ນຳສົ່ງພົນລະເມືອງ ຫວຽນາມ ຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ

20:25 | 21/07/2020

ຍສໝ - ໃນວັນທີ 20 ກໍລະກົດນີ້, ອົງການທີ່ມີໜ້າທີ່ຫວຽດນາມ, ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ປະຈຳປະເທດໄຕ້ຫວັນ, ສາຍການບິນຫວຽດນາມ Vietnam Airlines ແລະ ອົງການທີ່ມີໜ້າທີ່ໄຕ້ຫວັນ (ຈີນ) ໄດ້ຈັດຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ.

ນຳສ ງພ ນລະເມ ອງ ຫວຽນາມ ຈຳນວນຫ າຍກວ າ 300 ຄ ນ ຈາກໄຕ ຫວ ນ ຈ ນ ກ ບຄ ນປະເທດຢ າງປອດໄພ ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນຫຼາຍກວ່າ 240 ຄົນຈາກຟີລິບປິນກັບຄືນປະເທດຢ່າງປອດໄພ
ນຳສ ງພ ນລະເມ ອງ ຫວຽນາມ ຈຳນວນຫ າຍກວ າ 300 ຄ ນ ຈາກໄຕ ຫວ ນ ຈ ນ ກ ບຄ ນປະເທດຢ າງປອດໄພ ພົນລະເມືອງຫວຽດນາມເກືອບ 300 ຄົນ ຈາກຣັດເຊຍ ກັບຄືນປະເທດ

ຜູ້ໂດຍສານໄດ້ນຳສົ່ງກັບຄືນປະເທດໃນຄັ້ງນີ້ ແມ່ນບັນດາຜູ້ທີ່ຖືກຄ້າງໄວ້ຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຄົນງານຜູ້ທີ່ໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.

ນຳສ ງພ ນລະເມ ອງ ຫວຽນາມ ຈຳນວນຫ າຍກວ າ 300 ຄ ນ ຈາກໄຕ ຫວ ນ ຈ ນ ກ ບຄ ນປະເທດຢ າງປອດໄພ
ຫວຽດນາມໄດ້ ນຳສົ່ງພົນລະເມືອງຈຳນວນຫຼາຍກວ່າ 300 ຄົນ ຈາກໄຕ້ຫວັນ (ຈີນ) ກັບຄືນປະເທດຢ່າງປອດໄພ. (ພາບ: baoquocte)

ຫ້ອງການເສດຖະກິດ ແລະ ວັດທະນະທຳ ຫວຽດນາມ ປະຈຳປະເທດໄຕ້ຫວັນ ໄດ້ມີການເຄື່ອນໄຫວໜູນຊ່ວຍຢ່າງຕັ້ງໜ້າ ແລະ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ປະເທດໄຕ້ຫວັນ ແລະ ສາຍການບິນຫວຽດນາມ Vietnam Airlines ເຊິ່ງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ພົນລະເມືອງ ໄປຮອດສະໜາມບິນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຂົ້າ-ອອກເມືອງຂອງສອງປະເທດ.

ດ້ວຍເປົ້າໝາຍຮັບປະກັນສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປງອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ. ທັນທີຫຼັງຈາກລົງຈອດຢູ່ສະໜາມບິນສາກົນ ເຕີນເຊີນຍຶດ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້.

ໃນໄລຍະຈະມາເຖິງ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າຂອງຫວຽດນາມຢູ່ຕ່າງປະເທດ ແລະ ສາຍການບິນພາຍໃນປະເທດ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນ ເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ.

ນຳສ ງພ ນລະເມ ອງ ຫວຽນາມ ຈຳນວນຫ າຍກວ າ 300 ຄ ນ ຈາກໄຕ ຫວ ນ ຈ ນ ກ ບຄ ນປະເທດຢ າງປອດໄພ ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19

ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ຫວຽດນາມປະຈຳ Vancouver, ການາດາໄດ້ຈັດພິທີມອບຜ້າອັດປາກຂອງລັດຖະບານໃຫ້ແກ່ຊາວຫວຽດນາມ ຢູ່ ບັນດາແຂວງທາງທິດຕາເວັນຕົກຂອງການາດາ.

ນຳສ ງພ ນລະເມ ອງ ຫວຽນາມ ຈຳນວນຫ າຍກວ າ 300 ຄ ນ ຈາກໄຕ ຫວ ນ ຈ ນ ກ ບຄ ນປະເທດຢ າງປອດໄພ ຫວຽດນາມ ແມ່ນທ້ອງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ສຳລັບບັນດາວິສາຫະກິດຂອງເຢຍລະມັນ

ຍສໝ - ຕອນແລງວັນທີ 18 ມິຖຸນາ, ຢູ່ ສຳນັກງານໃຫຍ່ຂອງສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຂອງເຢຍລະມັນ ໄດ້ຈັດຂຶ້ນກອງປະຊຸມສຳມະນາກ່ຽວກັບການປະເມີນຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດບັນດາປະເທດອາຊີ ທີ່ວິສາຫະກິດເຢຍລະມັນກຳລັງວາງແຜນເພື່ອລົງທຶນ.

ນຳສ ງພ ນລະເມ ອງ ຫວຽນາມ ຈຳນວນຫ າຍກວ າ 300 ຄ ນ ຈາກໄຕ ຫວ ນ ຈ ນ ກ ບຄ ນປະເທດຢ າງປອດໄພ ພົນລະເມືອງຫວຽດນາມ 350 ຄົນຈາກຍີ່ປຸ່ນໄດ້ກັບຄືນປະເທດດ້ວຍຄວາມປອດໄພ

ຍສໝ - ທັນທີຫຼັງຈາກລົງຈອດຢູ່ສະໜາມບິນ ສາກົນ ໂນ້ຍບ່າຍ, ຜູ້ເຂົ້າຮ່ວມໃນຖ້ຽວບິນແມ່ນຢູ່ພາຍໃຕ້ການຕິດຕາມກວດກາດ້ານການແພດ ແລະ ປະຕິບັດການແຍກຫ່າງຕາມລະບຽບການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.