ບັນດາວິສາຫະກິດອາເມລິກາ ມີຄວາມສົນໃຈຫຼາຍໃນການລົງທຶນເຂົ້າ ຫວຽດນາມ

15:40 | 17/07/2020

ຍສໝ - ບັນດາວິສາຫະກິດອາເມລິກາກໍ່ສະແດງຄວາມປາດຖະໜາຢາກໃຫ້ຫວຽດນາມ ແລະ ບັນດາປະເທດອາຊຽນ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປະຕິຮູບລະບຽບການບໍລິຫານ, ເພີ່ມທະວີຄວາມໂປ່ງໃສ, ແລະມີບັນດານະໂຍບາຍ ໜູນຊ່ວຍທຸລະກິດສະເພາະ...

ບ ນດາວ ສາຫະກ ດອາເມລ ກາ ມ ຄວາມສ ນໃຈຫ າຍໃນການລ ງທ ນເຂ າ ຫວຽດນາມ ພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນໄດ້ກັບຄືນປະເທດດ້ວຍຄວາມປອດໄພ
ບ ນດາວ ສາຫະກ ດອາເມລ ກາ ມ ຄວາມສ ນໃຈຫ າຍໃນການລ ງທ ນເຂ າ ຫວຽດນາມ ໄຕນີງ ໄດ້ຮັບນັກສຶກສາກຳປູເຈຍເກືອບ 500 ຄົນ ກັບຄືນມາຮໍ່າຮຽນ
ບ ນດາວ ສາຫະກ ດອາເມລ ກາ ມ ຄວາມສ ນໃຈຫ າຍໃນການລ ງທ ນເຂ າ ຫວຽດນາມ
ບັນດາວິສາຫະກິດອາເມລິກາ ມີຄວາມສົນໃຈຫຼາຍໃນການລົງທຶນເຂົ້າ ຫວຽດນາມ.

ວັນທີ 15 ກໍລະກົດ, ທີ່ນະຄອນຫຼວງວໍຊິງຕັນດີຊີ, ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ເຂົ້າຮ່ວມການແລກປ່ຽນທາງອອນລາຍ ທີ່ໄດ້ຈັດຕັ້ງຂຶ້ນໂດຍສະພາທຸລະກິດອາເມລິກາ - ອາຊຽນ (USABC) ຮ່ວມມືກັບບໍລິສັດກວດສອບ Ernst & Young ດ້ວຍຫົວຂໍ້ “ ບັນດາກາລະໂອກາດການລົງທຶນໂດຍກົງຂອງຕ່າງປະເທດໃນອາຊຽນພາຍຫຼັງ Covid-19”.

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ແບ່ງປັນບັນດາກາລະໂອກາດທີ່ດີໃຫ້ແກ່ບັນດາວິສາຫະກິດອາເມລິກາ ເມື່ອລົງທຶນເຂົ້າອາຊຽນ ແລະ ຫວຽດນາມ ໃນໄລຍະຟື້ນຟູເສດຖະກິດຫລັງ Covid-19. ທ່ານເອກອັກຄະລັດຖະທູດເນັ້ນໜັກເຖິງບັນດາປັດໃຈທີ່ສະດວກຫຼາຍສຳລັບບັນດານັກລົງທຶນອາເມລິກາ ຢູ່ ຫວຽດນາມ ໃນປະຈຸບັນ, ນັ້ນແມ່ນ: ການພັດທະນາໃນທາງບວກຂອງການຮ່ວມມືຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ, ການສົ່ງເສີມເຄືອຂ່າຍບັນດາ FTA ຂອງຫວຽດນາມ, ແລະພິເສດແມ່ນຜົນສຳເລັດຂອງຫວຽດນາມໃນການຄວບຄຸມພະຍາດຕິດແປດພ້ອມທັງຄວາມຕັດສິນໃຈຂອງລັດຖະບານໃນການດຶງດູດການລົງທຶນຈາກຕ່າງປະເທດ, ສົ່ງເສີມບົດບາດຂອງຫວຽດນາມໃນການປັບໂຄງສ້າງຕ່ອງໂສ້ການສະໜອງ ທົ່ວໂລກ.

ບັນດາວິສາຫະກິດອາເມລິກາ ຖືວ່າໃນໄລຍະຈະມາເຖິງ, ບັນດານັກລົງທຶນຈະພິຈາລະນາຫຼາຍກ່ວາກ່ຽວກັບຄວາມສາມາດຂອງ ລັດຖະບານບັນດາປະເທດ ໃນການຮັບມືກັບບັນດາການກະທົບຈາກພາຍນອກ. ສະນັ້ນ, ໝາກຜົນຂອງຄວາມມານະພະຍາຍາມປ້ອງກັນການລະບາດ ແລະ ການຟື້ນຟູເສດຖະກິດຂອງຫວຽດນາມ ໄດ້ສ້າງຜົນກະທົບໃນທາງບວກຫຼາຍໃນການປະເມີນຂອງບັນດານັກລົງທຶນຕ່າງປະເທດ.

ບັນດາວິສາຫະກິດອາເມລິກາກໍ່ສະແດງຄວາມປາດຖະໜາຢາກໃຫ້ຫວຽດນາມ ແລະ ບັນດາປະເທດອາຊຽນ ສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ປະຕິຮູບລະບຽບການບໍລິຫານ, ເພີ່ມທະວີຄວາມໂປ່ງໃສ, ແລະມີບັນດານະໂຍບາຍ ໜູນຊ່ວຍທຸລະກິດສະເພາະ, ໂດຍສະເພາະກ່ຽວກັບພາສີພ້ອມທັງໃຫ້ຄວາມສຳຄັນກວ່າອີກຕໍ່ການພັດທະນາຊັບພະຍາກອນມະນຸດແລະ ພື້ນຖານໂຄງລ່າງ. USABC ຍັງໄດ້ກ່າວວ່າພ້ອມແລ້ວທີ່ຈະປະສານງານກັບຫວຽດນາມເພື່ອຈັດຕັ້ງເວທີປາໄສທຸລະກິດມະຫາສະມຸດອິນເດຍ - ປາຊີຟິກ ຢູ່ ປະເທດຫວຽດນາມຢ່າງເປັນທາງການໃນທ້າຍປີນີ້.

ບ ນດາວ ສາຫະກ ດອາເມລ ກາ ມ ຄວາມສ ນໃຈຫ າຍໃນການລ ງທ ນເຂ າ ຫວຽດນາມ ພິທີ​ມອບ - ຮັບ​ອຸປະກອນ​ການ​ແພດ​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ​ ປະຊາຊົນ​ຫວຽດນາມ ​ໃຫ້ປະຊາຊົນ​ ກູ​ບາ

ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ - ຮັບ ອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ ເຊິ່ງລວມມີ ຊຸດ Kit ວິໄຈເຊື້ອ, ຊຸດເກັບຕົວຢ່າງ, ຜ້າອັດປາກ - ອັດດັງ, ຊຸດປ້ອງກັນພະຍາດ... ດ້ວຍປະລິມານທັງໝົດ 3 ...

ບ ນດາວ ສາຫະກ ດອາເມລ ກາ ມ ຄວາມສ ນໃຈຫ າຍໃນການລ ງທ ນເຂ າ ຫວຽດນາມ ກອງປະຊຸມໂຕະມົນພັກການເມືອງສາກົນ ກ່ຽວກັບການຮ່ວມມືດ້ານຄວາມປອດໄພ ໃນໄລຍະ COVID-19

ຍສໝ - ທ່ານ ຮ່ວາງບິ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ ໂດຍພາຍໃຕ້ການເປັນປະທານຂອງທ່ານປະທານພັກສະຫະພັນລັດເຊຍເອກະພາບ ແລະ ຮອງປະທານສະພາຄວາມໝັ້ນຄົງແຫ່ງຊາດສະຫະພັນລັດເຊຍ.

ບ ນດາວ ສາຫະກ ດອາເມລ ກາ ມ ຄວາມສ ນໃຈຫ າຍໃນການລ ງທ ນເຂ າ ຫວຽດນາມ ຫວຽດນາມຈັດຕັ້ງກອງປະຊຸມອອນລາຍຕາໜ່າງບັນດາສູນຮັກສາສັນຕິພາບ ອາຊຽນ

ຍ​ສ​ໝ - ການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ສະແດງບົດບາດຕັ້ງໜ້າ, ເປັນເຈົ້າການຂອງປະເທດເຈົ້າພາບຫວຽດນາມ ໃນຖານະເປັນປະເທດປະທານ APCN; ສືບຕໍ່ຮັກສາກໍາລັງໜູນ ແລະ ເພີ່ມທະວີການຮ່ວມມືລະຫວ່າງບັນດາສະມາຊິກ ໃນ APCN ໃນການຮັບມືກັບໂລກລະບາດ, ບໍ່ປະໃຫ້ຄວາມຫຍຸ້ງຍາກເຮັດໃຫ້ການເຄື່ອນໄຫວຂອງຕາໜ່າງຮັກສາສັນຕິພາບຂອງພາກພື້ນຖືກຕັດຕອນ.

ໄຊພອນ

ເຫດການ
302 Found

Found

The document has moved here.