ບັນ​ດາ​ປະ​ເທດ​ສົ່ງໂທລະເລກແລະຈົດໝາຍອວຍພອນ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດວັນ​ຊາດ

18:00 | 02/09/2020

ຍ​ສ​ໝ - ໃນໂທລະເລກຊົມເຊີຍຂອງບັນດາການນຳກຸບາ ຢືນຢັນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນທີ່ເປັນມູນເຊື້ອມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ບ ນ ດາ ປະ ເທດ ສ ງໂທລະເລກແລະຈ ດໝາຍອວຍພອນ ຫວຽດ ນາມ ເນ ອງ ໃນ ໂອ ກາດວ ນ ຊາດ ສະຖານທູດ ຫວຽດນາມ ປະຈຳ ບັນດາປະເທດ ສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ ແລະ ວັນສ້າງຕັ້ງຂະແໜງການທູດ
ບ ນ ດາ ປະ ເທດ ສ ງໂທລະເລກແລະຈ ດໝາຍອວຍພອນ ຫວຽດ ນາມ ເນ ອງ ໃນ ໂອ ກາດວ ນ ຊາດ ການນຳພັກ,ລັດໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນເນື່ອງໃນໂອກາດ 75 ປີແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ
ບ ນ ດາ ປະ ເທດ ສ ງໂທລະເລກແລະຈ ດໝາຍອວຍພອນ ຫວຽດ ນາມ ເນ ອງ ໃນ ໂອ ກາດວ ນ ຊາດ
ທ່ານ Mike Pompeo ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ອາ​ເມ​ລິ​ກາ ແລະ ທ່ານ​ຟ້າມ​ບິ່ງ​ມິງ ລັດ​ຖະ​ມົນີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ (ພາບ: AFP)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດປະເທດ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020), ການນຳບັນດາປະເທດໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງການນຳພັກ, ລັດຫວຽດນາມ.

ໃນຈົດໝາຍອວຍພອນຂອງພະບາດສົມເດັດພະບໍລົມມະນຽດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ ແລະ ຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ (CPP) ໄດ້ຢືນຢັນຄວາມຕັດສິນໃຈປັບປຸງ ແລະ ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ, ດ້ວຍທິດນຳທີ່ວ່າ “ຖານບ້ານໃກ້ເຮືອນຄຽງອັນດີງາມ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ” ລະຫວ່າງ 2 ປະເທດ.

ໃນໂທລະເລກຊົມເຊີຍຂອງບັນດາການນຳກຸບາ ຢືນຢັນຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນທີ່ເປັນມູນເຊື້ອມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

ໃນໂທລະເລກຂອງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin ແລະ ບັນດາການນຳສະຫະພັນລັດເຊຍ ສະແດງຄວາມເຊື່ອໝັ້ນວ່າ 2 ຝ່າຍຈະພ້ອມກັນມານະພະຍາຍາມເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສະຫະພັນລັດເຊຍ - ຫວຽດນາມ ໃຫ້ເລິກເຊິ່ງກວ່າ.

ເນື່ອງໃນໂອກາດານີ້, ກະສັດມາເລເຊຍ, ການນຳລັດຖະບານມາເລເຊຍ; ການນຳໄທ; ນາຍົກລັດຖະມົນຕີສິງກະໂປ; ການນຳມຽນມາ ກໍ່ໄດ້ສົ່ງໂທລະເລກ, ຈົດໝາຍອວຍພອນເຖິງການນຳຫວຽດນາມ ເນື່ອງໃນໂອກາດນີ້ເຊັ່ນດຽວກັນ.

ວັນ​ທີ 1 ກັນ​ຍາ, ທ່ານ Mike Pompeo ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ອາ​ເມ​ລິ​ກາ ໄດ້​ປັນ​ຕາ​ງ​ໜ້າ​ໃຫ້​ລັດ​ຖະ​ບານ ອາ​ເມ​ລິ​ກາ​ ສົ່ງ​ໂທ​ລະ​​ເລກອວຍ​ພອນ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ. ສານ​ຂອງ​ທ່ານ Mike Pompe ຢັ້ງ​ຢືນ​ວ່າ ການ​ຫັນ​ປ່ຽນ​ຢ່າງ​ປະ​ທັບ​ໃຈ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫ​ວຽດ​ນາມ - ອາ​ເມ​ລິ​ກາ, ນັບ​ທັງ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ, ການ​ຮ່ວມ​ມື​​ດ້ານຄວາມ​ໝັ້ນ​ຄົງ ແລະ ການ​ພົວ​ພັນ​ຂັ້ນ​ປະ​ຊາ​ຊົນ, ເປັນຫຼັກ​ຖານ​ສະ​ແດງ​ໃຫ້​ບັນ​ດາ​ຜູູ້​ຄົນ​ທີ່​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ອະ​ດີດ ແລະ ສ້າງ​ອະ​ນາ​ຄົດ​ທີ່​ສົດ​ໃຈ​ກ່​ວາ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ. ​ອາ​ເມ​ລິ​ກາ​ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ຫວຽດ​ນາມ​ຮັບ​ດຳ​ລົງ​ສຳ​ເລັດ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ​ໃນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ 2020 ນີ້ ແລະ ຕີ​ລາ​ຄາ​ສູງ​ການ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ຂອງ​ຫວຽດ​ນາມ ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ Covid - 19.

ບ ນ ດາ ປະ ເທດ ສ ງໂທລະເລກແລະຈ ດໝາຍອວຍພອນ ຫວຽດ ນາມ ເນ ອງ ໃນ ໂອ ກາດວ ນ ຊາດ ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ

ຍ​ສ​ໝ - ວັນ​ທີ 31 ສິງ​ຫາ, ສະ​ຖານ​ທູດ ເຢຍ​ລະ​ມັນ​ປ​ະ​ຈຳ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ ທ່ານ Frank-Walter Steinmeier ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ ເຢຍ​ລະ​ມັນ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ຫວຽດ​ນາມ ໄປ​ຍັງ​ທ່ານ ຫງວຽນ​ຝູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ຫວຽດ​ນາມ​ທຸດ​ທ້ວນ​ໜ້າ.

ບ ນ ດາ ປະ ເທດ ສ ງໂທລະເລກແລະຈ ດໝາຍອວຍພອນ ຫວຽດ ນາມ ເນ ອງ ໃນ ໂອ ກາດວ ນ ຊາດ ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ກຳ​ປຸ​ເຈຍ​ຖະ​ຫວາຍ​ທູບ​ທຽນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ຫ​ວຽດ​ນາມ

ຍ​ສໝ - ທ່ານ ເຈົາ​ວັນ​ຈ​ຕີ, ປະ​ທານ​ສະ​ມາ​ຄົມ ຂະ​ແມ - ຫວຽດ​ນາມ, ຢັ້ງ​ຢືນ​ວ່າ:"ວັນ​ຊາດ ແມ່ນ​ວັນ​ບຸນ​ມີ​ຄວາມ​ໝາຍ​ທີ່​ສຸດ​ສຳ​ລັບ​ພໍ່​ແມ່​ປະ​ຊາ​ຊົນ​ເຊື້ອ​ສາຍ​ຫ​ວຽດ​ນາມ ຢູ່​ກຳ​ປູ​ເຈຍ. ຍາມ​ໃດພໍ່​ແມ່​ປະ​ຊາ​ຊົນ​ກໍ່​ອ່າຍ​ໜ້າ​ໄປ​ເຖິງ​ບ້ານ​ເກີດ, ປະ​ເທດ​ຊາດ​ຂອງ​ຕົນ.

ບ ນ ດາ ປະ ເທດ ສ ງໂທລະເລກແລະຈ ດໝາຍອວຍພອນ ຫວຽດ ນາມ ເນ ອງ ໃນ ໂອ ກາດວ ນ ຊາດ ບັນ​ດາ​ການ​ເຄື່ອນ​ໄຫວ​ແທ​ດ​ຈິງ​ເພື່ອ​ສະ​ເຫຼີມ​ສະຫຼອງ 73 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ວັນ​ທີ 27 ກໍ​ລະ​ກົດ

ຍ​ສ​ໝ - ໃນ​ຊຸມ​ວັນ​ນີ້, ບັນ​ດາ​ກະ​ຊວງ,ຂະ​ແໜງ​ການ, ທ້ອງ​ຖິ່ນ…ໃນ​ທົ່ວ​ປະ​ເທດ​ພວ​ມ​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ເພື່ອ​ສະ​ເຫຼີມ​ສະຫຼອງ 73 ປີ​ແຫ່ງວັນ ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (ວັນ​ທີ 27 ກໍ​ລະ​ກົດ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.