ນຳສົ່ງພົນລະເມືອງຫວຽດນາມ ເກືອບ 270 ຄົນມາຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດ

19:22 | 24/09/2020

ຍສໝ - ວັນທີ 23 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກງານຜູ້ຕາງໜ້າຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ອົດສະຕາລີ ແລະ ນິວຊີແລນ, ແລະ ບໍລິສັດການບິນ Bamboo Airways ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຫລາຍກວ່າ 270 ຄົນໄດ້ກັບຄືນບ້ານຢ່າງປອດໄພ.

ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 220 ຄົນຈາກປະເທດຍີ່ປຸ່ນ ກັບຄືນປະເທດ
ຫວຽດນາມ ສືບຕໍ່ນຳພົນລະເມືອງຈຳນວນເກືອບ 350 ຄົນກັບຄືນບ້ານຈາກອົດສະຕາລີ ແລະ ນິວຊີແລນ

ຜູ້ໂດຍສານໃນຖ້ຽວບິນແມ່ນບັນດາກໍລະນີທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສົ່ງພົນລະເມືອງຫວຽດນາມ ເກືອບ 270 ຄົນມາຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດ
ນຳສົ່ງພົນລະເມືອງຫວຽດນາມ ເກືອບ 270 ຄົນມາຈາກອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດ. (ພາບ: baoquocte)

ຕໍ່ໜ້າສະພາບການລະບາດ ເຮັດໃຫ້ການເດີນທາງປະສົບກັບຄວາມຫຍຸ້ງຍາກ, ບັນດາອົງການຕົວແທນຫວຽດນາມ ໄດ້ປະສານສົມທົບ ແລະ ແນະນຳພົນລະເມືອງ ປະຕິບັດລະບຽບການຢ່າງຮຽບຮ້ອຍ, ຮຽກຮ້ອງໃຫ້ອົງການທີ່ມີໜ້າທີ່ທ້ອງຖິ່ນ ອຳນວຍຄວາມສະດວກ ສຳລັບພົນລະເມືອງຫວຽດນາມ ທີ່ເດີນທາງໄປຮອດສະໜາມບິນ. ສະຖານທູດຫວຽດນາມ ປະຈຳອົດສະຕາລີ ແລະ ນິວຊີແລນ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນ Bamboo Airways ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.

ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນ Bamboo Airways ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເກີນເທີ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ສຳນັກຂ່າວສານ ABC ຂອງປະເທດ ອົດສະຕາລີ: ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ

ຍສໝ - ABC ຖືວ່າໂລກລະບາດໂຄວິດ-19 ຄັ້ງທີ 2 ແຜ່ລະບາດຢູ່ນະຄອນ ດ່າໜັງ ນັບແຕ່ທ້າຍເດືອນ ກໍລະກົດ ແຕ່ຍ້ອນການປິກເມືອງໂດຍໄວ ພ້ອມກັບການຄວບຄຸມການໄປມາເຂົ້ານະຄອນນີ້ຢ່າງເຄັ່ງຄັດ ໄດ້ຈຳກັດການຕິດແປດຂອງໂລກລະບາດ.

ຫວຽດນາມ ສືບຕໍ່ນຳພົນລະເມືອງຈຳນວນເກືອບ 350 ຄົນກັບຄືນບ້ານຈາກອົດສະຕາລີ ແລະ ນິວຊີແລນ

ຍສໝ - ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດທີ່ດີເລີດຂອງອົດສະຕາລີ

ຍ​ສ​ໝ - ທ່ານ ດຣWilson ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດໃນການປ້ອງກັນໂລກ​ລະ​ບາດ COVID-19 ແລະ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີທີ່ສຸດສຳລັບອົດສະຕາລີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.