ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ແມ່ນຂົວເຊື່ອມຕໍ່ກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືຕ່າງປະເທດ

11:30 | 07/08/2020

ຍສໝ -  ນັ້ນແມ່ນຄໍາຢັ້ງຢືນໂດຍທ່ານ ດັ້ງມິງໂຄຍ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ທີ່ກອງປະຊຸມສຳມະນາລະຫວ່າງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມຢູ່ຕ່າງປະເທດ ໄລຍະ 2020 - 2023 ກັບບັນດາຜູ້ນຳທ້ອງຖິ່ນຢູ່ເຂດພາກເໜືອ.

ຫ ວໜ າຄະນະຜ ຕາງໜ າຫວຽດນາມ ປະຈຳຕ າງປະເທດ ແມ ນຂ ວເຊ ອມຕ ກ ບບ ນດາທ ອງຖ ນ ແລະ ຄ ຮ ວມມ ຕ າງປະເທດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບຜູ້ຕ່າງໜ້າອົງການຢູນີເຊຟ ປະຈຳ ສປປ ລາວ ຄົນໃໝ່
ຫ ວໜ າຄະນະຜ ຕາງໜ າຫວຽດນາມ ປະຈຳຕ າງປະເທດ ແມ ນຂ ວເຊ ອມຕ ກ ບບ ນດາທ ອງຖ ນ ແລະ ຄ ຮ ວມມ ຕ າງປະເທດ ຄະນະເອກອັກຄະລັດຖະທູດ,ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດເຮັດວຽກຢູ່ແຂວງ ທ໊າຍງວຽນ

ວັນທີ 6 ສິງຫາ ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ດຳເນີນກອງປະຊຸມ ສຳມະນາລະຫວ່າງ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດໄລຍະ 2020 - 2023 ກັບບັນດາຜູ້ນຳທ້ອງຖິ່ນຢູ່ພາກເໜືອ. ທ່ານ ດັ້ງມິງໂຄຍ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມເປັນປະທານກອງປະຊຸມສຳມະນາດັ່ງກ່າວ.

ເຂົ້າຮ່ວມກອງປະຊຸມມີ ບັນດາຜູ້ເອກອັກຄະລັດຖະທູດ ແລະ ກົງສຸນໃຫຍ່ຈຳນວນ 30 ຄົນ ອາຍຸການ 2020-2023, ມີຜູ້ນຳຈຳນວນເກືອບ 40 ຄົນ ແລະ ຜູ້ຕາງໜ້າຂອງບັນດາພະແນກ ທີ່ມາຈາກ 5 ແຂວງທາງທິດຕາເວັນຕົກສ່ຽງເໜືອ (ດ້ຽນບຽນ, ຮວາບິງ, ລາຍເຈົາ, ລາວກ່າຍ, ເຊີນລາ), 6 ແຂວງທາງທິດຕາເວັນອອກສ່ຽງເໜືອ (ບັກກ້ານ, ກ່າວບັງ, ຮ່າຢາງ, ລ້າງເຊີນ, ກ໋ວາງນິງ, ຕ່ວຽນກ່ວາງ) ແລະ 5 ແຂວງ/ນະຄອນ ທົ່ງພຽງແມ່ນ້ຳແດງ (ຮ່ານາມ, ຫາຍຟ່ອງ, ນາມດິງ, ຖາຍບິ່ງ, ວິງຟຸກ).

ຫ ວໜ າຄະນະຜ ຕາງໜ າຫວຽດນາມ ປະຈຳຕ າງປະເທດ ແມ ນຂ ວເຊ ອມຕ ກ ບບ ນດາທ ອງຖ ນ ແລະ ຄ ຮ ວມມ ຕ າງປະເທດ
ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດ ແມ່ນຂົວເຊື່ອມຕໍ່ກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືຕ່າງປະເທດ. (ພາບ: baoquocte)

ກ່າວຄຳເຫັນເປີດກອງປະຊຸມສຳມະນາ, ທ່ານ ດັ້ງມິງໂຄຍ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ໃນລະຫວ່າງໄລຍະຜ່ານມາ, ວຽກງານການຕ່າງປະເທດໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ, ມີປະສິດທິຜົນ, ເປັນເອກະພາບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ປະກອບສ່ວນຍົກສູງຖານະຕຳແໜ່ງ, ພາລະບົດບາດຂອງຫວຽດນາມ, ເປີດກາລະໂອກາດໃໝ່ຫຼາຍຢ່າງໃຫ້ແກ່ການຮ່ວມມື, ສ້າງເງື່ອນໄຂໃຫ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດ, ກໍ່ຄືຂອງທຸກທ້ອງຖິ່ນ. ໂດຍສະເພາະ, ວຽກງານການຕ່າງປະເທດຂອງບັນດາທ້ອງຖິ່ນ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມ, ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ແລະ ບັນດາປະເທດ ແລະ ອົງການຈັດຕັ້ງສາກົນນັບມື້ນັບເລິກເຊິ່ງ.

ທີ່ກອງປະຊຸມສຳມະນາ, ບັນດາທ້ອງຖິ່ນຢູ່ພາກເໜືອຂອງຫວຽດນາມ ໄດ້ໃຫ້ຂໍ້ມູນທົ່ວໄປກ່ຽວກັບສະຖານະການພັດທະນາເສດຖະກິດ, ການພັດທະນາສັງຄົມ, ການຕ່າງປະເທດໃນຊຸມປີຜ່ານມາ ແລະ ບາງວຽກງານທີ່ສຳຄັນໃນໄລຍະຈະມາເຖິງ.

ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາແຂວງ ໄດ້ສະແດງຄວາມປາດຖະໜາວ່າ ກະຊວງການຕ່າງປະເທດ ແລະ ຄະນະຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ ສືບຕໍ່ສະໜັບສະໜູນບັນດາທ້ອງຖິ່ນໃນການແນະນຳ, ເຊື່ອມຕໍ່ກັບບັນດາວິສາຫະກິດຕ່າງປະເທດທີ່ມີຄວາມສາມາດບົ່ມຊ້ອນ ທີ່ລົງທຶນໃນຂົງເຂດອຸດສາຫະກຳ, ກະສິກຳ, ການສຶກສາ, ສາທາລະນະສຸກ ແລະ ວັດທະນະທຳ, ການທ່ອງທ່ຽວ...

ພາຍຫຼັງໄດ້ຮັບຟັງການແນະນຳກ່ຽວກັບບັນດາທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ, ບັນດາທ່ານເອກອັກຄະລັດຖະທູດ ແລະ ກົງສຸນໃຫຍ່ຫວຽດນາມປະຈຳຕ່າງປະເທດໄລຍະ 2020-2023 ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນບັນດາທ້ອງຖິ່ນ ແລະ ວິສາຫະກິດຢູ່ເຂດພາກເໜືອ ໃນການເຊື່ອມຕໍ່, ແນະນຳ, ສົ່ງເສີມຄວາມສາມາດບົ່ມຊ້ອນ, ດຶງດູດການລົງທຶນ, ສົ່ງເສີມການເຊື່ອມໂຍງເຂົ້າກັບສາກົນ ເພື່ອພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນໃນຊຸມປີຕໍ່ໜ້າ.

ສະຫຼຸບການໂອ້ລົມສົນທະນາ, ທ່ານ ດັ້ງມິງໂຄຍ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຢືນຢັນວ່າກະຊວງການຕ່າງປະເທດ ແລະ ຄະນະຜູ້ຕາງໜ້າຫວຽດນາມຢູ່ຕ່າງປະເທດ ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືຕ່າງປະເທດ; ເຂົ້າຮ່ວມການເຄື່ອນໄຫວວຽກງານການຕ່າງປະເທດຂອງກະຊວງ, ທັງຢູ່ພາຍໃນ ແລະ ຕ່າງປະເທດເພື່ອແນໃສ່ຊ່ວຍເຫຼືອບັນດາທ້ອງຖິ່ນໃນການເຊື່ອມຕໍ່ ແລະ ເພີ່ມທະວີການຮ່ວມມືກັບສາກົນ, ຮັບໃຊ້ໃຫ້ແກ່ເປົ້າໝາຍພັດທະນາເສດຖະກິດ - ສັງຄົມແຫ່ງຊາດໂດຍທົ່ວໄປ ແລະ ທ້ອງຖິ່ນເຂດພາກເໜືອໂດຍສະເພາະ.

ຫ ວໜ າຄະນະຜ ຕາງໜ າຫວຽດນາມ ປະຈຳຕ າງປະເທດ ແມ ນຂ ວເຊ ອມຕ ກ ບບ ນດາທ ອງຖ ນ ແລະ ຄ ຮ ວມມ ຕ າງປະເທດ ປະເທດກູບາ ໄດ້ມອບຢາ ແລະ ສົ່ງຜູ້ຊ່ຽວຊານໄປຫວຽດນາມ ເພື່ອສະໜັບສະໜູນ ຫວຽດນາມ ໃນການສະກັດກັ້ນພະຍາດ COVID-19

ຍສໝ - ຕອນບ່າຍວັນທີ 5 ສິງຫາ, ປະເທດກູບາ ໄດ້ມອບຢາຕ້ານເຊື້ອໄວຣັດ SARS-CoV-2 ຈຳນວນຫຼາຍພັນກວດໃຫ້ແກ່ ຫວຽດນາມ ແລະ ໄດ້ສົ່ງຜູ້ຊ່ຽວຊານໄປແຂວງກວາງນາມ ແລະ ດານັງ ເພື່ອສະໜັບສະໜູນການປ້ອງກັນ ແລະ ຄວບຄຸມ, ສະກັດກັ້ນການການລະບາດຂອງພະຍາດ COVID-19.

ຫ ວໜ າຄະນະຜ ຕາງໜ າຫວຽດນາມ ປະຈຳຕ າງປະເທດ ແມ ນຂ ວເຊ ອມຕ ກ ບບ ນດາທ ອງຖ ນ ແລະ ຄ ຮ ວມມ ຕ າງປະເທດ ທ່ານນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມທົ່ວປະເທດ ກ່ຽວກັບການຜັນຂະຫຍາຍສັນຍາ EVFTA

ຍສໝ - ໃນຕອນເຊົ້າວັນທີ 06 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກ - ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ທາງອອນລາຍ ດ້ວຍຫົວຂໍ້ວ່າ “ຈັດຕັ້ງປະຕິບັດແຜນການຈັດຕັ້ງປະຕິບັດ EVFTA”.

ຫ ວໜ າຄະນະຜ ຕາງໜ າຫວຽດນາມ ປະຈຳຕ າງປະເທດ ແມ ນຂ ວເຊ ອມຕ ກ ບບ ນດາທ ອງຖ ນ ແລະ ຄ ຮ ວມມ ຕ າງປະເທດ ຫວຽດນາມ ແລະ ຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມອອນລາຍ AFCDM + 3

ຍສໝ - ບັນດາທ່ານລັດຖະມົນຕີກະຊວງການເງິນ ແລະ ຮອງຜູ້ວ່າການທະນາຄານກາງຫວຽດນາມ ໄດ້ທົບທວນຄວາມຄືບໜ້າຂອງບັນດາຂໍ້ລິເລີ່ມພາຍໃຕ້ແນວທາງຍຸດທະສາດ ຂອງຂະບວນການຮ່ວມມືດ້ານການເງິນອາຊຽນ +3.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.