ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງວຽງຈັນ ຢ້ຽມຢາມ ແລະ ເຮັດວຽກ ຢູ ລ໋ອງບຽນ

12:42 | 16/10/2018

ຍສໝ - ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ ໂດຍ ສະຫາຍ ປອ. ສິນລະວົງ ຄຸດໄພທູນ - ກຳມະການກົມການເມືອງ ພັກປະຊາຊົນປະຕິວັດລາວ, ເຈົ້າຄອງນະຄອນຫຼວງວຽງຈັນ ນຳພາຄະນ ຢ້ຽມຢາມ ແລະ ເຮັດວຽກ, ຢ້ຽມຊົມ ແບບຈຳລອງ ການປົກຄອງດີຈີຕັ້ນ ແລະ ການປັບປຸງການປົກຄອງຢູ່ ເມືອງລ໋ອງບຽນ.

ຄະນະຜູ້ແທນຂັ້ນສູງ ນະຄອນຫຼວງວຽງຈັນ ຢ້ຽມຢາມ ແລະ ເຮັດວຽກ ຢູ ລ໋ອງບຽນ

ການນຳນະຄອນຫຼວງວຽງຈັນ ແລະ ເມືອງລ໋ອງບຽນ ຖ່າຍຮູບທີ່ລະນືກ.(ພາບ:ເຢືອງຍື ອີ໋)

ກ່າວຄຳເຫັນທີ່ກອງປະຊຸມການເຮັດວຽກ ທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ປອ. ສິນລະວົງ ຄຸດໄພທູນ ຕີລາຄາສູງ ບັນດາການປັບປຸງການປົກຄອງ ຂອງ ເມືອງ ລ໋ອງບຽນ ໃນການກໍ່ສ້າງ ແລະ ນຳໃຊ້; ພ້ອມກັນນັ້ນກໍ່ເນັ້ນໜັກວ່າ ແບບໂຄງຮ່າງການປົກຄອງ ດີຈີຕັ້ນ ແລະ ວຽກງານນຳໃຊ້ເຕັກໂນໂລຊີ ອັດສະລິຍະ ໃນການຄຸ້ມຄອງ, ບໍລິຫານ, ຈັດຕັ້ງປະຕິບັດ ວຽກງາານໄດ້ຮັບຄວາມສົນໃຈ ຈາກພັກ,ລັດ ຂອງສອງປະເທດ ເພື່ອກໍ່ສ້າງ ລະບົບການເມືອງມີປະສິດຜົນ, ມີຜົນສຳເລັດ ອັນແທ້ຈິງ ໃຫ້ແກ່ປະຊາຊົນ ພ້ອມທັງຍົກສູງຄວາມສາມາດໃນການແກ່ງແຍ້ງ, ສ້າງສະພາບແວດລ້ອມໃນການພັດທະນາ ເສດຖະກິດ-ສັງຄົມ.

ພ້ອມກັນນັ້ນກໍ່ຫັວງເປັນຢ່າງຍິ່ງວ່າ ໃນອານາຄົດ, ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງ ຮ່າໂນ້ຍ ເວົ້າລວມ, ເມືອງລ໋ອງບຽນ ເວົ້າສະເພາະ ຈະສືບຕໍ່ ພົບປະແລກປ່ຽນ, ຮັດແໜ້ນກວ່າເກົ່າ, ເພີ່ມທະວີຊອກຮູ້ເຊິ່ງກັນແລະກັນ ເພື່ອຜັນຂະຫຍາຍ ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ຂອງທ້ອງຖິ່ນ ຢ່າງມີປະສິດທິຜົນ, ຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດ ບັນດາເປົ້າໝາຍ ຂອງແຕ່ລະປະເທດມອບໝາຍໃຫ້ຈາກນັ້ນສ້າງຄວາມແໜ້ນແຟ້ນສາຍພົວພັນມິດຕະພາບ ຫວຽດນາມ-ລາວ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.