ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 140 ຄົນຈາກພາກພື້ນຕາເວັນອອກກາງ ແລະ ອາຟຣິກາ | |
ພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນໄດ້ກັບຄືນປະເທດດ້ວຍຄວາມປອດໄພ |
ວັນທີ 5 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳປະເທດອົດສະຕາລີ ແລະ ນິວຊີແລນ, ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າເກືອບ 350 ຄົນໄດ້ກັບຄືນບ້ານຢ່າງປອດໄພ.
ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
![]() |
ຫວຽດນາມ ສືບຕໍ່ນຳພົນລະເມືອງຈຳນວນເກືອບ 350 ຄົນກັບຄືນບ້ານຈາກອົດສະຕາລີ ແລະ ນິວຊີແລນ. (ພາບ: TTXVN) |
ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳປະເທດອົດສະຕາລີ ແລະ ນິວຊີແລນໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.
ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.
ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.
![]() | ຫວຽດນາມ ເຜີຍແພ່ຢ່າງທົ່ວເຖິງ ແລະ ການບໍລິໂພກ ໝາກທຸລຽນຢູ່ອົດສະຕາລີ ຍສໝ - ໝາກທຸລຽນແຊ່ແຂງຈຳນວນ 7 ໂຕນຂອງຫວຽດນາມ ໄດ້ສຳເລັດການຜ່ານດ່ານຢູ່ລັດ New South Wales ຂອງປະເທດອົດສະຕາລີ, ເລີ່ມຕົ້ນການສໍາຜັດເຂົ້າເຖິງຜູ້ບໍລິໂພກຢູ່ໃນທ້ອງຕະຫຼາດທີ່ເອົາໃຈຍາກທີ່ສຸດໃນໂລກ. |
![]() | ກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ-ອົດສະຕາລີ ພິເສດກ່ຽວກັບ ໂລກລະບາດ Covid-19 ທາງອອນລາຍ ຍສໝ - ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະຍູ້ແຮງການສົມທົບກັນແບ່ງປັນຂ່າວສານ, ບົດຮຽນເພື່ອຍົກສູງກຳລັງຄວາມສາມາດກຽມໃນການຮັບມືກັບເຊື້ອພະຍາດຢ່າງມີປະສິດທີຜົນ; ພິເສດແມ່ນສົມທົບກັນຢ່າງແໜ້ນແຟ້ນ, ມານະພະຍາຍາມການຄົ້ນຄ້ວາ ແລະ ຜະລິດວັກຊິນ ແລະ ຢາປິ່ນປົວ Covid - 19 |
![]() | ໜັງສືພິມອົດສະຕາລີ: “ຜົນສຳເລັດໃນການສະກັດກັ້ນພະຍາດ Covid-19 ຂອງຫວຽດນາມ ແມ່ນສົມຄວນໃຫ້ມຸ່ງຫວັງ” ຍສໝ - ເມື່ອບໍ່ດົນມານີ້, ໜັງສືພິມ ABC ຂອງອົດສະຕາລີ ໄດ້ລົງພິມບົດຂຽນ ກ່ຽວກັບຂະບວນການປ້ອງກັນ ແລະ ຕ້ານການລະບາດພະຍາດ Covid-19 ຂອງຫວຽດນາມ ທີ່ປະສົບຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັກສາຈຳນວນກໍລະນີທີ່ຕິດເຊື້ອຕ່ຳກວ່າ 300 ຄົນ ແລະ ຍັງບໍ່ມີຄົນເສຍຊີວິດ. |
ຄຳຮຸ່ງ