ຄະນະການນຳຫວຽດນາມສົ່ງຖາມຂ່າວຄາວກ່ຽວກັບສະພາບນໍ້າຖ້ວມຢູ່ລາວ

11:15 | 10/09/2019

ຍສໝ - ໃນການຖາມຂ່າວຄາວ, ຄະນະການນຳຫວຽດນາມໄດ້ສະແດງຄວາມເປັນຫ່ວງເປັນໄຍ່ກ່ຽວກັບສະພາບນ້ຳຖ້ວມປັດຈຸບັນຢູ່ລາວ ແລະ ໄດ້ສົ່ງຄຳຖາມຂ່າວຄາວທີ່ສຸດອົກສຸດໃຈແລະເລິກເຊິ່ງເຖິງບັນດາຜູ້ນຳແລະປະຊາຊົນລາວ.

ໃນວັນທີ 8 ເດືອນກັນຍາ, ໄດ້ຮັບຂໍ້ມູນມາວ່າ ບາງແຂວງຢູ່ພາກກາງ ແລະ ພາກໃຕ້ຂອງລາວກຳລັງປະສົບໄພນ້ຳຖ້ວມເນືອງຈາກມີຝົນຕົກໜັກຕິດກັນເປັນເວລາຫຼາຍມື້ທີ່ຜ່ານມາ, ເກີດຂຶ້ນຜົນກະທົບອັນໜັກໜ່ວງແກ່ມະນຸດ ແລະ ຊັບສິນ, ທ່ານເລຂາທິການໃຫຍ່ - ປະທານປະເທດ ຫງວຽນຟູ໋ຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ສົ່ງຖາມຂ່າວຄາວເຖິງທ່ານເລຂາທິການໃຫຍ່ - ປະທານປະເທດລາວ ບຸນຍັງ ວໍຣະຈິດ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້.

ຄະນະການນຳຫວຽດນາມສົ່ງຖາມຂ່າວຄາວກ່ຽວກັບສະພາບນໍ້າຖ້ວມຢູ່ລາວ

ສະພາບນໍ້າຖ້ວມໃນ ບາງແຂວງຢູ່ພາກກາງ ແລະ ພາກໃຕ້ຂອງລາວ. (ພາບ: phuketnews.com)

ໃນການຖາມຂ່າວຄາວ, ຄະນະການນຳຫວຽດນາມສະແດງຄວາມສົນໃຈກ່ຽວກັບສະພາບນ້ຳຖ້ວມປັດຈຸບັນຢູ່ລາວ;ສົ່ງຄຳຂ່າວຄາວທີ່ສຸດອົກສຸດໃຈ ແລະ ເລິກເຊິ່ງເຖິງບັນດາຜູ້ນຳແລະປະຊາຊົນລາວ, ພິເສດແມ່ນເຈົ້າໜ້າທີ່ບັນດາທ້ອງຖີ່ນແລະບັນດາຄອບຄົວຖືກຜົນກະທົບ. ຄະນະການນຳຫວຽດນາມເຊື່ອວ່າໃຕ້ການນຳພາຂອງຄະນະການນຳແລະຄວາມສົນໃຈຢ່າງໃກ້ສິດຂອງພັກ,ປະເທດຊາດ, ລັດຖະບານ,ສະພາແຫ່ງຊາດລາວ,ອ້າຍນ້ອງປະຊາຊົນລາວຈະພ້ອມກັນຂ້າມຜ່ານອຸປະສັກນີ້ໃຫ້ໄວທີ່ສຸດເພື່ອການດຳລົງຊີວິດແບບຄົງທີ່. ໃນມື້ດຽວກັນ,ຮອງນາຍົກລັດຖະມົນຕີ,ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິງມິງ ໄດ້ສົ່ງຖາມຂ່າວຄາວເຖິງທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.