ຮ່າໂນ້ຍແບ່ງປັນປະສົບການໃນການຮັບມືກັບ Covid-19 ກັບບັນດານະຄອນໃຫຍ່ໃນທົ່ວໂລກ

14:42 | 03/06/2020

ຍສໝ - ທ່ານ ຫງວຽນດຶກຈຸງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ເນັ້ນໜັກວ່າ, ນັບແຕ່ຂັ້ນເລີ່ມຕົ້ນ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ໄດ້ອອກຄຳຮຽກຮ້ອງໃຫ້ທົ່ວປະເທດປະຕິບັດວຽກງານປ້ອງກັນ, ຄວບຄຸມ ພະຍາດ Covid-19 ຢ່າງເຂັ້ມງວດ.    

ຮ າໂນ ຍແບ ງປ ນປະສ ບການໃນການຮ ບມ ກ ບ covid 19 ກ ບບ ນດານະຄອນໃຫຍ ໃນທ ວໂລກ ບໍລິສັດ DOW Chemical ຫວຽດນາມ ມອບອຸປະກອນດ້ານການແພດລວມມີມູນຄ່າຫຼາຍກວ່າ 100 ລ້ານດົ່ງໃຫ້ແກ່ໂຮງໝໍພະຍາດເຂດຮ້ອນ ສູນກາງ 2 ເພື່ອປ້ອງກັນ ແລະ ຄວບຄຸມ COVID - 19
ຮ າໂນ ຍແບ ງປ ນປະສ ບການໃນການຮ ບມ ກ ບ covid 19 ກ ບບ ນດານະຄອນໃຫຍ ໃນທ ວໂລກ ສື່ມວນ​ຊົນ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ຊົມ​ເຊີຍ​ຫວຽດ​ນາມ​ໃນ​ການ​ຮັບ​ມ​ື​ກັບ​ໂລກ​ລະ​ບາດ Covid – 19
ຮ າໂນ ຍແບ ງປ ນປະສ ບການໃນການຮ ບມ ກ ບ covid 19 ກ ບບ ນດານະຄອນໃຫຍ ໃນທ ວໂລກ
(ພາບ:hanoimoi)

ຕອນຄ່ຳ ວັນທີ 2 ມິຖຸນາ, ກຳມະການສູນກາງພັກ, ຮອງເລຂາຄະນະພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າຄອງນະຄອນຂອງກອງປະຊຸມສຸດຍອດບັນດານະຄອນທົ່ວໂລກຕ້ານ Covid-19 (CAC) ໃນປີ 2020.

CAC ແມ່ນເຫດການທີ່ຈັດຂື້ນໂດຍການລິເລີ່ມຂອງເຈົ້າຄອງນະຄອນຫຼວງເຊອຸນ (ສ.ເກົາຫຼີ) Park Won-soon ຜ່ານທາງອອນລາຍ, ເຊິ່ງມີການເຂົ້າຮ່ວມຂອງຜູ້ນຳ 40 ນະຄອນໃຫຍ່ໃນທົ່ວໂລກ.

ແບ່ງປັນທີ່ກອງປະຊຸມສົນທະນາເປີດ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ຫງວຽນດຶກຈຸງ ໃຫ້ຮູ້ວ່າ, ປະຈຸບັນ, ຫວຽດນາມໄດ້ປິ່ນປົວຫາຍດີເປັນປົກກະຕິ 298/328 ຄົນ, ບໍ່ມີຜູ້ເສຍຊີວິດຍ້ອນ Covid-19. ຮ່າໂນ້ຍໄດ້ປິ່ນປົວຫາຍດີເປັນປົກກະຕິ 113/114 ຄົນ. ມາຮອດປັດຈຸບັນ, ນະຄອນຮ່າໂນ້ຍ ຍັງບໍ່ມີການລາຍງານກໍລະນີໃໝ່ ໃນເວລາ 48 ວັນ.

ທ່ານຫງວຽນດຶກຈຸງ ເນັ້ນໜັກວ່າ, ນັບແຕ່ຂັ້ນເລີ່ມຕົ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ອອກຄຳຮຽກຮ້ອງໃຫ້ທົ່ວປະເທດປະຕິບັດການປ້ອງກັນ, ຄວບຄຸມພະຍາດ Covid-19 ຢ່າງເຂັ້ມງວດ. ນາຍົກລັດຖະມົນຕີຫວຽດນາມໄດ້ໃຫ້ການຊີ້ນໍາ: "ຕໍ່ສູ້ຕ້ານໂລກລະບາດຄືຕໍ່ສູ້ສັດຕູ”, ຍອມຮັບການເສຍສະຫຼະຜົນປະໂຫຍດທາງເສດຖະກິດໄລຍະສັ້ນເພື່ອປົກປ້ອງຊີວິດ, ສຸຂະພາບຂອງປະຊາຊົນ. ທ່ານຫງວຽນດຶກຈຸງ ຢືນຢັນວ່າ, ການຊີ້ນຳຢ່າງຖືກຕ້ອງ ແລະ ທັນການໄດ້ສ້າງຄວາມເຊື່ອ, ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມຂອງທົ່ວລະບົບການເມືອງ ໃນການປ້ອງກັນແລະຄວບຄຸມໂລກລະບາດ.

ພາຍໃນຂອບຂອງກອງປະຊຸມ, ບັນດາຜູ້ນຳໄດ້ແລກປ່ຽນປະສົບການຂອງແຕ່ລະນະຄອນໃນການຮັບມືກັບ Covid-19. ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນຳໄດ້ອອກຖະແຫຼງການເຊອຸນ, ເຊິ່ງໄດ້ເນັ້ນໜັກເຖິງເປົ້າໝາຍລວມຂອງການກໍ່ສ້າງຕົວເມືອງທີ່ປອດໄພ, ມີສຸຂະພາບແຂງແຮງປາດສະຈາກພະຍາດຕິດແປດຕ່າງໆ. ຖະແຫຼງການຍັງໄດ້ຢັ້ງຢືນຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງອຳນາດການປົກຄອງບັນດານະຄອນແມ່ນວິທີທີ່ມີປະສິດທິຜົນທີ່ສຸດໃນການຮັບມືກັບພະຍາດຕິດແປດຕ່າງໆ.

ໄລ່ຮອດເວລາ 8 ໂມງເຊົ້າວັນທີ 2 ມິຖຸນາ (ຕາມເວລາ ຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6.365.173 ຄົນ ໃນນັ້ນມີ 377.397 ຄົນເສຍຊີວິດ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກ່ວາ 2,9 ລ້ານຄົນ.

ຮ າໂນ ຍແບ ງປ ນປະສ ບການໃນການຮ ບມ ກ ບ covid 19 ກ ບບ ນດານະຄອນໃຫຍ ໃນທ ວໂລກ ຫວຽດ​ນາມ​ແມ​່ນ​ໜຶ່ງ​ໃນ​ບັນ​ດາປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid - 19

ຍ​ສ​ໝ - ບົດ​ຂຽນ​ກໍ່​ຖື​ວ່າ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດນັ້ນ ​ຈະ​ຊ່ວຍ​ໃຫ້​ຫວຽດ​ນາມ​ແມ່ນ​ ສະ​ຖານ​ທີ່ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝັ້ນ​ໝາຍ​ໃຫ້​ແກ່​ບັນ​ດາບໍ​ລິ​ສັດອາ​ເມ​ລິ​ກາ ຫຼື ເອີ​ລົບເຂົ້າ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ ໃນໄລ​ຍະຫຼັງ Covid – 19.

ຮ າໂນ ຍແບ ງປ ນປະສ ບການໃນການຮ ບມ ກ ບ covid 19 ກ ບບ ນດານະຄອນໃຫຍ ໃນທ ວໂລກ ຊ​ຸ​ກ​ຍຸ້​​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ​ໄລ​ຍະຫຼັງ Covid – 19

ທີ່ກອງ​ປະ​ຊຸມ, ບັນ​ດາ​ນັກ​ຊ່ຽວ​ຊານ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ໄດ້​ອັບ​ເດດ​ຂໍ້​ມູນ​ຂ່າວ​ສານໃໝ່​ຫຼ້​າ​ສຸດກ່ຽວ​ກັບ​ສະ​ພາບ​ການ​ຕະຫຼ​າ​ດ​ເກີບ​ອາ​ເມ​ລິ​ກາ, ຕີ​ລາ​ຄາ​ການ​ກະ​ທົບ​ຂອງ Covid – 19 ທີ່​ມີ​ຕໍ່​ຕະຫຼາດ ແລະ ຄວາມ​ເປັນ​ໄປ​ໄດ້, ທ່າ​ອ່ຽງພັດ​ທະ​ນາ​ຂອງ​ຕະຫຼາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ,

ຮ າໂນ ຍແບ ງປ ນປະສ ບການໃນການຮ ບມ ກ ບ covid 19 ກ ບບ ນດານະຄອນໃຫຍ ໃນທ ວໂລກ ຫວຽດນາມ ກຽມພ້ອມການແບ່ງປັນບົດຮຽນ ໃນ​ການປ້ອງກັນ ສະ​ກັດ​ກັ້ນໂລກລະບາດ Covid -19 ກັບນອກແວ

ຍ​ສໝ - ການ​ນຳ 2 ທ່ານໄດ້ເຫັນດີເພີ່ມທະວີການສົມທົບກັນຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນໃນການພົວພັນລະຫວ່າງນອກແວ-ອາຊຽນ ໃນປີຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ ແລະ ເພີ່ມທະວີການຮ່ວມມືຢູ່ສະຫະປະຊາຊາດໃຫ້ເປັນຢ່າງດີ.

ໄຊພອນ

ເຫດການ
302 Found

Found

The document has moved here.