໂດຍ​ຕີ​ລາ​ຄາ​ວ່າ ຫວຽດ​ນາມ​ແມ່ນ​ແບບ​ຢ່າງ​ທີ່​ດີ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ປະ​ເທດ​ທີ່​ພວມ​ມີ​ການ​ພັດ​ທະ​ນາ​ສາ​ມາດ​ເອົາ​ໄຊ​ຊະ​ນະ​ໂລກ​ລະ​ບາດ Covid – 19.

imf ຫວຽດ ນາມ ຕ ານ ໂລກ ລະ ບາດ covid 19 ປະ ສ ບ ຜ ນ ສຳ ເລ ດ ສ າງ ທ ດ ກ າວ ເດ ນ ໃໝ ໃຫ ແກ ບ ນ ດາ ປະ ເທດ ພວມ ພ ດ ທະ ນາ ສື່ມວນ​ຊົນ ເຢຍ​ລະ​ມັນ: ຫວຽດ​ນາມ​ແມ່ນ​ເຄື່ອງວັດແທກ​​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19
imf ຫວຽດ ນາມ ຕ ານ ໂລກ ລະ ບາດ covid 19 ປະ ສ ບ ຜ ນ ສຳ ເລ ດ ສ າງ ທ ດ ກ າວ ເດ ນ ໃໝ ໃຫ ແກ ບ ນ ດາ ປະ ເທດ ພວມ ພ ດ ທະ ນາ ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ
imf ຫວຽດ ນາມ ຕ ານ ໂລກ ລະ ບາດ covid 19 ປະ ສ ບ ຜ ນ ສຳ ເລ ດ ສ າງ ທ ດ ກ າວ ເດ ນ ໃໝ ໃຫ ແກ ບ ນ ດາ ປະ ເທດ ພວມ ພ ດ ທະ ນາ
ຕຳຫຼວດ​ຄົນ​ໜຶ່ງ​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ສະ​ໜາມ​ກິ​ລາ​ທຽນ​ເຈືອງ (ພາບ: Reuters.)

ບັນ​ດາ​ນັກ​ຊ່ຽວ​ຊານ​ຂອງກອງ​ທຶນ​ເງິ​ນ​ຕາ​ສາ​ກົນ (IMF) ລວມ​ມີ: Era Dabla-Norris, Anne-Marie Gulde-Wolf ແລະ Francois Painchaud ໃນ​ບົດ​ຂຽນ​ທີ່​ໄດ້​ເອົາ​ລົງ​ໃນ​ເວັບ​ໄຊ​ຂອງ IMF ໄດ້​ຕີ​ລາ​ຄາ​ສູງ, ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸ້ມ​ໂລກ​ລະ​ບາດ Covid – 19 ຂອງ​ຫວຽດ​ນາມ ໄດ້​ສ້າງ​ທິດ​ກ້າວ​ເດີ​ນ​ໃໝ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດນີ້.

ເຖິງ​ຢ່າງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ກໍ່​ຖືກ​ຜົນ​ສະ​ທ້ອນຫຼາຍ​ພໍ​ສົມ​ຄວນ ຍ້ອນ​ຄວ​າມ​ຕ້ອງ​ການ​ໃນ​ການ​ບໍ​ລິ​ໂພ​ກ​ອ​່ອນ​ລົງ ແລະ ການ​ຄ້າ​ຖືກຫຼຸດ​ລົງ​ກໍ່​ຕ​າມ, ແຕ່ຍຸດ​ທະ​ສາ​ດ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ ຢ່າງ​ມີ​ປະ​ສິດ​ທິ​ຜົນຈະ​ອະ​ນຸ​ຍາດ​ໃຫ້​ແກ່​ຫວຽດ​ນາມ​ມີ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຢ່າງ​ໄວ​ກ່​ວາ​ອີກ.

ນັບ​ແຕ່​ຫົວ​ທີ, ມີຫຼາຍ​ຄົນ ໄດ້​ຄາດ​ວ່ານີ້​ຈະ​ແມ່ນ​ບັ້ນ​ຕໍ່​ສູ້​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ​ຫວຽດ​ນາມ. ໂດຍ​ເປັນ​ປະ​ເທດ​ທີ່​ໄດ້​ຮັບ​ຖື​ວ່າ​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່ ເມື່ອ​ມີ​ເສັ້ນ​ຊາຍ​ແດນ​ຕິດ​ຍາວ ແລະ ​ການ​ພົວ​ພັນດ້ານ​ການ​ຄ້າ​ຢ່າງ​ກ້​ວາງ​ເລິກ​ກັບ​ປະ​ເທດ​ຈີນ, ເຂດ​ຕົວ​ເມືອງມ​ີ​ຜົນ​ລະ​ເມືອງຫຼາຍ ແລະ ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຍັງ​ຈຳ​ກັດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍຸດ​ທະ​ສາ​ດ​ສະ​ກັດ​ກັ້ນ​ໂລ​ກ​ລະ​ບາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້​ຊ່ວຍ​ໃຫ້​ຫວຽດ​ນາມ - ໂດຍ​​ມີ​ພົນ​ລະ​ເມ​ືອງ​ເກືອບ 100 ລ້ານ​ຄົນ ແຕ່​ວ່າ​ມີ​ຜູ້​ຕິດ​ເຊື້ອ ພຽງ​ແຕ່ 372 ຄົນ ແລະ ບໍ່​ມີ​ຜູ້​ໃດ​ເສຍ​ຊີ​ວິດ. ຫວຽດ​ນາມ ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ໃນ​ໂລກ​ຍົກ​ເລີກບັນ​ດາ​ມາດ​ຕະ​ການ​ຈຳ​ກັດ ເກືອບ​ທັງ​ໝົດ​ພາຍ​ໃນ​ປະ​ເທດ.

ມ​າ​ຮອດ​ປັດ​ຈຸ​ບັນ, ຫວຽດ​ນາມ​ໄດ້​ຈຳ​ກັດ​ສຳ​ເລັດ​ການ​ແຜ່​ລາມ​ຂອງ​ໂລກ​ລະ​ບາດ Covid – 19, ແຕ່​ບໍ່​ສາ​ມາດຫຼີກ​ລ້ຽງ​ໄດ້​ບັນ​ດາ​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ. ຄາດ​ວ່າ​ຄວາມ​ຕ້ອງ​ການ​ດ້ານ​ບໍ​ລິ​ໂພກ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ອ່ອນ​ລົງ​ຈະ​ເຮັດ​ໃຫ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ຊ້າ​ລົງຫຼາຍ​ພ​ໍ​ສົມ​ຄວນ, ແຕ່​ລະ​ດັບ ເກືອບ 7% ໃນ​ຊຸມ​ປີມ​ໍ່​ມານີ້ ລົງ​ລະ​ດັບ 2,7% ໃນ​ປີ 2020.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ​ຕໍ່​ເສດ​ຖະ​ກິ​ດ​ຫວຽດ​ນາມ​ຄາດ​ວ່າ​ຈະ​ນ້ອຍ​ກ່​ວາ​ເມື່ອ​ທຽບ​ໃສ່​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ. ແງ່​ຫວັງໃນ​ການ​ຟື້ນ​ຟູ​ມີ​ຄວາ​ເປັນ​ໄປ​ໄດ້​ສູງ ເມື່ອ​ບັນ​ດາ​ມາດ​ຕະ​ການ​ແຍກ​ຕົວ​ໃນ​ສັງ​ຄົມ​ໄດ້​ຍົກ​ເລີກ, ວິ​ສາ​ຫະ​ກິດ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຄືນ​ໃໝ່ ແລະ ຜູ້​ບໍ​ລິ​ໂພກ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄືນ​ໃໝ່. ບັນ​ດາ​ສັນ​ຍານ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພາຍ​ໃນ​ປະ​ເທດ ດ້ວຍ​ລາຍ​ຮັບຂະ​ແໜງ​ຂາຍ​ຍ່ອຍ ແລະ ຜະ​ລິ​ດ​ອຸດ​ສາ​ຫະ​ກຳ​ໄດ້​ຟື້ນ​ຟູ​ຢູ່​ລະ​ດັບ​ຕ່ຳ​ໃນ​ໄລ​ຍະ​ປະ​ຕິ​ບັດ​ການ​ແຍກ​ຫ່າງ​ໃນ​ສັງ​ຄົມ. ເຖິງ​ຢ່າງ​ໃດ​ກໍ່​ຕາມ​ການ​ເຕີບ​ໂຕ​ຢ່າງ​ແຮງ ແລະ ໝັ້ນ​ຄົງ​ຈະ​ຮຽກ​ຮ້ອງ​ໃຫ້​ຟື້ນ​ຟູ​ເສດ​ຖະ​ກິດ ຂອງ​ບັນ​ດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ຂອງ​ຫວຽດ​ນາມ

imf ຫວຽດ ນາມ ຕ ານ ໂລກ ລະ ບາດ covid 19 ປະ ສ ບ ຜ ນ ສຳ ເລ ດ ສ າງ ທ ດ ກ າວ ເດ ນ ໃໝ ໃຫ ແກ ບ ນ ດາ ປະ ເທດ ພວມ ພ ດ ທະ ນາ ສື່ມວນ​ຊົນ ເຢຍ​ລະ​ມັນ: ຫວຽດ​ນາມ​ແມ່ນ​ເຄື່ອງວັດແທກ​​ທຸກ​ສິ່ງ​ທຸກ​ຢ່າງ​ໃນ​ບັ້ນ​ຕໍ່​ສູ້​ກັບ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ນັກ​ຂຽນ​ໄດ້​ຫວນ​ຄືນ​ບັນ​ດາ​ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ຂອງ​ຫວຽດ​ນາມ​ໃນ​ການ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ​ຫວຽດ​ນາມ​ໄດ້​ຜ່ານ​ຜ່າ​ວິ​ກິດ​ການ Covid – 19 ແບບ​ມະ​ຫັດ​ສະ​ຈັນ ແລະ ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເງື່ອນ​ໄຂ​ດີ​ທີ່​ສຸ​ດ​ເພື່ອ​ນຳ​ພື້ນ​ຖານ​ເສດ​ຖະ​ກິດ​ ມີການເຕີບ​ໂຕ​ຄື​ນໃໝ່.

imf ຫວຽດ ນາມ ຕ ານ ໂລກ ລະ ບາດ covid 19 ປະ ສ ບ ຜ ນ ສຳ ເລ ດ ສ າງ ທ ດ ກ າວ ເດ ນ ໃໝ ໃຫ ແກ ບ ນ ດາ ປະ ເທດ ພວມ ພ ດ ທະ ນາ ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

ຍ​ສ​ໝ - ຕາມ​ເວັບ​ໄຊສະ​ຖິ​ຕິ Worldometers.info, ໄລ່​ຮອດ​ຕອນ​ຄ່ຳວັນ​ທີ 7 ກໍ​ລະ​ກົດ, ໄດ້​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ແມ່ນ​ 11,78 ລ້ານ​ຄົນ, ໃນ​ນັ້ນ​ມີ 541,7 ລ້ານ​ຄົນ​ເສຍ​ຊີ​ວິດ. ອາ​ເມ​ລິ​ກາ​ຍັງ​ແມ່ນ​ປະ​ເທດ​ຖືກ​ຮັບ​ຜົນ​ປະ​ທົບ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ.

imf ຫວຽດ ນາມ ຕ ານ ໂລກ ລະ ບາດ covid 19 ປະ ສ ບ ຜ ນ ສຳ ເລ ດ ສ າງ ທ ດ ກ າວ ເດ ນ ໃໝ ໃຫ ແກ ບ ນ ດາ ປະ ເທດ ພວມ ພ ດ ທະ ນາ ຊຸກ​ຍູ້​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເໝາະ​​ສົມ​ກັບ​ການ​ຜັນ​ປ່ຽນ​ຂອງ​ໂລກ​ລະ​ບາດ Covid – 19

ຍ​ສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ຫາ​ກໍ່​ມອບ​ໝາຍ​ໃຫ້​ກະ​ຊວງວັດ​ຖະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ເປັນ​ເຈົ້າ​ການ​ສົ​ມ​ທົບ​ກັບ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂ​ວງ, ນະ​ຄອນ​ຂຶ້ນ​ກັບ​ສູນ​ກາງ ເພື່ອຄົ້ນ​ຄ້​ວາ, ຕີ​ລາ​ຄາ​ບັນ​ດາ​ກໍ​ລະ​ນີ​ເພື່ອ​ຟື້ນ​ຟູ​ເຕີບ​ໂຕ​ການ​ທ່ອງ​ທ່ຽວ​ໄລ​ຍະຫຼັງ Covid – 19, ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ທີ່​ເໝາະ​ສົມ​ເພື່ອ​ຊຸກ​ຍູ້​​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກັບ​ການ​ຜັນ​ແປ​ຂອງ​ໂລກ​ລະ​ບາດ Covid – 19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.