ຫາດ​ດອນ​ກາງ ມົນ​ສະ­ເໜ​ທາງ​ທຳ​ມະ​ຊາດ ຂອງ​ເມືອງ​ເຟືອງ

00:54 | 15/05/2019

ໄລ­ຍະ​ນີ້, ອາ­ກາດ​ຢູ່​ເຂດ​ຕົວ​ເມືອງ​ໃຫຍ່ ໂດຍ​ສະ­ເພາະ​ຢູ່​ນະ­ຄອນ­ຫລວງ​ວຽງ​ຈັນ ແມ່ນ​ອົບ­ເອົ້າ​ພໍ​ສົມ­ຄວນ, ຫລາຍ​ຄົນ​ຈຶ່ງ​ຊອກ​ຫາ​ສະຖານ­ທີ່​ທ່ອງ​ທ່ຽວ​ພາ​ຄອບ­ຄົວ​ໄປ​ພັກ­ຜ່ອນເພື່ອ​ຜ່ອນ­ຄາຍ​ຄວາມ​ຮ້ອນ ແລະ ສະ­ຖານ­ທີ່​ທ່ອງ​ທ່ຽວ​ຍອດ​ນິ­ຍົມກໍ​ໜີ​ບໍ່​ພົ້ນ​ການ​ຫລິ້ນ​ນໍ້າ, ລ່ອງ​ແພ, ລ່ອງ​ເຮືອ ແລະ ແກ້ງ​ຕາດ​ຕ່າງໆ ເຊິ່ງ​ມີ​ຢ່າງ​ຫລວງ­ຫລາຍ​ຢູ່​ປະ­ເທດ​ລາວ.

ຫາດ​ດອນ​ກາງ ມົນ​ສະ­ເໜ​ທາງ​ທຳ​ມະ​ຊາດ ຂອງ​ເມືອງ​ເຟືອງ

ຫາດ​ດອນ​ກາງ ມົນ​ສະ­ເໜ​ທາງ​ທຳ​ມະ​ຊາດ ຂອງ​ເມືອງ​ເຟືອງ

ຂໍ​ນຳ​ສະ­ເໜີ​ແຫລ່ງ​ທ່ອງທ່ຽວ​ໃໝ່ທີ່​ພວມ​ໄດ້​ຮັບ​ຄວາມ​ນິ­ຍົມຈາກ​ປະ­ຊາ­ຊົນ​ຊາວ​ແຂວງ​ວຽງ​ຈັນ ກໍ​ຄື​ບັນ­ດາ​ແຂວງ​ໃກ້​ຄຽງນັ້ນ​ແມ່ນ “ຫາດ​ດອນ​ກາງ” ເມືອງ​ເຟືອງ ແຂວງ​ວຽງ​ຈັນ ເຊິ່ງ​ມີ​ທຳ​ມະ​ຊາດທີ່​ສວຍ​ງາມ, ​ນໍ້າ​ໃສ​ໄຫລ​ເຢັນ​ເໝາະ​ແກ່​ການ​ເຮັດ​ກິດ­ຈະ­ກຳ​ຕ່າງໆ​ທາງ​ນໍ້າ​ຄາຍ​ຄວາມ​ຮ້ອນ​ໄດ້​ເປັນ​ຢ່າງ​ດີ.


ຫາດ​ດອນ​ກາງ ມົນ​ສະ­ເໜ​ທາງ​ທຳ​ມະ​ຊາດ ຂອງ​ເມືອງ​ເຟືອງ

ແຫລ່ງ​ທ່ອງ​ທ່ຽວ​ຫາດ​ດອນກາງແມ່ນ​ຫາດ​ຊາຍ​ຕາມ​ສາຍ​ນໍ້າລີກທີ່​ຕັ້ງ​ຢູ່​ຫ່າງ​ຈາກ​ເທ­ສະ​ບານເມືອງປະ­ມານ 3 ກິ­ໂລ­ແມັດ ແລະ ຫ່າງ​ຈາກ​ນະ­ຄອນ­ຫລວງ​ວຽງ​ຈັນ ປະ­ມານ 122 ກິ­ໂລ­ແມັດ​ໄປ​ຕາມເສັ້ນ­ທາງ​ເລກ 13 ເໜືອ​ແລ້ວ​ລ້ຽວຊ້າຍ​ເຂົ້າ​ທາງ​ແຍກ​ເມືອງ​ຫີນ​ເຫີບດ້ວຍ​ຫົນ­ທາງ​ທີ່​ສະ­ດວກ​ສະ­ບາຍຈົນ​ເຖິງ​ສະ­ຖານ­ທີ່​ທ່ອງ​ທ່ຽວ.

ຫາດ​ດອນ​ກາງ ມົນ​ສະ­ເໜ​ທາງ​ທຳ​ມະ​ຊາດ ຂອງ​ເມືອງ​ເຟືອງ
ຫາດ​ດອນ​ກາງ ມົນ​ສະ­ເໜ​ທາງ​ທຳ​ມະ​ຊາດ ຂອງ​ເມືອງ​ເຟືອງ

ທ່ານ ວັນ­ນາ ແສງ​ພະ­ຈັນ ຜູ້​ຈັດ­ການ​ບໍ­ລິ­ການ​ແຫລ່ງ​ທ່ອງ​ທ່ຽວ​ດັ່ງ ກ່າວ​ໃຫ້​ຮູ້​ວ່າ: ແຫລ່ງ​ທ່ອງ​ທ່ຽວ​ຫາດ​ດອນ​ກາງ ໃນ​ເມື່ອ​ກ່ອນ​ຍັງ​ບໍ່ ມີ​ຄວາມ​ຟົດ­ຟື້ນ​ແຕ່​ພາຍ­ຫລັງ​ໄດ້ ເລີ່ມ​ພັດ­ທະ­ນາ ແລະ ເປີດ​ໃຫ້​ບໍ­ລິ­ການ ໃນ​ປີ 2018 ຜ່ານ​ມາ​ກໍ ໄດ້​ຮັບ​ຄວາມ​ສົນ­ໃຈ​ຈາກ​ມວນ​ຊົນ​ຫລາຍຂຶ້ນເພາະ­ວ່າ​ເປັນ​ການ​ພັດທະນາ ແບບ​ມີ​ສ່ວນ​ຮ່ວມ ແລະ ຍັງ​ຮັກ­ສາ​ຄວາມ​ສົມ­ບູນ​ທາງ​ທຳ​ມະ​ຊາດ​ໄວ້. ໃນ​ປີ­ຜ່ານ­ມາ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ທ່ຽວ​ຊົມ, ຮ່ວມ​ເຮັດ​ກິດ­ຈະ­ກຳຕ່າງໆ​ເກືອບ 5.000 ຄົນ, ສ່ວນ​ໃຫຍ່​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ນະ­ຄອນ­ຫລວງ​ວຽງ​ຈັນ ກວມ​ປະມານ 40%.

ໃນ​ປີ​ນີ້ ຄາດ​ວ່າ​ນັກ​ທ່ອງ​ທ່ຽວ​ຈະ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ເກົ່າ ເພາະ​ມີ​ການ​ໂຄ­ສະ­ນາ​ຜ່ານ​ສື່​ທາງ ໂທ­ລະ­ພາບ, ວິ­ທະ­ຍຸ ແລະ ສື່​ອອນ​ລາຍ​ຕ່າງໆ ບວກ​ກັບ​ການ​ເພີ່ມ​ກິດ ຈະ​ກຳ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ ຫລາຍ​ຂຶ້ນ. ສິ່ງ​ສຳ­ຄັນ​ໃນ​ເດືອນ​ກຸມ­ພາ​ຜ່ານ​ມາ​ນີ້ ໄດ້​ມີ​ມະ​ຫະ​ກຳ​ທ່ອງ​ທ່ຽວ​ຫາດ​ດອນ​ກາງ​ຄັ້ງ​ທີ 3 ເຊິ່ງ​ພິ­ເສດ​ກວ່າ​ທຸກ​ປີເພາະ​ມີ​ຕະ­ຫລາດນັດ​ຂາຍ​ສິນ­ຄ້າ​ຂອງ​ເມືອງ ແລະ ການ­ສະ­ແດງ​ຕ່າງໆ​ຈາກ​ນັກ​ສິ­ລະ​ປິ​ນ​ທັງ​ພາຍ​ໃນ ແລະ ຕ່າງປະ­ເທດ ເພື່ອ​ເປັນ​ການ​ສົ່ງ­ເສີມ​ເສດຖະ­ກິດ​ທ້ອງ­ຖິ່ນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.