| ຫວຽດນາມພວມມຸ່ງໄປສູ່ການເຕີບໂຕທີ່ມີຄຸນນະພາບ ແລະ ຍືນຍົງ ຄວາມຮັກຂອງພໍ່ ພາຂ້າພະເຈົ້າມາຫາຫວຽດນາມ |
ການພົບປະຄັ້ງນີ້ ຈັດຂຶ້ນທັນທີພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026 - 2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຂຶ້ນຢ່າງສຳເລັດຜົນອັນຈົບງາມ.
ເຂົ້າຮ່ວມການພົບປະ ມີສະຫາຍ ບຸ່ຍທິມິງຮວ່າຍ, ກຳມະການກົມການເມືອງ, ເລຂາສູນກາງພັກ, ເລຂາຄະນະພັກແນວໂຮມແຫ່ງຊາດ ແລະ ບັນດາອົງການມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ; ສະຫາຍ ຫງວຽນຫາຍນິງ, ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍຕົວແທນຈາກຫຼາຍອົງການສູນກາງ.
![]() |
| ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ອວຍພອນທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ VII. |
ລາຍງານຜົນກອງປະຊຸມໃຫຍ່ ຄັ້ງທີ VII, ອາຍຸການ 2026 - 2031, ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຍົກໃຫ້ເຫັນບັນດາຜົນສຳເລັດພົ້ນເດັ່ນໃນອາຍຸການທີ່ຜ່ານມາ. ຕາມນັ້ນແລ້ວ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເປັນເຈົ້າການໃນການສະເໜີແນະ, ສອດແຊກບັນດາກິດຈະກຳການຕ່າງປະເທດປະຊາຊົນເຂົ້າໃນບັນດາກິດຈະກຳຕ່າງປະເທດລະດັບສູງ, ປະກອບສ່ວນເຮັດໃຫ້ເນື້ອໃນກິດຈະກຳຕ່າງປະເທດຫຼາກຫຼາຍຂຶ້ນ, ເລິກເຊິ່ງຂຶ້ນ, ປັບປຸງຄວາມໄວ້ວາງໃຈທາງການເມືອງໃຫ້ໜັກແໜ້ນ, ຮັດແໜ້ນມິດຕະພາບລະຫວ່າງຫວຽດນາມກັບປະຊາຊົນບັນດາປະເທດ. ວຽກງານການຕ່າງປະເທດປະຊາຊົນຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ປ່ຽນໃໝ່ດ້ານແນວຄິດ, ເນື້ອໃນ ແລະ ຮູບແບບ, ຈາກ “ການແລກປ່ຽນແບບທຳມະດາ” ໄປສູ່ “ການສ້າງສັນເນື້ອໃນການເມືອງ”. ເຄືອຂ່າຍມິດສະຫາຍສາກົນໄດ້ຮັບການຂະຫຍາຍຕາມທິດຫຼາກຫຼາຍ, ເຂົ້າສູ່ຄວາມເລິກເຊິ່ງ ແລະ ເປັນຮູບປະທຳ, ປະກອບສ່ວນສ້າງ “ແນວຮົບຫົວໃຈປະຊາຊົນ” ໃຫ້ໜັກແໜ້ນ, ສ້າງພື້ນຖານທາງສັງຄົມທີ່ເອື້ອອຳນວຍໃຫ້ແກ່ສາຍພົວພັນລະຫວ່າງຫວຽດນາມກັບບັນດາປະເທດ, ຍົກສູງກຽດສັກສີ ແລະ ຖານະຂອງຫວຽດນາມໃນເວທີສາກົນ.
ວຽກງານ NGO ຕ່າງປະເທດ ໄດ້ຖືກຜັນຂະຫຍາຍຢ່າງເປັນເຈົ້າການ, ມີຈຸດສຸມ ແລະ ຈຸດໜັກ, ຕິດແໜ້ນກັບບັນດາເປົ້າໝາຍພັດທະນາຂອງປະເທດ ແລະ ບັນດາຂະບວນການຂົນຂວາຍ, ໂຄງການໃຫຍ່ ທີ່ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ປຸກລະດົມ.
ວຽກງານຕິດຕາມສະພາບການ, ຄົ້ນຄວ້າ, ສະເໜີແນະ ມີບາດກ້າວຫັນປ່ຽນໃນທາງບວກ. ຄຸນນະພາບຂອງບັນດາບົດລາຍງານ ໄດ້ຮັບໃຊ້ຢ່າງມີປະສິດທິຜົນໃຫ້ແກ່ວຽກງານນຳພາ, ຊີ້ນຳ ແລະ ການສ້າງທິດທາງວຽກງານການຕ່າງປະເທດປະຊາຊົນ.
ກົງຈັກການຈັດຕັ້ງຂອງສະຫະພັນ ແລະ ບັນດາອົງການສະມາຊິກ ຕັ້ງແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບການປັບປຸງ, ຈັດຕັ້ງຄືນໃໝ່ຕາມທິດກະທັດລັດ, ມີສະມັດຖະພາບ, ມີປະສິດທານຸພາບ ແລະ ປະສິດທິຜົນ. ວຽກງານຝຶກອົບຮົມ, ບຳລຸງສ້າງພະນັກງານ ໄດ້ຮັບຄວາມສົນໃຈເປັນພິເສດ.
ສະຫາຍ ຟານແອັງເຊີນ ຍັງໄດ້ຍອມຮັບຢ່າງຈິງຈັງເຖິງບັນດາຈຸດອ່ອນ, ຂໍ້ຈຳກັດ, ແມ່ນແຕ່ບັນດາຈຸດຕັນທີ່ຈຳເປັນຕ້ອງຮີບຮ້ອນແກ້ໄຂ, ນັ້ນຄື: ການເຊື່ອມໂຍງລະຫວ່າງການຕ່າງປະເທດປະຊາຊົນກັບການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ ຍັງບໍ່ທັນສ້າງຜົນສຳເລັດທີ່ສາມາດວັດແທກເປັນຕົວເລກໄດ້ຫຼາຍ, ຍັງບໍ່ທັນມີການປະກອບສ່ວນທີ່ຈະແຈ້ງເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ແລະ ປະເທດ; ໂຄງສ້າງເຄືອຂ່າຍຄູ່ຮ່ວມຍັງຂາດຄວາມສົມດຸນ, ພັດທະນາບໍ່ສະເໝີກັນລະຫວ່າງບັນດາພາກພື້ນ ແລະ ຂົງເຂດ; ການຂະຫຍາຍສາຍພົວພັນກັບປັນຍາຊົນ, ນັກທຸລະກິດໜຸ່ມ ແລະ ບັນດາຜູ້ມີອິດທິພົນ ຍັງຊັກຊ້າ; ຄຸນນະພາບກິດຈະກຳຂອງບັນດາອົງການສະມາຊິກ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ສະເໝີກັນ, ຫຼາຍຄັ້ງຍັງຂາດຄວາມເປັນເຈົ້າການ, ຍັງມີແນວຄິດລໍຖ້າໃຫ້ມີການເຕືອນ ຫຼື ມອບໝາຍວຽກ, ລໍຖ້າວຽກ; ໂດຍສະເພາະ ການຮັບຮູ້ຕໍ່ບົດບາດຂອງການຕ່າງປະເທດປະຊາຊົນ ຍັງບໍ່ສະເໝີກັນໃນບັນດາຂະແໜງ, ຂັ້ນ ແລະ ທ້ອງຖິ່ນ.
ສະຫາຍ ຟານແອັງເຊີນ ໄດ້ລາຍງານຕໍ່ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ກ່ຽວກັບ 5 ທິດທາງໃຫຍ່ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນອາຍຸການໃໝ່.
ທີໜຶ່ງ, ພະຍາຍາມສົ່ງເສີມບົດບາດເປັນແກນຫຼັກໃນວຽກງານການຕ່າງປະເທດປະຊາຊົນ, ສະເໜີແນະຄະນະກຳມະການສູນກາງແນວໂຮມແຫ່ງຊາດຫວຽດນາມ ໃຫ້ສ້າງຍຸດທະສາດ ແລະ ຈັດຕັ້ງປະຕິບັດບັນດາໂຄງການ, ແຜນວຽກ ເພື່ອໃຫ້ການຕ່າງປະເທດປະຊາຊົນ ກາຍເປັນໜຶ່ງໃນເສົາຄ້ຳຂອງພື້ນຖານການທູດຫວຽດນາມຢ່າງແທ້ຈິງ.
ທີສອງ, ສືບຕໍ່ປ່ຽນໃໝ່ແນວຄິດ, ວິທີເຂົ້າເຖິງ, ເນື້ອໃນ ແລະ ຮູບແບບເຄື່ອນໄຫວການຕ່າງປະເທດປະຊາຊົນ, ວຽກງານຂົນຂວາຍ NGO ຕ່າງປະເທດ, ການຄົ້ນຄວ້າ, ສະເໜີແນະ, ຂໍ້ມູນຂ່າວສານຕ່າງປະເທດ ແລະ ວຽກງານຊາວຫວຽດນາມຢູ່ຕ່າງປະເທດ, ຕາມທິດຫັນຈຸດສຸມຢ່າງແຮງຍິ່ງຂຶ້ນ ໄປສູ່ປະສິດທິຜົນຕົວຈິງ, ມີຜະລິດຕະຜົນ ແລະ ຜົນສຳເລັດສະເພາະທີ່ສາມາດວັດແທກໄດ້, ຮັບໃຊ້ຢ່າງເປັນຮູບປະທຳໃຫ້ແກ່ບັນດາເປົ້າໝາຍພັດທະນາຂອງປະເທດ ແລະ ທ້ອງຖິ່ນ.
ທີສາມ, ເປັນເຈົ້າການໃນການສ້າງ “ເຄືອຂ່າຍຄູ່ຮ່ວມລຸ້ນໃໝ່”, ປະກອບສ່ວນເຮັດໃຫ້ການຕ່າງປະເທດປະຊາຊົນ ຄ່ອຍໆຕິດແໜ້ນກັບຜົນປະໂຫຍດດ້ານເສດຖະກິດ, ຄວາມໝັ້ນຄົງ, ເຕັກໂນໂລຊີ... ຂອງປະເທດ; ສົ່ງເສີມປະສິດທິຜົນຂອງ “ການທູດຊະນະໃຈ” ໃຫ້ສູງຂຶ້ນ ເພື່ອດຶງດູດບັນດາກຳລັງ ແລະ ບຸກຄົນທີ່ມີອິດທິພົນຕໍ່ການເມືອງ, ສັງຄົມຂອງບັນດາປະເທດ; ສຸມໃສ່ເຊື່ອມຕໍ່ຄົນຮຸ່ນໜຸ່ມທົ່ວໂລກ ຜ່ານບັນດາໂຄງການ ແລະ ກົນໄກຮ່ວມມືສະເພາະ. ເຄືອຂ່າຍຄູ່ຮ່ວມນີ້ ທັງປະກອບສ່ວນຊ່ວຍເຂົ້າເຖິງບັນດາແຫຼ່ງກຳລັງ, ທັງຊ່ວຍປົກປ້ອງຜົນປະໂຫຍດຂອງຫວຽດນາມໃນບັນດາເວທີ, ແກ້ໄຂບັນດາບັນຫາສັບສົນແຕ່ຫົວທີ, ແຕ່ໄກ.
ທີສີ່, ຫັນກຳລັງແຮງທາງດ້ານຈິດໃຈ ໃຫ້ກາຍເປັນແຫຼ່ງກຳລັງເພື່ອການພັດທະນາ: ຫັນປ່ຽນຢ່າງແຮງຈາກວິທີເຂົ້າເຖິງແບບແຍກສ່ວນ, ໄລຍະສັ້ນ ໃນການຂົນຂວາຍແຫຼ່ງກຳລັງ ໄປສູ່ການເປັນເຈົ້າການສ້າງສາຍພົວພັນຄູ່ຮ່ວມພັດທະນາໄລຍະຍາວ, ເປັນຮູບປະທຳ ແລະ ມີປະສິດທິຜົນ; ຫຼາກຫຼາຍແຫຼ່ງກຳລັງຈາກບັນດາອົງການ NGO ຕ່າງປະເທດ ແລະ ຄູ່ຮ່ວມສາກົນ, ລວມທັງແຫຼ່ງກຳລັງດ້ານການເງິນ, ພູມປັນຍາ, ເຕັກໂນໂລຊີ, ຊ່ຽວຊານ ແລະ ເຄືອຂ່າຍທົ່ວໂລກ ເພື່ອສະໜັບສະໜູນບັນດາເປົ້າໝາຍພັດທະນາທີ່ຍືນຍົງ ແລະ ບັນດາບູລິມະສິດການພັດທະນາຂອງຫວຽດນາມ, ໃຫ້ສອດຄ່ອງກັບຄວາມຕ້ອງການຂອງແຕ່ລະທ້ອງຖິ່ນ. ສືບຕໍ່ປະສານຢ່າງແໜ້ນແຟ້ນລະຫວ່າງການຂົນຂວາຍການຊ່ວຍເຫຼືອ ກັບການຂົນຂວາຍທາງການເມືອງ - ການຕ່າງປະເທດ, ປະກອບສ່ວນຊຸກຍູ້ ແລະ ປົກປ້ອງຜົນປະໂຫຍດຂອງປະເທດຊາດ - ຂອງຊາດ.
ທີຫ້າ, ສຸມໃສ່ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງໃຫ້ສອດຄ່ອງ, ກະທັດລັດ ແລະ ມີປະສິດທິຜົນ ຕັ້ງແຕ່ສູນກາງຮອດທ້ອງຖິ່ນ; ເອົາໃຈໃສ່ເປັນພິເສດຕໍ່ການສ້າງຖັນແຖວພະນັກງານທີ່ທັງມີຈຸດຢືນການເມືອງໜັກແໜ້ນ, ຍຶດຖືຜົນປະໂຫຍດຂອງປະເທດຊາດ - ຂອງຊາດ ເປັນເຂັມທິດຊີ້ນຳການກະທຳຢູ່ສະເໝີ, ພ້ອມກັນນັ້ນ ກໍກຳແໜ້ນຄວາມຮູ້ໃໝ່, ເຕັກໂນໂລຊີໃໝ່, ພາສາຕ່າງປະເທດ, ກົດໝາຍສາກົນ, ເສດຖະກິດ ແລະ ວັດທະນະທຳຂອງຄູ່ຮ່ວມ ຕາມຈິດໃຈຊີ້ນຳຂອງທ່ານ ເລຂາທິການໃຫຍ່, ປະທານປະເທດ.
![]() |
| ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຖ່າຍຮູບຮ່ວມກັບຄະນະບໍລິຫານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII ແລະ ບັນດາຜູ້ແທນທີ່ເຂົ້າຮ່ວມການພົບປະ. |
ພາຍຫຼັງຮັບຟັງບົດລາຍງານຜົນກອງປະຊຸມໃຫຍ່ ພ້ອມດ້ວຍບັນດາຂໍ້ສະເໜີ ແລະ ທິດທາງໃຫຍ່ໃນອາຍຸການຕໍ່ໄປ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕີລາຄາສູງທີ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ເຊື່ອມຊຶມ ແລະ ສັງລວມບັນດາເນື້ອໃນ, ທັດສະນະ ແລະ ແນວທາງຂອງພັກໄດ້ຢ່າງຄົບຖ້ວນ ແລະ ເລິກເຊິ່ງ; ໄດ້ຄິດຄົ້ນຢ່າງຈິງຈັງ, ຖືກຕ້ອງ, ເບິ່ງກົງເຂົ້າໃນບັນດາຂໍ້ຈຳກັດ, ຂໍ້ບົກພ່ອງ ແລະ ຈຸດຕັນ, ຄຽງຄູ່ກັບການຕີລາຄາສະພາບການໃໝ່ ກໍຄື ຄວາມຮຽກຮ້ອງໃໝ່ຂອງການຕ່າງປະເທດປະຊາຊົນ ໃນເງື່ອນໄຂທີ່ປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ປະກອບສ່ວນກຳລັງແຮງເພື່ອປະຕິບັດບັນດາເປົ້າໝາຍພັດທະນາຂອງປະເທດໃຫ້ສຳເລັດຜົນ.
ສິ່ງທີ່ສຳຄັນກວ່ານັ້ນ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ຈາກບັນດາສິ່ງທີ່ເຮັດໄດ້ ແລະ ບັນດາສິ່ງທີ່ຍັງເຮັດບໍ່ໄດ້, ບັນດາສະຫາຍໄດ້ຖອດຖອນບົດຮຽນປະສົບການ ແລະ ກຳນົດໄດ້ວິໄສທັດ, ທິດທາງຍຸດທະສາດ, ເນື້ອໃນ ແລະ ວິທີການ ເພື່ອຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນຍິ່ງຂຶ້ນ, ເພື່ອປະກອບສ່ວນໃຫ້ປະເທດຢ່າງເປັນຮູບປະທຳຍິ່ງຂຶ້ນ. ວິທີຕັ້ງບັນຫາແບບນີ້ ແມ່ນຖືກຕ້ອງຫຼາຍ, ຖືກຈຸດຫຼາຍ ແລະ ສອດຄ່ອງກັບບັນດາຄວາມຮຽກຮ້ອງໃໝ່.
ຕາມທ່ານ ເລຂາທິການໃຫຍ່, ປະທານປະເທດແລ້ວ, ພວກເຮົາກຳລັງຢືນຢູ່ຕໍ່ໜ້າຈຸດເວລາໜຶ່ງທີ່ມີຄວາມໝາຍທາງປະຫວັດສາດ. ພາຍຫຼັງເສັ້ນທາງແຫ່ງການປ່ຽນໃໝ່ໄລຍະໜຶ່ງ, ພວກເຮົາໄດ້ບັນລຸບັນດາຜົນສຳເລັດອັນໃຫຍ່ຫຼວງ, ປະເທດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ໃນສະພາບການສາກົນທີ່ຜັນແປຢ່າງວ່ອງໄວ. ພວກເຮົາບໍ່ສາມາດບໍ່ກ້າວໄປພ້ອມກັບຈັງຫວະການພັດທະນາຂອງໂລກ. ຖ້າພວກເຮົາຢຸດຢູ່ກັບທີ່ ຫຼື ຊັກຊ້າ ກໍຈະຫຼ້າຫຼັງ; ຖ້າພວກເຮົາພັດທະນາແບບຄ່ອຍເປັນຄ່ອຍໄປ, ເທື່ອລະກ້າວ ກໍຈະຖືກຖິ້ມໄວ້ຂ້າງຫຼັງ ເມື່ອທຽບກັບການພັດທະນາຂອງບັນດາປະເທດ.
ທ່ານ ເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ ຢາກເຊື່ອມໂຍງສາກົນໃຫ້ດີ ການຕ່າງປະເທດຕ້ອງນຳພາ ແລະ ເປີດທາງ. ໃນ 3 ເສົາຄ້ຳຂອງການຕ່າງປະເທດ ທີ່ການຕ່າງປະເທດປະຊາຊົນ, ໂດຍສະເພາະໃນຂົງເຂດວັດທະນະທຳ, ຍັງກ້າວໄປກ່ອນການທູດຂອງລັດ.
ການຕ່າງປະເທດຂອງປະເທດໜຶ່ງ ບໍ່ໄດ້ດຳເນີນພຽງຜ່ານການພົບປະທາງການລະຫວ່າງບັນດາລັດ ແລະ ບັນດາພັກການເມືອງ, ແຕ່ຢູ່ເບື້ອງຫຼັງສາຍພົວພັນສາກົນ ແມ່ນມະນຸດ, ແມ່ນພື້ນຖານທາງສັງຄົມ ແລະ ຄວາມໄວ້ວາງໃຈ. “ນັ້ນແມ່ນຈຸດແຂງສະເພາະ, ແມ່ນພື້ນທີ່ສະເພາະຂອງການຕ່າງປະເທດປະຊາຊົນ”; ກຳລັງຂອງປະຊາຊົນແມ່ນບໍ່ມີຜູ້ໃດເອົາຊະນະໄດ້ ແລະ ພວກເຮົາຕ້ອງເປັນເຈົ້າການຂຸດຄົ້ນ, ສົ່ງເສີມກຳລັງນັ້ນຢ່າງຕັ້ງໜ້າ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກ.
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ເນັ້ນໜັກວ່າ ດ້ວຍບົດບາດເປັນອົງການແກນຫຼັກ, ວິຊາສະເພາະ ແລະ ເສົາຄ້ຳ ດ້ານວຽກງານການຕ່າງປະເທດປະຊາຊົນ ທີ່ພັກ, ລັດ ແລະ ປະຊາຊົນໄດ້ກຳນົດໄວ້, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອງລົງມືປະຕິບັດ, ຕ້ອງບັນລຸບັນດາຜົນສຳເລັດສະເພາະ ແລະ ຕອບສະໜອງບັນດາຄວາມຮຽກຮ້ອງອັນສູງທີ່ພວກເຮົາໄດ້ເຂົ້າໃຈຢ່າງແຈ້ງ.
![]() |
| ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ. |
ບົນພື້ນຖານບົດລາຍງານຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ມອບໝາຍໃຫ້ຄະນະບໍລິຫານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII ແກ້ໄຂ 5 “ບົດເລກໂຈດ” ໃຫຍ່:
ທີໜຶ່ງ, ກ່ຽວກັບການຮັບຮູ້ຕໍ່ບົດບາດ, ພາລະກິດ ແລະ ຄວາມຮັບຜິດຊອບຂອງການຕ່າງປະເທດປະຊາຊົນ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າ ພັກ ແລະ ລັດ ໄດ້ກຳນົດໃຫ້ການຕ່າງປະເທດປະຊາຊົນ ເປັນໜຶ່ງໃນ 3 ເສົາຄ້ຳຂອງວຽກງານຕ່າງປະເທດ. ແຕ່ເພື່ອໃຫ້ບົດບາດນັ້ນໄດ້ຮັບການຮັບຮູ້ຢ່າງແທ້ຈິງຈາກທຸກຂັ້ນ, ທຸກຂະແໜງ ແລະ ທົ່ວສັງຄົມ, ການຫັນປ່ຽນດ້ານການຮັບຮູ້ ຕ້ອງເລີ່ມຕົ້ນຈາກສະຫະພັນບັນດາອົງການມິດຕະພາບຫວຽດນາມເອງ. ການຮັບຮູ້ບໍ່ຄວນຢຸດຢູ່ພຽງຄະນະບໍລິຫານ, ແຕ່ຕ້ອງລົງເລິກເຖິງພະນັກງານ, ລັດຖະກອນ ແລະ ສະມາຊິກແຕ່ລະຄົນ.
ທີສອງ, ຕ້ອງຍົກລະດັບຄວາມສາມາດດ້ານການຄົ້ນຄວ້າ, ປະສານສົມທົບກັບການຕ່າງປະເທດຂອງພັກ ແລະ ການທູດຂອງລັດ ໃນການແກ້ໄຂບັນດາບັນຫາສັບສົນໃນສາຍພົວພັນລະຫວ່າງບັນດາປະເທດ. ຢາກໃຫ້ການສົນທະນາມີປະສິດທິຜົນ, ເມື່ອພົບບັນຫາໃຫຍ່ ຫຼື ວາງແຜນນະໂຍບາຍສາກົນ, ຕ້ອງມີຂໍ້ມູນ ແລະ ເຫດຜົນທີ່ໜັກແໜ້ນ. ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈຳເປັນຕ້ອງສົ່ງເສີມບັນດາຈຸດແຂງໃນການເຂົ້າເຖິງແຫຼ່ງຂໍ້ມູນຫຼາຍມິຕິ, ກວດສອບ ແລະ ວິເຄາະ ເພື່ອຈຳແນກທາດແທ້ຂອງແນວໂນ້ມ, ເຂົ້າໃຈທ່າທີຂອງຄູ່ຮ່ວມໃຫ້ຖືກຕ້ອງ, ຈາກນັ້ນ ສະເໜີແນະຕໍ່ພັກ ແລະ ລັດ ໄດ້ຢ່າງທັນການ, ປະກອບສ່ວນປົກປ້ອງຜົນປະໂຫຍດຂອງປະເທດຊາດ - ຂອງຊາດ.
ທີສາມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຕີລາຄາສູງທີ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ກຳນົດ “ການເຊື່ອມໂຍງລະຫວ່າງຊັ້ນນຳ ແລະ ມະຫາຊົນ” ເພື່ອສ້າງ “ແນວຮົບຫົວໃຈປະຊາຊົນ” ລະດັບສາກົນ. ທ່ານ ເລຂາທິການໃຫຍ່, ປະທານປະເທດ ເຫັນວ່າ ການສ້າງສັນເຄືອຂ່າຍຄູ່ຮ່ວມລຸ້ນໃໝ່, ໃນນັ້ນ ມີຊັ້ນນຳ, ສະມາຊິກສະພາ, ນັກວິຊາການ ແລະ CEO ສາກົນ ແມ່ນທິດທາງບຸກທະລຸທີ່ຈຳເປັນຫຼາຍໃນຍຸກດິຈິຕອນ. ແຕ່ຮາກຖານຂອງກຳລັງໃນການຕ່າງປະເທດປະຊາຊົນ ຍັງຄົງແມ່ນ “ປະຊາຊົນ”; ຕ້ອງຫຼໍ່ລ້ຽງຄວາມຮູ້ສຶກຂອງປະຊາຊົນທຸກຊັ້ນຄົນ, ໂດຍສະເພາະ ຄົນຮຸ່ນໜຸ່ມ… ພ້ອມກັນນັ້ນ, ພີ່ນ້ອງຊາວຫວຽດນາມຫຼາຍກວ່າ 6,5 ລ້ານຄົນຢູ່ຕ່າງປະເທດ ແມ່ນສ່ວນເນື້ອໜັງທີ່ບໍ່ອາດແຍກອອກຈາກຊາດຫວຽດນາມ. ພີ່ນ້ອງເປັນຂົວເຊື່ອມລະຫວ່າງ “ມະຫາສາມັກຄີທົ່ວຊາດ” ກັບ “ຄວາມສາມັກຄີ ແລະ ການສະໜັບສະໜູນຂອງປະຊາຊົນໂລກ”. ການດຶງດູດປັນຍາຊົນ ແລະ ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ ບໍ່ແມ່ນພຽງເພື່ອເປົ້າໝາຍດ້ານເສດຖະກິດ, ແຕ່ເພື່ອປັບປຸງກຳລັງຂອງມະຫາສາມັກຄີທົ່ວຊາດ, ເພື່ອໃຫ້ພີ່ນ້ອງກາຍເປັນ “ທູດແຫ່ງໄມຕີຈິດ” ຕາມທຳມະຊາດຂອງປະເທດ. ນັ້ນແມ່ນການເຊື່ອມໂຍງລະຫວ່າງຊັ້ນນຳຊາວຫວຽດນາມຢູ່ຕ່າງປະເທດ ກັບມິດສະຫາຍສາກົນ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຕ່າງປະເທດປະຊາຊົນ.
ທີສີ່, ກ່ຽວກັບການສົ່ງເສີມບົດບາດປະສານກຳລັງລວມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ເຫັນວ່າ ຢາກເຊື່ອມໂຍງພູມປັນຍາ, ເຕັກໂນໂລຊີ, ຢາກຂະຫຍາຍສາຍພົວພັນສາກົນໃຫ້ແກ່ບັນດາອົງການ ແລະ ທ້ອງຖິ່ນ ເພື່ອປະກອບສ່ວນຮັບໃຊ້ການພັດທະນາປະເທດ, ຍົກສູງຖານະຂອງຫວຽດນາມ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ບໍ່ສາມາດເຮັດເປັນຜູ້ດຽວໄດ້. ແຫຼ່ງກຳລັງໃຫຍ່ທີ່ສຸດ ແມ່ນຄວາມສາມາດເຕົ້າໂຮມ ແລະ ການປະສານງານຂອງທັງລະບົບ. ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈຳເປັນຕ້ອງສະແດງບົດບາດເປັນແກນຫຼັກ ໃນການສະເໜີແນະໃຫ້ແນວໂຮມແຫ່ງຊາດຫວຽດນາມ ເຕົ້າໂຮມບັນດາອົງການຕ່າງປະເທດຂອງບັນດາອົງການການເມືອງ - ສັງຄົມ ເຊັ່ນ: ອະດີດນັກຮົບ, ນັກວັນນະຄະດີ - ສິລະປະ, ປັນຍາຊົນ, ສາສະໜາ, ຊົນເຜົ່າ, ຊາວໜຸ່ມ, ແມ່ຍິງ, ສະຫະພັນກຳມະບານ...
ທີຫ້າ, ກ່ຽວກັບກົນໄກ, ນະໂຍບາຍ, ພື້ນຖານວັດຖຸ ແລະ ຖັນແຖວພະນັກງານ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປະສານສົມທົບ, ສະເໜີແນະຕໍ່ພັກ ແລະ ລັດ ໃຫ້ສຳເລັດການປັບປຸງລະບົບກົນໄກສຳລັບການຕ່າງປະເທດປະຊາຊົນ. ຈຳເປັນຕ້ອງແກ້ໄຂບັນດາຂໍ້ຕິດຂັດໃນການແບ່ງປັນຂໍ້ມູນ, ການປະສານງານຂ້າມຂະແໜງ, ການຝຶກອົບຮົມ, ບຳລຸງສ້າງພະນັກງານ, ມີກົນໄກການເງິນທີ່ຄ່ອງຕົວ, ເພີ່ມທະວີການລະດົມແຫຼ່ງກຳລັງຈາກສັງຄົມ; ພ້ອມກັນນັ້ນ ສ້າງເງື່ອນໄຂໃຫ້ສະຫະພັນບັນດາອົງການມິດຕະພາບຫວຽດນາມ ເຂົ້າຮ່ວມບັນດາກົນໄກປະສານງານລະດັບຊາດ ທີ່ສອດຄ່ອງກັບພາລະບົດບາດ ແລະ ໜ້າທີ່.
ທ່ານ ເລຂາທິການໃຫຍ່, ປະທານປະເທດ ໄດ້ກຳຊັບຄະນະບໍລິຫານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ເອົາໃຈໃສ່ປັດໄຈທີ່ຕັດສິນ ນັ້ນຄື ກົງຈັກ ແລະ ຄົນ. ພະນັກງານການຕ່າງປະເທດປະຊາຊົນຮຸ່ນໃໝ່ ຕ້ອງເປັນຜູ້ທີ່ໜັກແໜ້ນດ້ານຈຸດຢືນການເມືອງ, ເລິກເຊິ່ງດ້ານວັດທະນະທຳ, ຊຳນານວິຊາສະເພາະ, ເກັ່ງພາສາຕ່າງປະເທດ ແລະ ວ່ອງໄວຕໍ່ສະຖານະການ, ປ່ຽນໃໝ່ຕົນເອງຢູ່ສະເໝີ; ໂດຍສະເພາະ ຕ້ອງມີພະນັກງານໜຸ່ມ, ຕ້ອງຝຶກອົບຮົມໃຫ້ມີລຸ້ນສືບທອດ ເພື່ອສືບຕໍ່ພັດທະນາ.
![]() |
| ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ກ່າວຄຳປາໄສໃນການພົບປະ. |
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຮີບຮ້ອນຫັນບັນດາຄວາມຮຽກຮ້ອງເຫຼົ່ານີ້ ໃຫ້ເປັນໂຄງການກະທຳທັນທີພາຍຫຼັງກອງປະຊຸມໃຫຍ່ ແລະ ຕ້ອງສຸມໃສ່ລົງມືປະຕິບັດແຕ່ລະໜ້າທີ່ສຳຄັນໃນທັນທີ, ກຳນົດໃຫ້ຈະແຈ້ງຜະລິດຕະຜົນ, ຜົນສຳເລັດ ແລະ ຄວາມຮັບຜິດຊອບ; ກວດກາ, ຕີລາຄາຜົນສຳເລັດເປັນປະຈຳ ຕາມແຕ່ລະໄລຍະ, ແຕ່ລະຊ່ວງເວລາ ແລະ ແຕ່ລະວຽກງານ, ພ້ອມທັງຕ້ອງສະຫຼຸບຖອດຖອນເປັນບົດຮຽນປະສົບການ.
ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງວ່າ ອີກ 5 ປີຂ້າງໜ້າ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕ້ອງຕອບບັນດາຄຳຖາມສະເພາະໃຫ້ໄດ້ວ່າ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສ້າງສັນໂຄງການທີ່ເປັນຮູບປະທຳໃດແດ່? ເຄືອຂ່າຍຄູ່ຮ່ວມປະຊາຊົນສາກົນ ໄດ້ປົກປ້ອງປິຕຸພູມແຕ່ຫົວທີ, ແຕ່ໄກ ຢ່າງມີປະສິດທິຜົນແນວໃດ? ການຕ່າງປະເທດປະຊາຊົນ ໄດ້ປະກອບສ່ວນແນວໃດເຂົ້າໃນຖານະຂອງລະບົບການທູດຫວຽດນາມໂດຍລວມ?
ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ສະແດງຄວາມຕັ້ງໃຈຂອງຄະນະບໍລິຫານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຊຸດທີ VII ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະຮັບເອົາ, ເຊື່ອມຊຶມຕໍ່ບັນດາທິດທາງ, ຄຳຊີ້ນຳ ແລະ ຄວາມໄວ້ວາງໃຈທີ່ທ່ານ ເລຂາທິການໃຫຍ່, ປະທານປະເທດ ມອບໃຫ້; ພ້ອມກັນນັ້ນ ຈະສ້າງໂຄງການກະທຳ ແລະ ຈັດຕັ້ງປະຕິບັດບັນດາຄຳຊີ້ນຳທີ່ຫາກໍ່ໄດ້ຮັບ ຢ່າງຈິງຈັງ ແລະ ຕັ້ງໜ້າ.
ມິງດຶກ



