ອາຫານຫວຽດນາມເຊື່ອມສານຊາວຫວຽດນາມໃນຕ່າງປະເທດ ແລະ ເພື່ອນມິດສາກົນຢູ່ອາຟຣິກາໃຕ້

10:10 | 26/11/2026

ຍສໝ​ - ວັນທີ 24/11, ຢູ່ນະຄອນຫຼວງ Pretoria (ອາຟຣິກາໃຕ້), ສະຖານທູດຫວຽດນາມປະຈຳອາຟຣິກາໃຕ້ ໄດ້ຈັດວັນວັດທະນະທຳອາຫານຫວຽດນາມ 2026 ເພື່ອແນະນຳອາຫານພື້ນເມືອງໃຫ້ແກ່ເພື່ອນມິດສາກົນ, ພ້ອມທັງສ້າງໂອກາດໃຫ້ຊຸມຊົນຊາວຫວຽດນາມໄດ້ພົບປະ, ຮັກສາເອກະລັກວັດທະນະທຳ ແລະ ຫວນຄິດເຖິງບ້ານເກີດເມືອງນອນ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ອາຟຣິກາໃຕ້ ໜູນຊ່ວຍບັນດາປະເທດອາຟຣິກາ ປ້ອງກັນ, ຕ້ານພະຍາດໂຄວິດ-19 ຫວຽດນາມສະເໜີ 8 ຂົງເຂດຮ່ວມມືກັບອາຟຣິກາໃຕ້

ລາຍການດັ່ງກ່າວຈັດຂຶ້ນເພື່ອຂານຮັບວັນບຸນມະຫາສາມັກຄີທົ່ວປວງຊົນ (18/11) ແລະ ວັນວັດທະນະທຳຫວຽດນາມ (24/11), ໂດຍມີຜູ້ຕາງໜ້າບັນດາອົງການລັດຖະບານອາຟຣິກາໃຕ້, ບັນດາເອກອັກຄະລັດຖະທູດ, ຂ້າຫຼວງໃຫຍ່, ສະມາຊິກຄະນະທູຕານຸທູດ, ເພື່ອນມິດທ້ອງຖິ່ນ ແລະ ຊຸມຊົນຊາວຫວຽດນາມທີ່ກຳລັງດຳລົງຊີວິດຢູ່ອາຟຣິກາໃຕ້ເຂົ້າຮ່ວມ.

ໃນງານ, ບັນດາແຂກຜູ້ມີກຽດໄດ້ລິ້ມລອງອາຫານທີ່ຄຸ້ນເຄີຍຂອງຫວຽດນາມ ເຊັ່ນ ເຝີຊີ້ນງົວ, ເຂົ້າປຽກປາກໝໍ້, ແໜມຫໍ່ກຸ້ງສົດ ແລະ ແໜມຈືນ. ອາຫານທຸກເຍື່ອງໄດ້ຮັບການກະກຽມໂດຍກົງຈາກພະນັກງານ ແລະ ເຈົ້າໜ້າທີ່ສະຖານທູດ, ສ້າງໂອກາດໃຫ້ເພື່ອນມິດສາກົນໄດ້ສຳຜັດລົດຊາດອາຫານຫວຽດນາມ.

ອາຫານຫວຽດນາມເຊື່ອມສານຊາວຫວຽດນາມໃນຕ່າງປະເທດ ແລະ ເພື່ອນມິດສາກົນຢູ່ອາຟຣິກາໃຕ້

ກ່າວຄຳເຫັນໃນລາຍການ, ທ່ານ ຫງວຽນ ຈ້ອງ ກຽນ, ເອກອັກຄະລັດຖະທູດຫວຽດນາມປະຈຳອາຟຣິກາໃຕ້ ໃຫ້ຮູ້ວ່າ ອາຫານຫວຽດນາມໄດ້ບັນຈຸໄວ້ບັນດາຄຸນຄ່າທາງປະຫວັດສາດ, ວັດທະນະທຳ ແລະ ຈິດໃຈແຫ່ງການແບ່ງປັນຂອງຊາດ. ຜ່ານງານດັ່ງກ່າວ, ທ່ານເອກອັກຄະລັດຖະທູດປາຖະໜາໃຫ້ປະຊາຊົນຫວຽດນາມ, ອາຟຣິກາໃຕ້ ແລະ ເພື່ອນມິດສາກົນ ມີໂອກາດເພີ່ມຕື່ມໃນການຮຽນຮູ້ ແລະ ເຊື່ອມສານກັນ. ທ່ານຍັງໄດ້ເນັ້ນໜັກບົດບາດຂອງຊາວຫວຽດນາມໃນຕ່າງປະເທດແຕ່ລະຄົນ ໃນການແນະນຳວັດທະນະທຳຫວຽດນາມຢູ່ປະເທດເຈົ້າພາບ.

ທ່ານນາງ ເຈິ່ນ ທິ ບ໋າວ ເຈິນ, ຜູ້ທີ່ດຳລົງຊີວິດຢູ່ອາຟຣິກາໃຕ້ມາເປັນເວລາ 16 ປີ ໄດ້ສະແດງຄວາມຊາບຊຶ້ງໃຈຕໍ່ຄວາມເອົາໃຈໃສ່ຂອງສະຖານທູດທີ່ມີຕໍ່ຊຸມຊົນຊາວຫວຽດນາມ. ຕາມທ່ານນາງແລ້ວ, ບັນດາກິດຈະກຳພົບປະເຊັ່ນນີ້ ຊ່ວຍໃຫ້ພີ່ນ້ອງຊາວຫວຽດນາມທີ່ຢູ່ໄກບ້ານເກີດ ສືບຕໍ່ຮັກສາບັນດາຄຸນຄ່າດັ້ງເດີມ, ຜູກພັນກັບຮາກເຫງົ້າຂອງຕົນ ແລະ ບັນເທົາຄວາມຄິດຮອດບ້ານເກີດເມືອງນອນ.

ທ່ານນາງ Wong Chia Chiann, ອັກຄະລັດຖະທູດທີ່ປຶກສາຂອງສະຖານຂ້າຫຼວງໃຫຍ່ມາເລເຊຍ, ເຊິ່ງເຄີຍປະຈຳການຢູ່ຫວຽດນາມເປັນເວລາ 3 ປີເຄິ່ງ, ໄດ້ແບ່ງປັນຄວາມມັກຂອງຕົນຕໍ່ອາຫານເຝີ, ເຂົ້າປຽກປາກໝໍ້ ແລະ ແໜມຫໍ່ກຸ້ງສົດ. ໂດຍຕີລາຄາສູງກິດຈະກຳການທູດຜ່ານອາຫານ, ທ່ານນາງໃຫ້ຮູ້ວ່າ ບັນດາຄວາມຊົງຈຳກ່ຽວກັບຜູ້ຄົນ, ອາຫານ ແລະ ຊີວິດຢູ່ຫວຽດນາມ ເຮັດໃຫ້ທ່ານນາງປາຖະໜາຢາກມີໂອກາດກັບຄືນໄປອີກຄັ້ງ.

ກ່ອນໜ້ານັ້ນ, ວັນທີ 22/11, ສະຖານທູດຫວຽດນາມປະຈຳໂມຊຳບິກ ກໍໄດ້ຈັດວັນບຸນມະຫາສາມັກຄີທົ່ວປວງຊົນ ແລະ ວັນວັດທະນະທຳຫວຽດນາມ ຢູ່ນະຄອນຫຼວງ Maputo, ໂດຍມີຊາວຫວຽດນາມໃນຕ່າງປະເທດຈຳນວນຫຼາຍເຂົ້າຮ່ວມ.

ນອກຈາກການລິ້ມລອງອາຫານພື້ນເມືອງແລ້ວ, ພີ່ນ້ອງຍັງໄດ້ຮ່ວມກັນຫຼິ້ນກິລາພື້ນເມືອງ ແລະ ເກມເປັນໝູ່ຄະນະ ເຊັ່ນ ປິດຕາຕີໝໍ້ດິນ, ສາມຄົນສີ່ຂາ, ເດົາຄວາມໝາຍຈາກຄຳໃບ້ຂອງເພື່ອນຮ່ວມທີມ, ສ້າງບັນຍາກາດທີ່ມ່ວນຊື່ນ ແລະ ຜູກພັນກັນໃນຊຸມຊົນ.

ໃນລາຍການ, ທ່ານນາງ ເຈິ່ນ ທິ ທູ ຖິ່ນ, ເອກອັກຄະລັດຖະທູດຫວຽດນາມປະຈຳໂມຊຳບິກ ໄດ້ສະແດງຄວາມປາຖະໜາໃຫ້ພີ່ນ້ອງສືບຕໍ່ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ສົ່ງເສີມບົດບາດເປັນຂົວເຊື່ອມໂຍງທາງວັດທະນະທຳ, ແນະນຳຄວາມງົດງາມຂອງປະເທດຊາດ ແລະ ຜູ້ຄົນຫວຽດນາມໃຫ້ແກ່ເພື່ອນມິດທ້ອງຖິ່ນ, ປະກອບສ່ວນບຳລຸງສ້າງມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ທ່ານ ໂງ ກິມ ຈ້ອງ, ປະທານສະມາຄົມຊາວຫວຽດນາມປະຈຳໂມຊຳບິກ ໄດ້ສະແດງຄວາມຍິນດີທີ່ວັນບຸນມະຫາສາມັກຄີທົ່ວປວງຊົນ ແລະ ວັນວັດທະນະທຳຫວຽດນາມ ໄດ້ຈັດຂຶ້ນເປັນຄັ້ງທຳອິດຢູ່ໂມຊຳບິກ. ຕາມທ່ານແລ້ວ, ບັນດາກິດຈະກຳຊ່ວຍໃຫ້ພີ່ນ້ອງເຂົ້າໃຈຄວາມໝາຍຂອງສອງວັນບຸນຫຼາຍຂຶ້ນ, ເສີມສ້າງຄວາມຜູກພັນໃນຊຸມຊົນ ແລະ ສືບຕໍ່ຮັກສາເອກະລັກວັດທະນະທຳຂອງຊາດ.

ອາຟຣິກາໃຕ້ ໄດ້ຕີລາຄາສູງແນວທາງນະໂຍບາຍການຕ່າງປະເທດ ຂອງຫວຽດນາມ ອາຟຣິກາໃຕ້ ໄດ້ຕີລາຄາສູງແນວທາງນະໂຍບາຍການຕ່າງປະເທດ ຂອງຫວຽດນາມ
ຍສໝ - ຫວຽດນາມ ແລະ ອາຟະລິກາໃຕ້ ໄດ້ຍູ້ແຮງການເຄື່ອນໄຫວແລກປ່ຽນ, ສ້າງກຳລັງໜູນເພື່ອໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ກ້າວເຂົ້າສູ່ຢ່າງລວງເລິກ, ແທດຈິງ, ມີປະສິດທິຜົນ.
ນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນມາຈາກນໍເວ, ໂມຊຳບິກ, ອາຟຣິກາໃຕ້, ກາຕາ ເພື່ອກັບຄືນປະເທດ ນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນມາຈາກນໍເວ, ໂມຊຳບິກ, ອາຟຣິກາໃຕ້, ກາຕາ ເພື່ອກັບຄືນປະເທດ
ຍສໝ - ໃນສອງມື້ ວັນທີ 29-30 ຕຸລາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ນໍເວ ໄດ້ປະສານສົມທົບກັບ ສະຖານທູດຫວຽດນາມ ປະຈຳໂມຊຳບິກ, ອາຟຣິກາໃຕ້, ກາຕາ ແລະ ສາຍການບິນ Qatar Airways ເພື່ອນຳສົ່ງພົນລະເມືອງຫວຽດນາມ ເກືອບ 340 ຄົນ ໄດ້ກັບຄືນປະເທດຢ່າງປອດໄພ.

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ