ພ້ອມກັນພັດທະນາແມ່ນ້ຳ ຂອງແມ່ນ້ຳລ້ານຊ້າງແບບຍືນຍົງ

06:30 | 24/08/2020

ການ​ພັດທະນາ ແລະ ບໍລິຫານ​ຊັບ​ພະຍາ​ກອນ​ນໍ້າ ແມ່ນ​ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາຊາດ ຊຶ່ງ​ເປັນ​ການ​ປະກອບສ່ວນ​ໂດຍ​ກົງ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມທຸກ​ຍາກ, ການ​ຮັບປະກັນ​ສະບຽງ​ອາຫານ, ສຸຂະພາບ, ການ​ສົ່ງເສີມ​ບົດບາດ​ຍິງ​-​ຊາຍ, ນຳ້ ແລະ ສຸ​ຂະ​ອະນາໄມ, ພະລັງ​ງານ.

ພ ອມກ ນພ ດທະນາແມ ນ ຳ ຂອງແມ ນ ຳລ ານຊ າງແບບຍ ນຍ ງ ຫວຽດ​ນາມ​ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ອາ​ຊຽນ ແລະ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ ຊຸດ​ທີ 75

ຍສໝ - ເປົ້າໝາຍຂອງກອງປະຊຸມເພື່ອແນໃສ່ແລກປ່ຽນບັນດາບຸລິມະສິດຂອງປະທານ ສະມັດຊາໃຫຍ່ ສປຊ ຊຸດທີ 75 ແລະ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ສະມັດຊາໃຫຍ່ ສປຊ ໃນໄລຍະຈະມາເຖິງ.

ພ ອມກ ນພ ດທະນາແມ ນ ຳ ຂອງແມ ນ ຳລ ານຊ າງແບບຍ ນຍ ງ ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກວ່າ 23,36 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 807.700 ກໍລະນີເສຍຊີວິດ

ຍສໝ - ອາເມລິກາ ຍັງຄົງແມ່ນປະເທດຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 5,84 ລ້ານຄົນ ແລະ ມີຜູ້ເສຍຊີວິດຫຼາຍກວ່າ 180.100 ກໍລະນີ.

ພ ອມກ ນພ ດທະນາແມ ນ ຳ ຂອງແມ ນ ຳລ ານຊ າງແບບຍ ນຍ ງ
ພາບປະກອບ

ແຫຼ່ງ​ນໍ້າ​ແມ່ນ​ຊັບ​ພະຍາ​ກອນ​ທໍາ​ມະ​ຊາດ​ທີ່​ສໍາ​ຄັນ ແລະ​ລໍ້າ​ຄ່າ​ໃນ​ການ​ດໍາ​ລົງ​ຊີວິດ​ຂອງ​ປະຊາຊົນ​ລາວ ກໍ​ຄື​ປະຊາຊົນ​ຂອງ​ບັນດາ​ປະເທດ​ການ​ຮ່ວມ​ມື ແມ່​ນໍ້າ​ຂອງ​-​ແມ່​ນໍ້າ​ລ້ານ​ຊ້າງ. ການ​ພັດທະນາ ແລະ ບໍລິຫານ​ຊັບ​ພະຍາ​ກອນ​ນໍ້າ ແມ່ນ​ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາຊາດ ຊຶ່ງ​ເປັນ​ການ​ປະກອບສ່ວນ​ໂດຍ​ກົງ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມທຸກ​ຍາກ, ການ​ຮັບປະກັນ​ສະບຽງ​ອາຫານ, ສຸຂະພາບ, ການ​ສົ່ງເສີມ​ບົດບາດ​ຍິງ​-​ຊາຍ, ນຳ້ ແລະ ສຸ​ຂະ​ອະນາໄມ, ພະລັງ​ງານ. ນອກຈາກ​ນັ້ນ ມັນ​ຍັງ​ມີ​ຜົນ​ຕໍ່​ການ​ແກ້​ໄຂ​ວຽກ​ເຮັດ​ງານ​ທໍາ, ການ​ເຕີບ​ໂຕ​ຂອງ​ເສດຖະກິດ, ການ​ສ້າງ​ໂຄງ​ລ່າງ​ພື້ນຖານ, ການ​ຮັບ​ມື​ກັບ​ການ​ປ່ຽນແປງ ຂອງ​ດິນ​ຟ້າ​ອາ​ກາດ.

ນັບ​ຕັ້ງແຕ່​ລິ​ເລີ່ມ​ການ​ຮ່ວມ​ມື​ແມ່​ນຳ້​ຂອງ​-​ແມ່​ນຳ້​ລ້ານ​ຊ້າງ​ເປັນ​ເວລາ​ກວ່າ​ສີ່​ປີ ທີ່​ໄດ້​ຜ່ານ​ໄປ​ນັ້ນ ມັນ​ໄດ້​ກາຍເປັນ​ໜຶ່ງ​ໃນ​ກົນ​ໄກ​ທີ່​ມີ​ໝາກ​ຜົນ​ສໍາ​ເລັດ ແລະ ເກີດ​ຜົນ​ປະໂຫຍດ​ຢ່າງ​ຫຼວງຫຼາຍ​ໃນ​ພາກ​ພື້ນ. ການ​ຮ່ວມ​ມື​ແມ່​ນຳ້​ຂອງ​-​ແມ່​ນຳ້​ລ້ານ​ຊ້າງ ໄດ້​ກາຍເປັນ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດ​ຂອງ 6 ປະເທດ, ເປັນ​ເວທີ​ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ດ້ານ​ຊັບ​ພະຍາ​ກອນນໍ້າ​ໃນ​ພາກ​ພື້ນ. ການ​ຮ່ວມ ​ມື​ດ້ານ​ຊັບ​ພະຍາ​ກອນ​ນຳ້​ແມ່ນ​ໜຶ່ງ​ໃນ​ຂົງເຂດ​ບຸລິ​ມະ​ສິດ​ຂອງ​ການ​ຮ່ວມ​ມື​ແມ່​ນຳ້​ຂອງ​-​ແມ່​ນຳ້​ລ້ານ​ຊ້າງ. ກອງປະຊຸມຂັ້ນສູງຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ຈະຖືກຈັດຂຶ້ນໃນວັນທີ 24 ສິງຫາທີ່ຈະມາເຖິງຕາມຮູບການອອນລາຍ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ຄູ່ຕຳແໜ່ງຈີນ ທ່ານຫລີເຄີສຽງ.

ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາປະເທດກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຈີນ. ກອງປະຊຸມມີຫົວເລື່ອງ “ເພີ່ມທະວີການຮ່ວມມືເພື່ອຄວາມວັດທະນາຖາວອນລວມ” ຈະຕີລາຄາກ່ຽວກັບໝາກຜົນການຮ່ວມມືລະຫວ່າງ 5 ປະເທດແມ່ນ້ຳຂອງ ແລະ ຈີນ, ພ້ອມທັງປຶກສາຫາລື ແລະ ຮັບຮອງເອົາເອກະສານການຮ່ວມມືໃໝ່ຈຳນວນໜຶ່ງ. ການນໍາບັນດາປະເທດຈະປຶກສາຫາລືກ່ຽວກັບບາງເນື້ອໃນ ຄື: ຮ່ວມມືດ້ານສາທາລະນະສຸກປະຊາຄົມເພີ່ມທະວີຄວາມສາມາດປ້ອງກັນ, ຕ້ານເຊື້ອພະຍາດ, ການຮ່ວມມືຟື້ນຟູການພັດທະນາເສດຖະກິດພາຍຫຼັງພະຍາດໂຄວິດ-19, ການຄຸ້ມຄອງ ແລະນໍາໃຊ້ຊັບພະຍາກອນນໍ້າແມ່ນໍ້າຂອງແບບຍືນຍົງ.

ທີ່ກອງປະຊຸມ, ລາວ ຈະມອບສົ່ງຕຳແໜ່ງເປັນປະທານຮ່ວມໃຫ້ແກ່ມຽນມາ ເພື່ອຕາງໜ້າບັນດາ ປະເທດແມ່ນ້ຳຂອງ ເປັນປະທານກອງປະຊຸມ ພ້ອມກັບຈີນ ໃນ ສອງປີຕໍ່ໄປ.

ພ ອມກ ນພ ດທະນາແມ ນ ຳ ຂອງແມ ນ ຳລ ານຊ າງແບບຍ ນຍ ງ ເພື່ອນການາດາໄດ້ຍ້ອງຍໍປະເທດຫວຽດນາມແມ່ນແຫຼ່ງບັນດານໃຈຂອງປະຊາຊົນໂລກ

ຍ​ສ​ໝ - ຫວ່າງ​ແລ້ວນີ້, ຢູ່ນະຄອນ Toronto (ປະເທດການາດາ), ສະມາຄົມມິດຕະພາບການາດາ - ຫວຽດນາມ (CVFS) ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.

ພ ອມກ ນພ ດທະນາແມ ນ ຳ ຂອງແມ ນ ຳລ ານຊ າງແບບຍ ນຍ ງ ຊາວຫວຽດນາມ ອາໄສຢູ່ລາວ ຜູ້ທໍາອິດໄດ້ຮັບຫຼຽນກາອາຍຸພັກ 70 ປີ

ຍສໝ - ຕອນບ່າຍວັນທີ 21 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ຄະນະພັກຢູ່ລາວ ໄດ້ຈັດຕັ້ງພິທີປະດັບຫຼຽນກາອາຍຸພັກ 70 ປີ ໃຫ້ແກ່ທ່ານ ເຈິ່ນວັນມີ່ ຊາວຫວຽດນາມ ອາໄສຢູ່ລາວ.

ພ ອມກ ນພ ດທະນາແມ ນ ຳ ຂອງແມ ນ ຳລ ານຊ າງແບບຍ ນຍ ງ ນຳສົ່ງພົນລະເມືອງຫວຽດນາມ ຈຳນວນກວ່າ 240 ຄົນຈາກສິງກະໂປ ກັບຄືນປະເທດ

ຍສໝ - ຜູ້ໂດຍສານໄດ້ສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.