ຂຸດຄົ້ນກູ້ຊ່ວຍອັດຖິວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດໄດ້ 100 ສະຫາຍ ຢູ່ສວນສາທາລະນະ ເລທິ ຮ່ຽງ
ຍສໝ - ຮອດເວລາ 16:00 ໂມງ ຂອງວັນທີ 18 ກໍລະກົດ, ພາຍຫຼັງ 13 ວັນ ແຫ່ງການຂຸດຄົ້ນຢູ່ສວນສາທາລະນະ ເລທິຮ່ຽງ (ແຂວງ/ເມືອງ ຮວ່າຮຶງ, ນະຄອນໂຮ່ຈີມິນ), ກຳລັງປະຕິບັດໜ້າທີ່ ສາມາດຂຸດຄົ້ນກູ້ຊ່ວຍອັດຖິຜູ້ເສຍສະຫຼະຊີວິດເພື່ອຊາດໄດ້ 100 ສະຫາຍ, ອັດຖິລວມ (ສຸມສານ) 2 ຊຸດ ພ້ອມດ້ວຍວັດຖຸພັນຈຳນວນນຶ່ງ. ວຽກງານການຊອກຫາ ແມ່ນພວມສືບຕໍ່ດຳເນີນໄປຢ່າງລະມັດລະວັງ, ໂດຍປະສົມປະສານກັບເອກະສານທາງປະຫວັດສາດ, ຂໍ້ມູນຈາກພະຍານບຸກຄົນ ແລະ ບັນດາວິທີການທາງວິທະຍາສາດ.