ຫວຽດ​ນາມ​ຊອກ​ຫາ​ກາ​ລະ​ໂອ​ກາດ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ ຢູ່​ແຂວງ Cherkasy ປະ​ເທດ ຢູ​ແກຼນ

12:25 | 11/10/2020

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຕວັນ​ແອັງ ແລະ ທ່ານ Sergey Ivanovich Sergeychuk ໄດ້​ແລກ​ປ່ຽນ​ແລະ ແນະ​ນຳ​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ ແລະ ບັນ​ດາ​ກາ​ລະ​ໂອ​ກາດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ການ​ສຶກ​ສາ ແລະ ການ​ທ່ອງ​ທ່ຽວ​ຂອງ Cherkasy ແລະ ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ.

ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ລ ງ ທ ນ ແລະ ດຳ ເນ ນ ທ ລະ ກ ດ ຢ ແຂວງ cherkasy ປະ ເທດ ຢ ແກ ນ ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຖະຫວາຍທູບທຽນ ຢູ່ທີ່ ອານຸສອນສະຖານ ຫງວ໋ຽນ ຢູ ແລະ ສາມແຈກ ດົ່ງລົກ
ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ລ ງ ທ ນ ແລະ ດຳ ເນ ນ ທ ລະ ກ ດ ຢ ແຂວງ cherkasy ປະ ເທດ ຢ ແກ ນ ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງວຽງຈັນ ຢ້ຽມຢາມ ແລະ ເຮັດວຽກ ຢູ ລ໋ອງບຽນ
ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ລ ງ ທ ນ ແລະ ດຳ ເນ ນ ທ ລະ ກ ດ ຢ ແຂວງ cherkasy ປະ ເທດ ຢ ແກ ນ
ການ​ເຮັດ​ວຽກ​ລະ​ຫວ່າງ​ສອງ​ຝ່າຍ (ພາບ: TTXVN)

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Sergey Ivanovich Sergeychuk ເຈົ້າ​ແຂວງ Cherkasy , ທ່ານ ຫງວຽນ​ຕວັນ​ແອັງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ແລະ ຄະ​ນະ​ປ​ະ​ຕິ​ບັດ​ງານ​ຂອງ​ສະ​ຖານ​ທູດ​ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວ​ຽກ​ຢູ່​ແຂວງ ເພື່ອ​ແນ​ໃສ່​ຊອກ​ຫາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ Cherkasy ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຕວັນ​ແອັງ ແລະ ທ່ານ Sergey Ivanovich Sergeychuk ໄດ້​ແລກ​ປ່ຽນ​ແລະ ແນະ​ນຳ​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ ແລະ ບັນ​ດາ​ກາ​ລະ​ໂອ​ກາດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ການ​ສຶກ​ສາ ແລະ ການ​ທ່ອງ​ທ່ຽວ​ຂອງ Cherkasy ແລະ ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ. ທ່ານ Sergey Ivanovich Sergeychuk ໄດ້​ຕີ​ລາ​ຄາ​ສູງ​ຜົນ​ງານ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ Covid – 19 ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ຢັ້ງ​ຢືນ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ຫວຽດ​ນາມ ມາ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່ Cherkasy.

ເນື່ອງ​ໃນ​ໂອ​ກາດ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ Cherkasy, ທ່ານ ຫງວຽນ​ຕວັນ​ແອັງ​ໄດ້​ລົງ​ຢ້ຽມ​ຢາມ ແລະ ພົບ​ປະ​ຜູ້​ຕາງ​ໜ້າ​ພໍ່​ແມ່​ພີ່​ນ້ອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່ Cherkasy, ມອບ​ຂອງ​ຂວັນ​ຂອງ ສະ​ຖານ​ທູດ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ທີ່​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ Covid - 19.

ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ລ ງ ທ ນ ແລະ ດຳ ເນ ນ ທ ລະ ກ ດ ຢ ແຂວງ cherkasy ປະ ເທດ ຢ ແກ ນ ການ​ເຈ​ລະ​ຈ​າ ສັນ​ຍາ FTA ລະ​ຫວ່າງ ຫວຽດ​ນາມ - ອັງ​ກິດ​ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2020

ຍ​ສ​ໝ - ທ່ານ ຮ່​ວາງກ໊ວກ​ເວື້ອງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ໄດ້​ເນັ້ນ​ໜັກວ່າ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ແມ່ນ​ຕະຫຼາດ​ສຳ​ຄັນ ແລະ ຍາ​ມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ໃນ​ການ​ຮ່ວມ​ມື​ຂອງ​ຫວຽດ​ນາມ.

ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ລ ງ ທ ນ ແລະ ດຳ ເນ ນ ທ ລະ ກ ດ ຢ ແຂວງ cherkasy ປະ ເທດ ຢ ແກ ນ EVFTA: ກາ​ລະ​ໂອ​ກາດ​ໃໝ່​ກ່ຽວ​ກັບ​ການ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລ​ະ​ກິດ ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ EU ມາ​ຫວຽດ​ນາມ

ຍ​ສ​ໝ - ກອງປະຊຸມແມ່ນກາ​ລະໂອກາດເພື່ອໃຫ້ບັນດາວິສາຫະກິດຫລາຍຝ່າຍຂອງ EU ​ທີ່​ມີ​ສຳ​ນັກ​ງານຕັ້ງຢູ່ສິງກະໂປ ມີທັດ​ສະ​ນະ ທີ່ຈະແຈ້ງກວ່າກ່ຽວກັບການ ຕະຫລາດ ຫວຽດນາມ ໃນປະຈຸບັນ ເພື່ອຍາດແຍ່ງກາລະໂອກາດ ເມື່ອສັນຍາການຄ້າເສລີລະຫວ່າງອີຢູແລະຫວຽດນາມ (EVFTA) ໄດ້​ຮັບ​ການ​ປະ​ຕິ​ບັດ.

ຫວຽດ ນາມ ຊອກ ຫາ ກາ ລະ ໂອ ກາດ ລ ງ ທ ນ ແລະ ດຳ ເນ ນ ທ ລະ ກ ດ ຢ ແຂວງ cherkasy ປະ ເທດ ຢ ແກ ນ ຫວຽດ​ນາມ ແລະ ຊີ​ລັງ​ກາ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ເສດ​ຖະ​ກິດ

ຍ​ສ​ໝ - ທ່ານ Jayanath Colombage ເລ​ຂາ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຊີ​ລັງ​ກາຖື​ວ່າ: ຊີ​ລັງ​ກາ​ຈະ​ແມ່ນ​ຂົວ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ຂອງ​ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ ຢູ່ ມະ​ຫາ​ສະ​ມຸດ​ອິນ​ເດຍ. ພ້ອມ​ທັງ, ການ​ພົວ​ພັນ​ລະ​ຫວ່າງ​ຊີ​ລັງ​ກາ - ຫວຽດ​ນາມ​ກໍ່​ຈະ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ຊີ​ລັງ​ກາ ເຊື່ອມ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.