ຫວຽດນາມ ຮຽກຮ້ອງໃຫ້ມີການປົກປ້ອງພົນລະເມືອງ ແລະ ແກ້ໄຂວິກິດການຢູ່ ມາລີ

10:12 | 16/06/2020

ຍສໝ - ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາການບຸກໂຈມຕີກໍ່ການຮ້າຍ ທີ່ເຮັດໃຫ້ຜູ້ເສຍຊີວິດຫຼາຍຄົນຢູ່ພາກກາງ ແລະ ພາກເໜືອປະເທດມາລີ ແລະ ລະເມີດດ້ານມະນຸດສະທຳໃນປະເທດມາລີ.

ຫວຽດນາມ ຮຽກຮ ອງໃຫ ມ ການປ ກປ ອງພ ນລະເມ ອງ ແລະ ແກ ໄຂວ ກ ດການຢ ມາລ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ
ຫວຽດນາມ ຮຽກຮ ອງໃຫ ມ ການປ ກປ ອງພ ນລະເມ ອງ ແລະ ແກ ໄຂວ ກ ດການຢ ມາລ ຫວຽດນາມ ສະໜັບສະໜູນອົງການ ASEF ໃນການເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ແລກປ່ຽນປະຊາຊົນ ລະຫວ່າງສອງທະວີບອາຊີ ແລະ ເອີຣົບ

ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ປະເທດມາລີ. ທີ່ການພົບປະ, ທ່ານ ດັ່ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກວ່າ ການແກ້ໄຂບັນດາບັນຫາຢູ່ ປະເທດມາລີຢ່າງລະອຽດ ເຊິ່ງມີຄວາມໝາຍສຳຄັນໃນວິວັດການແກ້ໄຂບັນດາສິ່ງທ້າທາຍຢູ່ເຂດ Sahel. ຫວຽດນາມ ກໍ່ຮຽກຮ້ອງໃຫ້ທຸກຝ່າຍຈົ່ງພະຍາຍາມເພື່ອປົກປ້ອງປະຊາຊົນ, ໂດຍສະເພາະ ແມ່ນແມ່ຍິງ ແລະ ເດັກນ້ອຍ.

ຫວຽດນາມ ຮຽກຮ ອງໃຫ ມ ການປ ກປ ອງພ ນລະເມ ອງ ແລະ ແກ ໄຂວ ກ ດການຢ ມາລ
ກອງກຳລັງປະສົມ G5-Sahel ຢູ່ປະເທດມາລີ. (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາການບຸກໂຈມຕີກໍ່ການຮ້າຍ ທີ່ເຮັດໃຫ້ຜູ້ເສຍຊີວິດຫຼາຍຄົນຢູ່ພາກກາງ ແລະ ພາກເໜືອປະເທດມາລີ ແລະ ລະເມີດດ້ານມະນຸດສະທຳໃນປະເທດມາລີ. ທ່ານ ດັ່ງດິງກ້ວຍ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ສະໜັບສະໜູນບົດບາດຂອງຄະນະຜູ້ແທນທີ່ຮັກສາສັນຕິພາບສະຫະປະຊາຊາດ ທີ່ປະເທດມາລີ MINUSMA ພ້ອມກັນນັ້ນ ໄດ້ຮຽກຮ້ອງໃຫ້ສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມມືສາກົນ ສືບຕໍ່ສະໜັບສະໜູນ ປະເທດມາລີ ໃນການປ້ອງກັນ ແລະ ຕ້ານການແຜ່ລະບາດຂອງພະຍາດ COVID-19 ແລະ ປະຕິບັດເຄື່ອນໄຫວດ້ານມະນຸດສະທຳ.

ທ່ານ Guterres - ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ສະແດງຄວາມຊົມເຊີຍສຳຫຼັບຄວາມຄືບໜ້າ ລະຫວ່າງບັນດາຝ່າຍຢູ່ປະເທດມາລີ ໃນການປະຕິບັດສັນຍາສັນຕິພາບປີ 2015, ແຕ່ຍັງມີບາງຂໍ້ກຳນົດທີ່ສຳຄັນຂອງສັນຍາ ເຊິ່ງຖືກໜ່ວງໜ່ຽວຍ້ອນການບໍ່ເຫັນດີເຫັນພ້ອມລະຫວ່າງຝ່າຍຕ່າງໆ, ໂດຍສະເພາະແມ່ນການຜັນຂະຫຍາຍກອງທັບປະກອບອາວຸດ ໃນພາກເໜືອຂອງປະເທດມາລີ.

ສິ້ນສຸດກອງປະຊຸມ, ບັນດາປະເທດສະພາຄວາມໝັ້ນຄົງສ່ວນຫຼາຍ ໄດ້ແບ່ງປັນກັບການປະເມີນຜົນຂອງສະຫະປະຊາຊາດ; ເນັ້ນໜັກວ່າບັນດາພາກສ່ວນກ່ຽວຂ້ອງຢູ່ປະເທດມາລີ ຄວນສືບຕໍ່ປະຕິບັດບັນດາຂໍ້ກຳນົດຂອງສັນຍາສັນຕິພາບປີ 2015 ຢ່າງຄົບຖ້ວນ; ແລະ ສະແດງຄວາມສະໜັບສະໜູນ ຊັບພະຍາກອນເພີ່ມເຕີມໃຫ້ແກ່ MINUSMA ເພື່ອຈັດຕັ້ງປະຕິບັດແຜນການວຽກງານໃນ ປະເທດມາລີ ແລະ ໃຫ້ການສະໜັບສະໜູນດ້ານພະລາທິການໃຫ້ແກ່ກອງກຳລັງປະສົມ G5-Sahel.

ຫວຽດນາມ ຮຽກຮ ອງໃຫ ມ ການປ ກປ ອງພ ນລະເມ ອງ ແລະ ແກ ໄຂວ ກ ດການຢ ມາລ ຫວຽດນາມ ມີ​ບົດ​ກ່າວ​ປາ​ໄສ​ລວມຢູ່​ສະ​ພາ​ຄວາມໝັ້ນຄົງ ກ່ຽວກັບ ສະພາບ​ການ​ຢູ່​ ອາຟະ​ລິ​ກາ ກາງ

ຍສໝ - ວັນທີ 14 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມອອນລາຍ ກ່ຽວກັບສະຖານະການຢູ່ອາຟະລິກາກາງ ແລະ ບັນດາການເຄື່ອນໄຫວຂອງຫ້ອງການສະຫະປະຊາຊາດ ໃນຂົງເຂດນີ້ (UNOCA).

ຫວຽດນາມ ຮຽກຮ ອງໃຫ ມ ການປ ກປ ອງພ ນລະເມ ອງ ແລະ ແກ ໄຂວ ກ ດການຢ ມາລ ໜັງສືພິມອີຕາລີ: ຫວຽດ​ນາມ​ແມ່ນ ປະ​ຕູ​ື​ທາງເຂົ້າ ເພື່ອ​ໃຫ້ EUໄດ້ ສຳ​ຜັດ​ກັບ​ອາ​ຊຽນ

ຍສໝ - ຫວຽດນາມໄດ້ບຸກບືນມາເປັນເວລາດົນນານ ແລະ ໄດ້ກາຍເປັນປະເທດທຳອິດ ທີ່ສ້າງສາຍພົວພັນພິເສດກັບບັນດາປະເທດສະຫະພາບເອີຣົບ, ເຊິ່ງເຮັດໃຫ້ວົງເງິນການຄ້າສອງຝ່າຍເພີ່ມຂຶ້ນຢ່າງຫຼວງຫຼາຍ.

ຫວຽດນາມ ຮຽກຮ ອງໃຫ ມ ການປ ກປ ອງພ ນລະເມ ອງ ແລະ ແກ ໄຂວ ກ ດການຢ ມາລ ນັກສຶກສາຫວຽດນາມທີ່ປະເທດໂມລັອກໂກ ຊ່ວຍເຫຼືອປະຊາຊົນປະເທດໂມລັອກໂກ ໃນການຕ້ານການລະບາດຂອງພະຍາດ ໂຄວິດ - 19

ຍສໝ - ຫວ່າງມໍ່ໆມານີ້, ນັກສຶກສາຫວຽດນາມໄດ້ຮຽກຮ້ອງໃຫ້ນັກສຶກສາຕ່າງປະເທດບໍລິຈາກອາຫານເພື່ອຊ່ວຍເຫຼືອຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ ນະຄອນຫຼວງ Rabat, ປະເທດໂມລັອກໂກ ເພື່ອ ຕ້ານ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.