ທ່ານນາງ ເພັດ ນອງລາວ ເວົ້າ ສູ່ຟັງວ່າ: ການຕໍ່າຫູກແມ່ນອາຊີບທີ່ ສືບທອດມາແຕ່ດົນນານເພາະວ່າ ເອື້ອຍນ້ອງແມ່ຍິງ ໃນສະໄໝກ່ອນ ຕ້ອງຕໍ່າຫູກເປັນເພື່ອຜະລິດຮັບໃຊ້ ໃນຄອບຄົວ ແລະ ຂາຍເປັນສິນຄ້າ ເພື່ອສ້າງລາຍຮັບເຂົ້າຄອບຄົວມື້ ລະເລັກມື້ລະໜ້ອຍຕາມປະສາຊາວ ບ້ານເທົ່ານັ້ນ, ແຕ່ມາໄລຍະໜຶ່ງອົງການໄຈກາໄດ້ເຂົ້າມາຊ່ວຍເຫລືອ ແລະ ສະໜັບສະໜູນວິຊາການໂດຍ ການສົ່ງໄປຝຶກອົບຮົມຢູ່ແຂວງສະຫວັນນະເຂດ ແລະ ຈໍາປາສັກ ກ່ຽວກັບການຍ້ອມສີທໍາມະຊາດ, ການອອກແບບລວດລາຍທີ່ສັງຄົມ ຕ້ອງການລວມເຖິງຕະຫລາດຈໍາໜ່າຍ ແລະ ພາຍຫລັງໄດ້ໄປຖອດບົດຮຽນແລ້ວ ຈຶ່ງມານໍາໃຊ້ໂຕຈິງໂດຍການຄິດຄົ້ນລາຍໃໝ່ໆ ແຕ່ບໍ່ປະຖິ້ມເອກະ ລັກແບບເກົ່າຄືເອກະລັກຊົນເຜົ່າກິນ ເຫລົ້າໄຫທີ່ຫລາຍຄົນຮູ້ຈັກຈົນ ມີຊື່ສຽງຫລາຍຂຶ້ນ ແຕ່ກໍາລັງຜະລິດ ບໍ່ພຽງພໍຈຶ່ງຊອກສະມາຊິກພາຍໃນ ບ້ານໂດຍຕົນເປັນຄົນອອກແບບ ແລ້ວໃຫ້ເຂົາເຈົ້າຕໍ່່າ ປະເພດສິ້ນຜືນໜຶ່ງ 50.000 ກີບ.ນອກຈາກສິ້ນແລ້ວກໍໄດ້ຜະລິດຜ້າປູໂຕະ, ຊົບໝອນ, ແພພັນຄໍ, ແພຕັດເສື້ອ ແລະ ອື່ນໆອີກ. ສ່ວນຕະຫລາດຈໍາໜ່າຍຫລັກແລ້ວແມ່ນຢູ່ນະຄອນຫລວງ ວຽງຈັນ, ຫລວງພະບາງ ໂດຍໃນໄລຍະລະດູແລ້ງ 2 ເດືອນ ສົ່ງເທື່ອໜຶ່ງ, ລະດູຝົນ 4-5 ເດືອນເທື່ອໜຶ່ງ ຖ້ຽວໜຶ່ງສາມາດສ້າງລາຍຮັບໄດ້ 5-6 ລ້ານກີບ ແລະ ປີໜຶ່ງໄດ້ 10 ລ້ານກວ່າກີບ.
ທ່ານນາງ ເພັດ ຍັງເວົ້າສູ່ຟັງອີກວ່າ:ພາຍຫລັງໄດ້ເຮັດອາຊີບນີ້ເພື່ອສ້າງລາຍຮັບແລ້ວໄດ້ເຮັດໃຫ້ຊີວິດການເປັນຢູ່ພາຍໃນຄອບ ຄົວ ແລະ ສະມາຊິກພາຍໃນກຸ່ມຢູ່ດີມີສຸກ ມີ ຮອຍຍິ້ມທີ່ສົດໃສ ມີເງິນຄໍາໃຊ້ຈ່າຍຄ່າຮໍ່າຮຽນຂອງລູກຈາກການເຮັດສິ່ງທີ່ຮັກ ແລະ ເປັນການສືບທອດມາແຕ່ດົນນານດັ່ງນັ້ນຈຶ່ງໃຫ້ລູກຫລານ ຜູ້ໜຸ່ມນ້ອຍຈົ່ງອະນຸລັກຮັກສາມູນ ເຊື້ອອັນດີງາມແບບນີ້ຕະຫລອດ ໄປເພື່ອເປັນອີກໜຶ່ງເອກະລັກຄຽງຄູ່ກັບແມ່ຍິງລາວ.
(ແຫຼ່ງຂໍ້ມູນ: ຂປລ)