ຍສໝ - ງານມະຫາໄຊວິສາຂະບູຊາ ບໍ່ພຽງແຕ່ຕອບສະໜອງໄດ້ຕາມຄວາມຕ້ອງການທາງດ້ານຈິດວິນຍານ (ຄວາມເຊື່ອຖື) ຂອງພໍ່ແມ່ປະຊາຊົນຄົນຕ່າງດ້າວ (ຊາວຫວຽດນາມອາໄສຢູ່ລາວ) ເທົ່ານັ້ນ ແຕ່ຍັງມີສ່ວນຊ່ວຍເພີ່ມທະວີການໄປມາຫາສູ່ກັນຂອງປະຊາຊົນ, ຮັດແໜ້ນສາຍພົວພັນມິດຕະພາບອັນພິເສດ ຫວຽດນາມ - ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ຍສໝ - ຕອນເຊົ້າວັນທີ 6 ກັນຍານີ້, ຢູ່ວັດ ເຟິດຕິກ ຢູ່ນະຄອນຫຼວງວຽງຈັນ - ເປັນວັດຂອງຊາວຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງງານບຸນ ວູລານ ຕອບແທນບຸນຄຸນ ຢ່າງສະຫງ່າຜ່າເຜີຍ.
ຍສໝ - ເກີດຂຶ້ນແຕ່ວັນທີ 25-27 ກໍລະກົດ, ພິທີສະເຫຼີມສະຫຼອງ 78 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ໄດ້ຈັດຂຶ້ນຢູ່ແຂວງ ຊຽງຂວາງ (ລາວ) ແມ່ນລາຍການພິເສດທີ່ມີຄວາມໝາຍເລິກເຊິ່ງ ເພື່ອລະນຶກເຖິງບັນດາວິລະຊົນ, ພະນັກງານ, ນັກຮົບທີ່ເຄີຍປະຕິບັດໜ້າທີ່ສາກົນ, ປະກອບສ່ວນປົກປັກຮັກສາສັນຕິພາບ ແລະ ເພີ່ມພູນຄູນສ້າງມິດຕະພາບລະຫວ່າງສອງປະເທດ.
ຍສໝ - ວັນທີ 2 ພະຈິກ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ຫວຽດນາມ - ໄທ ໂດຍທ່ານ ຫງວຽນຫວຽດລວານ, ຮອງປະທານທັງເປັນເລຂາທິການສະມາຄົມ, ໄດ້ນຳໜ້າເຂົ້າຮ່ວມພິທີຖວາຍຜ້າກະຖິນ ຢູ່ວັດ ຟຸກມິງ ເທຣະວາດ, ແຂວງ ຖາຍບີ່ງ ຕາມຄຳເຊີນຂອງສະຖານທູດ ໄທ ປະຈຳ ຫວຽດນາມ ແລະ ສະມາຄົມມິດຕະພາບ ໄທ - ຫວຽດນາມ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ Peter ຮົ່ງ, ກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ຽວກັບທີ່ຕັ້ງຂອງປະເທດຊາດພາຍໃຕ້ການນຳພາຂອງ ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ວັນທີ 29 ພະຈິກ, ຢູ່ ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ ໄດ້ມີການພົບປະ ແລະ ຕ້ອນຮັບຄະນະຜູ້ແທນຄະນະສົງ ອະນຳນິກາຍ ແຫ່ງປະເທດໄທ ມາຢ້ຽມຢາມຫວຽດນາມ ຄັ້ງທີ 3.
ຍສໝ - ພະມະຫາອາຈານ ທິກເຍິດແຮ້ງ ແມ່ນ ພະເຖລານຸເຖລະຂອງພຸດທະສາສະໜາ ຫວຽດນາມ ເຊິ່ງດຳລົງຊີວິດເປັນເວລາຫຼາຍປີຢູ່ຕ່າງປະເທດ ແລະ ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການແນະນຳ ແລະ ພັດທະນາພຸດທະສາສະໜາ, ວັດທະນະທຳ ຫວຽດນາມ ໃນໂລກ.
ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ລາວ, ພະອາຈານ ທິກມີງກວາງ, ເຈົ້າອະທິການວັດເຟີດຕິກນະຄອນຫຼວງວຽງຈັນ ໄດ້ມອບໝີ່ສຳເລັດຮູບ 1000 ແກັດໃຫ້ແກ່ອົງການພຸດທະສາສະໜາສຳພັນລາວ.
ຫວ່າງແລ້ວນີ້, ທີ່ສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ສະ ຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສົນທະນາ ກ່ຽວກັບການເຊື່ອມໂຍງ ພຸດທະສາສະໜາ ລະຫວ່າງລາວ-ອິນເດຍ ສະ ເຫລີມສະຫລອງ ການສ້າງຕັ້ງສາຍ ພົວພັນທາງການທູດ ລະຫວ່າງ ອິນເດຍ ແລະ ສປປ ລາວ ຄົບ ຮອບ 65 ປີ.
ຕາມຕົວເລກສະຖິຕິຈາກກະຊວງພາຍໃນລາວ ສຳລັບປີ 2019 ສະແດງໃຫ້ເຫັນວ່າປະຊາຊົນລາວ 66,17% ແມ່ນຖືສາສະໜາພຸດ, ສ່ວນໜ້ອຍ ແມ່ນສາສະໜາອິດສະລາມ, ບາລີ ແລະສາດສະໜາອື່ນໆ.
ຕອນເຊົ້າວັນທີ 9 ທັນວາ ຢູ່ນະຄອນຫຼວງວຽງຈັນ ໄດ້ດໍາເນີນກອງປະຊຸມສໍາມະນາ ວິທະຍາສາດສາກົນ ດ້ວຍຫົວຂໍ້ “ພຸດທະສາສະໜາຫວຽດນາມ ຢູ່ລາວ: ປະຫວັດຄວາເປັນມາ, ສະພາບຕົວຈິງ ແລະ ການກໍານົດທິດພັດທະນາ”.
ຍສໝ - ໃນຕອນເຊົ້າຂອງວັນທີ 15 ພຶດສະພາ, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ອວຍພອນ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ; ພະມະຫາອາຈານ ທິກແທັງຫຍຽວ ຮອງປະທານຄະນະປະຈໍາສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ ຢູ່ວັດກວານຊື, ຮ່າໂນ້ຍ.
ຍສໝ-ງານບຸນມະໂຫລານກຸດສົງການພຸດທະສາສະຫນາສະຫະປະຊາຊາດ Vesak ປີ 2019 ແມ່ນເຫດການຕ່າງປະເທດທີ່ສໍາຄັນ, ປະກອບສ່ວນໃນການຍົກສູງພາລະບົດບາດພຸດທະສາສະຫນາຫວຽດນາມໃນການເຊື່ອມໂຍງສາກົນ.
ຫວຽດນາມ, ຈີນ, ລາວ, ກຳປູເຈຍ ແລະ ໄທ ຍາມໃດກໍ່ມີການພົວພັນໝັ້ນຄົງ, ດີງາມ, ພ້ອມກັນຮ່ວມແຮງຮ່ວມໃຈສ້າງສັນຕິພາບໃນພາກພື້ນ.
ຍສໝ - ເນື່ອງໃນໂອກາດ ງານບຸນໃຫຍ່ວັນວິສາຂະບູຊາ ສະຫະປະຊາຊາດ (Vesak) ຄັ້ງທີ 16 ປີ 2019 ໄດ້ຈັດຂຶ້ນຢູ່ຫວຽດນາມ, ທ່ານ ເຈິ່ນແທັງເໝິນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ສົ່ງສານອວຍພອນ.