ຊາວນະຄອນຫຼວງ ຮ່ວມສືບສານປະເພນີວຽນທຽນ ໂອກາດບຸນພະທາດຫຼວງ ຢ່າງຄຶກຄື້ນ

16:41 | 13/11/2019

ພິ­ທີ​ວຽນ­ທຽນ ໂອ­ກາດ​ບຸນ­ທາດ­ຫຼວງ​ປີ​ນີ້ ຈັດ​ຂຶ້ນ​ຕອນ​ຄ່ຳ​ວັນ​ທີ 11 ພະ­ຈິກ 2019 ກົງ​ກັບ​ມື້​ຂຶ້ນ 15 ຄ່ຳ ເດືອນ 12 ປີ​ກຸນ ພສ 2562 ຢູ່​ກົມ​ມະ​ລຽນ​ດ້ານ​ໃນ​ພະ​ທາດ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ການ​ນຳ​ນະ­ຄອນ­ຫຼວງ ແລະ ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ​ຢ່າງ ໜາ​ແໜ້ນ.

ຊາວນະຄອນຫຼວງ ຮ່ວມສືບສານປະເພນີວຽນທຽນ ໂອກາດບຸນພະທາດຫຼວງ ຢ່າງຄຶກຄື້ນ

ຊາວນະຄອນຫຼວງ ຮ່ວມສືບສານປະເພນີວຽນທຽນ ໂອກາດບຸນພະທາດຫຼວງ ຢ່າງຄຶກຄື້ນ

ວຽນ­ທຽນ​ໃນ​ງານ​ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງ ແມ່ນ​ການ​ສືບ​ທອດ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ ເຊິ່ງ​ໄດ້​ປະ­ຕິ­ບັດ​ມາ​ແຕ່​ບູ­ຮານ​ນະ​ການ ເຊິ່ງ​ການ​ວຽນ­ທຽນ​ແມ່ນ​ເພື່ອ​ເຄົາ­ລົບ​ບູ­ຊາ​ຕໍ່​ພະ​ຣັດ​ຕະ​ນະ​ໄຕ ຄື: ພະ​ພຸດ ພະ​ທຳ ແລະ ພະ­ສົງ ເປັນ​ການ­ສະ­ແດງ​ຄວາມ​ເຄົາ­ລົບ​ບູ­ຊາ​ຕໍ່​ອົງ​ພະ​ທາດ­ຫຼວງ​ວຽງ​ຈັນ ທີ່​ເປັນ​ມິ່ງ­ຂວັນ​ຂອງ​ຊາດ ເປັນ​ປູ­ຊະ­ນີ­ຍະ­ສະ­ຖານ​ທີ່​ສຳ­ຄັນ​ສູງ​ສຸດ​ຂອງ​ປະ­ເທດ​ລາວ.

ນອກ​ນີ້ ພິ­ທີ​ວຽນ­ທຽນ ຍັງ​ມີ​ຄວາມ​ໝາຍ​ສຳ­ຄັນ ເຊິ່ງ​ຕ້ອງ​ວຽນ​ໃຫ້​ຄົບ 3 ຮອບ ຄື: ຮອບ​ທີ 1 ເປັນ​ການ​ບູ­ຊາ​ຄຸນ​ພະ​ຣັດ​ຕະ​ນະ​ໄຕ ຄື: ຄຸນ​ພະ​ພຸດ ຄຸນ​ພະ​ທຳ ແລະ ຄຸນ​ພະ­ສົງ ຮອບ​ທີ 2 ເປັນ​ການ​ບູ­ຊາ​ບັນ­ພະ­ບຸ­ລຸດ​ຂອງ​ຊາດ ຜູ້​ທີ່​ມີ​ຄຸນ­ງາມ­ຄວາມ­ດີ​ຕໍ່​ປະ­ເທດ​ຊາດ ຕໍ່​ພະ​ພຸດ​ທະ​ສາ­ສະ­ໜາ ຮອບ​ທີ 3 ເປັນ​ການ​ບູ­ຊາ​ບຸນ­ຄຸນ​ຂອງ​ບິ­ດາ​ມານ​ດາ ຫຼື ເປັນ​ການ​ບູ­ຊາ​ໃນ​ສິ່ງ​ສັກ­ສິດ​ໃນ​ຮອບ​ບໍ­ລິ­ເວນ​ສະ­ຖານ­ທີ່ ເມື່ອ​ວຽນ​ຄົບ 3 ຮອບ​ແລ້ວ ເພື່ອ​ເຮັດ​ໃຫ້​ພຸດ​ທະ​ສາ​ສະ​ນິ​ກະ​ຊົນ​ທັງ­ຫຼາຍ​ມີ​ຈິດ​ສຳ­ນຶກ ຮູ້​ບູ­ຊາ​ບຸນ ບູ­ຊາ​ຄຸນ​ຂອງ​ຄຸນ​ພະ​ຣັດ​ຕະ​ນະ​ໄຕ​ຂອງ​ຄູ­ບາ​ອາ­ຈານ ຄຸນ​ບິ­ດາ ມານ​ດາ ແລະ ຂອງ​ຄຸນ​ບັນ­ພະ­ບຸ­ລຸດ ນອກ­ຈາກ​ເປັນ​ພິ­ທີ​ທາງ​ສາ­ສະ­ໜາ​ແລ້ວ ຍັງ​ເປັນ​ການ­ສະ­ແດງ​ເຖິງ​ພະ­ລັງ​ຄວາມ​ສາ­ມັກ­ຄີ ມັນ​ກາຍ­ເປັນ​ອະ­ລິ­ຍະ​ທຳ​ຂອງ​ຊາດ​ລາວ.

ພິ­ທີ​ວຽນ­ທຽນ ໂອ­ກາດ​ບຸນ­ທາດ­ຫຼວງ​ປີ​ນີ້ ຈັດ​ຂຶ້ນ​ຕອນ​ຄ່ຳ​ວັນ​ທີ 11 ພະ­ຈິກ 2019 ກົງ​ກັບ​ມື້​ຂຶ້ນ 15 ຄ່ຳ ເດືອນ 12 ປີ​ກຸນ ພສ 2562 ຢູ່​ກົມ​ມະ​ລຽນ​ດ້ານ​ໃນ​ພະ​ທາດ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ສີ​ຫຸນ ສິດ­ທິ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ການ​ນຳ​ນະ­ຄອນ­ຫຼວງ ແລະ ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ​ເຂົ້າ​ຮ່ວມ​ຢ່າງ ໜາ​ແໜ້ນ ໃນ​ນີ້ ຂະ​ບວນ​ທຳ​ອິດ ແມ່ນ​ນຳ​ໂດຍ​ພະ­ສົງ ສຳ​ມະ​ເນນ ຕໍ່​ມາ​ແມ່ນ​ຂະ​ບວນ​ການ​ນຳ​ຂອງ​ນະ­ຄອນ­ຫຼວງ ແລະ ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ນອກ​ນີ້ ຍັງ​ໄດ້​ມີ​ການ​ຈູດ​ພຸ ບັ້ງ­ໄຟ ເພື່ອ​ບູ­ຊາ​ພະ​ທາດ­ຫຼວງ ສູນ​ລວມ​ຈິດ­ໃຈ​ຂອງ​ຄົນ​ລາວ​ທັງ​ຊາດ ອີກ​ດ້ວຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.