ເລັ່ງລັດການກວດພິສູດ ADN, ສູ້ຊົນສຳເລັດ 18.000 ຕົວຢ່າງອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ ໃນເດືອນ 7/2027
ຍສໝ - ຕອນບ່າຍວັນທີ 14/9, ທ່ານນາງ ຟ້າມທິແທງຈ່າ, ຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເລັ່ງຄວາມຄືບໜ້າການເກັບຕົວຢ່າງ ແລະ ກວດພິສູດ ADN ອັດຖິນັກຮົບຜູ້ເສຍສະລະຊີວິດເພື່ອຊາດ, ສູ້ຊົນສຳເລັດການເກັບຕົວຢ່າງຢູ່ບັນດາສຸສານກ່ອນວັນທີ 30/11 ແລະ ສຳເລັດການກວດພິສູດ 18.000 ຕົວຢ່າງ ໃນວັນທີ 27/7/2027. ມາຮອດປັດຈຸບັນ, ມີພຽງ 210 ຕົວຢ່າງໄດ້ຮັບການກວດພິສູດ, ສາມາດລະບຸຕົວຕົນໄດ້ຖືກຕ້ອງ 10 ກໍລະນີ.