ຢູນີເທວ ສືບຕໍ່ອຸປະຖໍາວຽກງານ ຕ້ານການລະບາດ ຂອງພະຍາດໂຄວິດ-19 ຢູ່ລາວ ມູນຄ່າ 2,4 ຕື້ກີບ

09:10 | 25/08/2020

ທ່ານ ລີວ ແມ໋ງ ຮ່າ ກ່າວວ່າ: ວຽກງານການສືບຕໍ່ສະກັດກັ້ນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວຽກທີ່ສໍາຄັນ ແລະ ຈະຕ້ອງໄດ້ສືບຕໍ່ໃຫ້ການຊ່ວຍເຫລືອ ເພື່ອສົ່ງເສີມໃຫ້ແກ່ທຸກພາກສ່ວນໃນການປະຕິບັດວຽກງານດັ່ງກ່າວ.

ຢ ນ ເທວ ສ ບຕ ອ ປະຖ າວຽກງານ ຕ ານການລະບາດ ຂອງພະຍາດໂຄວ ດ 19 ຢ ລາວ ມ ນຄ າ 2 4 ຕ ກ ບ ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19
ຢ ນ ເທວ ສ ບຕ ອ ປະຖ າວຽກງານ ຕ ານການລະບາດ ຂອງພະຍາດໂຄວ ດ 19 ຢ ລາວ ມ ນຄ າ 2 4 ຕ ກ ບ ຫວຽດນາມ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ
ຢ ນ ເທວ ສ ບຕ ອ ປະຖ າວຽກງານ ຕ ານການລະບາດ ຂອງພະຍາດໂຄວ ດ 19 ຢ ລາວ ມ ນຄ າ 2 4 ຕ ກ ບ
ຢູນີເທວ ສືບຕໍ່ອຸປະຖໍາວຽກງານ ຕ້ານການລະບາດ ຂອງພະຍາດໂຄວິດ-19 ຢູ່ລາວ ມູນຄ່າ 2,4 ຕື້ກີບ (ພາບ​: Kpl)

ບໍລິສັດ ສະຕາ ໂທລະຄົມ ຫລື ຢູນີເທວ ໄດ້ສືບຕໍ່ປະກອບສ່ວນຊ່ວຍເຫລືອ ໃຫ້ແກ່ກະຊວງ ສາທາລະນະສຸກ ໃນວຽກງານຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍການອຸປະຖຳ ໂທລະສັບເບີ 030 ພ້ອມຊິມ ຈຳນວນ 1.234 ໜ່ວຍ, ພ້ອມມູນຄ່າໂທ 200.000 ກີບ/ເບີ/ເດືອນ, ຊິມໂທລະສັບ 020 ຈຳນວນ 300 ຊິມ ພ້ອມມູນຄ່າໂທ 300.000 ກີບ/ເບີ/ເດືອນ ແລະ ດາຕ້າອິນເຕີເນັດ 30 GB ເປັນເວລາ 6 ເດືອນ, ລວມມູນຄ່າ 2,4 ຕື້ກີບ. ໂດຍໄດ້ຈັດພິທີມອບຮັບ ໃນກາງເດືອນສິງຫາ ຜ່ານມາ ຢູ່ກະຊວງສາທາລະນະສຸກ, ຕາງໜ້າຮັບໂດຍທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ກ່າວມອບໂດຍ ທ່ານ ລີວ ແມ໋ງ ຮ່າ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ (ຢູນີເທວ) ໂດຍມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ລີວ ແມ໋ງ ຮ່າ ກ່າວວ່າ: ວຽກງານການສືບຕໍ່ສະກັດກັ້ນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວຽກທີ່ສໍາຄັນ ແລະ ຈະຕ້ອງໄດ້ສືບຕໍ່ໃຫ້ການຊ່ວຍເຫລືອ ເພື່ອສົ່ງເສີມໃຫ້ແກ່ທຸກພາກສ່ວນໃນການປະຕິບັດວຽກງານດັ່ງກ່າວ. ການສືບຕໍ່ໃຫ້ການອຸປະຖໍາຄັ້ງນີ້ ເປັນການປະກອບສ່ວນໃຫ້ແກ່ລັດຖະບານລາວ ເພື່ອຮັບປະກັນໃຫ້ການຕິດຕໍ່ສື່ສານໄດ້ຢ່າງສະດວກ, ວ່ອງໄວ, ເກັບກຳຂໍ້ມູນໄດ້ລະອຽດຈະແຈ້ງ ແລະ ລາຍງານສະພາບການໄດ້ທັນເວລາ. ທັງນີ້ ກໍຍັງເປັນການປະກອບສ່ວນໃຫ້ແກ່ກະຊວງສາທາລະນະສຸກ ໃຫ້ມີຄວາມສະດວກໃນການສື່ສານຊີ້ນໍາ-ນຳພາ ການປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງທຸກພາກສ່ວນກ່ຽວຂ້ອງ ໃຫ້ໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ທັນການ. ນອກຈາກນີ້ ຍັງເປັນການຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍດ້ານງົບປະມານຕ່າງໆ ທີ່ລັດຖະບານສະໜອງໃຫ້.

ໂອກາດນີ້, ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ ບໍລິສັດ ສະຕາ ໂທລະຄົມ ກໍຄື ຢູນີເທວ ທີ່ເຫັນຄວາມສຳຄັນ ແລະ ໄດ້ໃຫ້ການສະໜັບສະໜູນ ລັດຖະບານລາວ ໃນການຕ້ານການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ, ພ້ອມທັງຢືນຢັນວ່າ ຈະນໍາໃຊ້ເຄື່ອງອຸປະຖໍາດັ່ງກ່າວນີ້ ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໃຫ້ເກີດຜົນປະໂຫຍດສູງສຸດ.

ນອກຈາກການສະໜັບສະໜູນຄັ້ງນີ້ແລ້ວ, ຢູນີເທວ ຍັງຈະໄດ້ສືບຕໍ່ປະສານສົມທົບຮ່ວມມືກັບກະຊວງສາທາລະນະສຸກ ເພື່ອສຶກສາຄວາມເປັນໄປໄດ້ ໃນການຄົ້ນຄວ້າ ແລະ ພັດທະນາ ໂຄງການຫັນເປັນດີຈີຕອນ ດ້ານການຄຸ້ມຄອງລະບົບຂະແໜງສາທາລະນະສຸກ ເພື່ອຫັນເປັນທັນສະໄໝຂອງ ສປປ ລາວ. (Digital Transformation in Lao PDR) ເປັນຕົ້ນ ລະບົບການຄຸ້ມຄອງ ແລະ ເຊື່ອມຕໍ່ໂຮງໝໍ, ລະບົບການຄຸ້ມຄອງບັນທຶກການແພດທາງເອເລັກໂຕຣນິກ, ລະບົບບັດຄົນເຈັບອັດສະລິຍະ, ລະບົບສາທາລະນະສຸກຮາກຖານ, ລະບົບປະຕູຂໍ້ມູນຂອງຂະແໜງສາທາລະນະສຸກທັງໝົດ, ລະບົບສາທາລະນະສຸກສຸຂະພາບທົ່ວປວງຊົນ, ລະບົບການກວດສຸຂະພາບ ແລະ ປິ່ນປົວທາງໄກ.

ຢ ນ ເທວ ສ ບຕ ອ ປະຖ າວຽກງານ ຕ ານການລະບາດ ຂອງພະຍາດໂຄວ ດ 19 ຢ ລາວ ມ ນຄ າ 2 4 ຕ ກ ບ ອົດສະຕາລີ ໜູນຊ່ວຍຫວຽດນາມ ນໍາໃຊ້ ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19

ຍສໝ - ລັດຖະບານອົດສະຕາລີ ໄດ້ແຈ້ງໃຫ້ຊາບກ່ຽວກັບການດຳເນີນບ້ວງເງິນອຸປະຖໍາທີ່ມີມູນຄ່າ 650.000 ໂດລາອົດສະຕາລີ ເພື່ອແນໃສ່ໜູນຊ່ວຍຂໍ້ລິເລີ່ມໃໝ່ໃຫ້ແກ່ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນການຟື້ນຟູເສດຖະກິດຫວຽດນາມ ພາຍຫຼັງພະຍາດໂຄວິດ-19.

ຢ ນ ເທວ ສ ບຕ ອ ປະຖ າວຽກງານ ຕ ານການລະບາດ ຂອງພະຍາດໂຄວ ດ 19 ຢ ລາວ ມ ນຄ າ 2 4 ຕ ກ ບ ຫວຽດນາມ ສາມາດຄວບຄຸມພະຍາດໂຄວິດ-19 ໄດ້ເປັນຢ່າງດີ

ຍສໝ - ເມື່ອບໍ່ດົນມານີ້, ບົດຂຽນທີ່ໄດ້ເອົາລົງໃນເວັບໄຊ The Diplomat ກໍ່ໃຫ້ຂໍ້ສັງເກດວ່າມີຫຼາຍປັດໄຈທີ່ສະແດງໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

ຢ ນ ເທວ ສ ບຕ ອ ປະຖ າວຽກງານ ຕ ານການລະບາດ ຂອງພະຍາດໂຄວ ດ 19 ຢ ລາວ ມ ນຄ າ 2 4 ຕ ກ ບ ສ້າງຕັ້ງ 8 ຄະນະປະຕິບັດງານໂດຍດ່ວນ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຕາມເສັ້ນຊາຍແດນ

ຍສໝ - ຕອນເຊົ້າວັນທີ 27 ກໍລະກົດ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ສ້າງຕັ້ງ 8 ຄະນະປະຕິບັດງານໂດຍດ່ວນ ເພື່ອລົງໄປກວດກາການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ບັນດາແຂວງ: ລ້າງເຊີນ, ລາຍເຈົາ, ກາວບັ່ງ, ລ່າວກາຍ, ຮ່າຢາງ, ກວາງນິງ, ອານຢາງ ແລະ ໄຕນິງ.

kpl.gov.la

ເຫດການ
302 Found

Found

The document has moved here.