ກະຊວງການຕ່າງປະເທດອາເມລິກາ ຖືເປັນສຳຄັນການພົວພັນຮ່ວມມືດ້ານການຄ້າສອງຝ່າຍກັບຫວຽດນາມ

11:30 | 21/07/2020

ຍສໝ - ໃນໜ້າ Twitter, ກະຊວງການຕ່າງປະເທດອາເມລິກາໃຫ້ຮູ້ວ່າ: “ໃນປີ 2019, ວົງເງິນການຄ້າສອງສົ້ນລະຫວ່າງອາເມລິກາ ແລະ ຫວຽດນາມບັນລຸໄດ້ຫຼາຍກວ່າ 77 ຕື້ໂດລາສະຫະລັດ ໃນດ້ານສິນຄ້າ ແລະ ການບໍລິການ, ເຊິ່ງສະແດງໃຫ້ເຫັນເຖິງຄວາມປະທັບໃຈຂອງການຮ່ວມມືທີ່ເປີດກວ້າງນັບມື້ນັບຫຼາຍຂື້ນລະຫວ່າງສອງປະເທດໃນສອງທົດສະວັດທີ່ຜ່ານມາ”.    

ກະຊວງການຕ າງປະເທດອາເມລ ກາ ຖ ເປ ນສຳຄ ນການພ ວພ ນຮ ວມມ ດ ານການຄ າສອງຝ າຍກ ບຫວຽດນາມ ແຜນການຈັດຕັ້ງປະຕິບັດສັນຍາຊ່ວຍເຫຼືອພາສີ ຫວຽດນາມ - ອາເມລິກາ
ກະຊວງການຕ າງປະເທດອາເມລ ກາ ຖ ເປ ນສຳຄ ນການພ ວພ ນຮ ວມມ ດ ານການຄ າສອງຝ າຍກ ບຫວຽດນາມ ລັດຖະບານ ຫວຽດນາມ ມອບຜ້າອັດປາກໃຫ້ແກ່ຊາວຫວຽດນາມ ຢູ່ ການາດາ ເພື່ອຕໍ່ສູ້ຕ້ານກັບ COVID-19
ກະຊວງການຕ າງປະເທດອາເມລ ກາ ຖ ເປ ນສຳຄ ນການພ ວພ ນຮ ວມມ ດ ານການຄ າສອງຝ າຍກ ບຫວຽດນາມ
ສຳນັກງານໃຫຍ່ຂອງກະຊວງການຄ້າສະຫະລັດອາເມລິກາ.(ພາບ: sputniknews.com)

ການເຄື່ອນໄຫວດ້ານການຄ້າ ແລະ ການລົງທືນ ລະຫວ່າງອາເມລິກາ ແລະ ຫວຽດນາມ ໄດ້ຊ່ວຍສ້າງວຽກເຮັດງານທຳຫຼາຍສິບພັນຕໍາແໜ່ງ ຢູ່ ສະຫະລັດອາເມລິກາ ແລະ ເຮັດໃຫ້ຫວຽດນາມກາຍເປັນໜຶ່ງໃນພື້ນຖານເສດຖະກິດທີ່ເຕີບໃຫຍ່ໄວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້. ຂໍ້ມູນດັ່ງກ່າວໄດ້ຖືກເຜີຍແຜ່ໂດຍກະຊວງການຕ່າງປະເທດສະຫະລັດອາເມລິກາ ເນື່ອງໃນໂອກາດຄົບຮອບ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສອງປະເທດ.

ໃນໜ້າ Twitter, ກະຊວງການຕ່າງປະເທດອາເມລິກາໃຫ້ຮູ້ວ່າ: “ໃນປີ 2019, ວົງເງິນການຄ້າສອງສົ້ນລະຫວ່າງອາເມລິກາ ແລະ ຫວຽດນາມບັນລຸໄດ້ຫຼາຍກວ່າ 77 ຕື້ໂດລາສະຫະລັດ ໃນດ້ານສິນຄ້າ ແລະ ການບໍລິການ, ເຊິ່ງສະແດງໃຫ້ເຫັນເຖິງຄວາມປະທັບໃຈຂອງການຮ່ວມມືທີ່ເປີດກວ້າງນັບມື້ນັບຫຼາຍຂື້ນລະຫວ່າງສອງປະເທດໃນສອງທົດສະວັດທີ່ຜ່ານມາ”.

ໃນຂະນະນັ້ນ, ຕາມກະຊວງການຄ້າອາເມລິກາ ແລ້ວ, ການສົ່ງອອກສິນຄ້າ ແລະ ການບໍລິການ ຂອງສະຫະລັດອາເມລິກາ ໄປຫວຽດນາມ ໄດ້ສ້າງວຽກເຮັດງານທຳ ຢູ່ ອາເມລິກາປະມານ 54.000 ຕຳແໜ່ງ, ໃນນັ້ນມີ 41.000 ຕຳແໜ່ງ ໃນຂະແໜງການສົ່ງອອກສິນຄ້າ ແລະ 13.000 ຕຳແໜ່ງ ໃນຂະແໜງການສົ່ງອອກການບໍລິການ.

ກະຊວງການຄ້າອາເມລິກາໃຫ້ຮູ້ວ່າ, ປະຈຸບັນ, ຫວຽດນາມແມ່ນຄູ່ການຄ້າໃຫຍ່ທີ 17 ຂອງອາເມລິກາ. ໄລ່ຮອດທ້າຍປີ 2019, ຍອດຈຳນວນເງິນລົງທຶນຈົດທະບຽນຂອງບັນດາວິສາຫະກິດອາເມລິກາ ຢູ່ ຫວຽດນາມບັນລຸກ່ວາ 11 ຕື້ໂດລາສະຫະລັດ, ຢືນອັນດັບທີ 11 ໃນບັນດາປະເທດ ແລະ ເຂດແຄ້ວນ ທີ່ມີໂຄງການລົງທຶນຢູ່ຫວຽດນາມ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອາເມລິກາ ເປັນປົກກະຕິ (12/07 /1995 – 12/07/2020), ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ແລກປ່ຽນສານອວຍພອນກັບທ່ານປະທານາທິບໍດີ ອາເມລິກາ Donald Trump.

ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ໃນໄລຍະ 25 ປີຜ່ານມາ, ການພົວພັນສອງຝ່າຍ ລະຫວ່າງ ຫວຽດນາມ - ອາເມລິກາ ໄດ້ຜ່່ານຜ່າຄວາມຫ່າງໄກດ້ານພູມີສາດ ແລະ ຄວາມແຕກໂຕນກັນ ເພື່ອພັດທະນາຢ່າງຕັ້ງໜ້າ ແລະ ມີສະຖຽນລະພາບ, ນໍາ ອາເມລິກາ ກາຍເປັນຄູ່ຮ່ວມມືແຖວໜ້າຂອງຫວຽດນາມໃນຫຼາຍຂົງເຂດ. ຫວຽດນາມ ເຊື່ອໝັ້ນວ່າດ້ວຍເນື້ອໃນຈິດໃຈປະອະດີດຕະການໄວ້, ຜ່ານຜ່າຄວາມແຕກໂຕນ, ເສີມຂະຫຍາຍຈຸດທີ່ຄ້າຍຄືກັນ, ມຸ່ງໄປສູ່ອະນາຄົດ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໝັ້ນແກ່ນ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ປະກອບສ່ວນເຂົ້າໃນຄວາມໝັ້ນຄົງ, ສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໃນໂລກ.

ໃນຈົດໝາຍຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊີ້ແຈ້ງວ່າ, ການພັດທະນາການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດແມ່ນຄວາມສໍາເລັດທີ່ມະຫັດສະຈັນ. ການຮ່ວມມືໃນທຸກວັນນີ້ ໄດ້ສ້າງພື້ນຖານໃຫ້ແກ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ເອື້ອອໍານວຍໃຫ້ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ໂດຍໄດ້ພິສູດໃຫ້ເຫັນໃນການພົວພັນດ້ານການຄ້ານັບມື້ນັບເພີ່ມຂຶ້ນ, ການເຊື່ອມຕໍ່ລະຫວ່າງປະຊາຊົນສອງປະເທດ, ການຮ່ວມມືຍຸດທະສາດ, ພ້ອມກັນແກ້ໄຂບັນດາບັນຫາມະນຸດສະທໍາ ແລະ ຜົນຕາມມາພາຍຫຼັງສົງຄາມ.

ກະຊວງການຕ າງປະເທດອາເມລ ກາ ຖ ເປ ນສຳຄ ນການພ ວພ ນຮ ວມມ ດ ານການຄ າສອງຝ າຍກ ບຫວຽດນາມ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ໄທ

ຍສໝ - VUFO ຈະຮ່ວມມືກັບສະຖານທູດໄທປະຈຳຫວຽດນາມ ໃນການຈັດກິດຈະກຳຕ່າງໆເພື່ອສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຂອງສອງປະເທດ. ສະຖານທູດໄທປະຈຳ ຫວຽດນາມ ຈະສະໜັບສະໜູນ ເວທີປະຊາຊົນອາຊຽນ 2020 ພາຍໃຕ້ການເປັນປະທານຂອງ VUFO.

ກະຊວງການຕ າງປະເທດອາເມລ ກາ ຖ ເປ ນສຳຄ ນການພ ວພ ນຮ ວມມ ດ ານການຄ າສອງຝ າຍກ ບຫວຽດນາມ ຫວຽດນາມ ແມ່ນທ້ອງຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນ ສຳລັບບັນດາວິສາຫະກິດຂອງເຢຍລະມັນ

ຍສໝ - ຕອນແລງວັນທີ 18 ມິຖຸນາ, ຢູ່ ສຳນັກງານໃຫຍ່ຂອງສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງຂອງເຢຍລະມັນ ໄດ້ຈັດຂຶ້ນກອງປະຊຸມສຳມະນາກ່ຽວກັບການປະເມີນຄວາມສາມາດບົ່ມຊ້ອນຂອງພື້ນຖານເສດຖະກິດບັນດາປະເທດອາຊີ ທີ່ວິສາຫະກິດເຢຍລະມັນກຳລັງວາງແຜນເພື່ອລົງທຶນ.

ກະຊວງການຕ າງປະເທດອາເມລ ກາ ຖ ເປ ນສຳຄ ນການພ ວພ ນຮ ວມມ ດ ານການຄ າສອງຝ າຍກ ບຫວຽດນາມ ມອບໃບປະກາດປະລິນຍາໂທ ໃຫ້ແກ່ນັກສຶກສາລາວຈຳນວນ 12 ຄົນ

ຍສໝ - ໃນຕອນເຊົ້າຂອງວັນທີ 18 ກໍລະກົດນີ້, ມະຫາວິທະຍາໄລເສດຖະກິດ - ມະຫາວິທະຍາໄລດານັງ ໄດ້ຈັດພິທີມອບໃບປະກາດປະລິນຍາໂທໃຫ້ແກ່ນັກສຶກສາຈຳນວນ 173 ຄົນ. ໃນນັ້ນ ມີນັກສຶກສາລາວ ຈຳນວນ 12 ຄົນ.

ໄຊພອນ

ທ່ານອາດຈະມັກ

302 Found

Found

The document has moved here.