40 ນາງສາວ ທີ່ໄດ້ເຂົ້າປະກວດນາງສາວລາວ 2019

15:10 | 04/11/2019

ໃນວັນທີ 30 ຕຸລາ 2019 ທີ່ ສູນການຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ ບໍລິສັດ ຄົມປັນຍາ ເອັນເຕີເທນເມັ້ນ ຜູ້ຮັບຜິດຊອບໂຄງການປະກວດນາງສາວ 2019 (miss laos 2019) ໄດ້ຈັດງານນຳສະເໜີ 40 ນາງສາວ ທີ່ຜ່ານການຄັດເລືອກ ເຂົ້າປະກວດນາງສາວລາວ 2019.

40 ນາງສາວ ທີ່ໄດ້ເຂົ້າປະກວດນາງສາວລາວ 2019

ໃນວັນທີ 30 ຕຸລາ 2019 ທີ່ ສູນການຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ ບໍລິສັດ ຄົມປັນຍາ ເອັນເຕີເທນເມັ້ນ ຜູ້ຮັບຜິດຊອບໂຄງການປະກວດນາງສາວ 2019 (miss laos 2019) ໄດ້ຈັດງານນຳສະເໜີ 40 ນາງສາວ ທີ່ຜ່ານການຄັດເລືອກ ເຂົ້າປະກວດນາງສາວລາວ 2019.

ໃນວັນທີ 30 ຕຸລາ 2019 ທີ່ ສູນການຄ້າວຽງຈັນເຊັນເຕີ, ນະຄອນຫລວງວຽງຈັນ ບໍລິສັດ ຄົມປັນຍາ ເອັນເຕີເທນເມັ້ນ ຜູ້ຮັບຜິດຊອບໂຄງການປະກວດນາງສາວ 2019 (miss laos 2019) ໄດ້ຈັດງານນຳສະເໜີ 40 ນາງສາວ ທີ່ຜ່ານການຄັດເລືອກ ເຂົ້າປະກວດນາງສາວລາວ 2019 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ກິນດາວົງ ຮອງຫົວໜ້າກົມ ຂະບວນການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ຄົມປັນຍາ ເພັງວິໄນຍາ ປະທານໂຄງການ ນາງສາວລາວ, ທ່ານ ພູວົງ ພະມີສິດ ປະທານຮ້ານຄໍາພູວົງ, ພ້ອມດ້ວຍບັນດາຜູ້ສະໜັບສະໜູນ, ນາງສາວລາວ 2018, ສິ ລະປິນ ແລະ ມວນຊົນເຂົ້າຮ່ວມ. ການປະກວດດັ່ງກ່າວ, ເປັນການຄົ້ນຫານາງສາວລາວ ທີ່ມີປະຫວັດ ແລະ ການປະພຶດຕົນອັນດີງາມ ສອດຄ່ອງກັບ ການຮັກສາວັດທະນະທຳ ຮີດຄອງປະເພນີອັນອັນຊົງຄຸນ ຄ່າຂອງຊາດລາວ, ເລີ່ມເປີດຮັບສະໝັກແຕ່ເດືອນກັນຍາ ເປັນຕົ້ນມາ.

40 ນາງສາວ ທີ່ໄດ້ເຂົ້າປະກວດນາງສາວລາວ 2019

ທ່ານ ຄົມປັນຍາ ເພງວິໄນຍາ ໄດ້ກ່າວວ່າ: ໂຄງການປະກວດນາງສາວລາວ ເປັນເວທີການປະກວດ ຄົ້ນຫານາງສາວງາມ ທົ່ວປະເທດໃນ ສປປ ລາວ ໂດຍໄດ້ຮັບການຊີ້ນໍາ ທີ່ດີຈາກສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ມາໂດຍຕະຫລອດ. ໂຄງການປະກວດນາງສາວລາວປີນີ້ ແມ່ນຈະຄຶກຄື້ນ ກວ່າທຸກປີທີ່ຜ່ານມາ ເນື່ອງຈາກມີຜູ້ເຂົ້າຮ່ວມ ສະໝັກຫລາຍກວ່າ 140 ຄົນ, ໃນທົ່ວປະເທດ ເຮັດໃຫ້ບັນດາ ຄະນະກໍາມະການຕັດສິນລໍາບາກໃຈ ເພາະແຕ່ລະຄົນ ຕ່າງກໍມີ ຄວາມງາມ ແລະ ຄວາມສາມາດ ຫລາຍຢ່າງທີ່ທຽບເທົ່າກັນ, ຄວາມແຕກຕ່າງ ຂອງກອງປະກວດນາງສາວລາວ ປີນີ້ແມ່ນໄດ້ສົ່ງເສີມການສົ່ງເສີມເລື່ອງຂອງກະສິກໍາ, ການສຶກສາ ແລະ ການເຂົ້າຮ່ວມຊ່ວຍເຫລືອສັງຄົມຫລາຍຂຶ້ນ. ດັ່ງນັ້ນ, ຈຶ່ງຢາກໃຫ້ທຸກຄົນ ໄດ້ຕິດຕາມເຖິງຄວາມແປກໃໝ່ໃນປີນີ້ ວ່າຈະເປັນຮູບແບບໃດ, ແຕ່ແນ່ນອນວ່າ ກໍຍັງຄົງເນັ້ນ ເລື່ອງບຸກຄະລິກກະພາບ, ທັກສະ ແລະ ການຢູ່ຮ່ວມກັນຂອງບັນດານ້ອງນາງສາວ, ເນື່ອງຈາກທາງກອງປະກວດ ບໍ່ສາມາດຕັດສິນ ໃນຮອບຊິງໃນມື້ດຽວໄດ້ ຈຶ່ງເລີ່ມເກັບຄະແນນແຕ່ມື້ທໍາອິດທີ່ມີກິດຈະກໍາຮ່ວມກັນ ແລະ ທຸກຄົນແມ່ນມີໂອກາດທີ່ດີໃນການຮັບສິດເທົ່າທຽບກັນ. ສໍາລັບການເກັບຕົວແມ່ນຈະມີຫລາຍໆສະຖານທີ່ ໂດຍຫລັກໆ ແມ່ນຈະເນັ້ນໃສ່ ສະຖານທີ່ທ່ອງທ່ຽວ ທັງໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ, ສໍາລັບແຜນການເກັບຕົວໃນຕ່າງປະເທດນັ້ນ ແມ່ນຍັງຈະຕ້ອງໄດ້ພິຈາ ລະນາຕື່ມອີກ ເນື່ອງຈາກເປັນຂະບວນທີ່ໃຫຍ່ ເຄື່ອນຍ້າຍລໍາບາກ.

40 ນາງສາວ ທີ່ໄດ້ເຂົ້າປະກວດນາງສາວລາວ 2019

ພິເສດປີນີ້, ມີມົງກຸດທັງໝົດເຖິງ 5 ມົງກຸດ, ເປັນມົງກຸດເພັດທີ່ອອກແບບຢ່າງປານີດ ພ້ອມລວດລາຍອັນເປັນເອກະລັກ ຈາກຮ້ານຄໍາພູວົງ ເພາະເຮົາເຫັນເຖິງຄວາມສໍາຄັນທັງ 5 ຕໍາແໜ່ງ, ເຫັນວ່າໃນແຕ່ລະປີມີຄວາມໃກ້ຄຽງກັນ ຈຶ່ງເໝາະສົມທີ່ຈະມອບມົງກຸດໃຫ້ທັງ 5 ຕໍາແໜ່ງ, ໂດຍໃຊ້ເວ ລາໃນການເຮັດມົງກຸດຫລາຍກວ່າ 10 ເດືອນ. ທຸກທ່ານ ສາມາດຮ່ວມຊົມຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງໆໄດ້ທາງແຟນເພຈ: miss laos ນາງສາວລາວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.