| Bloomberg: ເສດຖະກິດຂອງຫວຽດນາມ ໄດ້ເຕີບໂຕເກີນການຄາດຄະເນ | |
| ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າ ສຳຫຼັບການພັດທະນາສັນຕິພາບຂອງພາກພື້ນອາຊີ - ປາຊີຟິກ | 
ສະພາທີ່ປຶກສາ AIPA ດ້ານຢາເສບຕິດ (AIPACODD) ແມ່ນກົນໄກປະຈຳປີໃນຂອບເຂດຈຳກັດຂອງ AIPA ເພື່ອສະໜັບສະໜູນການແລກປ່ຽນຂໍ້ມູນຂ່າວສານ, ເພີ່ມຄວາມເຂົ້າໃຈ ແລະ ປະສົບການຂອງການຮ່ວມມື ລະຫວ່າງບັນດາປະເທດສະມາຊິກອາຊຽນ ໃນການຕໍ່ສູ້ຕ້ານອາຊະຍາກຳຢາເສບຕິດ; ສົ່ງເສີມຄວາມກົມກຽວຂອງກົດໝາຍ ໃນຂົງເຂດຢາເສບຕິດພາຍໃນອາຊຽນ.
![]()  |   		
| ທ່ານນາງ ຕ່ອງທິຟ໊ອງ - ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ. (ພາບ: TTXVN) | 
ໃນຫລາຍປີຜ່ານມາ, ສະພາແຫ່ງຊາດຫວຽດນາມ ແມ່ນສະມາຊິກຕັ້ງໜ້າ ສຳຫຼັບບັນດາການເຄື່ອນໄຫວ AIPACODD. ຕາມກົນໄກກອງປະຊຸມ ຂອງບັນດາລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະພາແຫ່ງຊາດຫວຽດນາມ ໄດ້ຮັບໜ້າທີ່ເປັນປະທານ AIPA ອາຍຸການ 2019-2020.
ກ່າວຄໍາເຫັນໄຂກອງປະຊຸມ, ທ່ານນາງ ຕ່ອງທິຟ໊ອງ - ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ ຢັ້ງຢືນວ່າ ໂດຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ຍາມໃດກໍຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັນດາການເຄື່ອນໄຫວປ້ອງກັນ, ຕ້ານຢາເສບຕິດໃນທົ່ວໂລກ ແລະ ພາກພື້ນ.
ທ່ານນາງກ່າວວ່າ: “ປີນີ້, ສະພາແຫ່ງຊາດຫວຽດນາມ ໄດ້ເລືອກຫົວຂໍ້ຂອງກອງປະຊຸມແມ່ນ “ຫັນຄໍາເວົ້າເປັນການກະທໍາ ມຸ່ງໄປເຖິງປະຊາຄົມ ອາຊຽນ ປາສະຈາກຢາເສບຕິດ” ແນໃສ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ AIPA ສ້າງ ອາຊຽນ ສະໜິດຕິດພັນ ແລະ ຮັບມືໃນຂົງເຂດປ້ອງກັນ, ຕ້ານຢາເສບຕິດ. ຍຸດທະສາດປ້ອງກັນ, ຕ້ານຢາເສບຕິດ ຕ້ອງໄດ້ຮັບການດັດປັບໃຫ້ສອດຄ່ອງກັບສະພາບການໃໝ່, ໃນນັ້ນ ຖືມະນຸດເປັນໃຈກາງ, ເປີດກວ້າງຂອບຂະໜາດ, ຂອບເຂດຂອງບັນດາໂຄງການບໍາບັດປິ່ນປົວຜູ້ຕິດຢາເສບຕິດ ລວມທັງບັນດາໂຄງການເຊື່ອມຕົວເຂົ້າກັບສັງຄົມຄືນໃໝ່, ຊ່ວຍໃຫ້ຜູ້ຕິດຢາເສຍຕິດ ໄດ້ເຊື່ອມຕົວເຂົ້າກັບສັງຄົມ ແລະ ສ້າງຊີວິດໃໝ່ ໂດຍປາສະຈາກຢາເສບຕິດ”.
| ຫວຽດນາມ ມີກາລະໂອກາດເພື່ອນຳໃຊ້ປະໂຫຍດ ຈາກ EVFTA  			 ຍສໝ - ປະເທດຫວຽດນາມມີໂອກາດດີທີ່ຈະນຳໃຊ້ປະໂຫຍດຈາກສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ໃນຂະນະທີ່ດຶງດູດການລົງທືນໂດຍກົງຈາກຕ່າງປະເທດຈາກບັນດາວິສາຫະກິດເອີຣົບ - ປະທານສະມາຄົມນັກທຸລະກິດເອີຣົບ ທີ່ປະເທດຫວຽດນາມ (EuroCham), ທ່ານ Nicolas Audier ກ່າວ.  |   		
| ຫວຽດນາມ ແລະ ADB ເພີ່ມທະວີການຮ່ວມມື  			 ຍສໝ - ເມື່ອບໍ່ດົນມານີ້, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ Eric Sidgwick - ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ.  |   		
| “ອາວຸດ" ຕ້ານ "ສັດຕູ" Covid-19: ດ້ານວັດທະນະທຳ - ສິລະປະ ທີ່ໜ້າຕື່ນເຕັ້ນ  			 ຍສໝ - ໃນໄລຍະຜ່ານມາ, ການໄປສະນີຫວຽດນາມ ໄດ້ຮ່ວມມືກັບກະຊວງສາທາລະນະສຸກ ໄດ້ສ້າງປ້າຍໂຄສະນາ, ພິມບັນດາຮູບພາບຂອງແພດ ແລະ ທ່ານໝໍ ຢູ່ແຖວໜ້າຕໍ່ຕ້ານການລະບາດ. ຮູບພາບການໂຄສະນາ ຂອງນັກແຕ້ມ ເລດຶກຮຽບ, ນັກແຕ້ມ ຟ້າມຈູງຮ່າ ແລະ ນັກແຕ້ມ ລືວອຽນເທ… ທັງໝົດ ລ້ວນແຕ່ມີຜົນສະທ້ອນເຖິງກຳລັງໃຈທີ່ຍິ່ງໃຫຍ່ໃນການຕໍ່ສູ້ຕ້ານກັບ Covid-19.  |   		
ຄຳຮຸ່ງ
                