World Vision ຫວຽດນາມ: ຊ່ວຍເຫຼືອນັກຮຽນ 10.000 ຄົນ ໃນການຍົກສູງຄວາມຮັບຮູ້ກ່ຽວກັບບັນຫາການໃຊ້ຄວາມຮຸນແຮງໃນໂຮງຮຽນ

10:51 | 18/09/2020

ຍສໝ - ດ້ວຍງົບປະມານກ່ວາ 4,9 ຕື້ດົ່ງ, ໂຄງການ “ຫ້ອງຮຽນມ່ວນຊື່ນ | Hope in Class ”, ອຸປະທໍາ ໂດຍ ກຸ່ມບໍລິສັດ Orion Group ແລະ ບໍລິສັດ Orion Food Vina, ຄາດວ່າຈະຖືກຈັດຕັ້ງປະຕິບັດໃນສາມປີ (ແຕ່ເດືອນເມສາ 2020 ຫາ ເດືອນກັນຍາ 2022), ເຊິ່ງມີນັກຮຽນ 10.000 ຄົນ ທີ່ມາຈາກໂຮງຮຽນ 40 ແຫ່ງ ໃນແຂວງແທງຮວາ (ເມືອງເທື່ອງຊວນ, ບາເທືອກ ແລະ ລາງແຈງ) ແລະ ນະຄອນຫາຍຟ່ອງ (ເມືອງ ໂງກວ່ຽນ).    

world vision ຫວຽດນາມ ຊ ວຍເຫ ອນ ກຮຽນ 10 000 ຄ ນ ໃນການຍ ກສ ງຄວາມຮ ບຮ ກ ຽວກ ບບ ນຫາການໃຊ ຄວາມຮ ນແຮງໃນໂຮງຮຽນ ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຕາມສັນຍາ EVFTA
world vision ຫວຽດນາມ ຊ ວຍເຫ ອນ ກຮຽນ 10 000 ຄ ນ ໃນການຍ ກສ ງຄວາມຮ ບຮ ກ ຽວກ ບບ ນຫາການໃຊ ຄວາມຮ ນແຮງໃນໂຮງຮຽນ ຮ່າຢາງ: ມອບສົ່ງພົນລະເມືອງຈີນ 17 ຄົນ ທີ່ເຂົ້າເມືອງຫວຽດນາມຜິດກົດໝາຍ
world vision ຫວຽດນາມ ຊ ວຍເຫ ອນ ກຮຽນ 10 000 ຄ ນ ໃນການຍ ກສ ງຄວາມຮ ບຮ ກ ຽວກ ບບ ນຫາການໃຊ ຄວາມຮ ນແຮງໃນໂຮງຮຽນ

ທ່ານນາງ ເທີນທີ້ຮ່າ - ຜູ້ອຳນວຍການຝ່າຍປະຕິບັດງານຂອງໂຄງການ World Vision ຫວຽດນາມ ແລະ ທ່ານ Kim Jae Sin, ຜູ້ອຳນວຍການໃຫຍ່ບໍລິສັດ Orion Food Vina ມອບເງິນຊ່ວຍເຫຼືອເພື່ອເປັນສັນຍາລັກ.

ຕອນເຊົ້າວັນທີ 17 ກັນຍາ, ພະແນກພົວພັນການຕ່າງປະເທດແຂວງແທງຮວາ ແລະ ອົງການ World Vision ຫວຽດນາມ ໄດ້ຈັດພິທີເລີ່ມໂຄງການ “ຫ້ອງຮຽນມ່ວນຊື່ນ | Hope in Class - ການເຂົ້າຮ່ວມມືເພື່ອຢຸດການໃຊ້ຄວາມຮຸນແຮງໃນໂຮງຮຽນ”.

ດ້ວຍງົບປະມານກ່ວາ 4,9 ຕື້ດົ່ງ, ໂຄງການ “ຫ້ອງຮຽນມ່ວນຊື່ນ | Hope in Class”, ທີ່ໄດ້ຮັບການອຸປະທໍາໂດຍ ກຸ່ມບໍລິສັດ Orion Group ແລະ ບໍລິສັດ Orion Food Vina, ຄາດວ່າຈະຖືກຈັດຕັ້ງປະຕິບັດໃນສາມປີ (ແຕ່ເດືອນເມສາ 2020 ຫາ ເດືອນກັນຍາ 2022), ເຊິ່ງມີນັກຮຽນ 10.000 ຄົນ ທີ່ມາຈາກໂຮງຮຽນ 40 ແຫ່ງ ໃນແຂວງແທງຮວາ (ເມືອງເທື່ອງຊວນ, ບາເທືອກ ແລະ ລາງແຈງ) ແລະ ນະຄອນຫາຍຟ່ອງ (ເມືອງ ໂງກວ່ຽນ).

ການສຶກສາຍັງສະແດງໃຫ້ເຫັນວ່ານອກເໜືອຈາກຄອບຄົວ, ໂຮງຮຽນຍັງເປັນສະຖານທີ່ທີ່ກໍ່ໃຫ້ເກີດການໃຊ້ຄວາມຮຸນແຮງຕໍ່ເດັກ.ອີງຕາມການສຳຫຼວດແຫ່ງຊາດຂອງ World Vision ຫວຽດນາມ ປີ 2018, ເດັກນ້ອຍ 57,8% ໄດ້ປະສົບກັບການໃຊ້ຄວາມຮຸນແຮງຢູ່ໂຮງຮຽນ. ອີງຕາມສະຖິຕິປະຈຳ ປີຂອງກະຊວງສຶກສາທິການ ແລະ ບໍາລຸງກໍ່ສ້າງ, ມີການໃຊ້ຄວາມຮຸນແຮງທັງພາຍໃນແລະນອກໂຮງຮຽນ ແມ່ນ 1.600 ຄະດີ ໃນສົກປີ 2014 - 2015. ຍັງໄດ້ບັນທຶກມີການໃຊ້ຄວາມຮຸນແຮງໃນໂຮງຮຽນ 18.571 ຄະດີໃນລະຫວ່າງປີ 2011 ເຖິງເດືອນເມສາ 2018.

world vision ຫວຽດນາມ ຊ ວຍເຫ ອນ ກຮຽນ 10 000 ຄ ນ ໃນການຍ ກສ ງຄວາມຮ ບຮ ກ ຽວກ ບບ ນຫາການໃຊ ຄວາມຮ ນແຮງໃນໂຮງຮຽນ
ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະລຶກ.

“ບັນດາກິດຈະກຳຂອງໂຄງການ “ຫ້ອງຮຽນມ່ວນຊື່ນ | Hope in Class” ຈະຊ່ວຍໃຫ້ເດັກມີທັກສະໃນການສື່ສານໂດຍສັນຕິແລະຊ່ວຍປູກນິໄສໃນທາງບວກເຊັ່ນ: ການສະແດງອາລົມ, ການຟັງຢ່າງຫ້າວຫັນ, ຫລືການຊອກຫາວິທີແກ້ໄຂທົ່ວໄປໂດຍອີງໃສ່ຄວາມຮັກ ແລະຄວາມເຂົ້າໃຈ. ບັນດາກິດຈະກຳເຫຼົ່ານີ້ຍັງໄດ້ອອກແບບເພື່ອເປັນມິດກັບເຍົາວະຊົນ, ເພື່ອກະຕຸ້ນໃຫ້ພວກເຂົາເຂົ້າໃຈ, ທະນຸຖະໜອມ ແລະແບ່ງປັນຄຸນຄ່າທີ່ດີເຊັ່ນ: ຄວາມສາມັກຄີ, ຄວາມອົດທົນ ແລະຄວາມເຄົາລົບ ເຊິ່ງກັນ ແລະກັນ”, ທ່ານ ຟານທີ້ກີມລຽນ - ຜູ້ຈັດການໂຄງການເນັ້ນໜັກ.

ໂຄງການ “ຫ້ອງຮຽນມ່ວນຊື່ນ | Hope in Class” ແມ່ນຄວາມພະຍາຍາມ ຂອງ World Vision ຫວຽດນາມໃນການຢຸດຕິການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ເດັກ. ການເຊັນສັນຍາການຮ່ວມມື 3 ປີ ສຳລັບໂຄງການນີ້ລະຫວ່າງ World Vision Vietnam ແລະ Orion Food Vina ຄາດວ່າຈະຊຸກຍູ້ການມີສ່ວນຮ່ວມຂອງພາກວິສາຫະກິດເອກະຊົນ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍໃນໂຮງຮຽນໂດຍສະເພາະ ແລະ ໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍໂດຍທົ່ວໄປ.
world vision ຫວຽດນາມ ຊ ວຍເຫ ອນ ກຮຽນ 10 000 ຄ ນ ໃນການຍ ກສ ງຄວາມຮ ບຮ ກ ຽວກ ບບ ນຫາການໃຊ ຄວາມຮ ນແຮງໃນໂຮງຮຽນ ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຕາມສັນຍາ EVFTA

ຍສໝ - ກາເຟງວດທຳອິດທີ່ສົ່ງອອກໄປຍັງ ອີຢູ ຄັ້ງນີ້ ແມ່ນຂອງບໍລິສັດຫວິງຮຽບຈຳກັດ ດ້ວຍປະລິມານທັງໝົດແມ່ນ 296 ໂຕນ.

world vision ຫວຽດນາມ ຊ ວຍເຫ ອນ ກຮຽນ 10 000 ຄ ນ ໃນການຍ ກສ ງຄວາມຮ ບຮ ກ ຽວກ ບບ ນຫາການໃຊ ຄວາມຮ ນແຮງໃນໂຮງຮຽນ ຮ່າຢາງ: ມອບສົ່ງພົນລະເມືອງຈີນ 17 ຄົນ ທີ່ເຂົ້າເມືອງຫວຽດນາມຜິດກົດໝາຍ

ຍສໝ - ຢູ່ສະຖານທີ່ມອບຮັບ, ກຳລັງປະຕິບັດງານຂອງສອງຝ່າຍໄດ້ດຳເນີນຂັ້ນຕອນທາງກົດໝາຍ, ປະຕິບັດລະບຽບການກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດຂອງສອງປະເທດ; ເຊັນບົດບັນທຶກ ແລະ ມອບຮັບພົນລະເມືອງ 17 ຄົນ ທີ່ໄດ້ກ່າວມາຂ້າງເທິງຕາມລະບຽບ.

world vision ຫວຽດນາມ ຊ ວຍເຫ ອນ ກຮຽນ 10 000 ຄ ນ ໃນການຍ ກສ ງຄວາມຮ ບຮ ກ ຽວກ ບບ ນຫາການໃຊ ຄວາມຮ ນແຮງໃນໂຮງຮຽນ ການນຳ HUFO ຊົມເຊີຍ 63 ປີແຫ່ງວັນຊາດຂອງມາເລເຊຍ

ຍສໝ - ຫວຽດນາມ ແລະມາເລເຊຍ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ມີນາ 1973, ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດມາຮອດປະຈຸບັນ, ການພົວພັນຫວຽດນາມ - ມາເລເຊຍ ຍາມໃດກໍ່ໄດ້ຮັບການພັດທະນາຢ່າງດີງາມ, ໂດຍສະເພາະແມ່ນພາຍຫຼັງ ສອງປະເທດຍົກລະດັບການເປັນຄູ່ຮ່ວມຍຸດທະສາດໃນປີ 2015.

ໄຊພອນ

ເຫດການ
302 Found

Found

The document has moved here.