ຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການເພີ່ມການລົງທຶນສອງທິດທາງຂຶ້ນສອງເທົ່າ

21:22 | 28/11/2026

ຍສໝ - ວັນທີ 26 ພະຈິກ, ທີ່ຮ່າໂນ້ຍ, ທ່ານ ໂງ ວັນ ຕວັນ, ລັດຖະມົນຕີກະຊວງການເງິນຫວຽດນາມ ແລະ ທ່ານ Don Farrell, ລັດຖະມົນຕີການຄ້າ ແລະ ການທ່ອງທ່ຽວອົດສະຕາລີ ໄດ້ເຫັນດີເປັນເອກະພາບກັນກ່ຽວກັບບັນດາບູລິມະສິດການຮ່ວມມືດ້ານການລົງທຶນ, ການຄ້າ, ວິທະຍາສາດ - ເຕັກໂນໂລຊີ ແລະ ພະລັງງານສະອາດ. ສອງປະເທດມຸ່ງໄປສູ່ເປົ້າໝາຍເພີ່ມການລົງທຶນສອງທິດທາງຂຶ້ນສອງເທົ່າໃນ 5 ປີຕໍ່ໜ້າ, ພ້ອມທັງສົມທົບກັນຜັນຂະຫຍາຍບັນດາກິດຈະກຳໃນປີ APEC 2027.

ຫວຽດນາມ - ອົດສະຕາລີ ເພີ່ມທະວີການຮ່ວມມືລັດຖະສະພາ ວັນຊາດຫວຽດນາມຢູ່ Sydney: ຂີດໝາຍ 81 ປີແຫ່ງການພັດທະນາ ແລະ ການພົວພັນ ຫວຽດນາມ - ອົດສະຕາລີ

ກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ຄັ້ງທີ 5 ໄດ້ຈັດຂຶ້ນທີ່ສຳນັກງານກະຊວງການເງິນ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ໂງ ວັນ ຕວັນ, ລັດຖະມົນຕີ ແລະ ທ່ານ Don Farrell, ລັດຖະມົນຕີ.

ເຂົ້າຮ່ວມກອງປະຊຸມມີທ່ານນາງ Gillian Bird, ເອກອັກຄະລັດຖະທູດອົດສະຕາລີ ປະຈຳຫວຽດນາມ, ບັນດາສະມາຊິກຄະນະເຮັດວຽກຂອງອົດສະຕາລີ; ຜູ້ຕາງໜ້າຫ້ອງວ່າການລັດຖະບານ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ການນຳບັນດາຫົວໜ່ວຍສັງກັດກະຊວງການເງິນຫວຽດນາມ.

ກອງປະຊຸມແມ່ນກົນໄກການສົນທະນາຂັ້ນສູງໃນຂອບເຂດສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ, ແນໃສ່ຕີລາຄາຜົນການປະຕິບັດຍຸດທະສາດເພີ່ມທະວີການຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ (EEES), ພ້ອມທັງກຳນົດບັນດາໜ້າທີ່ຮ່ວມມືໃນໄລຍະຕໍ່ໄປ.

ຫວຽດນາມ - ອົດສະຕາລີ ມຸ່ງໄປສູ່ການເພີ່ມການລົງທຶນສອງທິດທາງຂຶ້ນສອງເທົ່າ
ພາບລວມຂອງກອງປະຊຸມ

ບູລິມະສິດການລົງທຶນໃນເຕັກໂນໂລຊີ, ພະລັງງານສະອາດ ແລະ ໂຄງລ່າງພື້ນຖານ

ກ່າວຄຳປາໄສເປີດກອງປະຊຸມ, ທ່ານ ໂງ ວັນ ຕວັນ, ລັດຖະມົນຕີ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດການຮ່ວມມືລະຫວ່າງສອງປະເທດ, ໂດຍສະເພາະພາຍຫຼັງການຢ້ຽມຢາມອົດສະຕາລີລະດັບລັດຂອງສະຫາຍ ໂຕ ເລິມ, ເລຂາທິການໃຫຍ່, ປະທານປະເທດ ໃນເດືອນສິງຫາ 2026.

ຕາມທ່ານລັດຖະມົນຕີແລ້ວ, ການຜັນຂະຫຍາຍຍຸດທະສາດເພີ່ມທະວີການຮ່ວມມືເສດຖະກິດ ໄດ້ປະກອບສ່ວນສ້າງການຫັນປ່ຽນໃນທາງບວກໃຫ້ແກ່ສາຍພົວພັນການຄ້າ ແລະ ການລົງທຶນສອງຝ່າຍ.

ໃນ 10 ເດືອນຕົ້ນປີ 2026, ມູນຄ່າການນຳເຂົ້າ-ສົ່ງອອກລວມລະຫວ່າງຫວຽດນາມ - ອົດສະຕາລີ ບັນລຸ 13,94 ຕື້ USD, ເພີ່ມຂຶ້ນ 21,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.

ໄລ່ຮອດທ້າຍເດືອນຕຸລາ 2026, ອົດສະຕາລີມີ 758 ໂຄງການລົງທຶນທີ່ຍັງມີຜົນບັງຄັບໃຊ້ຢູ່ຫວຽດນາມ, ດ້ວຍຍອດທຶນຈົດທະບຽນຫຼາຍກວ່າ 1,9 ຕື້ USD. ໃນທິດທາງກົງກັນຂ້າມ, ບັນດາວິສາຫະກິດຫວຽດນາມ ໄດ້ລົງທຶນຫຼາຍກວ່າ 605 ລ້ານ USD ເຂົ້າໃນອົດສະຕາລີ, ເຮັດໃຫ້ປະເທດນີ້ຢືນຢູ່ອັນດັບທີ 12 ໃນຈຳນວນທັງໝົດ 87 ປະເທດ ແລະ ເຂດແຄວ້ນທີ່ຫວຽດນາມມີການລົງທຶນຢູ່ຕ່າງປະເທດ.

ບົນພື້ນຖານຜົນການເຄື່ອນໄຫວຂອງບັນດາຄະນະເຮັດວຽກດ້ານການຄ້າ, ການລົງທຶນ ແລະ ການສົນທະນາປະຈຳປີດ້ານການພັດທະນາ ຫວຽດນາມ - ອົດສະຕາລີ ຄັ້ງທີ 2, ທ່ານ ໂງ ວັນ ຕວັນ, ລັດຖະມົນຕີ ໄດ້ສະເໜີສ້າງແຜນປະຕິບັດງານອັນລະອຽດ, ໂດຍສຸມໃສ່ສາມທິດທາງ.

ກ່ອນອື່ນໝົດ, ສອງປະເທດຕ້ອງພັດທະນາສາຍພົວພັນຄູ່ຮ່ວມມືດ້ານການລົງທຶນໄລຍະຍາວ, ຕິດພັນກັບບັນດາບູລິມະສິດການພັດທະນາຂອງຫວຽດນາມ ໄລຍະ 2026-2030, ໂດຍສະເພາະແມ່ນວິທະຍາສາດ, ເຕັກໂນໂລຊີ, ການຖ່າຍທອດເຕັກໂນໂລຊີ ແລະ ພະລັງງານສະອາດ.

ຄຽງຄູ່ກັນນັ້ນ ແມ່ນການຂະຫຍາຍການຄ້າ ແລະ ການລົງທຶນສອງທິດທາງໃນຂົງເຂດອຸດສາຫະກຳ, ກະສິກຳ, ການບໍລິການ, ການທ່ອງທ່ຽວ, ເສດຖະກິດດິຈິຕອນ ແລະ ເສດຖະກິດສີຂຽວ; ພ້ອມທັງສົມທົບກັນຢ່າງໃກ້ຊິດໃນບັນດາເວທີປາໄສລະດັບພາກພື້ນ ແລະ ຫຼາຍຝ່າຍ, ໂດຍສະເພາະໃນປີ APEC 2027 ທີ່ຫວຽດນາມເປັນເຈົ້າພາບ.

ທີ່ກອງປະຊຸມ, ຜູ້ຕາງໜ້າຫວຽດນາມ ໄດ້ໃຫ້ຂໍ້ມູນກ່ຽວກັບບັນດາທິດທາງການພັດທະນາເສດຖະກິດ - ສັງຄົມ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ດ້ວຍເປົ້າໝາຍກາຍເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045.

ໃນໄລຍະ 2026-2030, ຫວຽດນາມ ສູ້ຊົນບັນລຸອັດຕາການເຕີບໂຕ GDP ສະເລ່ຍແຕ່ 10%/ປີຂຶ້ນໄປ, ຕິດພັນກັບການຮັກສາສະຖຽນລະພາບເສດຖະກິດມະຫາພາກ ແລະ ຄວບຄຸມໄພເງິນເຟີ້. ໃນ 9 ເດືອນຕົ້ນປີ 2026, GDP ຂອງຫວຽດນາມ ເພີ່ມຂຶ້ນ 9,01%, ສູງກວ່າອັດຕາການເຕີບໂຕ 8,02% ຂອງໄລຍະດຽວກັນໃນປີກ່ອນ.

ບົນພື້ນຖານດັ່ງກ່າວ, ຫວຽດນາມ ໄດ້ເຊື້ອເຊີນບັນດາກອງທຶນລົງທຶນ, ສະຖາບັນການເງິນ ແລະ ວິສາຫະກິດອົດສະຕາລີ ເຂົ້າຮ່ວມໃນບັນດາຂົງເຂດບູລິມະສິດ ເຊັ່ນ: ເອເລັກໂຕຣນິກ, ເຕັກໂນໂລຊີດິຈິຕອນ, ສານເຄິ່ງຕົວນຳ, ປັນຍາປະດິດ, ພະລັງງານສະອາດ ແລະ ໂຄງລ່າງພື້ນຖານຍຸດທະສາດ.

ຫວຽດນາມ ຍັງຊຸກຍູ້ໃຫ້ບັນດາສະຖາບັນການເງິນອົດສະຕາລີ ລົງທຶນເຂົ້າໃນສອງສູນການເງິນສາກົນຢູ່ນະຄອນໂຮ່ຈີມິນ ແລະ ດ່ານັງ, ພ້ອມທັງໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງຂອງຫວຽດນາມ ເຂົ້າຮ່ວມຢ່າງເລິກເຊິ່ງກວ່າເກົ່າໃນຕ່ອງໂສ້ຄຸນຄ່າທົ່ວໂລກ.

ສອງຝ່າຍສືບຕໍ່ເອົາໃຈໃສ່ຮັກສາແຫຼ່ງທຶນຊ່ວຍເຫຼືອເພື່ອການພັດທະນາຢ່າງເປັນທາງການ (ODA) ແລະ ການຊ່ວຍເຫຼືອລ້າ, ດ້ວຍມູນຄ່າການໜູນຊ່ວຍ 98,3 ລ້ານ AUD ໃນປີງົບປະມານ 2026-2027, ເພື່ອຮັບໃຊ້ບັນດາໂຄງການໂຄງລ່າງພື້ນຖານທີ່ຈຳເປັນ, ຍົກສູງຄວາມສາມາດ ແລະ ຮັບມືກັບການປ່ຽນແປງດິນຟ້າອາກາດຢູ່ເຂດທົ່ງພຽງປາກແມ່ນ້ຳຂອງ ແລະ ເຂດພູດອຍທາງພາກເໜືອ.

ໃນຂົງເຂດການຄ້າ, ຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງໃນການສ້າງຕ່ອງໂສ້ການສະໜອງແຮ່ທາດທີ່ຈຳເປັນຢ່າງໝັ້ນຄົງ ແລະ ຍາວນານ; ຂະຫຍາຍການຮ່ວມມືດ້ານເສດຖະກິດດິຈິຕອນ, ການຄ້າເອເລັກໂຕຣນິກຂ້າມຊາຍແດນ ແລະ ການຫັນປ່ຽນເປັນດິຈິຕອນ.

ຫວຽດນາມ ຍັງພວມຜັນຂະຫຍາຍບັນດາວິທີແກ້ໄຂເພື່ອພັດທະນາເສດຖະກິດໝູນວຽນ, ພະລັງງານທົດແທນ ແລະ ການຜະລິດສີຂຽວ, ມຸ່ງໄປສູ່ເປົ້າໝາຍການປ່ອຍອາຍພິດສຸດທິເປັນສູນໃນປີ 2050.

ອົດສະຕາລີ ໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມຈັດ APEC 2027

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Don Farrell, ລັດຖະມົນຕີການຄ້າ ແລະ ການທ່ອງທ່ຽວອົດສະຕາລີ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດດ້ານການພັດທະນາເສດຖະກິດຂອງຫວຽດນາມ, ພ້ອມທັງຢືນຢັນວ່າ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດທີ່ມີທ່າອ່ຽງພັດທະນາອັນດັບຕົ້ນໆຂອງອົດສະຕາລີ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຕາມທ່ານ Don Farrell ແລ້ວ, ການທີ່ອົງການການເງິນເພື່ອການສົ່ງອອກອົດສະຕາລີ (EFA) ສ້າງຕັ້ງພາກສ່ວນຮັບຜິດຊອບສະເພາະດ້ານການສົ່ງເສີມການລົງທຶນຢູ່ຫວຽດນາມ ໄດ້ສະແດງເຖິງຄວາມສົນໃຈຂອງອົດສະຕາລີຕໍ່ຕະຫຼາດຫວຽດນາມ.

ໃນສະພາບການທີ່ເສດຖະກິດໂລກພວມປະເຊີນກັບຄວາມຜັນຜວນຫຼາຍປະການ, ອົດສະຕາລີ ສືບຕໍ່ສະໜັບສະໜູນການຄ້າເສລີ, ເປັນທຳ ແລະ ຮ່ວມມືກັບບັນດາຄູ່ຮ່ວມມືທີ່ມີວິໄສທັດຮ່ວມກັນ ເຊັ່ນ ຫວຽດນາມ.

ສອງປະເທດມຸ່ງໄປສູ່ເປົ້າໝາຍເພີ່ມການລົງທຶນສອງທິດທາງຂຶ້ນສອງເທົ່າໃນ 5 ປີຕໍ່ໜ້າ, ພ້ອມທັງສ້າງບັນດາຕ່ອງໂສ້ການສະໜອງທີ່ມີຄວາມສາມາດປັບຕົວໄດ້ດີກວ່າເກົ່າ ຕໍ່ໜ້າບັນດາການປ່ຽນແປງຂອງຕະຫຼາດສາກົນ.

ກ່ຽວກັບການຮ່ວມມືຫຼາຍຝ່າຍ, ອົດສະຕາລີ ໄດ້ຕີລາຄາສູງຕໍ່ບົດບາດປະສານງານຂອງຫວຽດນາມ ໃນສັນຍາການເປັນຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມມະຫາສະໝຸດປາຊີຟິກ (CPTPP), ຢືນຢັນການສະໜັບສະໜູນຫວຽດນາມຈັດປີ APEC 2027 ໃຫ້ປະສົບຜົນສຳເລັດ, ໃນນັ້ນມີກອງປະຊຸມລັດຖະມົນຕີການເງິນ APEC ຢູ່ຮ້າລອງ ແລະ ກອງປະຊຸມສຸດຍອດ APEC ຢູ່ຟູ໋ກວັກ.

ສອງຝ່າຍໄດ້ເຫັນດີເປັນເອກະພາບກັນໃນການສົມທົບຜັນຂະຫຍາຍບັນດາຂໍ້ລິເລີ່ມເພື່ອອຳນວຍຄວາມສະດວກດ້ານການຄ້າ, ໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ປະກອບສ່ວນພັດທະນາການຮ່ວມມືເສດຖະກິດໃນພາກພື້ນ.

ໃນຕອນທ້າຍກອງປະຊຸມ, ລັດຖະມົນຕີທັງສອງທ່ານ ໄດ້ເຫັນດີເປັນເອກະພາບກັນກ່ຽວກັບສາມກຸ່ມຜົນສຳເລັດຈຸດສຸມ ຄື: ພັດທະນາສາຍພົວພັນການລົງທຶນໄລຍະຍາວ ຕິດພັນກັບວິທະຍາສາດ, ເຕັກໂນໂລຊີ, ໂຄງລ່າງພື້ນຖານຍຸດທະສາດ ແລະ ພະລັງງານສະອາດ; ອຳນວຍຄວາມສະດວກໃນການເຂົ້າເຖິງຕະຫຼາດສຳລັບຜະລິດຕະຜົນກະສິກຳ ແລະ ຜະລິດຕະຜົນສັດນ້ຳ, ພ້ອມທັງຂະຫຍາຍການຮ່ວມມືດ້ານເສດຖະກິດດິຈິຕອນ ແລະ ເສດຖະກິດສີຂຽວ; ສົມທົບກັນຢ່າງໃກ້ຊິດໃນບັນດາເວທີປາໄສຫຼາຍຝ່າຍ ໃນໄລຍະ 2026-2027.

ລັດຖະມົນຕີທັງສອງທ່ານ ໄດ້ມອບໝາຍໃຫ້ບັນດາຄະນະເຮັດວຽກດ້ານການຄ້າ, ການລົງທຶນ ແລະ ກົນໄກການສົນທະນາປະຈຳປີດ້ານການພັດທະນາ ຫັນບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບກັນໃຫ້ເປັນຮູບປະທຳ, ຕິດຕາມຄວາມຄືບໜ້າ ແລະ ຕີລາຄາຜົນການປະຕິບັດ.

ບັນດາເນື້ອໃນເຫຼົ່ານີ້ຈະໄດ້ຮັບການລາຍງານທີ່ກອງປະຊຸມລັດຖະມົນຕີຄູ່ຮ່ວມມືເສດຖະກິດ ຫວຽດນາມ - ອົດສະຕາລີ ຄັ້ງທີ 6, ຄາດວ່າຈະຈັດຂຶ້ນຢູ່ອົດສະຕາລີໃນປີ 2027.

ຫວຽດນາມ - ອົດສະຕາລີ ຂະຫຍາຍການຮ່ວມມືດ້ານສື່ມວນຊົນ ແລະ ການຄ້າດິຈິຕອນ ຫວຽດນາມ - ອົດສະຕາລີ ຂະຫຍາຍການຮ່ວມມືດ້ານສື່ມວນຊົນ ແລະ ການຄ້າດິຈິຕອນ
ຍສໝ - ຕອນບ່າຍວັນທີ 11 ສິງຫາ ທີ່ Canberra (ອົດສະຕາລີ), ທ່ານ ຈິ້ງວັນກວຽດ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຮັດວຽກກັບ ທ່ານ Matt Thistlethwaite, ລັດຖະມົນຕີຮ່ວມວ່າການກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ, ແລກປ່ຽນບັນດາມາດຕະການເພື່ອຂະຫຍາຍການຮ່ວມມືດ້ານສື່ມວນຊົນ, ການສື່ສານ, ການຄ້າດິຈິຕອນ, ຄວາມປອດໄພທາງໄຊເບີ, ການສຶກສາ ແລະ ການແລກປ່ຽນປະຊາຊົນ.
ຫວຽດນາມ - ອົດສະຕາລີ ຍົກລະດັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ຫວຽດນາມ - ອົດສະຕາລີ ຍົກລະດັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ
ຍສໝ - ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງຫວຽດນາມ ແລະ ອົດສະຕາລີ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ໂດຍມີຄວາມຮຽກຮ້ອງໃຫ້ຫັນຈາກບັນດາໂຄງການຮ່ວມມືແບບແຍກສ່ວນ ໄປສູ່ການສ້າງລະບົບນິເວດການຄົ້ນຄວ້າຮ່ວມ, ຈາກການຖ່າຍທອດເຕັກໂນໂລຊີ ໄປສູ່ການຮ່ວມຄົ້ນຄວ້າ, ຮ່ວມພັດທະນາ ແລະ ນຳຜົນການຄົ້ນຄວ້າໄປສູ່ການຄ້າ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ