ນາຍົກລັດຖະມົນຕີ ຫວຽດນາມ ຮຽກຮ້ອງ ໃຫ້ຂະແໜງສາທາລະນະສຸກພ້ອມກັບທົ່ວພັກ, ທົ່ວປວງຊົນຍາດໄດ້ໄຊຊະນະຕໍ່ໂລກລະບາດ

11:54 | 06/08/2020

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ເລື່ອງກະຊວງສາທາລະນະສຸກ ແລະ ກຳລັງເສນາຮັກໄດ້ຮີບເຮັ່ງ, ຊີ້ນຳຢ່າງຂ້ຽວຂາດ, ສຸມທຸກແຫຼ່ງກຳລັງເພື່ອ ຕ້ານໂລກລະບາດ, ພົ້ນເດັ່ນຂຶ້ນແມ່ນຖັນແຖວແພດໝໍຢູ່ດ່ານັ້ງ, ກວາງນາມ, ເທື່ອທຽນເຫ້ວ ແລະ ໂຮງໝໍຫຼາຍແຫ່ງ, ບັນດາສະຖາບັນຄົ້ນຄວ້າ ແລະ ອື່ນໆ ໃນທົ່ວປະເທດ.

ນາຍ ກລ ດຖະມ ນຕ ຫວຽດນາມ ຮຽກຮ ອງ ໃຫ ຂະແໜງສາທາລະນະສ ກພ ອມກ ບທ ວພ ກ ທ ວປວງຊ ນຍາດໄດ ໄຊຊະນະຕ ໂລກລະບາດ ກອງປະຊຸມສຳມະນາ 50 ປີແຫ່ງວັນສ້າງຕັ້ງຄະນະກຳມະການກູບາດ້ວຍຄວາມສາມັກຄີກັບຫວຽດນາມ, ລາວ ແລະ ກຳປູເຈຍ
ນາຍ ກລ ດຖະມ ນຕ ຫວຽດນາມ ຮຽກຮ ອງ ໃຫ ຂະແໜງສາທາລະນະສ ກພ ອມກ ບທ ວພ ກ ທ ວປວງຊ ນຍາດໄດ ໄຊຊະນະຕ ໂລກລະບາດ ຄະນະເອກອັກຄະລັດຖະທູດ,ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດເຮັດວຽກຢູ່ແຂວງ ທ໊າຍງວຽນ
ນາຍ ກລ ດຖະມ ນຕ ຫວຽດນາມ ຮຽກຮ ອງ ໃຫ ຂະແໜງສາທາລະນະສ ກພ ອມກ ບທ ວພ ກ ທ ວປວງຊ ນຍາດໄດ ໄຊຊະນະຕ ໂລກລະບາດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ.(ພາບ:VGP/ກວາງຮຽວ)

ວັນທີ 04 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງຈົດໝາຍຍ້ອງຍໍຊົມເຊີຍບັນດາພະນັກງານຂະແໜງສາທາລະນະສຸກ. ໃນຈົດໝາຍ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ໂລກລະບາດ ໂຄວິດ - 19 ຍັງມີການຜັນແປໄປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນໄດ້, ຂະແໜງສາທາລະນະສຸກຄວນສຸມທຸກແຫຼ່ງກຳລັງເພື່ອຄວບຄຸມໂລກລະບາດບໍ່ປະໃຫ້ແຜ່ລະບາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ຂະແໜງສາທາລະນະສຸກ, ບັນດາແພດໝໍ, ພາລະກອນການແພດຢູ່ທົ່ວທຸກແຖບຖິ່ນໃນທົ່ວປະເທດ ສືບຕໍ່ສຸມກຳລັງ, ຈັນຍາບັນ ແລະ ບົດຮຽນ ເພື່ອພ້ອມກັບທົ່ວພັກ, ທົ່ວປວງຊົນຍາດໄດ້ໄຊຊະນະຕໍ່ໂລກລະບາດ.

ທີ່ກອງປະຊຸມສະໄໝສາມັນປະຈຳເດືອນ ກໍລະກົດ ຂອງລັດຖະບານຫວຽດນາມ, ພາຍຫຼັງເກີດໂລກລະບາດ, ຄະນະປະຈຳລັດຖະບານໄດ້ຈັດກອງປະຊຸມຫຼາຍຄັ້ງເພື່ອຊີ້ນຳການປ້ອງກັນ, ຕ້ານໂລກລະບາດ ດ້ວຍທິດນຳທີ່ວ່າ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ, ເນັ້ນໜັກວ່າ. “ໄລຍະຕົ້ນເດືອນ ສິງຫາ ແມ່ນມີລັກສະນະຕັດສິນເລື່ອງໂລກລະບາດຈະແຜ່ລະບາດຫຼືບໍ່, ຂ້າພະເຈົ້າຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ ຕ້ອງສຸມໃສ່ການປ້ອງກັນ, ຕ້ານໂລກລະບາດ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງລະມັດລະວັງໃນການປ້ອງກັນ, ຕ້ານໂລກລະບາດ; ບໍ່ປະໃຫ້ໂລກລະບາດແຜ່ລະບາດໃນວົງກວ້າງ. ສະນັ້ນ, ຈິດໃຈແມ່ນ ສຸມທຸກແຫຼ່ງກຳລັງເພື່ອແກ້ໄຂສະພາບໂລກລະບາດຢູ່ເຂດເກີດໂລກລະບາດ, ໂດຍສະເພາະແມ່ນຢູ່ດ່ານັ້ງ”.

ພາຍຫລັງ 99 ມື້ທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ, ວັນທີ 25 ກໍລະກົດ ຜ່ານມາ, ຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອທຳອິດໃນຊຸມຊົນຢູ່ ດ່າໜັງ ແລະ ຫລັງຈາກນັ້ນ ໄດ້ພົບຜູ້ຕິດເຊື້ອຢູ່ກະແຈກກະຈາຍໃນບາງແຂວງ, ນະຄອນອື່ນໆ. ດ້ວຍຄວາມຕັດສິນໃຈຢ່າງສູງ ບໍ່ປະໃຫ້ໂລກລະບາດແຜ່ລະບາດຄັ້ງທີ 2 ຢູ່ ຫວຽດນາມ, ພາຍຫລັງໂລກລະບາດແຜ່ລະບາດ, ນະຄອນ ດ່າໜັງ ໄດ້ຈຳກັດບໍລິເວນໃນທັນທີ. ບັນດາໂຮງໝໍ, ເຂດຊຸມຊົນຢູ່ອ້ອມຂ້າງ, ຮ້ານກິນດື່ມ, ຮາກຖານການບໍລິການ ໄດ້ຮັບການຄວບຄຸມຢ່າງຮັດກຸມ ເພື່ອສືບຫາປະຫວັດ. ກະຊວງສາທາລະນະສຸກ ຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານທີ່ມີປະສົບການຫລາຍທີ່ສຸດ ໂດຍທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນເຈື່ອງເຊີນ ເປັນຫົວໜ້າຄະນະ ພ້ອມດ້ວຍທິມງານແພດໝໍມີປະສົບການສູງໃນການຄວບຄຸມພະຍາດໂຄວິດ-19 ໄປຍັງ ດ່າໜັງ.

ບໍ່ສະເພາະແຕ່ ດ່າໜັງ ຕ້ານໂລກລະບາດໂຄວິດ-19 ເທົ່ານັ້ນ, ຍັງມີຫລາຍທ້ອງຖິ່ນອື່ນ ໃນນັ້ນ ມີຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄດ້ໃຫ້ຢຸດບາງການເຄື່ອນໄຫວທີ່ເຕົ້າໂຮມກັນຫລາຍຄົນ, ປິດປະຕູບັນດາຮາກຖານການບໍລິການທີ່ບໍ່ຈຳເປັນ ຄືຮ້ານ bar, ຄາລາໂອເກ. ນີ້ແມ່ນບັນດາການກະທຳຢ່າງຕັ້ງໜ້າ ແລະ ມີບົດຮຽນຂອງຫລາຍທ້ອງຖິ່ນ ໃນການສະກັດກັ້ນການຕິດແປດໃນຊຸມຊົນ.

ນາຍ ກລ ດຖະມ ນຕ ຫວຽດນາມ ຮຽກຮ ອງ ໃຫ ຂະແໜງສາທາລະນະສ ກພ ອມກ ບທ ວພ ກ ທ ວປວງຊ ນຍາດໄດ ໄຊຊະນະຕ ໂລກລະບາດ ຄະນະເອກອັກຄະລັດຖະທູດ,ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມປະຈຳຕ່າງປະເທດເຮັດວຽກຢູ່ແຂວງ ທ໊າຍງວຽນ

ຍສໝ - ວັນທີ 04 ສິງຫາ, ຄະນະເອກອັກຄະລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈຳຕ່າງປະເທດອາຍຸການ 2020 – 2023 ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳແຂວງ ທ໊າຍຫງວຽນ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ, ບັນດາບັນຫາຮ່ວມມືສາກົນຂອງທ້ອງຖິ່ນ.

ນາຍ ກລ ດຖະມ ນຕ ຫວຽດນາມ ຮຽກຮ ອງ ໃຫ ຂະແໜງສາທາລະນະສ ກພ ອມກ ບທ ວພ ກ ທ ວປວງຊ ນຍາດໄດ ໄຊຊະນະຕ ໂລກລະບາດ ລັດ Sachsen (ເຢຍລະມັນ) ຂອບໃຈສະມາຄົມມິດຕະພາບຫວຽດນາມ - ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການຄວບຄຸມ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທ່ານເຈົ້າຄອງລັດ Sachsen ປະເທດເຢຍລະມັນ ໄດ້ຝາກຄຳຂອບໃຈ ແລະ ຂໍໃຫ້ປະຊາຊົນຫວຽດນາມມີພະລັງແຮງຫຼາຍ, ໄດ້ພ້ອມກັນຜ່ານຜ່າຜົນຮ້າຍຈາກວິກິດການ ຍ້ອນການລະບາດຂອງພະຍາດ COVID-19.

ນາຍ ກລ ດຖະມ ນຕ ຫວຽດນາມ ຮຽກຮ ອງ ໃຫ ຂະແໜງສາທາລະນະສ ກພ ອມກ ບທ ວພ ກ ທ ວປວງຊ ນຍາດໄດ ໄຊຊະນະຕ ໂລກລະບາດ ອໍານາດການປົກຄອງເມືອງເຊໂປນ ມອບໃບຍ້ອງຍໍ ໃຫ້ກໍາລັງຕໍາຫຼວດແຂວງກວ້າງຈິ ແລະຄ້າຍທະຫານຊາຍແດນດ່ານສາກົນລາວບາວ, ກອງບັນຊາການທະຫານຊາຍແດນກວ້າງຈິ ສສ.ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ດ່ານຊາຍແດນສາກົນລາວບາວ, ອໍານາດການປົກຄອງເມືອງເຊໂປນ, ແຂວງສະຫວັນນະເຂດ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍກໍາລັງເຂົ້າຮ່ວມການດັບເພີງທີ່ຕະຫຼາດ Karon ຢູ່ລາວ.

ໄຊພອນ

ເຫດການ
302 Found

Found

The document has moved here.