ສື່ມວນຊົນເມັກຊິໂກຍົກສູງຄຸນຄ່າສັນຍະລັກມິດຕະພາບຫວຽດນາມ - ເມັກຊິໂກ ທີ່ Acapulco

15:51 | 30/10/2026

ຍສໝ - ວັນທີ 27/10, ສື່ມວນຊົນເມັກຊິໂກຫຼາຍສຳນັກໄດ້ລາຍງານຂ່າວກ່ຽວກັບພິທີເປີດຕົວຜົນງານບູລະນະປັບປຸງຮູບປັ້ນປະທານໂຮ່ຈີມິນ ທີ່ນະຄອນ Acapulco, ລັດ Guerrero, ໂດຍເນັ້ນໜັກເຖິງຄວາມໝາຍທາງສັນຍະລັກຂອງຜົນງານດັ່ງກ່າວຕໍ່ມິດຕະພາບ ແລະ ຄຸນຄ່າຮ່ວມກັນລະຫວ່າງສອງຊາດ.

ຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ຫວຽດນາມ - ເມັກຊິໂກ ຊຸກຍູ້ການເຊື່ອມໂຍງລະຫວ່າງອົງການນິຕິບັນຍັດຫວຽດນາມ - ເມັກຊິໂກ

ໜັງສືພິມ Quadratín Guerrero ແລະ Diario 21 ຕ່າງກໍເນັ້ນໜັກວ່າ ເຖິງແມ່ນຫວຽດນາມ ແລະ ເມັກຊິໂກຈະຢູ່ຫ່າງໄກກັນທາງພູມສາດ, ແຕ່ທັງສອງປະເທດກໍມີຫຼາຍຈຸດຄ້າຍຄືກັນໃນປະຫວັດສາດການຕໍ່ສູ້ເພື່ອຍາດເອົາເອກະລາດ, ປົກປ້ອງອະທິປະໄຕ ແລະ ຄວາມປາຖະໜາຕໍ່ເສລີພາບ.

ໜັງສືພິມ Quadratín Guerrero ໄດ້ເຊື່ອມໂຍງຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ກັບ Vicente Guerrero, ບຸກຄົນສຳຄັນທາງປະຫວັດສາດໃນການຕໍ່ສູ້ປົກປ້ອງເອກະລາດຂອງເມັກຊິໂກ. ເຖິງແມ່ນທັງສອງທ່ານຈະມີຊີວິດຢູ່ໃນຄົນລະຍຸກສະໄໝ, ແຕ່ຕ່າງກໍສະແດງເຈດຈຳນົງອັນເດັດດ່ຽວໃນການປົກປ້ອງອະທິປະໄຕຂອງຊາດ ຕໍ່ໜ້າຄູ່ຕໍ່ສູ້ທີ່ມີຄວາມໄດ້ປຽບທາງທະຫານຢ່າງເໜືອກວ່າ.

ຂະນະດຽວກັນ, ໜັງສືພິມ Diario 21 ໄດ້ກ່າວເຖິງຄວາມປາຖະໜາຂອງອຳນາດການປົກຄອງນະຄອນ Acapulco ໃນການຂະຫຍາຍການຮ່ວມມືກັບຫວຽດນາມໃນຂົງເຂດການທ່ອງທ່ຽວ, ການປະມົງ ແລະ ວັດທະນະທຳ, ໂດຍອີງໃສ່ລັກສະນະຄ້າຍຄືກັນດ້ານທີ່ຕັ້ງແຄມທະເລ ແລະ ບົດບາດຂອງເສດຖະກິດທາງທະເລ.

ບັນດາບົດຂ່າວຍັງໃຫ້ຄວາມສົນໃຈຕໍ່ຄຸນຄ່າທາງປະຫວັດສາດຂອງຜົນງານດັ່ງກ່າວ. ຕາມໜັງສືພິມ Quadratín Guerrero, ຮູບປັ້ນເຄິ່ງຕົວຂອງປະທານໂຮ່ຈີມິນ ໄດ້ຖືກຕັ້ງໄວ້ທີ່ຖະໜົນໃຫຍ່ Costera Miguel Alemán ນັບແຕ່ປີ 2010. ການບູລະນະປັບປຸງຄັ້ງນີ້ແມ່ນເພື່ອຟື້ນຟູຮູບລັກສະນະດັ້ງເດີມ ແລະ ຮັກສາຄຸນຄ່າທາງປະຫວັດສາດຂອງຮູບປັ້ນ.

ໂດຍອ້າງອີງຄຳກ່າວຂອງທ່ານ ຫງວຽນ ວັນ ຫາຍ, ເອກອັກຄະລັດຖະທູດຫວຽດນາມປະຈຳເມັກຊິໂກ, ສື່ມວນຊົນທ້ອງຖິ່ນໄດ້ຢືນຢັນວ່າ ຜົນງານດັ່ງກ່າວບໍ່ພຽງແຕ່ມີຄຸນຄ່າທາງສິລະປະ ແລະ ປະຫວັດສາດເທົ່ານັ້ນ, ແຕ່ຍັງສະທ້ອນເຖິງຄວາມເຄົາລົບ ແລະ ນ້ຳໃຈສາມັກຄີລະຫວ່າງສອງປະເທດ.

ສຳນັກຂ່າວພາບ Cuartoscuro ກໍໄດ້ເຜີຍແຜ່ພາບການຢ້ຽມຢາມນະຄອນ Acapulco ຂອງທ່ານເອກອັກຄະລັດຖະທູດ ຫງວຽນ ວັນ ຫາຍ ແລະ ບັນດາກິດຈະກຳທີ່ກ່ຽວຂ້ອງກັບຜົນງານດັ່ງກ່າວ, ໂດຍມີທ່ານນາງ Abelina López Rodríguez, ເຈົ້າຄອງນະຄອນ ພ້ອມດ້ວຍຜູ້ຕາງໜ້າສະຖານເອກອັກຄະລັດຖະທູດຫວຽດນາມເຂົ້າຮ່ວມ.

ສິ່ງທີ່ໜ້າສັງເກດແມ່ນ ສື່ມວນຊົນເມັກຊິໂກໄດ້ເນັ້ນໜັກເຖິງທີ່ຕັ້ງຂອງຮູບປັ້ນປະທານໂຮ່ຈີມິນ ຢູ່ຄຽງຂ້າງອະນຸສາວະລີຂອງບັນດາບຸກຄົນສຳຄັນທາງປະຫວັດສາດອາເມລິກາລາຕິນ ເຊັ່ນ Simón Bolívar, Benito Juárez ແລະ José Martí. ບັນດາບຸກຄົນເຫຼົ່ານີ້ລ້ວນແຕ່ຜູກພັນກັບອຸດົມການແຫ່ງເອກະລາດ, ຄວາມຍຸຕິທຳ ແລະ ສັກສີຂອງມະນຸດ.

ຫວຽດນາມ ແລະ ເມັກຊິໂກ ໄດ້ສ້າງຕັ້ງສາຍພົວພັນການທູດໃນວັນທີ 19/5/1975. ພາຍຫຼັງຜ່ານໄປກວ່າເຄິ່ງສະຕະວັດ, ນ້ຳໃຈສາມັກຄີ ແລະ ການສະໜັບສະໜູນຂອງປະຊາຊົນເມັກຊິໂກທີ່ມີຕໍ່ຫວຽດນາມໃນການຕໍ່ສູ້ເພື່ອຍາດເອົາເອກະລາດ ແລະ ທ້ອນໂຮມປະເທດຊາດ ຍັງຄົງເປັນພື້ນຖານຂອງສາຍພົວພັນມິດຕະພາບສອງຝ່າຍ.

ການບູລະນະປັບປຸງຮູບປັ້ນປະທານໂຮ່ຈີມິນທີ່ Acapulco ແລະ ຄວາມສົນໃຈຂອງສື່ມວນຊົນເມັກຊິໂກ ໄດ້ປະກອບສ່ວນຮັກສາຄວາມຊົງຈຳທາງປະຫວັດສາດ, ພ້ອມທັງເຜີຍແຜ່ຄຸນຄ່າຮ່ວມກັນກ່ຽວກັບເອກະລາດ, ເສລີພາບ, ສັນຕິພາບ ແລະ ຄວາມຍຸຕິທຳ.

ເມັກຊິໂກ ແມ່ນປະເທດທີ່ນຳເຂົ້າປາປຶ່ງໃຫຍ່ອັນດັບທີ 3 ຂອງຫວຽດນາມ ເມັກຊິໂກ ແມ່ນປະເທດທີ່ນຳເຂົ້າປາປຶ່ງໃຫຍ່ອັນດັບທີ 3 ຂອງຫວຽດນາມ
ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ຂໍ້​ມູນ​ຂອງ​ສະມາຄົມ​​ສົ່ງ​ອອກ ​ແລະ ປຸງແຕ່ງ​ອາຫານ​ທະ​ເລ​ຫວຽດນາມ (VASEP) ​ໃຫ້​ຮູ້​ວ່າ: ​ໃນ 7 ​ເດືອນ​ຕົ້ນ​ປີ​ນີ້, ​ເມັກ​ຊິ​ໂກ ​ໄດ້​ນຳ​ເຂົ້າປາປຶ່ງ​​ຫວຽດນາມ ກ່ວາ 73 ລ້ານ USD, ​ເຮັດ​ໃຫ້​ເມັກ​ຊິໂກ ​ກາຍ​ເປັນ​ປະ​ເທດ​ນຳ​ເຂົ້າ​ໃຫຍ່​ອັນ​ດັບ 3 ​ໃນ​ລາຍການ​ນີ້.
ເມັກຊິໂກກາຍເປັນປະເທດທໍາອິດທີ່ສະຫນອງຢາຟຣີໃຫ້ແກ່ປະຊາຊົນ ເມັກຊິໂກກາຍເປັນປະເທດທໍາອິດທີ່ສະຫນອງຢາຟຣີໃຫ້ແກ່ປະຊາຊົນ
ຍສໝ - ວັນ​ທີ 29 ທັນວາ​ນີ້, ລັດຖະບານ​ເມັກ​ຊິ​ໂກ ​ໄດ້ເປີດ​ສະຫຼອງສູນການແຈກຢາຍຢາ​ແຫ່ງ​ຊາດ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ເພື່ອ​ນຳ​ເອົາ​ຜະລິດ​ຕະພັນ​ການ​ແພດ​ໂດຍ​ບໍ່​ເສຍ​ຄ່າ​​ໄປ​ໃຫ້​ເຖິງມືຄົນ​ເຈັບ​ພາຍ​ໃນ​ເວລາ 48 ຊົ່ວ​ໂມງ​ໃນ​ທົ່ວ​ປະ​ເທດ​ນີ້.
ສື່ມວນຊົນເມັກຊິໂກຍົກສູງຄຸນຄ່າສັນຍະລັກມິດຕະພາບຫວຽດນາມ - ເມັກຊິໂກ ທີ່ Acapulco

ດວງດີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ