ຍສໝ - ວັນທີ 5/5 ຢູ່ທີ່ນະຄອນຫຼວງ ວຽນນາ (ໂອຕຣິດ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ໄດ້ປະສານສົມທົບກັບ ສະພາການຄ້າສະຫະພັນໂອຕຣິດ, ສະຖາບັນເຕັກໂນໂລຊີໂອຕຣິດ ແລະ ບໍລິສັດ FPT ຮ່ວມກັນຈັດເວທີປຶກສາຫາລືຄວາມໝັ້ນຄົງທາງໄຊເບີ ໂອຕຣິດ - ຫວຽດນາມ ໃນຮູບແບບເຊິ່ງໜ້າສົມທົບກັບທາງອອນລາຍ. ກິດຈະກຳນີ້ມຸ່ງໄປສູ່ເປົ້າໝາຍເພີ່ມທະວີການຮ່ວມມືສອງຝ່າຍ, ປັບປຸງຂີດຄວາມສາມາດດ້ານສະຖາບັນ ແລະ ເຕັກໂນໂລຊີ, ທັງເປີດໂອກາດການລົງທຶນ ແລະ ທຸລະກິດໃໝ່ໆໃນຂົງເຂດຄວາມໝັ້ນຄົງທາງໄຊເບີ ແລະ ການຫັນເປັນດີຈີຕອນ.
ຍສໝ - ຕາມການລາຍງານຂອງນັກຂ່າວ VNA ປະຈຳເອີຣົບ, ໃນວັນທີ 23 ເມສາ ທີ່ນະຄອນຫຼວງ ວຽນນາ (Vienna) ຂອງປະເທດ ໂອຕຣິດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ໂອຕຣິດ ຫວູເລໄທຮ່ວາງ (VuLeThaiHoang) ໄດ້ມີການເຮັດວຽກຮ່ວມກັບ ທ່ານ Tobias Lang, ຜູ້ອຳນວຍການສູນສັນຕິພາບ ໂອຕຣິດ, ເພື່ອແນໃສ່ເພີ່ມທະວີການຮ່ວມມື ຫວຽດນາມ - ໂອຕຣິດ ໃນຂົງເຂດການຝຶກອົບຮົມ, ຍົກສູງຂີດຄວາມສາມາດໃຫ້ແກ່ກຳລັງທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ທ່ານ ເຈິນຕວ໋ນແອງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໂອຕຣິດ ໄດ້ມີການພົບປະກັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ໂອຕຣິດ ປະຈຳ ຫວຽດນາມ Philipp Agathonos ເພື່ອແນໃສ່ປຶກສາຫາລືກ່ຽວກັບແຜນການສົມທົບກັນຊຸກຍູ້ການຮ່ວມມື 2 ຝ່າຍ.
ຍສໝ - "ພວກຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງມາຍັງປະຊາຊົນຫວຽດນາມ ແລະ ຄອບຄົວຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໃນໄລຍະທີ່ຫຍຸ້ງຍາກນີ້". ທ່ານ Alfred Gerstl, ປະທານສະມາຄົມມິດຕະພາບ ໂອຕຣິດ - ຫວຽດນາມ ໄດ້ຂຽນຈົດໝາຍສະແດງຄວາມເສົ້າສະຫຼົດໃຈ ສົ່ງເຖິງສະຫະພັນບັນດາອົງການມິດຕະພາບຫວຽດນາມ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.
ຍສໝ - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕຣິດ ຫງວຽນຈູງກຽນ ໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈເມື່ອ ຫວຽດນາມ ໄດ້ຮັບການເລືອກເພື່ອແນະນຳໃນວາລະສານ Cercle Diplomatique ສະບັບເລກທີທຳອິດ.
ໜັງສືພິມ Kronen Zeitung ຂອງ ໂອຕຣິດ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງກະໂດດຂັ້ນ ໃນຂະນະທີ່ພື້ນຖານເສດຖະກິດບືນຕົວຢ່າງແຮງ, ບັນດາວິສາຫະກິດ.
ຍສໝ - ໃນພື້ນທີ່ວັດທະນະທຳ ຫວຽດນາມ ຍັງແນະນຳບັນດາຮູບແບບສິລະປະທີ່ເປັນເອກະລັກສະເພາະຂອງຫວຽດນາມ. ຄຽງຄູ່ກັບການເຄື່ອນໄຫວວັດທະນະທຳຄື: ສິລະປະ ຊາຫວຽດນາມ, ການສະແດງເຄື່ອງດົນຕີຊົນເຜົ່າ...
ຫວ່າງແລ້ວນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ Alexander Schallenberg ໄດ້ຢັ້ງຢືນວ່າ ສອງປະເທດລ້ວນແຕ່ຖືເປັນສຳຄັນ ແລະ ຕັດສິນໃຈຍູ້ແຮງການຮ່ວມມືເພື່ອນຳການພົວພັນສອງຝ່າຍໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.
ຍສໝ - ຕອນບ່າຍວັນທີ 1 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີ ໂອຕຣິດ, ຜູ້ຮັບຜິດຊອບວຽກງານເອີລົບ ແລະ ສາກົນ Alexander Schallenberg.
ຫວ່າງແລ້ວນີ້, ທ່ານ ຫງວຽນຈູງກຽນ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ໂອຕຣິດ ໄປຢ້ຽມຢາມລັດ Styria ຂອງໂອຕຣິດ ເຮັດວຽກກັບອໍານາດການປົກຄອງ ແລະພົບປະ, ຢ້ຽມຢາມບາງວິສາຫະກິດຢູ່ທ້ອງຖິ່ນ.