| ເພື່ອໃຫ້ແຫຼ່ງກຳລັງຈາກຝຣັ່ງ ສືບຕໍ່ປະກອບສ່ວນໃຫ້ແກ່ຫວຽດນາມ ຮ່ວມມືຢ່າງມີປະສິດທິຜົນ, ເຊື່ອມສາຍສຳພັນປະຊາຊົນ ຫວຽດນາມ - ຣັດເຊຍ |
ສະຫະພັນໄດ້ຮັບສານ, ໂທລະເລກ ແລະ ຂໍ້ຄວາມອວຍພອນກອງປະຊຸມໃຫຍ່ຈຳນວນຫຼາຍ ຈາກບັນດາຄູ່ຮ່ວມ ແລະ ມິດສະຫາຍສາກົນທົ່ວຫ້າທະວີບ. ສານ ແລະ ໂທລະເລກເຫຼົ່ານັ້ນ ມາຈາກຫຼາຍອົງການການທູດ, ອົງການມິດຕະພາບ, ອົງການປະຊາຊົນ, ມະຫາວິທະຍາໄລ, ອົງການ NGO ແລະ ບັນດາຄູ່ຮ່ວມຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນຫຼາຍພາກພື້ນ.
![]() |
| ບາງສານ, ໂທລະເລກ ແລະ ຂໍ້ຄວາມຈາກມິດສະຫາຍ, ຄູ່ຮ່ວມສາກົນ ທີ່ສົ່ງມາອວຍພອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ. |
“ຄູ່ຮ່ວມທີ່ໄວ້ວາງໃຈໄດ້”, “ຂົວເຊື່ອມທີ່ສຳຄັນ”, “ມິດສະຫາຍ ແລະ ຄູ່ຮ່ວມທີ່ມີມາດົນນານ”, “ການປະສານສົມທົບຢ່າງມີປະສິດທິຜົນລະຫວ່າງສອງອົງການ”... ແມ່ນຖ້ອຍຄຳທີ່ມິດສະຫາຍ ແລະ ຄູ່ຮ່ວມໃຊ້ເວົ້າເຖິງສະຫະພັນ. ຫຼາຍສານ ແລະ ໂທລະເລກ ໄດ້ເຊື່ອມໂຍງການຕີລາຄານັ້ນ ກັບບັນດາວຽກງານທີ່ສອງຝ່າຍໄດ້ຮ່ວມກັນປະຕິບັດ: ບັນດາເວທີປາໄສ, ງານບຸນມິດຕະພາບປະຊາຊົນ, ການແລກປ່ຽນຊາວໜຸ່ມ, ການເຊື່ອມຕໍ່ທ້ອງຖິ່ນ, ການຊ່ວຍເຫຼືອບັນດາອົງການສາກົນໃນການເຄື່ອນໄຫວຢູ່ຫວຽດນາມ, ບັນດາໂຄງການພັດທະນາຊຸມຊົນ ແລະ ແກ້ໄຂຜົນຕາມມາຈາກສົງຄາມ.
ຫຼາຍສານເຫັນວ່າ ກອງປະຊຸມໃຫຍ່ແມ່ນຂີດໝາຍທີ່ເປີດອອກໄລຍະພັດທະນາໃໝ່, ພ້ອມກັນນັ້ນ ກໍສະແດງຄວາມເຊື່ອໝັ້ນວ່າ ສະຫະພັນຈະສືບຕໍ່ປະຕິບັດພາລະກິດເພີ່ມທະວີມິດຕະພາບ, ສັນຕິພາບ, ຄວາມສາມັກຄີ ແລະ ການຮ່ວມມືສາກົນ. ບັນດາໂຄງການທີ່ມີຢູ່ແລ້ວ ໄດ້ຮັບການສະເໜີໃຫ້ສືບຕໍ່; ບັນດາຈຸດປະສານງານ ແລະ ເຄືອຂ່າຍທີ່ໄດ້ກໍ່ຮູບຂຶ້ນ ຖືກຄາດຫວັງວ່າຈະສົ່ງເສີມບົດບາດ ເພື່ອເປີດອອກກິດຈະກຳຮ່ວມມືໃໝ່ໆ ໃນອາຍຸການໃໝ່.
ເຊື່ອມຕໍ່ວຽກງານທີ່ເປັນຮູບປະທຳ
ໃນບັນດາສານ ແລະ ໂທລະເລກ, ບົດບາດຂອງສະຫະພັນໄດ້ຮັບການຕີລາຄາ ຜ່ານການຮັກສາບັນດາຊ່ອງທາງການແລກປ່ຽນປະຊາຊົນ, ເຊື່ອມຕໍ່ຄູ່ຮ່ວມສາກົນກັບອົງການ, ທ້ອງຖິ່ນ ແລະ ຊຸມຊົນຫວຽດນາມ, ພ້ອມທັງຊ່ວຍໃຫ້ບັນດາກິດຈະກຳເຂົ້າສູ່ຕົວຈິງ. ບັນດາການຕີລາຄານັ້ນ ກວມກວ້າງຕັ້ງແຕ່ສາຍພົວພັນລະຫວ່າງບັນດາອົງການມິດຕະພາບ, ການເຊື່ອມຕໍ່ທ້ອງຖິ່ນ ຈົນເຖິງການຊ່ວຍເຫຼືອບັນດາໂຄງການພັດທະນາ ແລະ ແກ້ໄຂຜົນຕາມມາຈາກສົງຄາມ.
ສະຖາບັນກູບາເພື່ອມິດຕະພາບກັບປະຊາຊົນບັນດາຊາດ (ICAP) ເອີ້ນສະຫະພັນວ່າ “ອົງການອ້າຍນ້ອງ”, ພ້ອມສະແດງຄວາມຊື່ນຊົມຕໍ່ການສະໜັບສະໜູນ ແລະ ຄວາມສາມັກຄີທີ່ສະຫະພັນມີໃຫ້ແກ່ກູບາ ແລະ ICAP. ສະຖາບັນຍັງກ່າວເຖິງການປາກົດຕົວຂອງສະຫະພັນ ໃນບັນດາເຫດການລະດັບພາກພື້ນທີ່ສະແດງຄວາມສາມັກຄີກັບກູບາ, ຖືວ່ານີ້ແມ່ນຫຼັກຖານຂອງບັນດາກິດຈະກຳທີ່ປະກອບສ່ວນເພີ່ມທະວີສາຍພົວພັນສອງຝ່າຍ ແລະ ການຕ່າງປະເທດປະຊາຊົນ.
ສານຂອງສະມາຄົມມິດຕະພາບປະຊາຊົນຕ່າງປະເທດນະຄອນຢຽນອານ (ແຂວງສ່ານຊີ, ຈີນ) ໃຫ້ຮູ້ວ່າ ໃນການຢ້ຽມຢາມຫວຽດນາມ ເມື່ອເດືອນມີນາ 2026, ຄະນະຜູ້ແທນນະຄອນຢຽນອານ ໄດ້ເຮັດວຽກກັບສະຫະພັນ, ແລກປ່ຽນກ່ຽວກັບການສ້າງສາຍພົວພັນເມືອງແຮກສ່ຽວ, ການແລກປ່ຽນດ້ານມະນຸດສະທຳ ແລະ ການຮ່ວມມືຢ່າງແທ້ຈິງ. ເດືອນມິຖຸນາ 2026, ສອງຝ່າຍສືບຕໍ່ຈັດປະຊຸມທາງອອນລາຍ ກ່ຽວກັບ “ການທ່ອງທ່ຽວແດງ”, ການພັດທະນາກະສິກຳຕາມຈຸດແຂງຂອງທ້ອງຖິ່ນ, ການກໍ່ສ້າງຕົວເມືອງ - ຊົນນະບົດ. ຕາມສະມາຄົມ, ຈາກນັ້ນ ສະຫະພັນໄດ້ເປັນເຈົ້າການແນະນຳ ແລະ ເຊື່ອມຕໍ່ນະຄອນຢຽນອານ ກັບບັນດາທ້ອງຖິ່ນທີ່ເໝາະສົມຂອງຫວຽດນາມ, ສ້າງພື້ນຖານເພື່ອສືບຕໍ່ພັດທະນາການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງຝ່າຍ.
![]() |
| ທ່ານ ຟານແອັງເຊີນ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (ຢູ່ຂວາ) ຕ້ອນຮັບທ່ານ ຈາງສຽງ, ຫົວໜ້າຄະນະວຽກງານແນວໂຮມເອກະພາບ ຄະນະພັກນະຄອນຢຽນອານ (ຈີນ), ຢູ່ຮ່າໂນ້ຍ, ເດືອນມີນາ 2026. |
ທ່ານ Olivier Brochet, ເອກອັກຄະລັດຖະທູດຝຣັ່ງປະຈຳຫວຽດນາມ ຕີລາຄາສູງບົດບາດຂອງສະຫະພັນ ໃນການຊ່ວຍເຫຼືອບັນດາອົງການ NGO ຕ່າງປະເທດ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ມີອົງການ NGO ຂອງຝຣັ່ງຫຼາຍກວ່າ 50 ອົງການ ເຄື່ອນໄຫວຢູ່ຫວຽດນາມ. ບັນດາອົງການເຫຼົ່ານີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງສະພາບການດຳລົງຊີວິດຂອງປະຊາຊົນ, ໂດຍສະເພາະ ຢູ່ເຂດຊົນນະບົດ ແລະ ເຂດທີ່ຍັງຫຍຸ້ງຍາກ. ທ່ານສະແດງຄວາມເຊື່ອໝັ້ນວ່າ ດ້ວຍການຊ່ວຍເຫຼືອຂອງສະຫະພັນ, ບັນດາອົງການ NGO ຂອງຝຣັ່ງ ຈະສືບຕໍ່ມີເງື່ອນໄຂອັນສະດວກ ເພື່ອປະກອບສ່ວນໃຫ້ແກ່ການພັດທະນາຂອງຫວຽດນາມ.
ອົງການຊ່ວຍເຫຼືອປະຊາຊົນນໍເວ (NPA) ປະຈຳຫວຽດນາມ ໃຫ້ຮູ້ວ່າ ໄດ້ມີເກືອບ 20 ປີ ໃນການດຳເນີນກິດຈະກຳກວດກູ້ລະເບີດເພື່ອມະນຸດສະທຳຢູ່ຫວຽດນາມ, ຮ່ວມກັບຫວຽດນາມແກ້ໄຂຜົນຕາມມາຈາກສົງຄາມ ແລະ ຊ່ວຍພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ. NPA ຂອບໃຈການຮ່ວມມື ແລະ ການຊ່ວຍເຫຼືອຂອງສະຫະພັນ; ພ້ອມໃຫ້ຮູ້ວ່າ ການແນະນຳ ແລະ ການປະສານສົມທົບດັ່ງກ່າວ ມີບົດບາດສຳຄັນໃນການຊຸກຍູ້ບັນດາເປົ້າໝາຍຮ່ວມຂອງສອງຝ່າຍ, ພ້ອມທັງເປັນກຳລັງໃຈໃຫ້ NPA ສືບຕໍ່ຜູກພັນ ແລະ ຊ່ວຍເຫຼືອຫວຽດນາມ.
![]() |
| ຫົວໜ້າທີມອະເນກປະສົງ NPA ເຫວ້ ກວດກາລູກປືນໃຫຍ່ທີ່ຖືກຄົ້ນພົບຢູ່ເຂດເຮືອນປະຊາຊົນໃນນະຄອນເຫວ້, ເດືອນສິງຫາ 2025. |
ສືບຕໍ່ບັນດາວຽກງານທີ່ເຄີຍຮ່ວມກັນເຮັດ
ຄູ່ຮ່ວມຫຼາຍຝ່າຍປາຖະໜາສືບຕໍ່ຮ່ວມມື ບົນພື້ນຖານບັນດາສາຍພົວພັນ, ກົນໄກ ແລະ ເຄືອຂ່າຍທີ່ໄດ້ກໍ່ຮູບຂຶ້ນກັບສະຫະພັນ. ບັນດາຂໍ້ສະເໜີ ສຸມໃສ່ການຮັກສາບັນດາເວທີປາໄສ, ງານບຸນ, ໂຄງການແລກປ່ຽນປະຊາຊົນ ແລະ ຊາວໜຸ່ມ; ສົ່ງເສີມການເຊື່ອມຕໍ່ທ້ອງຖິ່ນ, ມະຫາວິທະຍາໄລ ແລະ ອະດີດນັກສຶກສາຕ່າງປະເທດ; ພ້ອມກັນນັ້ນ ກໍຜັນຂະຫຍາຍຂໍ້ລິເລີ່ມຮ່ວມໃໝ່ໆ.
ສະມາຄົມມິດຕະພາບປະຊາຊົນຕ່າງປະເທດຈີນ ປາຖະໜາຮ່ວມກັບສະຫະພັນ ສືບຕໍ່ຈັດບັນດາໂຄງການ “ຂະບວນເດີນທາງສີແດງ” ເພື່ອຄົ້ນຄວ້າ, ຮ່ຳຮຽນຂອງຊາວໜຸ່ມຫວຽດນາມ ຢູ່ຈີນ, ເວທີປາໄສປະຊາຊົນ ຈີນ - ຫວຽດນາມ, ງານບຸນປະຊາຊົນຊາຍແດນ ຈີນ - ຫວຽດນາມ; ສ້າງຂົວເຊື່ອມການແລກປ່ຽນປະຊາຊົນເພີ່ມຕື່ມ, ຊຸກຍູ້ການຮ່ວມມືຢ່າງເປັນຮູບປະທຳ, ການແລກປ່ຽນດ້ານມະນຸດສະທຳ ແລະ ມິດຕະພາບຊາວໜຸ່ມ. ສະມາຄົມເຫັນວ່າ ບັນດາກິດຈະກຳເຫຼົ່ານີ້ ຈະປະກອບສ່ວນນຳສາຍພົວພັນສອງປະເທດ ແລະ ສາຍພົວພັນລະຫວ່າງປະຊາຊົນສອງປະເທດ ໃຫ້ສືບຕໍ່ບັນລຸຜົນສຳເລັດໃໝ່.
ອົງການສັນຕິພາບ ແລະ ສາມັກຄີທົ່ວອິນເດຍ (AIPSO) ຕີລາຄາສູງສາຍພົວພັນອັນໃກ້ຊິດ ແລະ ຍາວນານກັບສະຫະພັນ, ເຊິ່ງໄດ້ສ້າງສົມມາຕະຫຼອດຫຼາຍທົດສະວັດ ບົນພື້ນຖານຄວາມໄວ້ວາງໃຈ, ຄວາມສາມັກຄີ ແລະ ຮ່ວມກັນມຸ່ງໄປສູ່ສັນຕິພາບ ແລະ ການຮ່ວມມືສາກົນ. AIPSO ໄດ້ກ່າວເຖິງເປັນພິເສດ ບັນດາງານບຸນມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ, ຖືວ່ານີ້ແມ່ນເວທີທີ່ມີລັກສະນະພິເສດ ແລະ ມີຊີວິດຊີວາ ເພື່ອໃຫ້ປະຊາຊົນສອງປະເທດເພີ່ມທະວີຄວາມເຂົ້າໃຈ, ຮ່ວມກັນທະນຸຖະໜອມສາຍສຳພັນທາງປະຫວັດສາດລະຫວ່າງສອງຊາດ ແລະ ຊຸກຍູ້ການຮ່ວມມືໃຫ້ກວ້າງຂວາງຍິ່ງຂຶ້ນ. ອົງການປາຖະໜາໃຫ້ສອງຝ່າຍສືບຕໍ່ຂະຫຍາຍບັນດາກິດຈະກຳແລກປ່ຽນ ແລະ ຜັນຂະຫຍາຍຂໍ້ລິເລີ່ມໃໝ່ໆ.
![]() |
| ຄະນະນັກສິລະປິນອິນເດຍ ເຂົ້າຮ່ວມງານບຸນມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ຄັ້ງທີ 12 ຢູ່ຫວິງຟຸກ (ປັດຈຸບັນຂຶ້ນກັບແຂວງຟູເຖາະ), ເດືອນທັນວາ 2024. |
ມະຫາວິທະຍາໄລແຫ່ງລັດ Saint Petersburg (ສະຫະພັນຣັດເຊຍ) ໃຫ້ຮູ້ວ່າ ການຄົ້ນຄວ້າຫວຽດນາມ ແລະ ການສອນພາສາຫວຽດນາມ ຢູ່ມະຫາວິທະຍາໄລ ໄດ້ເລີ່ມຕົ້ນຕັ້ງແຕ່ປີ 1931. ຕາມມະຫາວິທະຍາໄລ, ສະຖາບັນໂຮ່ຈິມິນຢູ່ທີ່ນີ້ ແມ່ນສະຖາບັນຄົ້ນຄວ້າແຫ່ງທຳອິດ ແລະ ແຫ່ງດຽວໃນໂລກ ທີ່ຢູ່ນອກດິນແດນຫວຽດນາມ; ສະຖາບັນໄດ້ ແລະ ພວມປະກອບສ່ວນເຂົ້າໃນການຄົ້ນຄວ້າວິທະຍາສາດ ແລະ ໂຄສະນາມໍລະດົກຂອງປະທານ ໂຮ່ຈິມິນ. ມະຫາວິທະຍາໄລແຫ່ງລັດ Saint Petersburg ຢືນຢັນວ່າ ຈະສືບຕໍ່ເປັນຂົວເຊື່ອມໃນຂົງເຂດການສຶກສາ ແລະ ວິທະຍາສາດ, ສະໜັບສະໜູນບັນດາຂໍ້ລິເລີ່ມ ແນໃສ່ເຮັດໃຫ້ສາຍພົວພັນ ຣັດເຊຍ - ຫວຽດນາມ ເລິກເຊິ່ງຍິ່ງຂຶ້ນ.
![]() |
| ບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງ “ປະທານ ໂຮ່ຈິມິນ - ຜູ້ວາງຮາກຖານໃຫ້ແກ່ມິດຕະພາບຫວຽດນາມ ແລະ ສະຫະພັນຣັດເຊຍ” ຢູ່ສະຖາບັນໂຮ່ຈິມິນ, ມະຫາວິທະຍາໄລແຫ່ງລັດ Saint Petersburg, ເດືອນກັນຍາ 2025. |
ສະມາຄົມອະດີດນັກສຶກສາກຳປູເຈຍ ທີ່ເຄີຍສຶກສາຢູ່ຫວຽດນາມ ຕີລາຄາສະຫະພັນວ່າແມ່ນ “ຄູ່ຮ່ວມທີ່ໄວ້ວາງໃຈໄດ້” ແລະ “ຂົວເຊື່ອມທີ່ສຳຄັນ” ໃນການສ້າງສົມມິດຕະພາບລະຫວ່າງປະຊາຊົນສອງປະເທດ. ສະມາຄົມຊື່ນຊົມການປະສານສົມທົບ ແລະ ການຊ່ວຍເຫຼືອຂອງສະຫະພັນ ໃນບັນດາກິດຈະກຳແລກປ່ຽນປະຊາຊົນ, ວັດທະນະທຳ, ການສຶກສາ, ຊາວໜຸ່ມ ແລະ ອະດີດນັກສຶກສາ. ມຸ່ງໄປສູ່ການລະນຶກ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ກຳປູເຈຍ - ຫວຽດນາມ ໃນປີ 2027, ສະມາຄົມໃຫ້ຄຳໝັ້ນວ່າ ຈະສືບຕໍ່ຮ່ວມເດີນທາງກັບສະຫະພັນ, ສົ່ງເສີມບົດບາດຂອງບັນດາລຸ້ນອະດີດນັກສຶກສາທີ່ເຄີຍຮ່ຳຮຽນຢູ່ຫວຽດນາມ ໃນຖານະ “ທູດແຫ່ງມິດຕະພາບ”, ປະກອບສ່ວນພັດທະນາສາຍພົວພັນສອງປະເທດ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງໃນພາກພື້ນ.
10 ປີແຫ່ງການປິ່ນປົວບາດແຜ ແລະ ເຊື່ອມສາຍສຳພັນພາຍຫຼັງ 10 ປີ ຮ່ວມມືກັບສະຫະພັນ, ອົງການ 2 Sides Project (2SP/ສະຫະລັດອາເມລິກາ) ໃຫ້ຮູ້ວ່າ ສາຍພົວພັນລະຫວ່າງສອງຝ່າຍ ໄດ້ຖືກສ້າງຂຶ້ນບົນພື້ນຖານມິດຕະພາບ, ຄວາມໄວ້ວາງໃຈ, ການເຄົາລົບເຊິ່ງກັນແລະກັນ ແລະ ຄຳໝັ້ນສັນຍາຮ່ວມຕໍ່ສັນຕິພາບ ແລະ ຄວາມເຂົ້າໃຈລະຫວ່າງບັນດາຊາດ. ສາຍພົວພັນກັບສະຫະພັນ ມີບົດບາດສຳຄັນໃນພາລະກິດຂອງ 2SP ໃນການຊຸກຍູ້ການປິ່ນປົວບາດແຜ, ການປອງດອງ ແລະ ການເຊື່ອມສາຍສຳພັນປະຊາຊົນ ຜ່ານການແບ່ງປັນເລື່ອງລາວ, ເພີ່ມທະວີຄວາມເຂົ້າໃຈ ແລະ ການຮ່ວມມືລະຫວ່າງບັນດາວັດທະນະທຳ. ຈາກອະດີດສົງຄາມ ສູ່ການເປັນມິດສະຫາຍ, ຄູ່ຮ່ວມທີ່ໃກ້ຊິດສະພາການຄ້າສະຫະລັດອາເມລິກາປະຈຳຫວຽດນາມ (AmCham) ກ່າວເຖິງເສັ້ນທາງທີ່ຫວຽດນາມ ແລະ ສະຫະລັດອາເມລິກາ ເດີນຈາກອະດີດສົງຄາມ ຈົນກາຍເປັນມິດສະຫາຍ ແລະ ຄູ່ຮ່ວມທີ່ໃກ້ຊິດ - ສິ່ງທີ່ໃນອະດີດແທບຈະບໍ່ສາມາດຈິນຕະນາການໄດ້. ໃນຖານະເປັນມິດສະຫາຍ ແລະ ຄູ່ຮ່ວມທີ່ມີມາດົນນານຂອງສະຫະພັນ, AmCham ສະແດງການສະໜັບສະໜູນພາລະກິດເພີ່ມທະວີມິດຕະພາບ ແລະ ຄວາມເຂົ້າໃຈ ລະຫວ່າງປະຊາຊົນຫວຽດນາມ ກັບປະຊາຊົນບັນດາປະເທດ, ພ້ອມທັງຢືນຢັນຄຳໝັ້ນສັນຍາໃນໄລຍະຍາວ ຕໍ່ການພັດທະນາຂອງຫວຽດນາມ. ເກືອບສີ່ທົດສະວັດແຫ່ງການຮ່ວມເດີນທາງອົງການ GRET (ຝຣັ່ງ) ໃຫ້ຮູ້ວ່າ ໃນເກືອບສີ່ທົດສະວັດແຫ່ງການເຄື່ອນໄຫວຢູ່ຫວຽດນາມ, ອົງການໄດ້ຮ່ວມເຮັດວຽກກັບສະຫະພັນ ແລະ ບັນດາຄູ່ຮ່ວມຫວຽດນາມຈຳນວນຫຼາຍ. GRET ຕີລາຄາສູງການແນະນຳ, ຄວາມໄວ້ວາງໃຈ ແລະ ການຊ່ວຍເຫຼືອຢ່າງຕໍ່ເນື່ອງຂອງສະຫະພັນ, ເຫັນວ່າ ບັນດາສິ່ງດັ່ງກ່າວ ໄດ້ສ້າງເງື່ອນໄຂໃຫ້ອົງການສາມາດຜັນຂະຫຍາຍບັນດາຂໍ້ລິເລີ່ມດ້ານການພັດທະນາ ທີ່ນຳຜົນປະໂຫຍດມາໃຫ້ແກ່ຊຸມຊົນໃນຫຼາຍທ້ອງຖິ່ນທົ່ວປະເທດ. |
ຍສໝ - ຕາມທ່ານນາງ ຫງວຽນຢ້ຽວເນືອງ, ຜູ້ອຳນວຍການປະຈຳປະເທດ ຂອງອົງການ Room to Read ຫວຽດນາມ (ສະຫະລັດອາເມລິກາ), ສະຫະພັນບັນດາອົງການມິດຕະພາບຫວຽດນາມ ຈຳເປັນຕ້ອງຊ່ວຍທ້ອງຖິ່ນກຳນົດໃຫ້ຖືກຄວາມຕ້ອງການ, ຊອກຫາໃຫ້ຖືກຄູ່ຮ່ວມ ແລະ ເຊື່ອມຕໍ່ໃຫ້ຖືກແຫຼ່ງກຳລັງ ເພື່ອໃຫ້ບັນດາໂຄງການຮ່ວມມືກ້າວເຂົ້າສູ່ເນື້ອແທ້ ແລະ ສອດຄ່ອງກັບເງື່ອນໄຂການຜັນຂະຫຍາຍ. |
ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII, ອາຍຸການ 2026-2031 ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຄາດວ່າຈະຈັດຂຶ້ນໃນວັນທີ 14/9 ຢູ່ຮ່າໂນ້ຍ. ກອງປະຊຸມໃຫຍ່ຈະມີຫົວຂໍ້ວ່າ “ເປັນເຈົ້າການປັບຕົວ - ບຸກທະລຸດ້ານນະວັດຕະກຳ - ເປັນຮູບປະທຳ, ມີປະສິດທິຜົນ”. |
ດວງດີ




