ອາ​ຊຽນ 2020: ຫວຽດ​ນາມ​ ນຳ​ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ​ໃໝ່​ມາ​ໃຫ້​ອາ​ຊຽນ

16:25 | 31/07/2020

ຍ​ສ​ໝ - ທ່ານນາງເອກອັກຄະລັດຖະທູດ Kamsiah ໄດ້ຕີລາຄາວ່າຫວຽດນາມໄດ້ເຮັດ “ດີທີ່ສຸດ” ໃນຖານະເປັນປະທານອາຊຽນ, ພ້ອມ​ທັງ​ຊີ້​ແຈ້ງວ່າຫວຽດນາມໄດ້ສະແດງບົດບາດ​ນຳ​ພາຢ່າງ​ແຮງຜ່ານການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດອາຊຽນ. ບໍ່ພຽງແຕ່ຮັບ​ມື​ກັບໂລກລະບາດ COVID-19 ເທົ່ານັ້ນ ຫາກ​ຍັງແມ່ນ​ໃນ​ໄລ​ຍະ​ຟື້ນ​ຟູ​ອີກ​ດ້ວຍ.

ອາ ຊຽນ 2020 ຫວຽດ ນາມ ນຳ ຄວາມ ຂະ ຫຍ ນ ຂ ນ ເຄ ອນ ໃໝ ມາ ໃຫ ອາ ຊຽນ ແຜນ​ການ​ກະ​ທຳ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ ອາ​ຊຽນ - ຍີ່​ປຸ່ນ
ອາ ຊຽນ 2020 ຫວຽດ ນາມ ນຳ ຄວາມ ຂະ ຫຍ ນ ຂ ນ ເຄ ອນ ໃໝ ມາ ໃຫ ອາ ຊຽນ ຫວຽດ​ນາມ ຍາມ​ໃດ​ກໍ່ແມ່ນປັດໄຈສຳ​ຄັນ​ຂອງ ອາ​ຊຽນ
ອາ ຊຽນ 2020 ຫວຽດ ນາມ ນຳ ຄວາມ ຂະ ຫຍ ນ ຂ ນ ເຄ ອນ ໃໝ ມາ ໃຫ ອາ ຊຽນ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸ​ມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 36 (ພາບ: TXVN)

ທ່ານນາງ Kamsiah Kamaruddin ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນມາເລເຊຍ ປະຈຳ ສະມາຄົມອາຊຽນ, ໄດ້ຕີລາຄາການເຂົ້າເປັນສະມາຊິກຂອງສະມາຄົມອາຊຽນໃນວັນທີ 28 ກໍລະກົດ1995 ຂອງ​ຫວຽດ​ນາມ ໄດ້ນຳ​ເອົາ “ຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ” ໃຫ້ແກ່ອົງ​ການນີ້.

ໃນການໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມປະຈຳ ຈາກາຕາເມື່ອບໍ່ດົນມານີ້, ທ່ານນາງເອກອັກຄະລັດຖະທູດໃຫ້ຮູ້ວ່າ: ດ້ວຍ 6 ປະເທດທຳ​ອິດ ບັນດາປະເທດສະມາຊິກອາຊຽນກໍ່ມີຄວາມຄ້າຍຄືກັນຫຼາຍຢ່າງ. ແຕ່ເມື່ອຫວຽດນາມເຂົ້າ​ເປັນ​ສະ​ມາ​ຊິກ​ອາ​ຊຽ​ນ, ຮ່າໂນ້ຍ ໄດ້ນຳຄວາມ​ຂະ​ຫຍັນ​ຂັນ​ເຄື່ອນໃໝ່, ບັນ​ດາປັດໄຈໃໝ່, ແລະພວກເຮົາໄດ້ສົມ​ທົບກັບຫວຽດນາມເພື່ອສ້າງອາຊຽນໃຫ້ເຂັ້ມແຂງກວ່າເກົ່າ. ຫວຽດນາມແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນທີ່​ສຸດຂອງອາຊຽນ ແລະ ໜຶ່ງໃນບັນດາເຫດຜົນຂອງການເຕີບໂຕເສດຖະກິດທີ່ດີຂອງອາຊຽນແມ່ນຍ້ອນການປະກອບສ່ວນຂອງບັນດາປະເທດຄື ຫວຽດນາມ.

ທ່ານນາງເອກອັກຄະລັດຖະທູດ Kamsiah ໄດ້ຕີລາຄາວ່າຫວຽດນາມໄດ້ເຮັດ “ດີທີ່ສຸດ” ໃນຖານະເປັນປະທານອາຊຽນ, ພ້ອມ​ທັງ​ຊີ້​ແຈ້ງວ່າຫວຽດນາມໄດ້ສະແດງບົດບາດ​ນຳ​ພາຢ່າງ​ແຮງຜ່ານການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດອາຊຽນ. ບໍ່ພຽງແຕ່ຮັບ​ມື​ກັບໂລກລະບາດ COVID-19 ເທົ່ານັ້ນຫາກ​ຍັງແມ່ນ​ໃນ​ໄລ​ຍະ​ຟື້ນ​ຟູ​ອີກ​ດ້ວຍ.

ນອກຈາກ​ໂຄງ​ການ​ດຳ​ເນີນ​ງານ​ດັ່ງ​ກ່າວ, ທ່ານນາງເອກອັກຄະລັດຖະທູດ Kamsiah ກໍ່ໃຫ້ຮູ້ວ່າປະທານອາຊຽນຫວຽດນາມໃຫ້ການ​ບຸ​ລິ​ມະ​ສິດຕໍ່ການຊຸກຍູ້ບັນຫາແມ່ຍິງ, ເດັກນ້ອຍ ແລະ ການພັດທະນາແບບຍືນຍົງ, ໂດຍສະເພາະແມ່ນຄວາມຍືນຍົງຂອງສິ່ງແວດລ້ອມທະເລ.

ອາ ຊຽນ 2020 ຫວຽດ ນາມ ນຳ ຄວາມ ຂະ ຫຍ ນ ຂ ນ ເຄ ອນ ໃໝ ມາ ໃຫ ອາ ຊຽນ ແຜນ​ການ​ກະ​ທຳ​ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ ອາ​ຊຽນ - ຍີ່​ປຸ່ນ

ຍ​ສ​ໝ - ຕອ​ນ​ບ່າຍ​ວັນ​ທີ 29 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ​ເຈິ່ນ​ຕວັນ​ແອງ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ - ຍີ​ປຸ່ນ​ທາ​ງ​ອອນ​ລາຍ.

ອາ ຊຽນ 2020 ຫວຽດ ນາມ ນຳ ຄວາມ ຂະ ຫຍ ນ ຂ ນ ເຄ ອນ ໃໝ ມາ ໃຫ ອາ ຊຽນ ຫວຽດ​ນາມ ຍາມ​ໃດ​ກໍ່ແມ່ນປັດໄຈສຳ​ຄັນ​ຂອງ ອາ​ຊຽນ

ຍ​ສ​ໝ - ວິທີການ ຫວຽດ​ນາມ ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ-19 ມີຄວາມ​ປະ​ທັບ​ໃຈ​ທີ່​ສຸດ, ພິ​ເສດ​ແມ່ນ​ໃນ​ການ​ຊຸກ​ຍູ້ການ​ກະຕິ​ກິ​ລິ​ຍາ “ສະໜິດຕິດພັນແລະເປັນເຈົ້າການຮັບມື” ຂອງ ອາ​ຊຽນ ໃນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າທາຍນີ້.

ອາ ຊຽນ 2020 ຫວຽດ ນາມ ນຳ ຄວາມ ຂະ ຫຍ ນ ຂ ນ ເຄ ອນ ໃໝ ມາ ໃຫ ອາ ຊຽນ 25 ປີ​ແຫ່ງ​ວັນ​ຫວຽດ​ນາມ ເຂົ້າ​ຮ່ວມ​ອາ​ຊຽນ

ຍ​ສ​ໝ - ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເນັ້ນ​ໜັກ​ວ່າ: ຫວຽດ​ນາມ​ເຂົ້າ​ຮ່ວມ​ອາ​ຊຽ​ນ​ໃນ​ປີ 1995 ແມ່ນ​ຂີດ​ໝາຍ​ສ້າງ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ເສັ້ນ​ທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາ​ກົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.