ປະທານ ໄກສອນ ພົມວິຫານ
ລັດທິມາກ-ເລນິນໄດ້ເຜີຍແຜ່ເຂົ້າມາອິນດູຈີນ (ຫວຽດນາມ, ລາວ ແລະ ກຳປູເຈຍ) ໃນ ປີ 1920-1930 ໂດຍປະທານ ໂຮ່ຈິມິນ ຄົນຫວຽດນາມ, ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນໃນປີ 1930, ກຳນົດແນວທາງການປະຕິວັດອິນດູຈີນແມ່ນ: ການປະຕິວັດຊາດ, ປະຊາທິປະໄຕ ແລະ ສັງຄົມນິຍົມ. ໝາຍຄວາມວ່າເອກະລາດແຫ່ງຊາດຕິດພັນກັບສັງຄົມນິຍົມ. ປະທານ ໄກສອນ ພົມວິຫານ ເປັນຜູ້ສືບທອດ ປະທານ ໂຮ່ຈິມິນ ນຳເອົາລັດທິມາກ-ເລນິນເຂົ້າມາເຜີຍແຜ່ຢູ່ລາວໂດຍກົງ ແລະ ດ້ວຍການສົມທົບລັດທິຮັກຊາດຂອງປະຊາຊົນລາວກັບຂະບວນການຕໍ່ສູ້ຂອງກຳມະກອນ ແລະ ລັດທິມາກ-ເລນິນສ້າງຕັ້ງພັກປະຊາຊົນປະຕິວັດລາວຂຶ້ນໃນວັນທີ 22 ມີນາ 1955, ສືບຕໍ່ຢືນຢັນເອົາແນວທາງອັນຖືກຕ້ອງດັ່ງກ່າວຂອງພັກກອມມູນນິດອິນດູຈີນ ແລະ ສືບທອດເອົາພາລະກິດອັນໜັກໜ່ວງແຕ່ມີກຽດຂອງພັກກອມມູນນິດອິນດູຈີນນຳພາການປະຕິວັດລາວໂດຍກົງ. ພາຍໃຕ້ການນຳພາຂອງ ປະທານ ໄກສອນ ພົມວິຫານ ແລະ ພັກປະຊາຊົນປະຕິວັດລາວບົນພື້ນຖານແນວທາງອັນຖືກຕ້ອງດັ່ງກ່າວ, ການປະຕິວັດລາວຍາດເອົາໄຊຊະນະ ແລະ ສ້າງຜົນງານອັນລ້ຳເລີດຫຼາຍດ້ານດັ່ງນີ້: ໜຶ່ງແມ່ນໂດຍສວຍໂອກາດທີ່ການປະຕິວັດເດືອນສິງຫາ 1945 ຂອງຫວຽດນາມສຳເລັດຜົນ, ພັກປະຊາຊົນປະຕິວັດລາວໄດ້ປຸກລະດົມປະຊາຊົນລາວກຳອາວຸດລຸກຮື້ຂຶ້ນຍຶດອຳນາດໃນວັນທີ 23 ສິງຫາ ແລະ ປະກາດປະເທດລາວເປັນເອກະລາດໃນວັນທີ 12 ຕຸລາ 1945. ສອງມແມ່ນໄດ້ຮ່ວມກັບຫວຽດນາມ ແລະ ກຳປູເຈຍຕີເອົາຊະນະລ່າເມືອງຂຶ້ນຝຣັ່ງໃນ ປີ 1954 ແລະ ຕີເອົາຊະນະຈັກກະພັດອາເມຣິກາຜູ້ຮຸກຮານໃນ ປີ 1975, ປົດປ່ອຍປະເທດຊາດ, ລຶບລ້າງລະບອບສັກດີນາຫຼ້າສະໄໝ, ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນຂຶ້ນແທນໃນວັນທີ 2 ທັນວາ 1975. ສາມແມ່ນຫຼັງປະເທດຊາດໄດ້ຮັບການປົດປ່ອຍແຕ່ສະພາບພາຍໃນປະເທດຍັງມີຄວາມຫຍຸ້ງຍາກຫຼາຍດ້ານ.
ປະທານ ໄກສອນ ພົມວິຫານ ແລະ ພັກປະຊາຊົນປະຕິວັດລາວໄດ້ວາງ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ພັດທະນາປະເທດຊາດຊຶ່ງໃນເວລາດັ່ງກ່າວນັ້ນຕ້ອງໄດ້ຮຳບາດແຜສົງຄາມ, ທັງຕ້ອງໄດ້ຟື້ນຟູເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນທັງຕ້ອງໄດ້ຕໍ່ສູ້ກັບສັດຕູພາຍໃນ ແລະ ພາກນອກ. ເຖິງສະພາບພາຍໃນປະເທດມີຄວາມຫຍຸ້ງຍາກລຳບາກກໍຕາມພັກປະຊາຊົນປະຕິວັດລາວໄດ້ເດັດດ່ຽວນຳພາປະເທດຊາດກ້າວຂຶ້ນສັງຄົມນິຍົມໂດຍກົງ. ແຕ່ເປັນການຜິດພາດ, ອາລົມຈິດຟ້າວ, ຈຸດໄລຍະພາໃຫ້ເສດຖະກິດ-ສັງຄົມຂອງປະເທດຊາດ ປີ 70-80 ພົບຄວາມຫຍຸ້ງຍາກ, ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ, ລັດ ແລະ ລະບອບສັງຄົມນິຍົມຫຼຸດລົງ. ຕໍ່ໜ້າສະພາບການດັ່ງກ່າວເພື່ອຮັບຜິດຊອບຕໍ່ປະຊາຊົນ, ຕໍ່ອະນາຄົດຂອງປະເທດຊາດ ປະທານ ໄກສອນ ພົມວິຫານ ພ້ອມດ້ວຍພັກປະຊາຊົນປະຕິວັດລາວຈຶ່ງໄດ້ຍົກສະຕິປັນຍາຂອງຕົນຂຶ້ນລະດັບໃໝ່, ຊອກຫາທິດທາງ, ມາດຕະການອັນໃໝ່ເພື່ອພາປະເທດຊາດກ້າວຂຶ້ນ. ສີ່ແມ່ນ ປະທານ ໄກສອນ ພົມວິຫານ ນຳພາລິເລີ່ມການປ່ຽນແປງໃໝ່ຢູ່ລາວ. ປະທານໄກສອນ ພົມວິຫານ ແລະ ພັກປະຊາຊົນປະຕິວັດລາວໄດ້ມີແນວຄິດປ່ຽນແປງໃໝ່ມາແຕ່ຊຸມ ປີ 1979 ແຕ່ສະພາບບໍ່ທັນອຳນວຍ, ມາຮອດກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ (1986) ຈຶ່ງໄດ້ຜ່ານ ແລະ ຕົກລົງຮັບຮອງເອົານະໂຍບາຍປ່ຽນແປງໃໝ່. ຕາມ ປະທານ ໄກສອນ ພົມວິຫານ ການປະຕິຮູບ ແລະ ປ່ຽນແປງໃໝ່ແມ່ນຄວາມຈຳເປັນພາວະວິໄສມັນແມ່ນຂະບວນວິວັດທີ່ມີລັກສະນະປະຕິວັດ, ວິທະຍາສາດແນໃສ່ສ້າງຄວາມຮູ້ໃໝ່ທີ່ຖືກຕ້ອງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມໂດຍໃຫ້ສອດຄ່ອງກັບຄວາມເປັນຈິງຂອງແຕ່ລະປະເທດ ແລະ ຍຸກສະໄໝ, ແກ້ໄຂຂໍ້ຜິດພາດ, ຂໍ້ບົກຜ່ອງຕ່າງໆ, ຊອກທຸກຮູບການ, ມາດຕະການ, ບາດກ້າວເດີນທີ່ແທດເໝາະເພື່ອເສີມຂະຫຍາຍລັກສະນະດີເລີດຂອງລັດທິສັງຄົມນິຍົມ, ສ້າງຜະລິດຕະພາບໃໝ່, ຈັງຫວະການຂະຫຍາຍຕົວໃໝ່, ເຮັດໃຫ້ສັງຄົມນິຍົມກ້າວຂຶ້ນສູ່ລະດັບຄຸນນະພາບໃໝ່. ການປ່ຽນແປງໃໝ່ຢູ່ປະເທດລາວຕ້ອງເຮັດຢ່າງຮອບດ້ານ, ຄົບຊຸດທັງໃນດ້ານຈິນຕະນາການໂຄງປະກອບເສດຖະກິດ, ກົນໄກຄຸ້ມຄອງເສດຖະກິດ, ທັງໃນດ້ານການຈັດຕັ້ງ ແລະ ແບບແຜນວິທີເຄື່ອນໄຫວຂອງລະບົບການເມືອງແຕ່ຕ້ອງເລີ່ມຈາກຂົງເຂດເສດຖະກິດແນໃສ່ຂະຫຍາຍເສດຖະກິດແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ. ການປ່ຽນແປງໃໝ່ຕ້ອງເຮັດເປັນແຕ່ລະກ້າວໆຢ່າງໜັກແໜ້ນ, ເດັດດ່ຽວຕ້ານພະຍາດອັດຕະວິໄສ, ອາລົມຈິດ, ຟ້າວຟັ່ງ, ປາກໃຫຍ່ກວ່າທ້ອງ, ກ່າຍ ແລະ ລອກແບບຂອງປະເທດອື່ນແບບກົນຈັກ ປະທານ ໄກສອນ ພົມວິຫານ ຍັງເວົ້າວ່າ: ບໍ່ປ່ຽນແປງໃໝ່ແມ່ນຕາຍ, ແຕ່ປ່ຽນແປງໃໝ່ບໍ່ມີຫຼັກການກໍຕາຍ.
ປະທານ ໄກສອນ ພົມວິຫານ ແລະ ປະທານ ໂຮ່ຈິມິນ
ຈາກທັດສະນະ ແລະ ແນວຄິດດັ່ງກ່າວຂອງປະທານ ໄກສອນ ພົມວິຫານ, ກອງປະຊຸມສູນກາງພັກຄັ້ງທີ 7 (ສະໄໝ IV) ຈຶ່ງໄດ້ກຳນົດລັກສະນະຂອງການປະຕິວັດລາວເວລານັ້ນແມ່ນໄລຍະສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນສ້າງປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. ໝາຍວ່າປ່ຽນແປງຈາກກອງປະຊຸມໃຫຍ່ຄັ້ງທີ III (1982) ແມ່ນກ້າວຂຶ້ນສັງຄົມນິຍົມໂດຍກົງມາເປັນຈາກລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສັງຄົມນິຍົມ ແລະ ການກ້າວຂຶ້ນໂດຍທາງອ້ອມ ແລະ ດ້ວຍວິທີຫຍໍ້ໄລຍະ, ກອງປະຊຸມສູນກາງຄັ້ງທີ 8 (ສະໄໝທີ IV) ໄດ້ກຳນົດຍຶດໝັ້ນ 6 ຫຼັກການພື້ນຖານຄື: ໜຶ່ງແມ່ນຢຶດໝັ້ນຈຸດໝາຍສັງຄົມນິຍົມ, ກຳແໜ້ນລັກສະນະຂອງການປະຕິວັດປະເທດລາວໃນໄລຍະໃໝ່. ສອງແມ່ນລັດທິມາກ-ເລນິນເປັນພື້ນຖານແນວຄິດຂອງພັກປະຊາຊົນປະຕິວັດລາວຊີ້ນຳພາລະກິດປະຕິວັດຂອງປະຊາຊົນລາວ. ສາມແມ່ນຢຶດໝັ້ນການນຳພາຂອງພັກເປັນເງື່ອນໄຂຕັດສິນຊີ້ຂາດໄຊຊະນະຂອງພາລະກິດປະຕິວັດຂອງປະຊາຊົນລາວ. ສີ່ແມ່ນເຊີດຊູ ແລະ ເສີມຂະຫຍາຍປະຊາທິປະໄຕບົນພື້ນຖານຫຼັກການລວມສູນຂອງປະຊາທິປະໄຕ, ເອົາປະຊາຊົນເປັນກົກພາຍໃຕ້ການນຳພາຂອງພັກ. ຫ້າແມ່ນເພີ່ມທະວີກຳລັງແຮງ ແລະ ຄວາມສັກສິດຂອງຜະເດັດການປະຊາທິປະໄຕປະຊາຊົນ. ຫົກແມ່ນ ສົມທົບລະຫວ່າງລັດທິຮັກຊາດກັບລັດທິສາກົນກຳມາຊີບ ແລະ ສາກົນສັງຄົມນິຍົມ, ສົມທົບກຳລັງແຮງຂອງຍຸກສະໄໝ. ປະທານ ໄກສອນ ພົມວິຫານ ຍັງໄດ້ແນະນຳວ່າ: ເງື່ອນໄຂຕັດສິນໄຊຊະນະຂອງການປ່ຽນແປງໃໝ່ນັ້ນພັກເຮົາຕ້ອງໄດ້ກຳນົດແໜ້ນທາດແທ້ປະຕິວັດ ແລະ ວິທະຍາສາດຂອງລັດທິມາກ-ເລນິນ, ໝູນໃຊ້ບັນດາຫຼັກມູນລວມຂອງລັດທິມາກ-ເລມິນເຂົ້າໃນພຶດຕິກຳຂອງປະເທດເຮົາຢ່າງແທດເໝາະ, ຕ້ອງຖືປັດໄຈຄົນເປັນສຳຄັນ ແລະ ອີງໃສ່ມະຫາຊົນ, ທັງເຮັດທັງຖອດຖອນບົດຮຽນ, ແກ້ໄຂຂໍ້ບົກຜ່ອງຜິດພາດຢ່າງທັນການ. ນຳເອົາການປ່ຽນແປງໃໝ່ໃຫ້ນັບມື້ກ້າວຂຶ້ນຢ່າງໜັກແໜ້ນ...
ປະທານ ໄກສອນ ພົມວິຫານ ຍັງໄດ້ແນະນຳຕື່ມວ່າ: ພວກເຮົາຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ 2 ບົດຮຽນພື້ນຖານເພື່ອດຳເນີນການປ່ຽນແປງໃໝ່ຢູ່ປະເທດເຮົາຄື: ໜຶ່ງແມ່ນອອກແຮງກໍ່ສ້າງພັກເຮົາໃຫ້ເຂັ້ມແຂງທາງດ້ານການເມືອງໜັກແໜ້ນທາງດ້ານແນວຄິດ ແລະ ປອດໃສທາງດ້ານການຈັດຕັ້ງຕາມມາດຖານກໍ່ສ້າງພັກຂອງເລນິນ. ພ້ອມກັນນັ້ນກໍຕັ້ງໜ້າກໍ່ສ້າງຖັນແຖວພະນັກງານ, ເປັນຕົ້ນແມ່ນຖັນແຖວພະນັກງານຫຼັກແຫຼ່ງແກນສານທີ່ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດ ແລະ ຄວາມສາມາດໃນການຈັດຕັ້ງປະຕິບັດແນວທາງເປັນຢ່າງດີ. ອົງການພັກແຕ່ລະຂັ້ນຕ້ອງປ່ຽນແປງໃໝ່ແບບແຜນວິທີເຮັດວຽກເພື່ອຍົກສູງຄວາມສັກສິດ ແລະ ບົດບາດນຳພາຂອງພັກ, ຕັ້ງໜ້າສະກັດກັ້ນພະຍາດອາຍາສິດ, ຫາງເຫີນມະຫາຊົນ, ຕ້ອງອອກແຮງຮັກສາຄວາມປອດໃສຂອງພັກ ແລະ ຍາມໃດກໍຕ້ອງສາມັກຄີເປັນເອກະພາບເພື່ອໃຫ້ສົມເປັນຜູ້ນຳ ແລະ ຜູ້ຮັບໃຊ້ທີ່ບໍລິສຸດຂອງປະຊາຊົນ. ສອງແມ່ນການປ່ຽນແປງໃໝ່ແມ່ນພາລະກິດຂອງທົ່ວປວງຊົນ, ຢາກໃຫ້ການປ່ຽນແປງບັນລຸຜົນຕ້ອງອີງໃສ່ປະຊາຊົນ. ກຳປະຊາຊົນ, ຍາມໃດກໍຕ້ອງເອົາປະຊາຊົນເປັນກຳລັງແຮງຂອງພັກ, ເປັນກຳລັງດັນຂອງຂະບວນວິວັດແຫ່ງການປ່ຽນແປງໃໝ່, ຖືຜົນປະໂຫຍດຂອງປະຊາຊົນເປັນຈຸດເລີ່ມຕົ້ນຂອງທຸກວຽກງານ. ອົງການພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ວຽກງານຮາກຖານ, ປັບປຸງລະບົບຜະເດັດການປະຊາທິປະໄຕປະຊາຊົນ, ຊຸກຍູ້ຂະບວນການປ່ຽນແປງໃໝ່ແຕ່ລະຮາກຖານຶ້ນມາ.
(ແຫຼ່ງຂໍ້ມູນ: pasaxon.org.la)