ສະຖານທູດຫວຽດນາມ ປະຈຳສະວິດເຊີແລນ ໄດ້ຮັບຕຳແໜ່ງເປັນປະທານຄະນະກຳມະການອາຊຽນ

20:00 | 07/07/2020

ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການອາຊຽນ Bern (ACB) ໄດ້ພົບປະກັນ ທີ່ນະຄອນຫຼວງ Bern (ສະວິດເຊີແລນ) ພາຍໃຕ້ການເປັນປະທານຂອງ ຜູ້ພວມຮັກສາຕຳແໜ່ງປະທານ ACB - ທ່ານເອກອັກຄະລັດຖະທູດມາເລເຊຍ.

ສະຖານທ ດຫວຽດນາມ ປະຈຳສະວ ດເຊ ແລນ ໄດ ຮ ບຕຳແໜ ງເປ ນປະທານຄະນະກຳມະການອາຊຽນ ສະຖານທູດຫວຽດນາມປະຈຳ ສະວິດເຊີແລນ ໄດ້ມອບຜ້າອັດປາກ ເພື່ອສະໜັບສະໜູນ AVIES ແລະ AVYS ໃນການປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19
ສະຖານທ ດຫວຽດນາມ ປະຈຳສະວ ດເຊ ແລນ ໄດ ຮ ບຕຳແໜ ງເປ ນປະທານຄະນະກຳມະການອາຊຽນ ສະຖານທູດຫວຽດນາມ ປະຈຳລາວຕັກເຕືອນພົນລະເມືອງຈົດທະບຽນອອກເມືອງລາວກັບບັນດາອົງການຕາງໜ້າກ່ອນທີ່ຈະກັບຄືນມາປະເທດ

ເຂົ້າຮ່ວມກອງປະຊຸມດັ່ງກ່າວມີ ເອກອັກຄະລັດຖະທູດບັນດາປະເທດ, ເຊັ່ນ ຫວຽດນາມ, ໄທ, ອິນໂດເນເຊຍ, ຟີລິບປິນ ແລະ ລາວ (ເອກອັກຄະລັດຖະທູດລາວ ກໍ່ເປັນຫົວໜ້າຖາວອນຂອງຄະນະປະຈຳຢູ່ Geneve).

ນີ້ແມ່ນກອງປະຊຸມໂດຍກົງຄັ້ງທຳອິດຂອງຄະນະກຳມະການອາຊຽນ Bern ACB ນັບແຕ່ໄລຍະເກີດພະຍາດ COVID-19 ຢູ່ປະເທດສະວິດເຊີແລນ ນັບແຕ່ວັນທີ 25 ກຸມພາ.

ສະຖານທ ດຫວຽດນາມ ປະຈຳສະວ ດເຊ ແລນ ໄດ ຮ ບຕຳແໜ ງເປ ນປະທານຄະນະກຳມະການອາຊຽນ
ນີ້ແມ່ນກອງປະຊຸມໂດຍກົງຄັ້ງທຳອິດຂອງຄະນະກຳມະການອາຊຽນ Bern ACB ນັບແຕ່ໄລຍະພະຍາດ COVID-19 ລະບາດ. (ພາບ: TTXVN)

ໃນພິທີມອບຮັບຕຳແໜ່ງເປັນປະທານ ACB ໃຫ້ແກ່ຫວຽດນາມ ໃນ 6 ເດືອນທ້າຍປີ 2020, ທ່ານນາງ ເລລິງລານ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະວິດເຊີແລນ ສະແດງຄວາມຂອບໃຈບັນດາປະເທດອາຊຽນທີ່ໄດ້ສະແດງຄວາມເຊື່ອໝັ້ນຢ່າງສູງ ສຳລັບລາຍການຂອງບັນດາກິດຈະກຳໃນໄລຍະທີ່ຫວຽດນາມເປັນປະທານ ACB.

ທ່ານນາງ ເລລິງລານ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສະວິດເຊີແລນ ໄດ້ປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ຮ່ວມມືຢ່າງແໜ້ນແຟ້ນຂອງຄະນະກຳມະການອາຊຽນ Bern ACB ໃນໄລຍະຈະມາເຖິງ ໂດຍສະພາບການລະບາດຂອງພະຍາດ COVID-19 ຍັງສົ່ງຜົນສະທ້ອນໃຫ້ແກ່ຫຼາຍຂົງເຂດຂອງການເຄື່ອນໄຫວໃນປະຈຸບັນ.

ໃນກອງປະຊຸມ, ທ່ານນາງ ເລລິງລານ ເນັ້ນໜັກວ່າ ຫວຽດນາມໄດ້ຮຽກຮ້ອງໃຫ້ອາຊຽນຕ້ອງເປັນເອກະພາບໃນການປະຕິບັດມາດຕະການທີ່ເຂັ້ມແຂງ ແລະ ທັນເວລາ, ເຊັ່ນ: ການສ້າງຕັ້ງກອງທຶນອາຊຽນ ເພື່ອຕອບໂຕ້ຕໍ່ການລະບາດຂອງພະຍາດ COVID-19; ການສ້າງຕັ້ງຄັງອຸປະກອນການແພດສຸກເສີນຂອງພາກພື້ນ; ພັດທະນາຂັ້ນຕອນການຕອບໂຕ້ພະຍາດອາຊຽນ; ນຳໃຊ້ບັນດາແຜນການໃນພາກພື້ນເພື່ອການຟື້ນຟູ, ການພັດທະນາເສດຖະກິດ ແລະ ສັງຄົມພາຍຫຼັງການລະບາດ.

ກ່ຽວກັບບັນຫາສາກົນ ແລະ ພາກພື້ນ, ກອງປະຊຸມໄດ້ຢືນຢັນເຖິງຄວາມສຳຄັນຂອງການຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ແລະ ເສລີພາບໃນການເດີນທະເລ ແລະ ການເດີນອາກາດໃນທະເລຕາເວັນອອກ. ກອງປະຊຸມ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມເຂັ້ມແຂງ ໃນການສ້າງຄວາມໝັ້ນໃຈ, ຫລີກລ້ຽງການກະທຳທີ່ເຮັດໃຫ້ເກີດຂຶ້ນຄວມສັບສົນ ແລະ ຕ້ອງການແກ້ໄຂຂໍ້ຂັດແຍ່ງຕ່າງໆໃຫ້ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ 1982 UNCLOS.

ສະຖານທ ດຫວຽດນາມ ປະຈຳສະວ ດເຊ ແລນ ໄດ ຮ ບຕຳແໜ ງເປ ນປະທານຄະນະກຳມະການອາຊຽນ ບໍ​ລິ​ສັດ​ທີ່​ປຶກສາ​ McKinsey ຕີ​ລາຄາ​ຕໍ່​ຄວາມ​ສາມາດ​ຟື້ນ​ຟູ​ເສດຖະກິດ​ຂອງຫວຽດນາມ

ຍສໝ - ການສົ່ງອອກການຄ້າ ແລະ ການທ່ອງທ່ຽວໄດ້ຮັບຜົນກະທົບຢ່າງຮ້າຍແຮງ, ສະນັ້ນ ການໃຊ້ຈ່າຍບໍລິໂພກພາຍໃນປະເທດໄດ້ຄາດວ່າຈະສືບຕໍ່ ມີບົດບາດສຳຄັນຫຼາຍໃນການຟື້ນຟູເສດຖະກິດຂອງຫວຽດນາມ.

ສະຖານທ ດຫວຽດນາມ ປະຈຳສະວ ດເຊ ແລນ ໄດ ຮ ບຕຳແໜ ງເປ ນປະທານຄະນະກຳມະການອາຊຽນ ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ

ຍສໝ - ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄໍາຊີ້ນໍາເປີດດ່ານຊາຍແດນຄືນໃໝ່...

ສະຖານທ ດຫວຽດນາມ ປະຈຳສະວ ດເຊ ແລນ ໄດ ຮ ບຕຳແໜ ງເປ ນປະທານຄະນະກຳມະການອາຊຽນ ຄະນະກຳມະການເຈລະຈາ RCEP ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການນຳພາອາຊຽນ

ຍສໝ - ທ່ານ Pambagyo ກ່າວວ່າ ໃນຄວາມຈິງລັດຖະບານ ແລະ ຊຸມຊົນຫຼາຍປະເທດ ໄດ້ສະແດງຄວາມສົງໄສກ່ຽວກັບລະບົບການຄ້າຫຼາຍຝ່າຍ, ສະນັ້ນການເຊັນສັນຍາດັ່ງກ່າວຈະ "ຢັ້ງຢືນຄວາມຕັດສິນໃຈ" ໃນການເຊື່ອມໂຍງເສດຖະກິດພາກພື້ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.