SiviCamp 2026 ເຊື່ອມຕໍ່ຄົນໜຸ່ມຫວຽດນາມຢູ່ເອີຣົບ ຜ່ານເຕັກໂນໂລຊີ ແລະ ວັດທະນະທຳ
ຍສໝ - ແຕ່ວັນທີ 17-20/9 ຢູ່ Frankfurt, ຄ້າຍພັກຮ້ອນພອນສະຫວັນຊາວໜຸ່ມ, ນັກສຶກສາຫວຽດນາມຢູ່ເຢຍລະມັນ - SiviCamp 2026 ໄດ້ເຕົ້າໂຮມຊາວໜຸ່ມ, ນັກສຶກສາຫວຽດນາມຫຼາຍກວ່າ 200 ຄົນ ທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ເຢຍລະມັນ ແລະ ຫຼາຍປະເທດໃນເອີຣົບ, ດ້ວຍບັນດາກິດຈະກຳທີ່ສຸມໃສ່ເຕັກໂນໂລຊີ, ນະວັດຕະກຳ, ການພັດທະນາທັກສະ ແລະ ການຮັກສາເອກະລັກວັດທະນະທຳ.