ບໍລິສັດ MMG ຕົກລົງຂາຍຮຸ້ນໃນ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ໃຫ້ແກ່ ບໍລິສັດ ຊືເຟິງ

09:11 | 25/06/2018

ໃນທ້າຍ​ອາ​ທິດ​ທີ່​ຜ່ານ​ມາ, ບໍລິສັດ MMG ລິມິເຕັດ (MMG) ໄດ້ຕົກລົງຂາຍຮຸ້ນ 90% ຢູ່ໃນ ບໍລິສັດ ລ້ານຊ້າງ ມິນເນໂຣນສ໌ ລິມິເຕັດ (ລຊມລ.) ເຊິ່ງເປັນບໍລິສັດທີ່ເປັນເຈົ້າຂອງ ບໍ່ຄຳ-ທອງເຊໂປນ ໃຫ້ແກ່ ບໍລິສັດ ຊືເຟິງ ຈີຫລົງ ຂຸດຄົ້ນບໍ່ຄຳ ຈຳກັດ (ຊື່ເຟິງ) ໃນມູນຄ່າ 275 ລ້ານ ໂດລາສະຫະລັດ.

ບໍລິສັດ MMG ຕົກລົງຂາຍຮຸ້ນໃນ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ໃຫ້ແກ່ ບໍລິສັດ ຊືເຟິງ

ໂຮງ​ງານ​ຜ​ລິ​ຄຳ​ເມືອງ​ເຊ​ໂປນ.

ຄາດວ່າ ອາຍຸການຂອງໂຄງການຂຸດຄົ້ນ – ຜະລິດ – ປຸງແຕ່ງ ທອງເຊໂປນ ໃນປະຈຸບັນນີ້ຈະແກ່ຍາວໄປຮອດປີ 2020. ແຕ່ວ່າ, ອາຍຸການຂອງບໍ່ຄຳ-ທອງ ເຊໂປນ ແມ່ນມີຄວາມເປັນໄປໄດ້ທີ່ຈະມີການຕໍ່ອາຍຸການຂຸດຄົ້ນອອກໄປຕື່ມອີກ ໂດຍການຂຸດຄົ້ນ – ຜະລິດ – ປຸງແຕ່ງຄຳເຄົ້າ. ດ້ວຍເຫດນີ້, ໃນເດືອນ ຕຸລາ 2017 ບໍລິສັດ MMG ຈຶ່ງໄດ້ມີຍຸດທະສາດ ໃນການທົບທວນຄືນ ພາຍໃຕ້ຈຸດປະສົງ ທີ່ຈະໂອນຖ່າຍໂຄງການບໍ່ຄຳ-ທອງ ເຊໂປນ ໃຫ້ແກ່ບໍລິສັດຂຸດຄົ້ນແຮ່ຄຳ ທີ່ເໝາະສົມ ກໍຄື ມີຄວາມສາມາດໃນການຫັນປ່ຽນບໍ່ຄໍາ-ທອງ ເຊໂປນ ໃຫ້ເປັນໂຄງການຂຸດຄົ້ນ-ປຸງແຕ່ງ-ຜະລິດສິນແຮ່ຄຳເຄົ້າ ໃນອະນາຄົດຕໍ່ໄປ.

ບໍລິສັດ MMG ຕົກລົງຂາຍຮຸ້ນໃນ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ໃຫ້ແກ່ ບໍລິສັດ ຊືເຟິງ

ພະ​ນັກ​ງ​ງານ​ໂຮງ​ງານ​ກຳ​ລັງ​ທຳ​ການ​ຜ​ລິດ.

ຜູ້ບໍລິຫານງານໃຫຍ່ຂອງບໍລິສັດ MMG ທ່ານ ເຈີຣີ ຈ່າວ ໄດ້ກ່າວວ່າ: ການຊື້ຂາຍຮຸ້ນໃນຄັ້ງນີ້ ຈະເປັນຜົນດີໃຫ້ແກ່ຜູ້ມີສ່ວນຮ່ວມທຸກໆພາກສ່ວນ ລວມທັງພະນັກງານຂອງ ລຊມລ., ລັດຖະບານ ແຫ່ງ ສປປ ລາວ, ພ້ອມຊຸມຊົນ ແລະ ທຸລະກິດ ທ້ອງຖິ່ນ.

ທ່ານ ເຈີຣີ ຈ່າວ ໄດ້ກ່າວວ່າ: “ບໍລິສັດ MMG ມີຄວາມຍິນດີ ທີ່ສາມາດໂອນຖ່າຍຮຸ້ນຂອງທາງບໍລິສັດພວກເຮົາ ໃຫ້ແກ່ ບໍລິສັດ ຊືເຟິງ ຊຶ່ງ ເປັນບໍລິສັດຂຸດຄົ້ນບໍ່ຄຳທີ່ມີປະສົບການອັນເໝາະສົມ ຕໍ່ກັບການຕໍ່ອາຍຸຂອງບໍ່ຄຳ-ທອງ ເຊໂປນ ດ້ວຍການຫັນປ່ຽນຈາກການຜະລິດທອງ ມາສູ່ການຂຸດຄົ້ນ-ປຸງແຕ່ງ-ຜະລິດສິນແຮ່ຄຳເຄົ້າ. ທາງບໍລິສັດພວກເຮົາ ຈະໃຫ້ການສະໜັບສະໜູນ ບໍລິສັດ ຊືເຟິງ ໃນການໂອນກຳມະສິດຢ່າງບໍ່ຂ້ອງຄາ ແລະ ຕິດຕາມການພັດທະນາໃນໄລຍະຕໍ່ໆໄປ ຂອງໂຄງການນີ້.”

ບໍລິສັດ MMG ຕົກລົງຂາຍຮຸ້ນໃນ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ໃຫ້ແກ່ ບໍລິສັດ ຊືເຟິງ

ໂຮງ​ງານ​ຜ​ລິດ​ຄຳ​ເມືອງ​ເຊ​ໂປນ.

ທ່ານ ເຈີຣີ ຈ່າວ ຍັງໄດ້ກ່າວຕື່ມວ່າ: “ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງ ໃນຜົນສຳເລັດຂອງໂຄງການຂຸດຄົ້ນຄຳ-ທອງ ເຊໂປນ ແລະ ພວກເຮົາກໍໝັ້ນໃຈວ່າ ບໍລິສັດ ຊືເຟິງ ຈະສາມາດຮັກສາມູນເຊື້ອຂອງການພັດທະນາເສດຖະກິດ-ສັງຄົມ ໃນ ສປປ ລາວ ຢ່າງເຂັ້ມແຂງ ຕໍ່ໄປ.”

ບໍລິສັດ ລຊມລ. ໄດ້ເລີ່ມຕົ້ນຜະລິດຄຳເປັນຄັ້ງທຳອິດໃນປີ 2003, ຕາມມາດ້ວຍການ ຂຸດຄົ້ນ-ປຸງແຕ່ງ-ຜະລິດທອງ ຢ່າງມະຫາສານນັບຕັ້ງແຕ່ປີ 2005. ມາຮອດປັດຈຸບັນ ແມ່ນລວມຜົນການຜະລິດແຜ່ນໂລຫະທອງໄດ້ຫຼາຍກວ່າ 900,000 ໂຕນ ແລະ ໂລຫະຄຳໄດ້ຫຼາຍກວ່າ 1,2 ລ້ານ ອອນສ໌.

ບໍລິສັດ MMG ຕົກລົງຂາຍຮຸ້ນໃນ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ໃຫ້ແກ່ ບໍລິສັດ ຊືເຟິງ

ໂຮ​ງ​ງານ​ຜ​ລິດ​ຄຳ​ເມືອງ​ເຊ​ໂປນ ເບິ່ງ​ໃນ​ມຸມ​ສູງ.

ໂຄງການຄຳ-ທອງເຊໂປນ ໄດ້ປະກອບສ່ວນເປັນລາຍຮັບໂດຍກົງໃຫ້ແກ່ ລັດຖະບານລາວ ໄດ້ຫຼາຍກວ່າ 1,4 ຕື້ ໂດລາສະຫະລັດ ແລະ ຫຼາຍຮ້ອຍລ້ານໂດລາສະຫະລັດ ເຂົ້າໃນການ ຈັດຊື້-ຈັດຈ້າງທ້ອງຖິ່ນ, ການພັດທະນາຊຸມຊົນ, ການສຶກສາ ແລະ ການຝຶກອົບຮົມ ນັບຕັ້ງແຕ່ການດຳເນີນງານ ຂອງໂຄງການ. ບໍລິສັດ ລຊມລ. ຈະສືບຕໍ່ຮັກສາ ກອງທຶນ ປິດບໍ່ ແລະ ບູລະນະຟື້ນຟູ ກໍຄື ໂຄງການພັດທະນາຊຸມຊົນທີ່ຢູ່ອ້ອມຂ້າງກັບບໍ່ຄຳ-ທອງເຊໂປນ.

ບໍລິສັດ MMG ໄດ້ເຮັດວຽກຮ່ວມກັບ ທະນາຄານ ສະແຕນດາດ ຊາເຕີ (Standard Chartered Bank) ໃນຖານະທີ່ປຶກສາດ້ານການເງິນ ແລະ ລິງລາເຕີ (Linklaters) ໃນຖານະ ທີ່ປຶກສາດ້ານກົດໝາຍ ໃນການດຳເນີນທຸລະກຳຊື້-ຂາຍຮຸ້ນໃນຄັ້ງນີ້. ຄາດວ່າ ການຂາຍຮຸ້ນດັ່ງກ່າວ ຈະສຳເລັດລົງໃນໄລຍະ ຫົກເດືອນສຸດທ້າຍຂອງສົກປີ 2018.

(ແຫຼ່ງ​ຂໍ້​ມູນ​: tonamchanews.com)

ເຫດການ
302 Found

Found

The document has moved here.