ChildFund ຫວຽດນາມ ປະຕິບັດຫຼາຍກິດຈະກຳ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ກາວບັ່ງ

13:23 | 18/09/2020

ຍສໝ - ມາຮອດປະຈຸບັນ, ໂຄງການ VN 04-034 ໄດ້ມີ 28 ກິດຈະກຳ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເຊັ່ນ: ຍົກລະດັບຄວາມສາມາດ, ທັກສະຊີວິດ ແລະທັກສະການຈັດຕັ້ງ ແລະການບໍລິຫານໃຫ້ແກ່ນັກຮຽນປະຖົມ; ວິທີການສິດສອນຫ້ອງປະສົມ, ວິທີການຈັດກິດຈະກຳທີ່ມີປະສົບການ, ກິດຈະກຳ ຊ່ວຍຜູ້ສອນສຳລັບຄູອະນຸບານ; ປັບປຸງສະພາບແວດລ້ອມການຮຽນຮູ້ ສຳລັບໂຮງຮຽນອະນຸບານ ແລະ ປະຖົມ...

childfund ຫວຽດນາມ ປະຕ ບ ດຫ າຍກ ດຈະກຳ ເພ ອປ ບປ ງຊ ວ ດການເປ ນຢ ຂອງປະຊາຊ ນ ກາວບ ງ ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຕາມສັນຍາ EVFTA
childfund ຫວຽດນາມ ປະຕ ບ ດຫ າຍກ ດຈະກຳ ເພ ອປ ບປ ງຊ ວ ດການເປ ນຢ ຂອງປະຊາຊ ນ ກາວບ ງ ຮ່າຢາງ: ມອບສົ່ງພົນລະເມືອງຈີນ 17 ຄົນ ທີ່ເຂົ້າເມືອງຫວຽດນາມຜິດກົດໝາຍ
childfund ຫວຽດນາມ ປະຕ ບ ດຫ າຍກ ດຈະກຳ ເພ ອປ ບປ ງຊ ວ ດການເປ ນຢ ຂອງປະຊາຊ ນ ກາວບ ງ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ:baocaobang)

ວັນທີ 16 ກັນຍາ, ຄະນະປະຕິບັດງານຂອງອົງການ ChildFund ນຳໂດຍທ່ານນາງ Lia Jacqueline Burns, ຫົວໜ້າພະແນກໂຄງການ ChildFund ປະຈຳ ຫວຽດນາມ ໄດ້ມີການເຮັດວຽກກັບເມືອງ ຈູງແຄງ (ກາວບັ່ງ). ທີ່ການເຮັດວຽກ, ສອງຝ່າຍໄດ້ພ້ອມກັນຕີລາຄາສະພາບການຈັດຕັ້ງປະຕິບັດໂຄງການ VN 04-034 ໃນໄລຍະ 2020 - 2021 ເຊິ່ງຈັດຕັ້ງປະຕິບັດໂດຍອົງການ ChildFund ຢູ່ ກາວບັ່ງ.

ມາຮອດປະຈຸບັນ, ໂຄງການ VN 04-034 ໄດ້ມີ 28 ກິດຈະກຳ ທີ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນເຊັ່ນ: ຍົກລະດັບຄວາມສາມາດ, ທັກສະຊີວິດ ແລະທັກສະການຈັດຕັ້ງ ແລະການບໍລິຫານໃຫ້ແກ່ນັກຮຽນປະຖົມ; ວິທີການສິດສອນຫ້ອງປະສົມ, ວິທີການຈັດກິດຈະກຳທີ່ມີປະສົບການ, ກິດຈະກຳ ຊ່ວຍຜູ້ສອນສຳລັບຄູອະນຸບານ; ປັບປຸງສະພາບແວດລ້ອມການຮຽນຮູ້ ສຳລັບໂຮງຮຽນອະນຸບານ ແລະປະຖົມ... ໂຄງການຈະສິ້ນສຸດລົງໃນເດືອນມິຖຸນາ 2021.

ການຄະນະກຳມະການປະຊາຊົນເມືອງ ຈູງແຄງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອົງການ ChildFund ທີ່ໄດ້ໃຫ້ຄວາມເອົາໃຈໃສ່ເຖິງເມືອງໃນໄລຍະທີ່ຜ່ານມາ; ພ້ອມດຽວກັນນີ້, ໃນໄລຍະຈະມາເຖິງ, ເມືອງຈະສ້າງເງື່ອນໄຂດີທີ່ສຸດເພື່ອປະສານສົມທົບກັບອົງການ ChildFund ເພື່ອຈັດຕັ້ງປະຕິບັດບັນດາໂຄງການຕ່າງໆໃນເຂດດັ່ງກ່າວໃຫ້ມີປະສິດທິຜົນ.

childfund ຫວຽດນາມ ປະຕ ບ ດຫ າຍກ ດຈະກຳ ເພ ອປ ບປ ງຊ ວ ດການເປ ນຢ ຂອງປະຊາຊ ນ ກາວບ ງ
ການລ້ຽງໝູຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ.(ພາບ: ChildFund Vietnam).

ກ່ອນໜ້ານີ້, ອົງການ Childfund ຫວຽດນາມ ໄດ້ສະໜັບສະໜູນ ໂຄງການ “ສ້າງຊຸມຊົນທີ່ເຂັ້ມແຂງ ແລະກຸ້ມຕົນເອງໃນເຂດຊົນນະບົດ ກາວບັ່ງ” ເພື່ອຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນ 6 ຕາແສງທີ່ທຸກຍາກທີ່ສຸດຂອງເຂດພູດອຍ ຈ່າຫຼີງ, ໃນນັ້ນມີ ກາວເຈືອງ, ລືວງອກ, ກວາງເຮີນ, ກວາງວີງ, ກວກຕວານ, ແລະ ຊວນໂນ້ຍ.

ໂຄງການໄດ້ຮັບການປະຕິບັດໂດຍອົງການ ChildFund ຫວຽດນາມ ແລະ ຄະນະກຳມະການປະຊາຊົນເມືອງ ຈ່າຫຼີງ, ແຂວງ ກາວບັ່ງ ແຕ່ເດືອນກໍລະກົດ 2014 ເຖິງເດືອນມິຖຸນາ 2019, ດ້ວຍງົບປະມານສະໜັບສະໜູນ ຂອງໂຄງການຊ່ວຍເຫຼືອນິວຊີແລນແລະການບໍລິຈາກຈາກປະຊາຊົນນິວຊີແລນ ໂດຍຜ່ານ ChildFund ນິວຊີແລນ.

ນອກຈາກນີ້, ຍັງສາມາດເຫັນໄດ້ວ່າຄວາມເອົາໃຈໃສ່ໃນດ້ານໂພຊະນາການທີ່ດີກວ່າສຳລັບເດັກນ້ອຍ, ແລະ ອັດຕາການເຂົ້າຮຽນຂອງເດັກກໍ່ສູງຂື້ນ. ປັບປຸງລະບົບຊົນລະປະທານ, ຕົວແບບເພື່ອສ້າງລາຍໄດ້ຈາກການຫຼ້ຽງງົວ, ແບ້...

childfund ຫວຽດນາມ ປະຕ ບ ດຫ າຍກ ດຈະກຳ ເພ ອປ ບປ ງຊ ວ ດການເປ ນຢ ຂອງປະຊາຊ ນ ກາວບ ງ ທົ່ວໂລກໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 29,71 ລ້ານຄົນ

ປະຈຸບັນ, ທົ່ວໂລກໄດ້ຢັ້ງຢືນວ່າ ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 29,71 ລ້ານຄົນ, ໃນນັ້ນມີ 938.385 ຄົນເສຍຊີວິດ.

childfund ຫວຽດນາມ ປະຕ ບ ດຫ າຍກ ດຈະກຳ ເພ ອປ ບປ ງຊ ວ ດການເປ ນຢ ຂອງປະຊາຊ ນ ກາວບ ງ ທະຫານປ້ອງກັນຊາຍແດນ ເຫງ້ອານ ມອບຂອງຂວັນ ໃຫ້ແກ່ກຳລັງປະກອບອາວຸດ ແລະ ປະຊາຊົນເຂດຊາຍແດນຢູ່ແຂວງຫົວພັນ, ປະເທດລາວ

ຍສໝ - ຈຳນວນຂອງຂວັນດັ່ງກ່າວລວມມີເຂົ້າສານ, ໝີ່ສໍາເລັດຮູບ, ນໍ້າປາ, ເກືອ, ປາແຫ້ງ, ເຄື່ອງໃຊ້ທີ່ ຈຳເປັນໃນຊິວີດປະຈໍາວັນ, ດ້ວຍຈຳນວນເງິນທັງໝົດເກືອບ 30 ລ້ານດົ່ງ.

childfund ຫວຽດນາມ ປະຕ ບ ດຫ າຍກ ດຈະກຳ ເພ ອປ ບປ ງຊ ວ ດການເປ ນຢ ຂອງປະຊາຊ ນ ກາວບ ງ ທ່ານ ເອກອັກຄະລັດຖະທູດໄທ Tanee Sangrat ຮູ້ສຶກປະທັບໃຈຕໍ່ຄວາມຮັກແພງຂອງຊາວຫວຽດນາມອາໃສຢູ່ໄທທີ່ສະຫງວນໃຫ້ແກ່ປະເທດໄທ

ຍສໝ - ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ Tanee Sangrat ສະແດງຄວາມຂອບອົກຂອບໃຈຕໍ່ສະມາຄົມມິດຕະພາບຫວຽດນາມ - ໄທ ແລະບັນດາສາຂາສະມາຄົມຢູ່ບັນດາທ້ອງຖິ່ນທີ່ໄດ້ເຂົ້າຮ່ວມເດີນທາງ ແລະຮ່ວມມືໃນບັນດາການເຄື່ອນໄຫວຂອງສະຖານທູດ.

ໄຊພອນ

ເຫດການ
302 Found

Found

The document has moved here.